• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກສະຖາປານິກ ຮ່ວາງຖຸກຮ່າວ

ນັກສະຖາປານິກ ຮວ່າງຖຸກຮ່າວໄດ້ໃຫ້ຄຳເຫັນວ່າ: “ພື້ນຖານສະ ຖາປັດຕະຍະກຳທີ່ສືບທອດມາແຕ່ບູຮານນະການຂອງຫວຽດນາມ ເປັນສິ່ງທີ່ລ້ຳຄ່າເພື່ອໝູນໃຊ້ເຂົ້າໃນບັນດາກິດຈະການສະຖາ ປັດຕະຍະກຳຂຽວທີ່ທັນສະໄໝ”. ແລະ ກໍຍ້ອນສິ່ງດັ່ງກ່າວນີ້ ໄດ້ເຮັດໃຫ້ລາວມີຄວາມເຊື່ອໝັ້ນຢ່າງແຮງກ້າເພື່ອເດີນຕາມ ແລະ ຫັນໃຫ້ເປັນຈິງຄວາມຝັນທີ່ຈະສ້າງພື້ນຖານສະຖາປັດຕະ ຍະກໍາຂຽວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະທຳຫວຽດນາມ. 
ກ່ອນປີ 2009 ບັນດາກິດຈະການສະຖາປັດຕະຍະກຳຂອງ ນັກສະຖາປານິກ ຮວ່າງຖຸກຮ່າວ (ນັບທັງບັນດາກິດຈະການທີ່ໄດ້ ຮັບລາງວັນສາກົນ) ຍັງຄົງເປັນພຽງຮູບແຕ້ມເທົ່ານັ້ນ. ດ້ວຍເຫດ ນັ້ນ, ເມື່ອກິດຈະການເຮືອນວົງຄະນາຍາດ ຊ໋ວຍແຣ່ໄດ້ຮັບການ ກໍ່ສ້າງ, ມັນໄດ້ກາຍເປັນ “ກ້ອນດິນຈີ່” ທຳອິດຕາມທັງສອງຄວາມ ໝາຍຄື: ເປີດປະຕູນຳເອົາບັນດາກິດຈະການທີ່ຢູ່ເທິງເຈ້ຍຂອງ ລາວມາປະກົດຜົນເປັນຈິງຕາມລຳດັບ ແລະ ໄດ້ສົ່ງສຽງດັງ ກັງວານໄປທົ່ວພາຍໃນ ແລະ ຕ່າງປະເທດ. 

ນັກສະຖາປານິກ ຮວ່າງຖຸກຮ່າວ(ເດືອນພຶດສະພາ 2016). ພາບ: ເຕິດເຊີນ/VNP


ນັກສະຖາປານິກ ຮວ່າງຖຸກຮ່າວ ຢູ່ໃນຫ້ອງບັນຍາຍຂອງ ມະຫາວິທະຍາໄລກໍ່ສ້າງຮ່າໂນ້ຍ. ພາບ: ເຕິດເຊີນ/VNP


ນັກສະຖາປານິກ ຮວ່າງຖຸກຮ່າວ ແລະ ບັນດາເພື່ອນຮ່ວມງານ ເປັນກຽດໄດ້ຮັບລາງວັນທີໜຶ່ງທີ່ງານ
ມະໂຫລານສະຖາປັດຕະ ຍະກຳໂລກ ຊຶ່ງຖືກຈັດຂຶ້ນຢູ່ສິງກະໂປ ເມື່ອປີ 2015. ພາບ: ເອກະສານ

 

ດ້ວຍການອອກແບບທີ່ເປັນເອກະລັກ ແລະ ເຂັ້ມຂົ້ນໄປດ້ວຍ ລັກສະນະນິເວດ, ກິດຈະການເຮືອນວົງຄະນາຍາດບ້ານຊ໋ວຍແຣ່, ຕາແສງກືອຽນ, ເມືອງເລືອງເຊີນ, ແຂວງຮ່ວາບິ່ງທີ່ໄດ້ຮັບການ ກໍ່ສ້າງຈາກບັນດາວັດສະດຸ ທີ່ມີຢູ່ທ້ອງຖິ່ນເຊັ່ນ: ຫຍ້າຄາ, ໄມ້ໄຜ່, ໄມ້ເຮ້ຍ ແລະ  ໃບໄມ້ຊະນິດຕ່າງໆ… ໄດ້ຮັບລາງວັນ Green Good Design 2012 ຂອງອາເມລິກາ, ລາງວັນ International Architecture Awards (IAA) ຂອງອາເມລິກາ ແລະ ໄດ້ຮັບ ເລືອກເປັນໜຶ່ງໃນ 7 ລາງວັນ Ecowan ຂອງ ອົງການ World Architecture News.
ກ່ອນປີ 2009 ບັນດາກິດຈະການສະຖາປັດຕະຍະກຳຂອງ ນັກສະຖາປານິກ ຮວ່າງຖຸກຮ່າວ (ນັບທັງບັນດາກິດຈະການທີ່ໄດ້ ຮັບລາງວັນສາກົນ) ຍັງຄົງເປັນພຽງຮູບແຕ້ມເທົ່ານັ້ນ. ດ້ວຍເຫດ ນັ້ນ, ເມື່ອກິດຈະການເຮືອນວົງຄະນາຍາດ ຊ໋ວຍແຣ່ໄດ້ຮັບການ ກໍ່ສ້າງ, ມັນໄດ້ກາຍເປັນ “ກ້ອນດິນຈີ່” ທຳອິດຕາມທັງສອງຄວາມ ໝາຍຄື: ເປີດປະຕູນຳເອົາບັນດາກິດຈະການທີ່ຢູ່ເທິງເຈ້ຍຂອງ ລາວມາປະກົດຜົນເປັນຈິງຕາມລຳດັບ ແລະ ໄດ້ສົ່ງສຽງດັງ ກັງວານໄປທົ່ວພາຍໃນ ແລະ ຕ່າງປະເທດ.
ພາບແຕ້ມ ແລະ ພາບຖ່າຍກິດຈະການເຮືອນວົງຄະນາຍາດ ຊ໋ວຍແຣ່  ຂອງລາວ ໄດ້ຖືກຈັດວາງສະແດງ ຢູ່ເອີຣົບເປັນໄລຍະເວລານານພໍສົມຄວນ. ວັດສະດຸທັງໝົດນໍາໃຊ້ເພື່ອກໍ່ສ້າງລ້ວນແຕ່ແມ່ນດິນ ແລະ ໄມ້ໄຜ່. ໜ້າພຽງເຮືອນລວມ 80 ແມັດມົນທົນ, ຊັ້ນພື້ນດິນຖືກເຈາະເຂົ້າ ໃສ່ພູ, ມີເນື້ອທີ່ນຳໃຊ້ທັງໝົດ 200 ແມັດມົນທົນ, ອ້ອມຂ້າງປູກ ຕົ້ນເຊົ້າ, ຕົ້ນໝາດມີ້, ຕົ້ນໝາກກ້ຽງໃຫຍ່, ຕົ້ນຂ່າ ແລະ ໄມ້ໄຜ່.

ເພື່ອໃຫ້ບັນລຸຜົນສຳເລັດຄືດ່ັງກ່າວມາຂ້າງເທິງ, ນັກສະຖາປານິກ ຮວ່າງຖຸກຮ່າວ ໄດ້ໄປຫຼາຍເຂດຫລາຍພາກທົ່ວປະເທດ  ເພື່ອສັງເກດ ແລະ ໝູນໃຊ້ເຂົ້າໃນບັນດາກິດຈະການ ສະຖາປັດຕະຍະກຳຂອງຕົນ. ນັ້ນແມ່ນບັນດາເຮືອນຮ້ານ ຂອງພໍ່ແມ່ປະຊາຊົນຊົນເຜົ່າຜູ້ໄທ, ນຸ່ງ, ໄຕ່… ທີ່ສອດຄ່ອງກັບພູມ ອາກາດອົບອຸ່ນໃນລະດູໜາວ, ເຢັນດີ ໃນລະດູຮ້ອນ ຫຼືເຮືອນ ກໍ່ດ້ວຍດິນ (ແຂວງຮ່າຢາງ), ຫຼັງຄາມຸງດ້ວຍໃບໄມ້ໜາເພື່ອກັນ ຄວາມຮ້ອນ, ພາຍໃນເຮືອນມີລົມລ່ວງ. ເຂດທົ່ງພຽງພາກເໜືອ ມີແບບເຮືອນລວມສາມຫ້ອງໃຫຍ່, ມີສອງຫ້ອງນ້ອຍຢູ່ຂ້າງ ແລະ ມີລະບຽງຢູ່ຕໍ່ໜ້າບ້ານເພື່ອກັນແດດ ແລະ ກັນປະກາຍລັງສີ ຕາເວັນສ່ອງເຂົ້າພາຍໃນເຮືອນ. ຫຼັງຄາມຸງດ້ວຍດິນຂໍ ຫຼື ໃບໄມ້. ພື້ນເຮືອນກໍ່ດ້ວຍດິນເພື່ອກັນຄວາມຮ້ອນ. ໜ້າເຮືອນປິ່ນໄປ ທາງທິດໃຕ້, ມີໜອງນ້ຳ, ມີສວນ… ຊຶ່ງສ້າງສິ່ງແວດລ້ອມ ແລະ ພາບລວມຢ່າງປະສານກົມກຽວກັນລະຫວ່າງທຳມະຊາດ ແລະ ຊີວິດຂອງຜູ້ຄົນ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນຄວາມຮູ້ດ້ານ ວັດທະນະທຳອັນສຳຄັນທີ່ນັກສະຖາປານິກ ຮວ່າງຖຸກຮ່າວ ສັງເກດເຫັນໄດ້ ໃນສະຖາປັດຕະຍະກຳມູນເຊື້ອຂອງຄົນຫວຽດ.


ຂັ້ນໄດ ສ້າງຂຶ້ນດ້ວຍລຳຕົ້ນໄມ້ເໝືອນດັ່ງຂັ້ນໄດເຮືອນມູນເຊື້ອ ຂອງພໍ່ແມ່ປະຊາຊົນຊົນເຜົ່າຢູ່ເຂດພູສູງທີ່ກິດຈະການ
ເຮືອນວົງຄະນາຍາດອອກແບບໂດຍນັກສະຖາປານິກ ຮວ່າງຖຸກຮ່າວ. ພາບ: ເອກະສານ



ກິດຈະການເດີ່ນຫຼິ້ນສຳລັບເດັກນ້ອຍທີ່ຄຸ້ມເມືອງເກົ່າໂຮ້ຍອານ ໂດຍນັກສະຖາປານິກຮວ່າງຖຸກຮ່າວເປັນຜູ້ອອກແບບ. ພາບ: ເອກະສານ


ກິດຈະການເຮືອນວົງຄະນາຍາດຊ໋ວຍແຣ່ທີ່ຕາແສງກືອຽນ, ເມືອງເລືອງເຊີນ, ແຂວງຮ່ວາບິ່ງ
ໂດຍນັກສະຖາປານິກ ຮວ່າງຖຸກຮ່າວເປັນຜູ້ອອກແບບ. ພາບ: ເອກະສານ



ກິດຈະການເຮືອນວົງຄະນາຍາດມີການສະຖາປັດຕະຍະກຳ ແບບມີຝາຜະໜັງກໍ່ດ້ວຍດິນຢູ່ເມືອງກວານບາ,
ແຂວງຮ່າຢາງ ໂດຍນັກສະຖາປານິກ ຮວ່າງຖຸກຮ່າວເປັນຜູ້ອອກແບບ. ພາບ: ເອກະສານ



ກິດຈະການເຮືອນວົງຄະນາຍາດເກີ່ມແທງ, ເມືອງໂຮ້ຍອານ ໂດຍນັກສະຖາປານິກ ຮວ່າງຖຸກຮ່າວເປັນຜູ້ອອກແບບ. ພາບ: ເອກະສານ


ພາບແຕ້ມ, ພາບຖ່າຍກິດຈະການເຮືອນວົງຄະນາຍາດຊ໋ວຍແຣ່. ພາບ: ເອກະສານ

ນັກສະຖາປານິກ ຮວ່າງຖຸກຮ່າວ ໄດ້ໝູນໃຊ້ແຫຼ່ງວິຊາຄວາມຮູ້ນີ້ ເຂົ້າກິດຈະການສະຖາປັດຕະຍະກຳມີຫົວຂໍ້ທີ່ວ່າ: “ປະເທດຊາດ ແຫ່ງຄວາມຜາສຸກ”. ກິດຈະການດັ່ງກ່າວໄດ້ລໍ້າໜ້າຜົນການອອກ ແບບຂອງບັນດານັກສະຖາປານິກມີຊື່ສຽງໃນໂລກ ແລະໄດ້ຖືກ ຄັດເລືອກກໍ່ສ້າງຕົວຈິງມີຜົນສຳເລັດມາແລ້ວຢູ່ປະເທດພູຖານ.

ນັກສະຖາປານິກ ຮວ່າງຖຸກຮ່າວ ໄດ້ນຳຄວາມນຶກຄິດ ຂອງຄົນ ຫວຽດນາມຄື “ທ້ອງຟ້າເປັນຮູບວົງມົນ ແຜ່ນດິນເປັນຮູບສີ່ຫຼ່ຽມ” ເຂົ້າໃນກຸ່ມສະຖາປັດຕະຍະກຳ ຊຶ່ງລວມທັງໝົດມີ 1.500 ແມັດ ມົນທົນ ຕັ້ງຢູ່ລະຫວ່າງທ່າມກາງປ່າແປກຢູ່ພູຖານ. ພາບລວມ ທັງໝົດຂອງກິດຈະການແມ່ນການປະສົມປະສານຢ່າງກົມກຽວ ກັນລະຫວ່າງບັນດາປະເພດວັດຖຸທາດເຊັ່ນ ດິນ, ຫີນ, ໄມ້; ລະຫວ່າງສະຖານທີ່ທາງໃນ ແລະ ທັດສະນີຍະພາບຢູ່ທາງນອກ; ລະຫວ່າງແຫຼ່ງວິຊາຄວາມຮູ້ສູງ ແລະ ບົດຮຽນທີ່ສືບທອດກັນ ມາຜ່ານຫຼາຍເສັ່ນຄົນ. ກິດຈະກຳດັ່ງກ່າວມີທັງ ສະຖາປັດຕະຍະກຳຂອງ ພູຖານເປັນຕົ້ນຕໍ ແຕ່ກໍຍັງມີສີສັນ ວັດທະນະທຳຂອງຫວຽດນາມອີກດ້ວຍ. ເພື່ອຕ້ານກັບເງື່ອນໄຂ ທຳມະຊາດອັນແສນສາຫັດ, ຝາຜະໜັງເຮືອນຖືກກໍ່ດ້ວຍ ດິນສອງຊັ້ນໜາເຄິ່ງແມັດ, ໂຄງດ້ວຍໄມ້, ປະຕູແກ້ວສອງຊັ້ນ, ຂາງຂື່ເທດ້ວຍເບຕົງ, ໄມ້, ຫຼັງຄາຊັນ ແລະ ເປົ່າວ່າງເພື່ອຕ້ານກັບ ຄວາມໜາວຂອງຫິມະ.





ໃຈກາງແຫ່ງຄວາມຜາສຸກ ພູຖານ ໂດຍນັກສະຖາປານິກ ຮວ່າງຖຸກຮ່າວເປັນຜູ້ອອກແບບ. ພາບ: ເອກະສານ
 
ກິດຈະການດັ່ງກ່າວເໝືອນດ່ັງການຢືນຢັນວ່າ, ນັກສະຖາປານິກ ຂອງຫວຽດນາມສາມາດເທົ່າທຽມກັບໂລກພາຍນອກຖ້າຫາກ ມີແຜນການພັດທະນາຢ່າງຖືກຕ້ອງ ແລະ ມີແບບແຜນ. ອາດຈະ ເຂົ້າໃຈໄດ້ສິ່ງດ່ັ່ງກ່າວ, ນັກສະຖາປານິກ ຮວ່າງຖຸກຮ່າວ ເຖິງວ່າ ຄາວຽກຫລາຍກັບໂຄງການຂະໜາດນ້ອຍ, ໃຫຍ່ຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ແຕ່ລາວກໍ່ຍັງໄດ້ສະຫລະເວລາ ເພື່ອຖ່າຍ ທອດຄວາມຮູ້, ບົດຮຽນ ແລະ ປະສົບການໃຫ້ແກ່ບັນດາ ນັກສະ ຖາປານິກຄົນລຸ້ນຫຼັງທີ່ເປັນອະນາຄົດຂອງປະເທດອີກດ້ວຍ.
ບົດ: ຖາວວີ - ພາບ: ຫງວຽນເຕິດເຊີນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top