• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ນັກຂຽນໜັງສືບູຮານ” Robin Rickard

ຮູບພາບຜູ້ອຳນວຍການ ສະພາມົນຕີ ອັງກິດ ທີ່ ຫວຽດນາມ Robin Rickard ຜົມຫງອກຂາວ, ໜ້າຕາໃຈດີ, ຮອຍຍິ້ມໄມຕີ ທີ່ບັນດາເພື່ອນຮ່ວມງານ ແລະ ນັກຮຽນ ຄິດເຖິງຄື “ພໍ່ເຖົ້າຂຽນໜັງສືບູຮານ” ຄົນໜຶ່ງຂອງປະເທດ ອັງກິດ. ດ້ວຍຖານະບົດບາດ ເປັນຜູ້ອຳນວຍການ ສະພາມົນຕີ ອັງກິດ ໃນເວລາ 4 ປີ, ເພິ່ນໄດ້ມີການປະກອບສ່ວນ ຫຼາຍຢ່າງໃຫ້ແກ່ຂະແໜງສຶກສາ ຫວຽດນາມ.

 

ສຳລັບທ່ານ Robin Rickard, ການທີ່ໄດ້ມາເຮັດວຽກຢູ່ປະເທດໜຶ່ງທີ່ມີວັດທະນະທຳເຕັມໄປດ້ວຍລັກສະນະສະເພາະຂອງຊາດຄື ຫວຽດນາມ ແມ່ນການຄົ້ນພົບ ແລະ ຄວາມຮັບຜິດຊອບໃໝ່ ຂອງເພິ່ມ ຕັ້ງແຕ່ເດືອນສິງຫາ 2009. ແຕ່ຫຼັງຈາກເຮັດວຽກໃນເວລາ 4 ປີ, ເພິ່ນສຳເລັດໃນການກໍ່ສ້າງ ແລະ ພັດທະນາການພົວພັນຮ່ວມມືກັບບັນດາອົງການສຶກສາ, ວິສາຫະກິດ, ອົງການສາກົນ ເພື່ອຫາຄວາມ ຊ່ວຍເຫຼືອ ໃຫ້ແກ່ບັນດາໂຄງການສຶກສາຂອງຫວຽດນາມ ຢ່າງມີປະສິດທິຜົນ.
ກ່ອນທີ່ໄດ້ເຂົ້າຮ່ວມສະພາມົນຕີ ອັງກິດ, ເພິ່ນຮັກສາຕຳແໜ່ງທີ່ເປັນຮອງອຳນວຍການສຶກສາ ແລະ ພັດທະນາປະຊາຄົມໃຫ້ເຂດ ບາແນດ ຂອງ ລອນດອນ. ປີ 1990, ເພິ່ນສ້າງຕັ້ງອົງການກຸສົນແຫ່ງໜຶ່ງໃຫ້ແກ່ຜູ້ປະສົບຄວາມຫຍຸ້ງຍາກໃນການພົວພັນດ້ວຍພາສາອັງກິດ. ທ່ານ Robin Rickard ມີຄວາມຄາໃຈວ່າ ເຮັດແນວໃດເພື່ອຊຸກຍູ້ການສຶກສາ ລະຫວ່າງສອງປະເທດອັງກິດ-ຫວຽດນາມ ໃຫ້ພັດທະນາຂຶ້ນ, ກາຍເປັນຄູ່ຄ້າທີ່ໝັ້ນຄົງບົນຫຼາຍຂົງເຂດຄື: ວັດທະນະທຳ, ສັງຄົມ, ເສດຖະກິດ…
ທ່ານ Robin Rickard ມີການປະກອບສ່ວນກໍ່ສ້າງສຳເລັດສາຍພົວພັນຮ່ວມມືລະຫວ່າງສະພາມົນຕີ ອັງກິດ ກັບແຜນຮ່າງ 165 ຂອງຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ບຳລຸງພາສາອັງກິດໃຫ້ແກ່ພະນັກງານຂອງຫວຽດນາມກວ່າ 1.600 ຄົນ. ປະຈຸບັນ, ແຕ່ລະປີ ສະພາມົນຕີ ອັງກິດ ໄດ້ຈັດຕັ້ງການບຳລຸງພາສາອັງກິດ ໃຫ້ພະນັກງານໄປຮຽນຕາມແຜນຮ່າງດັ່ງກ່າວ ກວ່າ 600 ຄົນຢູ່ ໂດ່ເຊີນ, ຫາຍຝ່ອງ.
 

ນັກຂຽນໜັງສືບູຮານ” Robin Rickard ຕ້ອນຮັບປີໃໝ່ 2013 ຢູ່ ຫວຽດນາມ.

ຕ້ອນຮັບປີໃໝ່ກັບເພື່ອນຮ່ວມງານຢູ່ ສະພາມົນຕີ ອັງກິດ ປະຈຳ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ອັງກິດ Antony Stokes ແລະ ທ່ານ Robin Rickard ເຂົ້າຮ່ວມໃນພິທີເປີດສູນສອນ
ພາສາອັງກິດແຫ່ງໃໝ່ ຂອງສະພາມົນຕີອັງກິດທີ່ ໂຮງຮຽນປະຖົມສຶກສາ Brendon, ຢູ່ເຂດ ຈຸງ ຮວ່າ-ເຍີນຈິງ, ຮ່າໂນ້ຍ.


ທ່ານ Robin Rickard ເຂົ້າຮ່ວມງານສຳມະນາກັບນັກຮຽນ 70 ຄົນມາຈາກມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ
ແລະ ອະດີດນັກຮຽນ ຫວຽດນາມ ທີ່ເຄີຍຮຳ່ຮຽນຢູ່ ອັງກິດ ພ້ອມກັບບັນດານັກຮຽນຢູ່ສະພາມົນຕີ ອັງກິດ.

ທ່ານ Robin Rickard ພ້ອມກັບບັນດາພະນັກງານຂອງສະພາມົນຕີ ອັງກິດ ຢູ່ ຫວຽດນາມ.

ທ່ານ Robin Rickard ກ່າວປາໄສໃນງານສຳມະນາ “ສົນທະນາການສຶກສາທົ່ວໂລກ” ຢູ່ນະຄອນ ໂຮ່ຈີມິນ ເມື່ອປີ 2012.

ສ້າງສະພາບແວດລ້ອມການສຶກສາທີ່ທັນສະໄໝ, ມີຄວາມສີວິໄລຢູ່ສະພາມົນຕີ ອັງກິດ
ແມ່ນພາລະໜ້າທີ່ຂອງຜູ້ນຳອົງການດັ່ງກ່າວຄື ທ່ານ Robin Rickard.

ທ່ານ Robin Rickard ມອບລາງວັນໃຫ້ແກ່ຜູ້ຊະນະໃນການແຂ່ງຂັນ “ຮຽນອາຊີບ, ອະນາຄົດ ແລະ ການເລືອກເຟັ້ນຂອງໄວໜຸ່ມ”.

ທ່ານຮອງນາຍົກລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ເຈິ່ນກວາງກວີ ມອບຫຼຽນໄຊທີ່ລະນຶກ “ເພື່ອພາລະກິດພັດທະນາການສຶກສາຂອງຫວຽດນາມ” ໃຫ້ ທ່ານ Robin Rickard.

 
«
- ສະພາມົນຕີ ອັງກິດ ເປັນອົງການທີ່ໜ້າ ເຊື່ອຖື ແລະ ເປັນແຖວໜ້າໃນການບຳລຸງ ສ້າງ ພາສາອັງກິດ. ນັກຮຽນຫຼາຍຄົນ ຢູ່ທີ່ນີ້ ໄດ້ຮັບທຶນໄປຮຽນຢູ່ ອັງກິດ. ນັ້ນຈະ ແມ່ນແຫຼ່ງປັນຍາຊົນໜຸ່ມ ທີ່ປະກອບສ່ວນ ສ້າງສາປະເທດຊາດ ບົນຫຼາຍຂົງເຂດ.
- ມີໜ້າຢູ່ 100 ປະເທດໃນໂລກ ແລະ ເລີ່ມເປີດການເຄື່ອນໄຫວຢູ່ ຫວຽດນາມ ແຕ່ປິ 1993, ບັນດາການເຄື່ອນໄຫວ ຂອງສະພາມົນຕີ ບົນຫຼາຍຂົງເຂດຄື: ວັດທະນະທຳ, ການສຶກສາ, ສິລະປະ, ເສດຖະກິດ ແລະ ສັງຄົມ.
                                               »
ທ່ານ Robin Rickard ຍັງຮັກສາຕຳແໜ່ງເປັນຜູ້ນຳໃນໂຄງການສ້າງຕັ້ງໂຮງຮຽນ ມະຫາວິທະຍາໄລມາດຕະຖານສາກົນ ຫວຽດນາມ-ລາຊະອານາຈັກ ອັງກິດ, ຕັ້ງຢູ່ນະຄອນ ດາໜັງ. ທ້າຍປີ 2013, ໂຮງຮຽນແຫ່ງນີ້ ຈະໄດ້ຮັບການເປີດນຳໃຊ້ຢ່າງເປັນທາງການ ແລະ ນັກສຶກສາຫວຽດນາມ ສາມາດຊົມໃຊ້ການສຶກສາ ລະດັບສາກົນ ໂດຍບໍ່ຕ້ອງໄປຮຽນຢູ່ ຕ່າງປະເທດອີກແລ້ວ.
ໃນອາຍຸປະຈຳການຂອງຕົນຢູ່ ຫວຽດນາມ, ທ່ານ Robin Rickard ໄດ້ມີການຄຸ້ມຄອງ ແລະ ເຮັດໃຫ້ຮູບພາບຂອງສະພາມົນຕີ ອັງກິດ ໃກ້ສິດກັບປະຊາຊົນກວ່າ. ສະພາມົນຕີອັງກິດ ກໍ່ເປີດກວ້າງ ແລະ ເພີ່ມທະວີການເຄື່ອນໄຫວຮ່ວມມືກັບບັນດາອົງການ, ກະຊວງ, ຂະແໜງການຂອງ ຫວຽດນາມ ບົນຫຼາຍຂົງເຂດຄື: ການສຶກສາ, ບຳລຸງສ້າງ, ວັດທະນະທຳ, ສອນພາສາອັງກິດ… ນີ້ແມ່ນຂົວເຊື່ອມຕໍ່ຢ່າງມີປະສິດທິພາບ ລະຫວ່າງລາຊະອານາຈັກ ອັງກິດ ແລະ ຫວຽດນາມ.
ມີຄວາມຮັບຜິດຊອບໃນວຽກງານ, ມີການຮັບຝັງ ແລະ ລະດົມໄວໜຸ່ມມາເຂົ້າຮ່ວມໃນການ ຮຳ່ຮຽນຢູ່ສະພາມົນຕີ ອັງກິດ, ທ່ານ Robin Rickard ຖື ຫວຽດນາມ ຄືແຜ່ນດິນຍາກ ທີ່ຈະລືມໄດ້. ໃນບຸນປີໃໝ່ປະຈຳຊາດ, ເພິ່ມມັກນຸ່ງຊຸດນັກຂຽນໜັງສືບູຮານ ໄປເຂົ້າຮ່ວມ ໃນບັນດາ ການເຄື່ອນໄຫວດ້ານ ວັດທະນະທຳ, ງານບຸນຕ່າງໆ ພ້ອມກັບເພື່ອນຮ່ວມງານ. ຮູບພາບພໍ່ເຖົ້າຕ່າງປະເທດຄົນໜຶ່ງ ຖືຊຸດນັກຂຽນໜັງສືບູຮານ ຢູ່ສະພາມົນຕີ ອັງກິດ ໄດ້ຮັບຄວາມຮັກແພງຈາກໝູ່ເພື່ອນຢ່າງຫຼວງຫຼາຍ.
ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ມອບຫຼຽນໄຊທີ່ລະນຶກ “ເພື່ອພາລະກິດພັດທະນາການສຶກສາຂອງຫວຽດນາມ” ໃຫ້ທ່ານ Robin Rickard ຕໍ່ການປະກອບສ່ວນຂອງເພິ່ນ. ນີ້ແມ່ນລາງວັນອັນສູງສົ່ງທີ່ສຸດຂອງຂະແໜງການສຶກສາ ຫວຽດນາມ ໄດ້ມອບໃຫ້ ທ່ານ Robin Rickard ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະພາມົນຕີ ອັງກິດ ຢູ່ ຫວຽດນາມ ແລະ ຊົມເຊີຍຜົນສຳເລັດ ຂອງເພິ່ນໃນ 4 ປີທີ່ເຮັດວຽກຢູ່ ຫວຽດນາມ.
ລາອອກຈາກ ຫວຽດນາມ, ທ່ານ Robin Rickard ຈະຮັບຜິດຊອບຕຳແໜ່ງເປັນຜູ້ອຳນວຍການຂອງສະພາມົນຕີ ອັງກິດ ຢູ່ ຢອກດານ, ແຕ່ສຳເລັບເພິ່ນ, ຫວຽດນາມ ຍັງເປັນແຜ່ນດິນແຫ່ງມະຫັດສະຈັນໃນດວງໃຈຂອງຕົນຕະຫຼອດໄປ.
                                                                                            ບົດ: ບິກເວີນ. ພາບ: ສະພາມົນຕີ ອັງກິດ.

bdLao

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top