• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ນາງພະດຸງຄັນ” ຂອງປະຊາຄົມວິສາຫະກິດສັງຄົມຢູ່ຫວຽດນາມ

ໃນຖານະເປັນຜູ້ທຳອິດທີ່ນໍາເອົາຄໍານິຍາມວິສາຫະກິດສັງຄົມ (ວສ) ມາສູ່ຫວຽດນາມ, ທ່ານນາງ ຟ້າມກ່ຽວແອວງ ຜູ້ລິເລີ່ມກໍ່ຕັ້ງ ທັງເປັນຜູ້ອຳນວຍການສູນຊ່ວຍໜູນ ຫົວຄິດປະດິດສ້າງ ຮັບໃຊ້ ປະຊາຄົມ(Centre Social Initiatives Promotion-CSIP) ຜ່ານມາ ວາລະສານ Forbes ຫວຽດນາມໄດ້ເຊີດຊູວ່າເປັນ 1 ໃນແມ່ຍິງ 20 ຄົນທີ່ຊົງອິດຕິພົນທີສຸດຫວຽດນາມ ຍ້ອນໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການກຳເນີດ ແລະ ພັດທະນາປະຊາຄົມວິສາຫະກິດສັງຄົມຢູ່ຫວຽດນາມ. 
ນັບຕັ້ງແຕ່ເວລາພວມເຮັດວຽກຢູ່ນໍາອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງບໍ່ສັງກັດລັດຖະບານຈຳນວນໜ່ຶງ ຂອງ ຕ່າງປະເທດສິບກວ່າປີກ່ອນ, ທ່ານນາງ ຟ້າມກ່ຽວແອວງ ໄດ້ຮັບຮູ້ເຖິງຄວາມຈຳເປັນຂອງວິສາຫະກິດທີ່ມີຕໍ່ປະຊາຄົມ, ພິເສດ ແມ່ນຕໍ່ບັນດາບັນຫາສັງຄົມຢູ່ຫວຽດນາມເຊັ່ນ: ຊ່ວຍເຫຼືອ ເດັກອະນາຖາ, ປົກປ້ອງແມ່ຍິງຈາກການຄ້າມະນຸດ, ກຸ່ມຄົນເປັນເປົ້າໝາຍທີ່ອ່ອນແອໃນສັງຄົມ, ບັນຫາສິ່ງແວດລ້ອມ ແລະ ອື່ນໆ… ນີ້ແມ່ນບັນດາບັນຫາ ຫາກບໍ່ມີບັນດາອົງການຈັດຕັ້ງສັງຄົມແລ້ວ, ເປັນການຍາກທີ່ລັດຈະສາມາດຊ່ວຍໜູນໄດ້ໝົດທຸກຢ່າງ. ສ່ວນບັນດາວິສາຫະກິດໃນສັງຄົມກໍສາມາດຊ່ວຍໜູນໄດ້ພຽງສ່ວນໜຶ່ງເທົ່ານັ້ນໃນການແກ້ໄຂບັນຫາຕ່າງໆ.

ນັ້ນກໍແມ່ນຊ່ວງເວລານາງແອວງ ພວມປະຕິບັດໂຄງການໜຶ່ງກ່ຽວກັບການຕ້ານສະກັດກັ້ນການຄ້າຂາຍແມ່ຍິງ ແລະ ເດັກນ້ອຍຊຶ່ງສະໜັບສະໜູນໂດຍໝູ່ຂອງນາງເອງເປັນນັກທຸລະກິດຊາວ ໄອແລນ. ນາງໄດ້ແລກປ່ຽນຄໍາຄິດຄໍາເຫັນກັບເພື່ອນຜູ້ນີ້ຫລາຍໆບັນຫາກ່ຽວກັບຫວຽດນາມ, ກ່ຽວກັບຕົວເອງໄດ້ພະຍາຍາມເຮັດຫລາຍສິ່ງຫລາຍຢ່າງໃຫ້ແກ່ຫວຽດນາມ ແຕ່ຮູ້ສຶກວ່າຍັງບໍ່ທັນພຽງພໍເທ່ືອ. ນາງແອວງ ປາດຖະໜາຢາກເຮັດດ້ວຍວິທີອື່ນທີ່ມີປະສິດທິຜົນ ແລະ ຍືນຍົງກວ່າ. 


ທ່ານນາງຟ້າມກ່ຽວແອວງ, ຜູ້ສ້າງຕັ້ງ CSIP ແລະ ໄດ້ຮັບສັນຍານາມວ່າ “ນາງພະດຸງຄັນ” ຂອງປະຊາຄົມວິສາຫະກິດສັງຄົມ (ເດືອນພຶດສະພາ 2016).


ນາງຟ້າມກ່ຽວແອວງ (ຜູ້ທຳອິດຈາກຊ້າຍ) ໃນກອງປະຊຸມສົນ ທະນາພາຍໃຕ້ຫົວຂໍ້ “ງານສຳມະນາ ວິສາຫະກິດສັງຄົມ-ການເຂົ້າຫາກັບ
ຄວາມປະດິດຄິດສ້າງໃຫ້ແກ່ ບັນດາອົງການ ຈັດຕັ້ງສັງຄົມພົນລະເຮືອນຫວຽດນາມ”. 



ນາງຟ້າມກ່ຽວແອວງ(ຜູ້ທຳອິດຈາກຊ້າຍ) ກ່າວປາໄສ ທີ່ເວທີປາໄສລົງທຶນສັງຄົມ 2013. 


ນາງຟ້າມກ່ຽວແອວງ (ຜູ້ທີສອງຈາກຊ້າຍ) ເຂົ້າຮ່ວມງານ ສຳມະນາ “ການເລີ່ມຕົ້ນທຸລະກິດທີ່ກະທັດຮັດສໍາລັບວິສາຫະກິດສັງຄົມ”. 


ນາງຟ້າມກ່ຽວແອວງແລກປ່ຽນກັບ ບັນດາເພື່ອນຮ່ວມງານ ໜຸ່ມຢູ່ທີ່ສູນກ່ຽວກັບ ບົດຮຽນຕ່າງໆໃນການກໍ່ສ້າງເຄືອຂ່າຍ ປະຊາຄົມວິສາຫະກິດສັງຄົມ. 


ນາງຟ້າມກ່ຽວແອວງ(ເບື້ອງຂວາ) ພວມແລກປ່ຽນ ກັບເພື່ອນຮ່ວມງານກ່ຽວກັບເຄືອຂ່າຍປະຊາຄົມວິສາຫະກິດ ສັງຄົມທີ່ CSIP ໄດ້ໃຫ້ການຊ່ວຍໜູນ. 
 
ຮັບຮູ້ໄດ້ສິ່ງທີ່ນາງແອວງຕ້ອງການ, ເພື່ອນນັກທຸລະກິດ ຄົນນີ້ໄດ້ແນະນຳ ໃຫ້ນາງແອວງບັນດາຕົວແບບວິສາຫະກິດ ສັງຄົມ ແລະ ນີ້ແມ່ນຄັ້ງທໍາອິດທີ່ນາງໄດ້ເຂົ້າຫາກ່ຽວກັບຄໍານິຍາມດັ່ງກ່າວ.

ໄດ້ເຫັນກັບຕາຕົວແບບວິສາຫະກິດສັງຄົມຈຳນວນໜຶ່ງຂອງ ໄອແລນ, ນາງແອວງໄດ້ມີຄວາມປະທັບໃຈ ແລະ ຖືກດຶງດູດໃຈ ຈາກແບບວິທີເຮັດທີ່ຍືນຍົງ, ມີປະສິດທິຜົນ, ເປັນເຈົ້າການ ແລະ ມີຄວາມປະດິດສ້າງຂອງບັນດາວິສາຫະກິດສັງຄົມຢູ່ທີ່ນີ້. ໂດຍພື້ນຖານເຂົາເຈົ້າ ສາມາດຈໍາກັດແກ້ໄຂໄດ້ບັນດາຈຸດອ່ອນຂອງ ບັນດາອົງການຈັດຕັ້ງສັງຄົມທີ່ມີໃນຕົວມັນເອງເຊັ່ນ: ຈຳຍອມ, ຄວາມສາມາດໃນການປະດິດສ້າງຈຳກັດ ແລະ ພິເສດບໍ່ມີຄວາມຍືນຍົງ… ຈາກບັນດາ ຕົວແບບດ່ັງກ່າວ, ນາງແອວງ ມີຄວາມເຂົ້າໃຈວ່າ ລະຫວ່າງໂລກແຫ່ງການດຳເນີນທຸລະກິດ ແລະ ສັງຄົມພົນລະເຮືອນແມ່ນມີຕົວແບບໜຶ່ງຢູ່ລະຫວ່າກາງຄື: ຕົວແບບວິສາຫະສິດສັງຄົມ, ໝາຍຄວາມວ່າເຮັດທຸລະກິດ ແຕ່ຊໍ້າພັດຮັບໃຊ້ສັງຄົມ….

ຕາມນາງແອວງໃຫ້ຮູ້ວ່າ, ຕົວຈິງແລ້ວ, ກ່ອນເວລາລາວຈະນຳ ເອົາຄໍານິຍາມ “ວິສາຫະກິດສັງຄົມ” ເຂົ້າມາຫວຽດນາມ, ຢູ່ຫວຽດນາມ ໃນຄາວນັ້ນກໍມີຕົວແບບເຄື່ອນໄຫວ ຄ້າຍໆ ຄືກັນກັບ ວິສາຫະກິດສັງຄົມແລ້ວ ນັ້ນກໍ່ຄືບັນດາຕົວແບບດຳເນີນ ທຸລະກິດແຕ່ຈຸດໝາຍບໍ່ແມ່ນເພື່ອກຳໄລ. ການດຳເນີນທຸລະກິດ ນັ້ນ ເປັນພຽງວິທີການ, ຮູບການເພື່ອຊ່ວຍເຂົາເຈົ້າແກ້ໄຂ ຫຼື ຊ່ວຍໜູນບັນດາບັນຫາ ສັງຄົມເທົ່ານັ້ນ. ດ້ວຍເຫດນັ້ນ, ເມື່ອນາງ ແອວງ ນຳເອົາຄວາມສຳນຶກ “ວິສາຫະກິດສັງຄົມ” ເຂົ້າມາ ຫວຽດດນາມ ເພື່ອຊ່ວຍໃຫ້ບັນດາອົງການຈັດຕັ້ງທີ່ຄົງຕົວຢູ່ນັ້ນກັບຄືນສູ່ຊື່ເອີ້ນທີ່ຖືກຕ້ອງກັບທາດແທ້ຂອງຕົນ, ທັງຊຸກຍູ້ໃຫ້ແກ່ການສ້າງຕັ້ງ ແລະ ພັດທະນາປະຊາຄົມວິສາຫະກິດສັງຄົມ ຢູ່ຫວຽດນາມ ອີກດ້ວຍ.

ມາບັດນີ້, ຄວາມມຸ່ງມາດປາດຖະໜາຂອງນາງ ແອວງ ສ່ວນໃດສ່ວນໜຶ່ງໄດ້ຫັນໃຫ້ເປັນຈິງແລ້ວໃນເມື່ອມາຮອດປັດຈຸບັນຢູ່ຫວຽດນາມໄດ້ມີ 200 ກວ່າວິສາຫະກິດສັງຄົມ ພ້ອມດ້ວຍຫລາຍພັນອົງການຈັດຕັ້ງສັງຄົມຕ່າງໆທີ່ພ້ອມກັນເຄື່ອນໄຫວເພື່ອຈຸດໝາຍສັງຄົມ.

ໃນຊ່ວງເວລາ 5 ປີແຫ່ງການເຄື່ອນໄຫວ, ພ້ອມກັບຄູ່ຮ່ວມມື ແລະ ໝູ່ເພື່ອນເປັນຈຳນວນຫຼວງຫຼາຍ, ສູນຊ່ວຍໜູນຫົວຄິດປະດິດສ້າງ ຮັບໃຊ້ປະຊາຄົມ (CSIP) ໂດຍນາງແອວງເປັນຜູ້ສ້າງຕັ້ງ ໄດ້ຊ່ວຍໜູນ ແລະ ລົງທຶນໃຫ້ແກ່ 52 ວິສາຫະຫິດສັງຄົມ, ສະໜອງ 782 ອາຊີບ, ກໍ່ສ້າງ ແລະ ເຮັດໃຫ້ຜັນປ່ຽນຊີວິດຂອງ 17.220 ຄົນ, ຍົກສູງຄຸນນະພາບຊີວິດການເປັນຢູ່ ໃຫ້ແກ່ 205.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກດ້ວຍບັນດາ ຜະລິດຕະພັນ ແລະ ການບໍລິການສັງຄົມ.

ປັດຈຸບັນ, CSIP ໄດ້ລົງທຶນ 630.548 ໂດລາສະຫະລັດໃຫ້ແກ່ 52 ວິສາຫະກິດສັງຄົມ, ໃນນັ້ນມີ 446.858ໂດລາສະຫະລັດ ແມ່ນທຶນແນວປູກ. ໃນຂະນະນັ້ນບັນດາວິສາຫະກິດສັງຄົມ ກໍລະດົມໄດ້ 2.630.000 ໂດລາສະຫະລັດເປັນທຶນຄົງທີ່ ໂດຍອີງໃສ່ຕົວແບບດຳເນີນທຸລະກິດຂອງເຂົາເຈົ້າ. ສິ່ງດັ່ງກ່າວ ໝາຍຄວາມວ່າແຕ່ລະ 1 ໂດລາສະຫະລັດທີ່ CSIP ລົງທຶນ, ໄລ່ສະເລ່ຍບັນດາວິສາຫະກິດສັງຄົມສ້າງອອກໄດ້ 4 ໂດລາສະຫະລັດ.


ນາງຟ້າມກ່ຽວແອວງ ໃນການພົບປະສັງສັນກັບຫົວຂໍ້ “CSIP ແລະ ເພື່ອນມິດ” ກັບບັນດາເພື່ອນຮ່ວມງານ ແລະ ນັກອາສາສະໝັກ. 


ນາງຟ້າມກ່ຽວແອວງ (ຜູ້ທີສອງຈາກຊ້າຍ) ໄດ້ຮັບລາງວັນ ນັກທຸລະກິດຍິງທີ່ມີການປະກອບສ່ວນໃຫ້ແກ່ປະຊາຄົມ
ໂດຍ ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ VCCI ເປັນຜູ້ມອບ. 


                                         ນາງຟ້າມກ່ຽວແອວງຕາງໜ້າໃຫ້ແກ່ CSIP ຮັບລາງວັນ NGO ຫວຽດນາມ 2014. 
 
ມາຮອດປັດຈຸບັນ, ຄຽງຄູ່ກັບບັນດາວິສາຫະກິດສັງຄົມ ໂດຍ ບັນດານັກທຸລະກິດຊອກເຫັນໄດ້ ວິທີດຳເນີນທຸລະກິດທີ່ສາມາດປະຕິບັດໄດ້ຕົວຈິງ ເພື່ອແກ້ໄຂບັນດາບັນຫາສັງຄົມ, CSIP ໄດ້ຂະຫຍາຍກວ້າງເປົ້າໝາຍຊ່ວຍໜູນອື່ນອີກ ຊຶ່ງລວມມີບັນດາ ອົງການຈັດຕັ້ງ ບໍ່ຂຶ້ສັງກັດລັດຖະບານ NGO (Non-Governmental Organizations) ແລະ ກຸ່ມບັນດາອົງການ ຈັດຕັ້ງສັງຄົມ ພົນລະເຮືອນ CSO (civil society organizations) ເພື່ອ ພັດທະນາສາຂາດຳເນີນທຸລະກິດສັງຄົມ ດ້ວຍຈຸດໝາຍໝັ້ນຄົງ ແນໃສ່ສືບຕໍ່ເດີນຕາມພາລະກໍາ ໂດຍຜ່ານບັນດາຫົວຄິດປະດິດສ້າງດຳເນີນທຸລະກິດ ແລະ ຄວາມໝັ້ນຄົງດ້ານການເງິນດ້ວຍຕົນເອງ. ວິສາຫະກິດ ດຳເນີນ ທຸລະກິດເພື່ອກຳໄລ, ເຄື່ອນໄຫວທຸລະກິດ ຕິດພັນກັບການ ສ້າງຜົນປະໂຫຍດ ໃຫ້ແກ່ກຸ່ມເປົ້າໝາຍອ່ອນແອ ແລະ ຄົນທຸກຍາກ(Inclusive business) ໂດຍຜ່ານການສ້າງ ວຽກເຮັດງານທຳ, ສະໜອງຜະລິດຕະພັນບໍລິການໃຫ້ແກ່ກຸ່ມເປົ້າໝາຍອ່ອນແອ, ແກ້ໄຂບັນດາຂໍ້ລົ້ມເຫຼວຂອງຕະຫຼາດ ແລະ ບັນດາວິສາຫະກິດສັງຄົມຂອງປະຊາຄົມ ໂດຍປະຊາຊົນ ຜູ້ທຸກຍາກຢູ່ທ້ອງຖິ່ນເປັນຜູ້ກໍ່ສ້າງ ແນໃສ່ຕອບສະໜອງ ບັນດາ ຄວາມຮຽກຮ້ອງຕ້ອງການຢູ່ທ້ອງຖິ່ນ ຫຼື ພັດທະນາຜະລິດຕະພັນ ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີຄຸນຄ່າສູງກວ່າ, ປະກອບສ່ວນ ປົວແປງຄ່າຄອງຊີບ ແລະ ພັດທະນາຢ່າງຍືນຍົງຢູ່ທ້ອງຖິ່ນ.

ນອກຈາກບົດບາດສະໜັບສະໜູນບັນດາວິສາຫະກິດສັງຄົມແລ້ວ,ນາງຟ້າມກ່ຽວແອວງຍັງໄດ້ເຂົ້າຮ່ວມການຂົນຂວາຍດ້ານນະໂຍບາຍເພື່ອນຳເອົາວິສາຫະກິດສັງຄົມເຂົ້າໃນກົດໝາຍໂດຍສະເພາະແມ່ນກົດໝາຍວ່າດ້ວຍວິສາຫະກິດສະບັບດັດແປງປີ 2014 ທີ່ສາມາດກໍານົດວິສາຫະກິດສັງຄົມເຂົ້າໃນກົດໝາຍ. ປະຈຸບັນ, ນອກຈາກບົດບາດເປັນຜູ້ຄຸ້ມຄອງບໍລິຫານ CSIP, ນາງແອວງ ຍັງເປັນຜູ້ຮ່ວມກໍ່ຕັ້ງເຄືອຂ່າຍວິສາຫະກິດສັງຄົມ ຂອງອາຊີ, ເປັນສະມາຊິກຂອງສະມາພັນສົງເຄາະອາຊີ ແລະ ເປັນຜູ້ກໍ່ຕັ້ງ ສະໂມສອນວິສາຫະກິດສັງຄົມຫວຽດນາມອີກດ້ວຍ.
ບົດ: ຖາວວີ - ພາບ: ເຈີ່ນແທງຢາງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top