• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ນັກອາສາສະໝັກ JICA ຮ່ວມເດີນທາງກັບຫວຽດນາມ

20 ກວ່າປີຜ່ານມາ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ໄດ້ແຕ່ງຕັ້ງ ນັກອາສາສະໝັກຊາວຍີ່ປຸ່ນຫລາຍກວ່າ 500 ຄົນ ຊຶ່ງເປັນຜູ້ປາດຖະໜາຢາກມາເສີມຂະຫຍາຍປະສົບການ ແລະ ເຕັກນິກຂອງຕົນ ປະກອບສ່ວນ ໃຫ້ແກ່ການພັດທະນາ ປະເທດ ຫວຽດນາມ. ໃນຈໍາ ນວນນັ້ນພົ້ນເດັ່ນກວ່າໝູ່ແມ່ນນາງ Niizeki Mihoko ແລະ ທ່ານ Nakamura Nasaya ເປັນຊາວ ຍີ່ປຸ່ນທີ່ພວມຕັ້ງໜ້າເອົາໃຈໃສ່ ປະກອບສ່ວນເວລາ, ເຫື່ອແຮງຂອງຕົນເຂົ້າໃນການໂຄສະນາ ເຜີຍແຜ່ ວັດທະນະທຳ, ທ່ອງທ່ຽວ ແລະ ເບິ່ງແຍງດູແລສຸຂະພາບ ຊຸມຊົນຢູ່ຫວຽດນາມໃນຊຸມປີມໍ່ໆມານີ້. 
ຕາມການແນະນຳຂອງອົງການ JICA, ພວກຂ້າພະເຈົ້າມາພົບກັບ ທ່ານ​ນາງ Niizeki Mihoko, ນັກອາສາສະໝັກຍີ່ປຸ່ນເຮັດວຽກຢູ່ ທີ່ຫໍພິພິດທະພັນແມ່ຍິງຫວຽດນາມ. ພວກຂ້າພະເຈົ້າຕົກ​ຕະລຶງ ພໍ ສົມຄວນເມື່ອເຫັນວ່າ ຜູ້ຍິງສາວຊາວຍີ່ປຸ່ນຜູ​້ໜຶ່ງ ສາມາດແນະນຳ ກ່ຽວກັບບັນດາວັດຖຸພັນທີ່ມີລັກສະນະເປັນເອກະລັກຂອງຫວຽດ ນາມ ໃຫ້ແກ່ນັກທ່ອງທ່ຽວຢ່າງເຖິງກົກເຖິງປາຍຄືແນວນັ້ນ.

ນາງ Niizeki Mihoko ໃຫ້ຮູ້ວ່າ, ແຕ່ຄາວຍັງ​ເດັກ ຕົນ​ເອງ​ເປັນ​ຜູ້​ໜຶ່ງ​ທີ່​ມັກ​ກ່ຽວ​ກັບວຽກງານເປັນນັກອາສາສະໝັກ ແລະ ປາດຖະໜາ ຢາກແບ່ງປັນບົດຮຽນກໍຄືວິຊາຄວາມຮູ້ຂອງຕົນໃຫ້ແກ່ຜູ້ອື່ນ. ເມື່ອ ເຫັນ ເທິງໜ້າເວັບໄຊຂອງ JICA ລົງຂ່າວກ່ຽວກັບລາຍການ ແຕ່ງ ຕັ້ງ ນັກອາສາສະໝັກຮ່ວມມື ນອກ ປະເທດຍີ່ປຸ່ນ, ນາງໄດ້ຍື່ນ​ສໍາ ນວນເອກະສານ ແລະ ​ໄດ້ຖືກ​ຮັບ​ເອົາ. ນາງ Niizeki Mihoko ໄດ້ເຂົ້າຮ່ວມຊຸດຝຶກອົບຮົມ ພາສາຫວຽດນາມ ​ແລະ ​ເຕັກນິກ ຄວາມ​ອາດສາມາດ​ໃນ​ການ​ເຮັດ​ວຽກ ​ເປັນ​ເວລາ 70 ວັນຢູ່ທີ່ຍີ່ປຸ່ນ ກ່ອນທີ່ຈະມາເຮັດ​ວຽກ​ຢູ່ຫວຽດນາມເມື່ອປີ 2014.

ນາງ  Niizeki Mihoko ເປັນນັກອາສາສະໝັກຂອງ JICA ເຮັດວຽກຢູ່ທີ່ຫໍພິພິດທະພັນແມ່ຍິງຫວຽດນາມ. 


ວຽກງານຂອງ ນາງ  Niizeki Mihoko ແມ່ນຊ່ວຍເຫຼືອ ທາງຫໍພິພິດທະພັນແມ່ຍິງຫວຽດນາມ ກ່ຽວ​ກັບ​ວຽກ​ສັບ​ຊ້ອນ,
ແປເອກະສານຈາກພາສາຫວຽດນາມເປັນພາສາຍີ່ປຸ່ນ. 



ນອກຈາກວຽກງານຕົ້ນຕໍແມ່ນຊ່ວຍໜູນດ້ານການແປພາສາ, ສ້າງ ເວັບໄຊດ້ວຍພາສາຍີ່ປຸ່ນແລ້ວ,
ເມື່ອມີເວລາຫວ່າງນາງກໍຍັງ ເຮັດວຽກເປັນຜູ້ນຳທ່ຽວທີ່ຫໍພິພິດທະພັນແມ່ຍິງອີກດ້ວຍ. 



ທ່ານ Nakamura Masaya, ນັກອາສາສະໝັກ JICA ພ້ອມກັບເພື່ອນຮ່ວມງານຫວຽດນາມເບິ່ງແຍງດູແລເດັກນ້ອຍ
ໃນຊົ່ວໂມງຮຽນ ຢູ່ກາງແຈ້ງ ທີ່ສູນຟື້ນຟູໜ້າ​ທີ່​ການ ເດັກພິການຖຸ້ຍອານ. 



ທ່ານ Nakamura Masaya  ບົວລະບັດເບິ່ງແຍງດູແລ ເດັກພິການທີ່ຫວຽດນາມ. 


ວຽກງານຕົ້ນຕໍຂອງທ່ານ Nakamura Masaya ແມ່ນຊ່ວຍເຫຼືອ ທາງສູນໃນການບົວລະບັດ ເບິ່ງແຍງ ລ້ຽງດູ
ແລະ ຟື້ນຟູໜ້າ​ທີ່​ການໃຫ້ແກ່ ເດັກພິການ. 



ຊົ່ວໂມງ ຟື້ນຟູໜ້າ​ທີ່​ການໃຫ້ແກ່ເດັກພິການທີ່ສູນຟື້ນຟູໜ້າ​ທີ່​ການເດັກພິການຖຸ້ຍອານ. 


ຕາມທ່ານ Nakamura Masaya ແລ້ວ, ບັນດາປະສົບການ ໃນຊ່ວງເວລາເຮັດວຽກທີ່ຍີ່ປຸ່ນ ໄດ້ຊ່ວຍໃຫ້ລາວ
ໃນການເຮັດວຽກ ທີ່ສູນຖຸ້ຍອານຢ່າງຫຼວງຫຼາຍ. 



ນອກຈາກການບົວລະບັດເບິ່ງແຍງດູແລ​ໂດຍ​ກົງເດັກພິການແລ້ວ, ທ່ານ Nakamura Masaya ກໍຍັງນຳ​ເອົາຄວາມຮູ້,
ບົດຮຽນ ຕ່າງໆ ທີ່ຕົນເອງໄດ້ຮຳ່ຮຽນກ່ຽວກັບຂົງເຂດນີ້ ມາເຜີຍແຜ່ແບ່ງປັນ​ ໃຫ້ແກ່ເພື່ອນຮ່ວມງານຊາວຫວຽດນາມອີກດ້ວຍ.



ທ່ານ Nakamura Masaya ແລະ ບັນດາພະນັກງານສູນ ຖຸ້ຍອານ​ເອົາ​ໃຈ​ໃສ່ດູແລເດັກໃນແຕ່ລະຄາບເຂົ້າ. 


ນັກອາສາສະໝັກຍີ່ປຸ່ນຊ່ວຍ​ເບິ່ງ​ແຍງລ້ຽງດູເດັກທີ່ສູນຖຸ້ຍອານ. 

ໜ້າ​ວຽກ​ຕົ້ນຕໍ​ ຂອງ Niizeki Mihoko ຢູ່ຫວຽດນາມ​ແມ່ນ​​ເປັນ​ຜູ້ແນະນຳ​​ໃຫ້ແຂກຄົນທີ່ມາຢ້ຽມຢາມ​ຫໍພິພິດທະພັນ​ແມ່ຍິງ ​ແລະ ​ແປ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ວັດຖຸ​ພັນ, ປຶ້ມ ໜັງສືພິມ​ຕ່າງ​ໆ… ຈາກ​ພາສາ​ຫວຽດນາມ​ເປັນ​ພາສາ​ຍີ່ປຸ່ນ. ປະຈຸ​ບັນ Mihoko ​ແລະ          ເ​ພື່ອນຮ່ວມ​ງານ​ກຳລັງ​ສ້າງ​ເວັບ​ໄຊ​ຫໍພິພິດທະພັນ​ແມ່ຍິງຫວຽດນາມ​ດ້ວຍພາສາ​ຍີ່ປຸ່ນ ​ເ​ພື່ອນຳ​ເອົາຂໍ້​ມູນ​ຂ່າວສານ​ກ່ຽວ​ກັບຫວຽດນາມ​​​ໄປ​ສູ່​ຍີ່ປຸ່ນ​​ໃຫ້ຫຼາຍຂຶ້ນ​ຕື່ມ​ອີກ. ນາງ ​ໄດ້​ແບ່ງປັນ​ ຄວາມ​ຮູ້ສຶກກັບ​ພວກ​ຂ້າພະ​ເຈົ້າດ້ວຍ​ຄວາມ​ມ່ວນ​ຊື່ນ​ວ່າ: “​ເມື່ອ​ຂ້າ​ພະ​ເຈົ້າພົບ​ກັບ​ບັນດາ​ນັກ​ທ່ອງ​ທ່ຽວ​ຊາວ​ຍີ່ປຸ່ນ​ ເມື່ອ​ໃດເຂົາ​ເຈົ້າມັກ​ຈະລົມ​ກັບ​ຂ້າພ​ະ​ເຈົ້າ ວ່າ ຫວຽດນາມ​ເປັນ​ປະ​ເທດທີ່ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ ​ແລະ ຢາກ​ຊອກ​ຮູ້ຂໍ້​ມູນຂ່າວສານ​ ກ່ຽວກັບຫວຽດນາມຫຼາຍໆ​ຕື່ມອີກ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ວ່າ​ ວຽກ​ທີ່​ຕົນ​ພວມ​ເຮັດ​ຢູ່​ໃນ​ປະຈຸ​ບັນ​ແມ່ນມີຄຸນປະ​ໂຫຍ​ດຫຼາຍພໍ​ສົມຄວນ​ໃນ​ການ​ປະກອບ​ສວນ​ຊ່ວຍ​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ​ຫວຽດນາມ​​ໄປ​ຍັງປະ​ເທດ​ຍີ່ປຸ່ນ”.

ພວກ​ຂ້າພະ​ເຈົ້າ​ໄດ້​​ໄປສູນຟື້ນ​ຟູ​ໜ້າ​ທີ່​ການ ເດັກ​ພິການ​ຖຸ້ຍອານ, ​ເມືອງ​ບາ​ວີ່, ຮ່າ​ໂນ້ຍ ​ເພື່ອ​ພົບ​ກັບ​ທ່ານ Nakamura Nasaya, ຜູ້​ທີ່ ພວມ​ເຮັດ​ວຽກ​ເປັນ​ນັກ​ອາສາ​ສະໝັກ​ພິ​ເສດ. ວຽກ​ງານ​ປະຈຳ​ວັນ​ຂອງ​ທ່ານ​ແມ່ນ​ຊ່ວຍ​ບັນດາ​ນາຍຄູ​​ຂອງ​ສູນ​ໃນ​ການ​​ເບິ່ງ​ແຍງ​, ລ້ຽງ​ດູ, ດັດ​ແປງ​ຮູບຊົງ, ຟື້ນ​ຟູ​ໜ້າ​ທີ່​ການ, ສຶກສາ ​ແລະ ຊ່ວຍ​​ແນະ​ນໍາ​ທິດ​ໃນ​ການ​ຮຽນ​ວິຊາ​ຊີບ​ໃຫ້​ແກ່​ເດັກ​ພິການຢູ່​ບັນດາ​ແຂວງ, ນະຄອນ​ທາງພາກ​ເໜືອ​ຫວຽດນາມ. ​ຕາມ​ທີ່​ຮູ້, ກ່ອນ​ທີ່ຈະ​ມາ​ຫວຽດນາມ, Nakamura Nasaya ​ເຄີຍ​ເປັນ​ຄູ​ສອນຮັບ​ຜິດ​ຊອບ​ນັກຮຽນພິການ ດ້ານ​ຈິດ​ປັນຍາ, ສະກົດ​ຈິດ​ຕົນ​ເອງ ​ແລະ  ​ສັບສົນດ້ານ​ການ​ປະພຶດ​ຂອງ​ໂຮງຮຽນ​ສຶກສາ​ພິ​ເສດ​ Yawata ຢູ່​ໂຕກຽວ.
 
ເພາະສະ​ນັ້ນ, ດ້ວຍບົດຮຽນ ປະສົບ​ການ​ຂອງ​ຕົນ, ທ່ານ​ໄດ້​ນຳ​ໃຊ້​ວິທີ​ວິ​ເຄາະ​ການ​ກະທຳ​ໝູນ​ໃຊ້, ບັນດາ​ຮູບ​ພາບ, ທັງສິດສອນ​ໃຫ້​ແກ່​ພວກ​ນ້ອງໆ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກດ້ານ​ພາສາ ສາມາດ​ເຂົາ​ໃຈ​ໄດ້​ຢ່າງ​ງ່າຍ​ດາຍ.
 
ທ່ານ Nakamura Nasaya ​ໄດ້​ໄຂຄວາມໃນໃຈອອກມາ​ວ່າ: “ຂ້າພ​ະ​ເຈົ້າຫວັງ​ວ່າ ດ້ວຍກຳລັງວັງຊາ​ອັນ​ນ້ອຍໜິດ​ຂອງ​ຕົນ ຈະ​ສາມາດ​ຊ່ວຍສ​້າງຄຸນ​ປະ​ໂຫຍດໃຫ້ແກ່ພວກນ້ອງນ້ອຍ ແລະ ຊ່ວຍໃຫ້ບັນດາຄູອາຈານຫວຽດນາມຍົກສູງລະດັບຄວາມສາມາດ ຂອງຕົນ ເພື່ອສາມາດແນະນຳໃຫ້ແກ່ນັກຮຽນຢ່າງມີປະສິດທິຜົນ. 

 

(ທ່ານ Mutsuya Mori, ຫົວໜ້າຜູ້ຕາງໜ້າ JICA ປະຈຳ ຫວຽດນາມ)
“ໂຄງການແຕ່ງຕັ້ງຜູ້ອາສາສະໝັກຮ່ວມມືນອກປະເທດ ຍີ່ປຸ່ນ ໄດ້ເລີ່ມຕົ້ນປະຕິບັດຢູ່ຫວຽດນາມໃນປີ 1995. ເມື່ອ ​ໃນເບື້ອງຕົ້ນ ການປະກອບສ່ວນ ຂອງບັນດານັກ ອາສາສະໝັກ ໃນຂົງເຂດການ ສຶກສາ ໄດ້ຖືກຍອມຮັບ ແລະ ຕີລາຄາສູງ, ໂຄງການດັ່ງກ່າວ ຈຶ່ງໄດ້ຂະຫຍາຍກວ້າງອອກໄປສູ່ຂົງ ເຂດອື່ນໆອີກເຊັ່ນ: ສາທາລະນະສຸກ, ພັດທະນາທ້ອງຖິ່ນ, ສຶກສາ, ຊ່ວຍໜູນ ອຸດສາຫະກຳສໍາຮອງ​”.
 
ບົດ: ເງີນຮ່າ - ພາບ: ຫວຽດເກື່ອງ

 

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top