• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນາງຄູ ອົດສຕາລີ ແລະ ຫ້ອງຮຽນພາສາໃຫ້ເດັກພິການ ຫວຽດ

ຄັ້ງໜຶ່ງ ເນື່ອງໃນໂອກາດມາທ່ອງທ່ຽວ ຫວຽດນາມ, ນາງ Jodie Patterson (ຄົນ ອົດສຕາລີ) ຮູ້ຈັກຫ້ອງຮຽນພິເສດ ໃຫ້ແກ່ເດັກ ນ້ອຍພິການ, ຕາບອດ, ປັນຍາອ່ອນ ທີ່ມີສະພາບແວດລ້ອມຫຍຸ້ງຍາກແຕກຕ່າງກັນ ກຳລັງຊ້ອມການເຂົ້າຫາກັນທີ່ສະໂມ ສອນພອນສະຫວັນກາຍະບໍລິຫານ ກິລາ (ເຂດ 3, ນະຄອນ ໂຮຈີມິນ) ຈາກເພື່ອນຂອງລາວ. ລາວໄດ້ນຳສະເໝີເຈດຈຳນົງ ຢາກຊ່ວຍເຫຼືອພວກນ້ອງໃນການຮຽນພາສາອັງກິດ ແລະ ກໍ່ໄດ້ໄກ້ຊິດສະໜິດຕິດພັນກັບຫ້ອງຮຽນແຫ່ງນີ້ມາໄດ້ປີກວ່າແລ້ວ.
ໃນຕອນເຊົ້າວັນພະຫັດຂອງທຸກອາທິດ, ນາງ Jodie Patterson ພ້ອມກັບເພື່ອນຂອງຕົນໄດ້ມາສະໂມສອນພອນສະຫວັນ ກາຍະບໍລິຫານກິລາ ເພື່ອສອນພາສາອັງກິດໃຫ້ແກ່ເດັກ​ພິ​ການ​ໂດຍ ບໍ່ ໄດ້​ຄິດ​ຄ່າ​ໃຊ້​ຈ່າຍ.
 
ນາງ Jodie Patterson ໃຫ້ຮູ້ວ່າ: “ຂ້າພະເຈົ້າກໍ່ມີນ້ອງສາວຄົນ ໜຶ່ງເປັນຄົນພິການ, ບໍ່ສາມາດເວົ້າ ແລະ ຍ່າງໄປເອງໄດ້, ສະນັ້ນ ຂ້າພະເຈົ້າເຂົ້າໃຈ ແລະ ເຫັນໃຈກັ​ບພວກນ້ອງໃນຫ້ອງຮຽນ ແຫ່ງນີ້, ເພາະສະນັ້ນ ຂ້າພະເຈົ້າມີ​ຄວາມ​ມຸ່ງ​ຫວັງຢາກຊ່ວຍເຫຼືອ ໃຫ້ເຂົາເຈົ້າ​ຮຽນຮູ້​​ນຳ​ໃຊ້ຄວາມສາມາດຂອງຕົນ”.
 
​ໃນຫ້ອງຮຽນ, ນາງ Jodie ສອນໃຫ້ພວກນ້ອງຝຶກ​ຄວາມ​ສາ​ມາດ​ໃນ​ການເວົ້າພາສາອັງກິດ ຜ່ານບັນດາບົດຮຽນ ທີ່ງ່າຍດາຍ ແລະ ຕິດ​ພັນ​ກັບຊີວິດປະຈຳວັນ. ນາງ Jodie ໃຫ້ຮູ້ວ່າ ການສອນຕ້ອງ ຊ້າທີ່​ສຸດ ແລະ ເຂົ້າໃຈງ່າຍ, ວິທີການສອນຕ້ອງເໝາະສົມເພື່ອ ໃຫ້ເຂົາ​ເຈົ້າ​ເຂົ້າ​ໃຈໄດ້ງ່າຍ. 


ນາງ Jodie Patterson, ອາສາສະໝັກສອນພາສາອັງກິດໃຫ້
ເດັກພິການຢູ່ສະໂມສອນພອນສະຫວັນກາຍະບໍລິຫານກິລາ.



ນາງ Jodie ສ້າງຄວາມຟົດຟື້ນ ແລະ ຄວາມມັກຮັກກັບ
ການຮຽນພາສາອັງກິດໃຫ້ແກ່ເດັກພິການ.



ສຳລັບຫ້ອງຮຽນພິເສດແຫ່ງນີ້, ນາງ Jodie ຍັງ ນຳ ໃຊ້ ເຄື່ອງມື,
ຮູບພາບອະທິບາຍເພື່ອໃຫ້ພວກນ້ອງນ້ອຍເຂົ້າໃຈ
ໄດ້ງ່າຍ.



ນາງ Jodie ຕ້ອນຮັບນັກຮຽນພິເສດຂອງຕົນຄືພີ່ນ້ອງໃນຄອບຄົວດຽວກັນ.


ນາງ Jodie ແລະ ຫ້ອງຮຽນພິເສດສຳລັບນ້ອງນ້ອຍພິການ. 


ນາງ Jodie ແນະນຳວິທີນຳໃຊ້ເຄື່ອງມືອ່ານຕົວໜັງ ສື ນູນໃຫ້ ແກ່ນັກຮຽນ.


ນາງ Jodie ນຳໃຊ້ເຄື່ອງມືທີ່ຕົນເອງມີເພື່ອຮັບໃຊ້ໃຫ້ການສອນ
ພາສາອັງກິດໃຫ້ພວກນ້ອງຮຽນຢ່າງມີປະສິດທິຜົນ​ສູງສຸດ.



ຊົ່ວໂມງຮຽນດົນຕີ ຂອງນາງຄູຕ່າງປະເທດ ແລະ ນັກຮຽນ ຫວຽດ.


ບັນດານ້ອງນ້ອຍໃນຫ້ອງຮຽນ ເຂົ້າຮ່ວມການຮຳ່ຮຽນ ຢ່າງຕັ້ງໜ້າ. 


ນັກຮຽນກຳລັງແນະນຳປື້ມຮຽນພາສາອັງກິດດ້ວຍຮູບ ພາບທີ່ອາຈານມອບໃຫ້.


ນາງ Jodie ກັບ​ວິທີການສອນແບບຊ້າໆ ແລະ ເຂົ້າໃຈງ່າຍ
ເພື່ອໃຫ້ນັກຮຽນເຂົ້າ​ໃຈໄດ້ງ່າຍ.



ນັກຮຽນ ນັບ​ມື້ມ​ີ​ຄວາມ​ກ້າ​ຫານ​ໃນ​ການສົນ​ທະ​ນາ ເປັນພາສາອັງກິດ.


ຊົ່ວໂມງສອນຂອງນາງ Jodie ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຈູບຈ້າວຫ້າວຫັນ. 


ຄວາມມ່ວນ​ຊື່ນຂອງບັນດາຄູອາຈານອາສາສະໝັກ ເມື່ອມາ ຫ້ອງຮຽນພິເສດແຫ່ງນີ້. 
ຮ່ວມທີມ​ງານໃນຫ້ອງຮຽນແຫ່ງນີ້ ຍັງມີເພື່ອນຂອງນາງຄູ Jodie ຫຼາຍຄົນຄື: ຜົວເມຍອາຈານ Jean Marc ມາແຕ່ ຝລັ່ງ, ນາງ Amber (ອາເມລິກາ), ທ່ານ Alan Murray (ອັງກິດ), ອາຈານ ຟຸກເຊີນ, ນາງຄູ ແທງລອນ (ຫວຽດນາມ). ​ທຸກ​ຄົນລ້ວນ​ແຕ່​ມີ​ຄວາມ​ມຸ່ງ​ຫັວງ​ຢາກ​ຊ່ວຍ​ເດັກ​ພິ​ການ​ໃນ​ການ​ຮ່ຳ​ຮຽນ, ມ່ວນ​ຊື່ນຂຶ້ນກັບສະພາບ​ແວດ​ລ້ອມ ແລະ ວຽກງານຂອງແຕ່ລະຄົນ. ສະ​ມາ​ຊິກ​ໃນ​ທີມ​ງານແບ່ງ​ປັນ​ເວ​ລາ​ກັນ​ມາ​ຫ້ອງ​ຮຽນ​ຮຽນ, ມ່ວນ​ຊື່ນ ນຳ​ພວກ​ນ້ອງ​ນັກ​ຮຽນ
 
ບັນດາເອກະສານພິ​ເສດສອນພາສາອັງກິດ, ເຄື່ອງມື, ເຄື່ອງຈັກ ຊ່ວຍໃນການຟັງ, ການເບິ່ງຂອງຄົນຫູໜວກ, ຕາບອດ ທີ່ບັນດາ ຄູອາຈານ​ປະ​ກອບ​ສ່ວນ​ຊ່ວຍ​ໄດ້ນຳໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່ສຸດໃນຊົ່ວໂມງຮຽນເພື່ອ​ເຮັດໃຫ້ພວກນ້ອງຮັບ ຮູ້ບົດຮຽນໄດ້ ດີທີ່ສຸດ. ຊົ່ວໂມງ ຮຽນຮ້ອງເພງ, ຮຽນດົນຕີ, ຮຽນແຕ້ມຮູບ...ໃນ​ຫ້ອງ​ຮຽນ​ຍາມ​ໃດ​ກໍ່​ມີບັນຍາກາດທີ່ຟົດຟື້ນ ແລະ ເຕັມໄປດ້ວຍ ຄວາມເບີກບານມ່ວນຊື່ນ.
 
ການ​ກັບເມືອປະເທດ ອາເມລິກາ​ແຕ່​ລະ​ຄັ້ງ​ທ່ານນາງ Amber ໄດ້ເຫຼົ່າສູ່ໃຫ້ ໝູ່ເພື່ອນຂອງຕົນຟັງກ່ຽວກັບຫ້ອງຮຽນພິ ເສດຂອງ ຕົນຢູ່ ຫວຽດນາມ. ເມື່ອກັບຄືນມາ , ໝູ່ເພື່ອນຂອງ ນາງ Amber ກໍ່ໄດ້ປະກອບສ່ວນ​ຊ່ວຍ​ຊື້ປື້ມ, ຊື້​ອຸ​ປະ​ກອນ​ການ​ຮຽນ ເພື່ອ ຊ່ວຍນາງມີ​ເຄື່ອງ​ອຸ​ປະ​ກອນ​ການ​ສອນ​​ພຽງ​ພໍ​ເພື່ອ​ຊ່ວຍພວກ​ເດັກ​ນ້ອຍຮຳ່ຮຽນ.
 
ເມື່ອເຫັນພວກນ້ອງນັກ​ຮຽນ​ນັບ​ມື້​ມີ​ຄວາມ​ກ້າ​ຫານ​ໃນ​ການ​ສົນ​ທະ​ນາ​ກັນ​ເປັນພາສາ ອັງກິດ, ຮູ້ຊ່ວຍເຫຼືອ​ກັນ, ເປັນ​ຫວ່າງ​ເປັນ​ໄຍ ເຊິ່ງກັນ ແລະ ກັນ, ນັ້ນຄືຄວາມສຸກ, ຂອງບັນດາຄູອາຈານ ຢູ່ທີ່ນີ້. ໃນນັ້ນ, ນ້ອງນາງ ບິກຕວ່ຽນ, ທ້າວ ມາກດັງມຶ່ງ, ນາງ ບິກລຽນ, ທ້າວ ດັງຫາຍ... ແມ່ນຈຳ​ນວນ ນັກຮຽນມີຄວາມກ້າວ​ຫນ້າ​ໄວ​ທີ່​ສຸດ.
 
ທ່ານ ຫງວຽນຖ້ຽນຈີ (ເຂດ 11, ນະຄອນ ໂຮ່ຈີມິນ), ພໍ່ຂອງນາງ ຫງວຽນບິກລຽນ ໃຫ້ຮູ້ວ່າ: “ມາເຂົ້າ​ຮຽນ​ຢູ່​ທີ່ນີ້, ຂ້າພະເຈົ້າເຫັນ ວ່າລູກສາວຂອງຕົນນັບມື້ນັບ​ມີ​ຄວາມ​ກ້າ​ຫານ,ເຊື່ອ​ໝັ້ນ​ຕົນ​ເອງ​ໃນ​ເວ​ລາ​ສົນ​ທະ​ນາ​ ກັບຄົນຕ່າງປະເທດ. ຂ້້າພະເຈົ້າຮູ້ບຸນຄຸນ ບັນດາຄູອາຈານອາສາສະໝັກ ​ທີ່ມີຈິງ​ອົກ​ຈິງ​ໃຈ, ມ່ວນ​ຊື່ນ ແລະ ​ໝົດ​ຈິດ​ໝົດ​ໃຈ​ກັບພວກນ້ອງເດັກພິ​ການ”.
 
ສຳລັບນາງ Jodie, ຍາມໃດນາງກໍ່​ມີຮູ້ສຶກມີຄວາມສຸກ ແລະ ປະທັບໃຈເມື່ອ​ມາຫ້ອງຮຽນ​ແຕ່​ລະ​ຄັ້ງ, ແລະ ກໍ່​ໄດ້ຮຽນ​ຮູ້ຫຼາຍ ສິ່ງຫຼາຍຢ່າງຈາກ​ພວກ​ນ້ອງນັກຮຽນຂອງຕົນ. ສະນັ້ນ ນາງຈຶ່ງ​​​ປາດ​ຖະ​ໜາໄດ້ຕິດພັນກັບຫ້ອງຮຽນ ແຫ່ງນີ້ໄປ​ດົນໆ​ເພື່ອຊ່ວຍ ເຫຼືອ ພວກນ້ອງ ແລະ ປາດ​ຖະ​ຫນາໄດ້ເຫັນເຂົາເຈົ້າເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເຫນືອ​ດັ່ງ​ຄົນ​ປົກ​ກະ​ຕິ, ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ບົດ: ເຊີນເງ້ຍ - ພາບ: ທົງຫາຍ
 
 

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top