• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຕ້ອນຮັບ ເອກອັກຄະລັດຖະທູດ ນິວຊີແລນ ແລະ ສະໂລເວນີ


ທ່ານ ຫງວຽນ​ຊວນ​ຟູ໋ກ ຕ້ອນ​ຮັບ ທ່ານ​ນາງ 
Wendy Irene Matthews ເອກອັກ​ຄະ​ລັດຖະ​ທູດ ນິວຊີ​ແລນ

      ຕອນ​ບ່າຍ​ວັນ​ທີ 22/2, ທີ່ ການ​ຕ້ອນ​ຮັບ ທ່ານ​ນາງ Wendy Irene Matthews ເອກອັກ​ຄະ​ລັດຖະ​ທູດ ນິວຊີ​ແລນ ປະ​ຈຳ ຫວຽດ​ນາມ, ມາ​ຮັບ​ໜ້າ​ທີ່​ຢູ່ ຫວຽດ​ນາມ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖ​ພ​ມົນ​ຕີ ຫວຽດ​ນາມ ສະ​ແດງ ເຊື່ອ​ໝັ້ນ​ວ່າ ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວຊີ​ແລນ ຈະມີ​ການປະ​ກອບ​ສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນການ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ສອງ​ປະ​ເທດ ໃນ​ອາ​ຍຸ​ການ​ຂອງ​ຕົນ. ຫວຽດ​ນາມ ຍາມ​ໃດ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ນິວຊີ​ແລນ ແລະ ເພິ່ງ​ພໍ​ໃຈ​ຕໍ່​ບັນ​ດາ​ໝາກ​ຜົນ​​ແຫ່ງການຮ່ວມ​ມື ໃນ ຫຼາຍ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດທີ່​ພວມ​ພັດ​ທະ​ນາ​ຢ່າງ​ຈົບງາມ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ປາກ​ຖະ​ໜາ​ວ່າ ສອງ​ຝ່າຍ​ຈະຊຸກ​ຍູ້​ການ​ຮ່ວມ​ມືຫຼາຍກວ່າ​ອີກ ເພື່ອ ຂຸດຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນນີ້, ມຸ່ງ​ໄປ​ເຖິງ​ຍົກ​ການ​ພົວ​ພັນ​ສອງ​ປະ​ເທດ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​​ທູດ ນິວຊີ​ແລນ ເປັນ​ຂົວ​ຕໍ່ ເພື່ອ​ໃຫ້ຄະນະ​ວິ​ສາ​ຫະ​ກິດ ນິວຊີ​ແລນ ມາ ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ, ຊອກ​ຫາ​ກາ​ລະ​ໂອ​ກາດຮ່ວມ​ມື, ລົງ​ທຶນ. ຫວຽດ​ນາມ ຊົມ​ເຊີຍ ແລະ ພ້ອມ​ແລ້ວທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ນິວຊີ​ແລນ ລົງ​ທຶນ​ເຂົ້າ ຫວຽດ​ນາມ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ປາດ​ຖະ​ໜາວ່າ ສອງ​ຝ່າຍ ຈະຂຸດຄົ້ນ​ສາຍ​ການ​ບີນ​ໂດຍ​ກົງ Auckland (ນິວຊີ​ແລນ) - ນະ​ຄອນ ໂຮ່​ຈີ໋​ມີນຢ່າງ​ມີ​ປະສິດທິ​ຜົນ.
        ​ເມື່ອຕ້ອນ​ຮັບ ທ່ານ Janez Premoze ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສະ​ໂລ​ເວ​ນີ ມາ​ຮັບ​ໜ້າ​ທີ່ຢູ່ ຫວຽດ​ນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະໜູນ​ຊ່ວຍ, ເປັນ​ຂົວ​ຕໍ່ ເພື່ອ​ໃຫ້ ສະ​ໂລ​ເວ​ນີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ, ​ເຊິ່ງ​ແມ່ນຕະຫຼາດ​ທີ່​ມີ​ພົນລະ​ເມືອງ​ເຖິງ 600 ລ້ານ​ຄົນ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ສອງ​ຝ່າຍ​ຍັງ​ມີຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ທີ່ອາດ​ສາ​ມາດຂຸດຄົ້ນ​, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ເສດ​ຖະ​ກິດ - ການ​ຄ້າ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ສະ​ແດງຄວາມປິ​ຕິ​ຊົມ​ຊື່ນ​​ ເພາະສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ປາດ​ຖະ​ໜາ​ວ່າ ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ບັນ​ດາ​ລາຍ​ການ​ຮ່ວມ​ມື​ຢ່າງລະ​ອຽດ​ ເພື່ອ​ຍົກ​ສູງ​ການ​ພົວ​ພັນດ້ານ​ການ​ຄ້າ, ການ​ລົງ​ທຶນ ກວ່າ​ອີກ. ທ່ານ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ໃນ​ອາ​ຍຸ​ການ​ຂອງ​ຕົນ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະປະຕິບັດ​ສຳ​ເລັດ​ໜ້າ​ທີ່​​ເປັນຢ່າງ​ດີ, ປະ​ກອບ​ສ່ວນ​ເຂົ້າ​​ໃນ​ການພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ນຳ​ວົງ​ເງີນ​ການ​ຄ້າ​ສອງ​ຝ່າຍເພີ່ມ​ຂຶ້ນ​ທົບ 3-4 ເທົ່າ ເມື່ອ​ທຽບ​ໃສ່​ປະ​ຈຸ​ບັນ. ຫວຽດ​ນາມ ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ດີ​ທີ່​ສຸດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ໃນ​ນັ້ນ​ມີ ສະ​ໂລ​ເວ​ນີ.
(ແຫຼ່ງຄັດຈາກ VOV)
                                                                                            

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top