• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ຜູ້ອຳນວຍການ ໃຫຍ່ ສຳນັກຂ່າວສານປະເທດລາວ

      ຕອນບ່າຍວັນທີ 7 ທັນວາ, ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍ ການໃຫຍ່ ສຳນັກຂ່າວສານປະເທດລາວ ພ້ອມຄະນະໄດ້ ເຂົ້າ ຢ້ຽມຂ່ຳນັບທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຢູ່ສຳນັກງານລັດຖະບານ ໃນນະຄອນຫຼວງຮ່າໂນ້ຍ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ການພົວພັນ ລະຫວ່າງ ສຳນັກຂ່າວສານ ປະເທດລາວ  ແລະ ສຳນັກຂ່າວສານ ຫວຽດນາມ ຈະຕ້ອງນັບມື້ແໜ້ນ ແຟ້ນຍິ່ງຂຶ້ນ ໃນການຕອບສະ ໜອງ  ຂໍ້ມູນຂ່າວສານ ກ່ຽວກັບ ຄວາມສາມັກຄີທີ່ເປັນມູນເຊື້ອ,   ຄວາມສຳພັນແບບ ພິເສດ ລະຫວ່າງ ປະຊາຊົນສອງປະເທດ ລາວ-ຫວຽດນາມ. 
      ໃນການຕ້ອນຮັບ, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ ໄດ້ລາຍງານ ໃຫ້ທ່ານນາຍົກລັດ ຖະມົນຕີ ໄດ້ຮັບຊາບ ກ່ຽວກັບຜົນສຳເລັດ ຂອງ ການພົບປະເຈ ລະຈາ ແລະ ການລົງນາມ ໃນບົດບັນທຶກ ວ່າດ້ວຍ ການຮ່ວມມື ກັບທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ສຳນັກ ຂ່າວ ສານປະເທດລາວ ໃນຕອນເຊົ້າຂອງວັນດຽວກັນ.  ສອງຝ່າຍໄດ້ ເຫັນດີເປັນເອກະພາບ ໃນການຊຸກຍູ້ ການເຄື່ອນໄຫວ  ຕາມຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໄລຍະ 2016-2020. ການ ນຳສອງ ຝ່າຍໄດ້ເປັນເອກະພາບ ໃນການຍົກສູງ ຄຸນນະພາບ ດ້ານແລກ ປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການໂຄສະນາ ເຜີຍແຜ່ ກ່ຽວກັບ ການ ພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕໍ່ໜ້າ. 
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງ ຄວາມຊົມ ເຊີຍ ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ ແລະ ຄະນະ ທີ່ມາຢ້ຽມຢາມຫວຽດນາມໃນຂະນະທີ່ ສາຍພົວພັນຮ່ວມມື ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ພວມຂະຫຍາຍຕົວ ທັງລວງກວ້າງ ແລະ ລວງເລິກ. ທ່ານ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍຖືສຳຄັນ ການເພີ່ມພູນຄູນສ້າງ ສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການ ຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ; ສ້າງເງື່ອນໄຂ ດີທີສຸດ ໃຫ້ແກ່ການຊຸກຍູ້ ການຮ່ວມມືລະຫວ່າງ ບັນດາກະຊວງ, ຂະ ແໜງການ, ໂດຍສະເພາະຢ່າງຍິ່ງ ແມ່ນບັນດາທ້ອງຖິ່ນ ຕິດກັບຊາຍແດນຂອງສອງປະເທດ. 

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ທ່ານ ສູນທອນ ຄັນທະວົງ
ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ປະເທດລາວ
ພ້ອມຄະນະ. ພາບ: ຖົ໋ງເຍິດ/VNA

 
      ເນັ້ນໜັກເຖິງບົດບາດພິເສດ ຂອງ ສຳນັກຂ່າວສານຫວຽດນາມ ຊຶ່ງເປັນສຳນັກຂ່າວແຫ່ງຊາດ ມີຜະລິດຕະພັນໜັງສືພິມ ທີ່ ຫຼາກ ຫຼາຍ ແລະ ມີເຄືອຂ່າຍສຳນັກງານ ປະຈຳຢູ່ທຸກທະວີບໃນໂລກ, ທ່ານນາຍົກລັດຖະມົນຕີ ກ່າວວ່າ ໃນສະພາບແວດລ້ອມທີ່ມີ ການ ຂະຫຍາຍຕົວ ຢ່າງແຂງແຮງຂອງເຕັກໂນໂລຊີ ຂໍ້ມູນຂ່າວສານ, ສອງສຳນັກຂ່າວສານ ຈະຕ້ອງສືບຕໍ່ ຮັກສາໄວ້ ການເຄື່ອນໄຫວ ຮ່ວມມືທີ່ເປັນມູນເຊື້ອ, ແຕ່ກໍຕ້ອງແລກປ່ຽນ, ປຶກສາຫາລື ມາດ ຕະການຕ່າງໆ ແນໃສ່ຕອບສະໜອງ ຄວາມຮຽກຮ້ອງຕ້ອງ ການ ດ້ານຂໍ້ມູນຂ່າວສານ ຂອງແຕ່ລະປະເທດ ໃນໄລຍະໃໝ່ ໃຫ້ ດີຍິ່ງ ຂຶ້ນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຍາມໃດ ລັດຖະ ບານ ກໍໃຫ້ການສະໜັບສະໜູນ ແລະ ສ້າງເງື່ອນໄຂ ອຳນວຍ ຄວາມສະ ດວກ ໃຫ້ແກ່ ສຳນັກຂ່າວສານຫວຽດນາມ ໃນການ ສ້າງແຜນ ການ ຮ່ວມມື ແລະ ສະໜັບສະໜູນ ການເຄື່ອນໄຫວ ຂອງ ສຳນັກ ຂ່າວສານປະເທດລາວ ໃນຕໍ່ໜ້າ. 
      ທ່ານ ສູນທອນ ຄັນທະວົງ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ປະເທດລາວ ໄດ້ສະແດງຄວາມຂອບໃຈ ຢ່າງສູງຕໍ່ທ່ານນາຍົກລັດ ຖະມົນຕີ ຫງວຽນ ຊວນຟຸກ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວວ່າ ການພົວພັນລະຫວ່າງ ສຳ ນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ເປັນຄວາມສຳພັນ ທີ່ເປັນມູນເຊື້ອ ບົນພື້ນຖານ ຄວາມສາມັກຄີ ແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດລາວ-ຫວຽດນາມ. ສຳນັກຂ່າວສານຫວຽດນາມ ແລະ ສຳນັກ ຂ່າວສານປະເທດລາວ ຍາມໃດກໍກຳນົດ ແລະ ປະສານ ສົມທົບ ກັນ ໃນການໂຄສະນາເຜີຍແຜ່ ໃຫ້ປະຊາຊົນສອງປະເທດໄດ້ ຮັບຊາບ ກ່ຽວກັບມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດ ລະ ຫວ່າງສອງປະເທດລາວ-ຫວຽດນາມ ແຕ່ກ່ອນມາຮອດ ປັດຈຸບັນ. ພິເສດ ສອງຝ່າຍຕ້ອງສຸມໃສ່ ປະສານສົມທົບໃນການໂຄສະນາ ເຜີຍແຜ່ກ່ຽວກັບຄວາມສຳພັນແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍ ພົວພັນການທູດ (05/9/1962-05/9/2017) ແລະ 40 ປີ ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977-18/72017) ລະຫວ່າງ ສອງປະເທດປີ 2017. ທ່ານຜູ້ອຳ ນວຍ ການໃຫຍ່ຂ່າວສານປະເທດລາວ ຫວັງວ່າ ທ່ານ ນາຍົກລັດຖະມົນ ຕີ ຈະສືບຕໍ່ໃຫ້ສະຫນັບສະໜູນ ແລະ ອຳນວຍຄວາມສະດວກ ເພື່ອໃຫ້ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານ ຫວຽດນາມ ເສີມຂະຫຍາຍການພົວກັນຮ່ວມມື ໃນຕໍ່ໜ້າ, ສູ້ຊົນ ເຮັດສຳເລັດ ໜ້າທີ່ ໃນການເປັນສຳນັກຂ່າວ ຂອງ ປະເທດ. 

ໂດຍ: VNA/VNP

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top