• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກສິລະປິນດີເດັ່ນ ແຖກຊຸງ - ຜູ້ຮັກສາຊີວິດສິລະປະ ລະຄອນລຳ ຢູ່ເກ ຊົນເຜົ່າຂະແມ

ຕໍ່ທ່ານຜູ້ຊົມເຜົ່າຂະແມຢູ່ພາກໃຕ້ຫວຽດນາມ, ນັກສິລະປິນດີເດັ່ນ ແຖກຊຸງ ໄດ້ເປັນທີ່ຄຸ້ນເຄີຍ ຍ້ອນໄດ້ສະແດງຫຼາຍຕົວລະຄອນ ທີ່ ສ້າງຄວາມປະທັບໃຈ ແລະ ປະດິດສ້າງຫຼາຍລາຍການລະຄອນລຳ ຢູ່ເກ (ຢູ່ເກແມ່ນປະເພດ ລະຄອນຂັບລຳມູນເຊື້ອ ຂອງຊາວເຜົ່າ ຂະແມ ທີ່ແຂວງຕ່າງໆຢູ່ທາງ ພາກຕາເວັນຕົກ ຂອງຫວຽດນາມເຊັ່ນ: ຊ໋ອກຈັງ, ກ່າເມົາ, ອານຢາງ ແລະ ຈ່າວິງ) ໂດຍທ່ານເອງ. ບັນດາເນື້ອຮ້ອງທຳນອງເພງ ທັງຫວານຊື່ນ, ທັງເຂັ້ມແຂງ ພ້ອມກັບ ຄວາມສາມາດໃນການສະແດງ ສົມພະບົດ ແບບຂຶ້ນໃຈຂອງທ່ານ ໄດ້ດຶງດູດອາລົມຈິດຂອງແຟນໆມານິ ຍົມຊົມຊອບກັບປະເພດການສະແດງຢູ່ເກ. 
ນັກສິລະປິນແຖກຊຸງໄດ້ເລົ່າສູ່ພວກຂ້າພະເຈົ້າຟັງວ່າ, ແຕ່ຄາວ ຍັງນ້ອຍ, ລາວມັກຫລິ້ນໄປເຮືອນຂອງພໍ່ເຖົ້າ ແມັກຢູ່ໃກ້ເຮືອນ, ພໍ່ເຖົ້າແມັກເປັນຄົນຮູ້ຈັກຮ້ອງເພງ, ຮູ້ຫຼິ້ນເຄື່ອງດົນຕີ ທຸກປະເພດ ຂອງຊາວເຜົ່າຂະແມ ເພື່ອຮຽນຫຼິ້ນເຄື່ອງດົນ ຄື: ຫລິ້ນກີຕາ, ຕີກອງ ແລະ ຮຽນຂັບບົດເພງຢູ່ເກ. ເນື່ອງຈາກມີນ້ຳສຽງດີ ບວກກັບ ຄວາມຫລົງໄຫລໃນການຮ້ອງການຂັບ, ໃຊ້ເວລາບໍ່ດົນປານໃດ, ທ່ານ ແຖກຊຸງ ກໍສາມາດທັງຫຼິ້ນດົນຕີທັງຮ້ອງເພງຂັບລຳພື້ນເມືອງດ້ວຍຕົນເອງ ນັບທັງແຕ່ງບົດເພງຢູ່ເກທີ່ຍາກໄດ້. 

ນັກສິລະປິນດີເດັ່ນ ແຖກຊຸງ ເມື່ອເດືອນເມສາ ປີ 2015. ພາບ: ຫງຽນລວນ




ສາກຄັດຈ້ອນສິລະປະຢູ່ເກມູນເຊື້ອຈຳນວນໜຶ່ງຂອງຊົນເຜົ່າຂະແມ ໂດຍນັກສິລະປິນດີເດັ່ນ ແຖກຊຸງເປັນຜູ້ຈັດສາກ. ພາບ: ຫງວຽນລວນ


ນັກສິລະປິນດີເດັ່ນ ແຖກຊຸງ ສະແດງບາງສາກຄັດຈ້ອນຢູ່ເກ ສະແດງຮັບໃຊ້ປະຊາຊົນເຜົ່າຂະແມ ຢູ່ເຂດມຸມສວນແຫ່ງໜຶ່ງ. ພາບ: ຫງຽນລວນ


ນັກສິລະປິນດີເດັ່ນ ແຖກຊຸງ ຍັງເປັນຄູສອນຢູ່ຫ້ອງຮຽນສິລະປະ ການສະແດງຢູ່ເກຊັ້ນກາງ, ແຂວງຈ່າວິງ. ພາບ: ເອກະສານ


ນັກສິລະປິນດີເດັ່ນ ແຖກຊຸງ ໄດ້ຮັບຄວາມນັບຖືຮັກແພງ ຈາກບັນດາຄອບຄົວຊາວຊົນເຜົ່າຂະແມເປັນຈຳນວນຫຼາຍ. ພາບ: ຫງຽນລວນ
 

ນັກສິລະປິນດີເດັ່ນ ແຖກຊຸງ ເກີດປີ 1964 ຢູ່ເມືອງຢວຽນຫາຍ, ແຂວງ ຈ່າວິງ. ປັດຈຸບັນລາວເປັນຮອງຫົວໜ້າຄະນະສິລະປະຂະແມ ແອ໋ງບິ່ງມິງ ຊຶ່ງເປັນຄະນະສະແດງຢູ່ເກ ແລະ  ສະແດງສິລະປະ ຊົນເຜົ່າ ຂະແມທີ່ໃຫຍ່ທີສຸດຢູ່ພາກໃຕ້. ຢູ່ເກແມ່ນຮູບແບບສິລະປະ ລະຄອນລຳມູນເຊື້ອ ຂອງຊົນເຜົ່າຂະແມ. ທ່ານແຖກຊຸງ ທັງເປັນ ຜູ້ຈັດສາກ, ຮັບຜິດຊອບ ພາກສ່ວນສິລະປະຂອງຄະນະ, ທັງເປັນ ນັກສະແດງ ແລະ ຜູ້ປະ ດິດຄິດແຕ່ງ ບົດຢູ່ເກ ທີ່ມີຊື່ສຽງຫຼາຍບົດ. 


ປີ 1983, ຄະນະສິລະປະຂະແມ ແອ໋ງບິ່ງມິງ ໄດ້ເຊື້ອເຊີນ ທ່ານມາ ເຂົ້າ ຮ່ວມການສະແດງ. ດ້ວຍຄວາມຮັກທີ່ມີຕໍ່ສິລະປະຢູ່ເກ ແລະ ມີຈິດໃຈດຸໝັ່ນສຶກສາຮຳ່ຮຽນ ພ້ອມກັບມີພ້ອມເງື່ອນໄຂທີ່ເອື້ອອຳນວຍ ຄວາມສະດວກ ໃນເວລາເຄື່ອນໄຫວຢູ່ຄະນະ, ທ່ານໄດ້ພະຍາຍາມຝຶກຝົນຄວາມສາມາດຢ່າງບໍ່ຢຸດຢັ້ງ, ຮຽນເພີ່ມ ຈາກບັນດາ ນັກສິລະປິນອາວຸໂສ ເພື່ອຍົກສູງ ຄວາມສາມາດ ໃນການສະແດງ ແລະ ຮ້ອງລຳທຳເພງຂອງຕົນ. ປີ 1985, ທ່ານພ້ອມກັບ ຄະນະໄດ້ເຂົ້າຮ່ວມງານປະກວດການ ສະແດງສິລະປະ ທົ່ວປະເທດຈັດຕັ້ງຂຶ້ນ ຢູ່ນະຄອນກີວເຍີນ (ແຂວງ ບ່ິງດິ້ງ) ແລະ ຍາດໄດ້ລາງວັນທີໜຶ່ງສຳລັບບຸກຄົນ. ແລະ ກໍ່ຈາກ ງານປະກວດການສະແດງດັ່ງກ່າວ, ກອງສິລະປະລະຄອນລຳ ຢູ່ເກໄດ້ຖືກ ກະຊວງຖະແຫຼງຂ່າວ - ວັດທະນະທຳ (ປັດຈຸບັນ ແມ່ນກະຊວງ ຖະແຫຼງຂ່າວ ແລະ ສື່ສານ) ຮັບຮອງວ່າເປັນປະເພດ ສິລະປະສະແດງອາຊີບ.

ຈາກນັ້ນ, ທ່ານແຖກຊຸງພ້ອມດ້ວຍອ້າຍນ້ອງໃນຄະນະໄດ້ ໄປສະແດງລຽນຕິດ ຢູ່ທົ່ວທຸກແຫ່ງຫົນທັງພາຍໃນ ແລະ ຕ່າງປະເທດຄື ກຳປູເຈຍ ແລະ ລາວ. ຄະນະໄດ້ໄປສະແດງຢູ່ 11 ແຂວງທີ່ມີຊາວເຜົ່າ ຂະແມດຳລົງຊີວິດຢູ່ພາກໃຕ້ ດ້ວຍຈຳນວນ ຄັ້ງການສະແດງ 120 ຄັ້ງຕໍ່ປີ. ປີ 2013, ຄະນະມາສະແດງຢູ່ ນະຄອນຫຼວງຮ່າໂນ້ຍ, ສະແດງຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວ ບັນດາຊົນເຜົ່າຫວຽດນາມ (ເຂດທ່ອງທ່ຽວດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).

ພິເສດ, ທ່ານຊຸງຍັງເຂົ້າຮ່ວມການປ່ຽນແປງບົດນະວະນິຍາຍມາເປັນບົດ ຢູ່ເກ, ປະດິດແຕ່ງຢູ່ເກ ແລະ ບົດເພງພື້ນເມືອງຂະແມ. ມາຮອດ ປັດຈຸບັນ, ລາວໄດ້ປະດິດແຕ່ງ ແລະ ຈັດສາກບົດລະຄອນເພງຢູ່ເກ ໄດ້ຫຼາຍບົດແລ້ວ, ໃນນັ້ນ, ມີຫຼາຍບົດທີ່ສ້າງຊື່ສຽງໂດ່ງດັງເຊັ່ນບົດ: “ລາຊະກຸມມານ Chaysoryvong”, “ນາວະນິຍາຍເທວະດາ Takta”, “ປາຍດາບລ້າງແຄ້ນກຳເກົ່າ” ແລະ  “ບົດຄວາມຮັກ ບໍ່ຈືດຈາງ” ໄດ້ຮັບການຕີລາຄາສູງ ຈາກວົງການວິຊາຊີບ ແລະ ຈາກຄວາມຮູ້ສຶກຂອງທ່ານຜູ້ຊົມ.

ດ້ວຍການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນການສ່ວນຮ່ວມອະນຸລັກຮັກສາ ແລະ ເສີມຂະຫຍາຍຊີວິດຂອງສິລະປະ ຢູ່ເກ ໃນຊີວິດວັດທະນະທຳ ແລະ ຈິດໃຈຂອງວົງຄະນາຍາດເຜົ່າຂະແມ, ລັດຖະບານໄດ້ ມອບນາມມະຍົດ ນັກສິລະປິນດີເດັ່ນໃນປີ 2007 ໃຫ້ທ່ານ ຊຸງ, ສຳລັບຄະນະ ແອ໋ງບິ່ງມິນ ແມ່ນໄດ້ຮັບນາມມະຍົດ “ວິລະຊົນແຮງງານ ສະໄໝປ່ຽນແປງໃໝ່ (ປີ 2000). ຄະນະ ສິລະປະຂະແມ ແອ໋ງບິ່ງມິງ ພັດທະນາ ມາໄດ້ 52 ກວ່າປີ, ກໍ່ແມ່ນ ນັກສິລະປິນດີເດັ່ນແຖກຊຸງ ໄດ້ມີການສະໜິດຕິດຕິດພັນ ແລະ ອຸທິດຕົນໃຫ້ແກ່ວົງການດັ່ງກ່າວໄດ້ 30 ປີ.


ນັກສິລະປິນດີເດັ່ນ ແຖກຊຸງ (ເສື້ອແດງ) ໃນຕົວລະຄອນເປັນແມ່ທັບ ຈຽວຄຸນໃນບົດລະຄອນຊຸດ “ປາຍດາບລ້າງແຄ້ນກຳເກົ່າ”
ສະແດງໂດຍ ຄະນະສິລະປະຂະແມ ແອ໋ງບິ່ງມິງ   ໃນພາບ: ຫງຽນລວນ



ນັກສິລະປິນດີເດັ່ນ ແຖກຊຸງ ສະແດງພ້ອມກັບນັກສິລະປິນດີເດັ່ນ ແຖກທິຮ່າ ໃນຕອນໜຶ່ງຂອງສາກຢູ່ເກ. ພາບ: ເອກະສານ






ນັກສິລະປິນດີເດັ່ນ ແຖກຊຸງ ຍາມໃດກໍທຸ່ມເທ ແລະ ຫມົດອົກຫມົດໃຈເທິງເວທີສະແດງສິລະປະຢູ່ເກ. ພາບ: ຫງຽນລວນ
 
ປະຈຸບັນ, ນັກສິລະປີນ ແຖກຊຸງ ຍັງໄດ້ເປີດຫ້ອງຮຽນເພື່ອສ້າງແຫຼ່ງ ຊັບພະຍາກອນມະນຸດໃນວິຊາສິລະປະຢູ່ເກ ທີ່ໂຮງຮຽນສິລະປະ ວັດທະນະທຳຊັ້ນກາງ ແຂວງຈ່າວິງ ຊຶ່ງແມ່ນຫ້ອງສອນກ່ຽວກັບ ສິລະປະລະຄອນເພງຢູ່ເກແຫ່ງທຳອິດ ແລະ ໜຶ່ງດ່ຽວ ຢູ່ເຂດ ຕາເວັນຕົກ ພາກໃຕ້ ທີ່ຕົວທ່ານເອງໄດ້ເສຍສະຫລະ ທັງເຫື່ອແຮງ ແລະ ຈິດໃຈໃຫ້ແກ່ມັນ. ທ່ານໄດ້ໄຂຄວາມໃນໃຈອອກມາວ່າ: “ຂ້າພະເຈົ້າຫວັງວ່າ ໄວໜຸ່ມລຸ້ນຕໍ່ໆໄປຈະແທນທີ່ຂ້າພະເຈົ້າ ແລະ ລຸ້ນໄປກ່ອນໄດ້ປະໄວ້,  ເສີມຂະຫຍາຍ ສິລະປະການສະແດງ ຢູ່ເກ ຢ່າງສົມກຽດ”.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ ແລະ ເອກະສານ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top