• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກກ້າມ ແທກກິມຕວັນ ແລະ ຄວາມໃຝ່ຝັນຈະເອົາຊະນະຢູ່ ໂອແລມປິກ 2016

ຄາວເປັນເດັກ, ແທກກິມຕວັນ ໄດ້ໄປຮຽນການຍົກນ້ຳໜັກນຳໝູ່ເພ່ືອນ ໂດຍຈຸດປະສົງເພື່ອຍົກສູງສຸຂະພາບເທົ່ານັ້ນ, ແຕ່ພາຍຫຼັງ 10 ປີ, ລາວກາຍເປັນນັກກິລາຍົກນ້ຳໜັກທີ່ມີຊື່ສຽງ, ເປັນຄວາມຫວັງອັນດັບໜຶ່ງ ຂອງກິລາປະເພດຍົກນ້ຳໜັກ ຫວຽດນາມ ຢູ່ໂອແລມປິກ 2016 ທີ່ຈະຈັດຂຶ້ນຢູ່ ບຣາຊິນ ໃນປີ 2016.
ປີ 2006, ຄູ​ຝຶກ ຮວິ່ງ​ຫຶວຈີ, ຫົວໜ້າ​ອົງການ​ຍົກ​ນ້ຳໜັກຫວຽດນາມ ໄດ້​ພົບ​ເຫັນ ​ແລະ ສົ່ງ ​ແທກ​ກິມຕວັນ ​ໄປ​ອົບຮົມ​ຝຶກ​​ແອບ​ ​ແລະ ກໍ່ສ້າງ​ຢ່າງ​ມີ​ແບບ​ມີ​ແຜນ ຢູ່​ສູນ​ກາງ​ແຂ່ງຂັນ​ກິລາ ຝູ໋​ເຖາະ, ​ເມືອງ 11, ນະຄອນ ​ໂຮ່ຈີ​ມິນ.

​ເມື່ອ​ເວົ້າ​ເຖິງ​ລູກສິດ​ຂອງ​ຕົນ, ຄູ​ຝຶກ ຮວິ່ງ​ຫຶວຈີ ​ໃຫ້​ຮູ້​ວ່າ: “ມີພອນ​ສະຫວັນ​ແມ່ນ​ສຳຄັນ, ຂ້າພະ​ເຈົ້າ​ພົບ​ເຫັນ​ສິ່ງ​ດັ່ງກ່າວ​ໃນ​ຕົວ ຕວັນ, ​ແຕ່​ຄວາມ​ອົດທົນ ​ແລະ ຄວາມຕັດສິນ​ໃຈ​ໃນ​ການ​ຝຶກ​ແອບ, ພ້ອມ​ກັບຄວາມ​ຕັ້ງ​ໝັ້ນ, ທົນ​ທານ​ໜຽວ​ແໜ້ນ ຈຶ່ງ​​ແມ່ນ​ຄຸນຄ່າ​ທີ່​ສຳຄັນ ​ເພື່ອ​ໃຫ້​ລາວ​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ”.

ຈາກ​ການ​ກຳນົດ​ທິດ ​ແລະ ​ແບ່ງປັນ​ບົດຮຽນ​ຂອງ​ຄູ​ຝຶກ ຈີ ​ໄດ້​ຊ່ວຍ​​ເຮັດໃຫ້ ຕວັນ ມີ​ຄວາມ​ພັດທະນາ​ໃນ​ການ​ຝຶກ​ແອ​ບ ​ແລະ ໝັ້ນ​ໜຽວ​ກວ່າ​ໃນ​ການ​ແ​ຂ່ງຂັນ. ຄຽງ​ຄູ່​ກັນ​ນັ້ນ, ການ​ສະໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ເອື້ອຍກົກ ​ແທກ​ທິຢາງ​ເຮືອງ, ຜູ້​ທີ່​​ເບິ່ງ​ແຍງ ດູ​ແລ​ 4 ​ເອື້ອຍ​ນ້ອງ ຕວັນ ​ໃນ​ໄລຍະ​ທຸກ​ຍາກ​​ເບື້ອງ​ຕົ້ນ ​ເມື່ອ​ຫາກໍ່​ມາ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເປັນ​ແຫຼ່ງລະດົມ​ກຳລັງ​ໃຈ​ຊ່ວຍ​​​ໃຫ້ ຕວັນ ສາມາດ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ລຳ​ບາກ, ການ​ປະລາ​ໄຊ ​ເພື່ອ​ສືບ​ຕໍ່​ປະຕິບັດ​ຄວາມ​ຮັກ​ເມົາ​ມົວ​ກັບ​ການ​ຍົກ​ນ້ຳ​ໜັກ​ຂອງ​ຕົນ. 


ແທກ​ກິມຕວັນ, ນັກ​ກິລາ​ຍົກ​ນ້ຳໜັກ​ຂອງ​ທິມຊາດ ຫວຽດນາມ (​ເດືອນ 3 2015). ພາບ: ​ເລ​ມິນ

ແທກ​ກິມຕວັນ ​ແຂ່ງຂັນ​ທີ່​ງານ​ມະຫາ​ກຳ​ກິລາ​ ອາຊີ 2014 ທີ່ນະຄອນ ອິນ​ເຈີນ ​ແຫ່ງປະ​ເທດ ສ.​ເກົາຫຼີ.
ພາບ: ​ເອກະສານ


ແທກ​ກິມຕວັນ ​ຄອງຫຼຽນ​ເງິນ​ທີ່ງານ​ມະຫາ​ກຳ​ກິລາ ອາຊີ 2014 ທີ່​ນະຄອນ ອິນ​ເຈີ​ນ ​ແຫ່ງ​ປະ​ເທດ ສ.​ເກົາຫຼີ.
ພາບ: ​ເອກະສານ


ແທກ​ກິມຕວັນ ​ຮັບ​ລາງວັນ​ພ້ອມ​ກັບ Om Jun-chol (ຜູ້ຢູ່​ກາງ), ນັກ​ກ້າມ​ເກົາຫຼີ ທີ່​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ໂລກ 2014
ທີ່ປະ​ເທດ ກາຣັກສະຖານ. ພາບ: ​ເອກະສານ


ແທກກິມຕວັນ (​ແຖວ​ທີ 2, ຊ້າຍ​ສຸດ) ພ້ອ​ມກັບ​ບັນດາຄູ​ຝຶກ ​ແລະ ​ເພື່ອນ​ຮ່ວມ​ງານ​ໃນ​ທິມຍົກ​ນ້ຳໜັກ​ແຫ່ງ​ຊາດ. ພາບ: ​ເອກະສານ

ແທກ​ກິມຕວັນ ພ້ອມ​ກັບ​ເພື່ອນ​ຮ່ວມ​ງາ​ນຢູ່​ສ​ະໜາມ​ບິນ​ສາກົນ ​ເຕິ​ນ​ເຊີນ​ເຍີ​ດ ຫຼັງຈາກ​ສິ້ນ​ສຸດ​ການ​ແຂ່ງຂັນ​​ໃນການແຂ່ງ​ຂັນ​ຍົກ​ນ້ຳໜັກ​ໂລກ 2014 ທີ່​ປະ​ເທດ ກາຣັກສະຖານ. ພາບ: ​ເອກະສານ

ແທກ​ກິມຕວັນ ພ້ອມ​ກັບ​ອາຈານຂອງ​ຕົນ​ແມ່ນຄູ​ຝຶກ ຮວິ່ງ​ຫືວຈີ ​ໃນ​ການ​ແຂ່ງຂັນ​ຢູ່ງານ​ມະຫາ​ກຳ​ກິລາ ອາ​ຊຽນ 2014 ທີ່​ນະຄອນ ອິນ​ເຈີ​ນ ​ແຫ່ງ​ປະ​ເທດ ສ.​ເກົາຫຼີ. ພາບ: ​ເອກະສານ
ພາຍຫຼັງ​ການ​ຝຶກ​​ແອ​ບມາ​ເປັນ​ເວລາ 3 ປີ, ​ໃນການ​ແຂ່ງຂັນ​ຍົກ​ນ້ຳໜັກ ​ໂລກ ທີ່​ຈັດ​ຂຶ້ນ​ຢູ່ ​ໄທ ​ເມື່ອ​ປີ 2009, ​ແທກ​ກິມຕວັນ ຍາດ​ໄດ້ 3 ຫຼຽນ​​ເງິນ ​ໃນປະ​ເພດ​ນ້ຳໜັກ 50 ກິ​ໂລກ​ຮາມ. ກໍ່​ໃນ​ປີ 2009, ​ເທື່ອ​ທຳ​ອິດ ​ແທກ​ກິມຕວັນ ຍາດ​ໄດ້​ 1 ຫຼຽນ​ຄຳ ​ແລະ 2 ຫຼຽນ​ເງິນ​ຢູ່​ການ​ແຂ່ງຂັນ​ຍົກ​ນ້ຳໜັກ ສຳລັບ​ໄວ​ໜຸ່ມ ອາ​ຊີ ທີ່​ຈັດ​ຂຶ້ນ​ຢູ່ນະຄອນ ​ໂ​ດຮາ ​ແຫ່ງ​ປະ​ເທດ ກາ​ຕາ. ປີ 2010, ​ແທກ​ກິມຕວັນ ​ໄດ້​​ເອີ້ນ​ເຂົ້າ​ທິມຍົກ​ນ້ຳໜັກ​ແຫ່ງ​ຊາດ ​ໄປ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳກິລາ​ຊາວ​ໜຸ່ມ​ລະດູ​ແລ​້ງ ທີ່​ປະ​ເທດ ສິງກະ​ໂປ ​ແລະ ຍາດ​ໄດ້ຫຼຽນ​ຄຳໜຶ່ງ​ຫຼຽນ ​ໃນ​ປະ​ເພດ​ນ້ຳໜັກ 56 ກິ​ໂລກຣາມ.

ຫຼັງ​ຈາກ​ນັ້ນ, ​ແທກ​ກິມຕວັນ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ຕ່າງໆ ລະດັບ​ຊາດ ​ໃນ​ພາກ​ພື້ນ ​ແລະ ​ໂລກຢ່າງ​ເລື້ອຍໆ, ຍາດ​ໄດ້​ຫຼາຍ​ຜົນງານ​ທີ່​ພໍ​ສົມຄວນ. ຖ້າ​ຢູ່ ຊີ​​ເກ​ມ 26, ​ແທກ​ກິມຕວັນ ພຽງ​ແຕ່​ຍາດ​ໄດ້​ຫຼຽນ​ທອງ​ເທົ່າ​ນັ້ນ, ມາ​ເຖິງ ຊີ​ເກ​ມ 27 ທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ ມຽນມາ, ລາວ​ຍາດ​ໄດ້​ຫຼຽນ​ຄຳ​ຢູ່​ປະ​ເພດ​ນ້ຳໜັກ 56 ກິ​ໂລກຣາມ ດ້ວຍ​ຈຳ​ນວນ​ນ້ຳໜັກ​ທີ່​ຍົກ​ໄດ້​ແມ່ນ 285 ກິ​ໂລກຣາມ, ທຳລາຍ 2 ສະຖິຕິ ຊີ​ເກ​ມ ຢູ່​ປະ​ເພດ​ຍົກ​ນ້ຳໜັກ​ແບບທົກ​ໝາກ​ນ້ຳໜັກ ​ແລະ ​ໄລ່​ຄະ​ແນນລວມ.

ປີ 2013, ​ແທກ​ກິມຕວັນ ຍາດ​ໄດ້ 3 ຫຼຽນ​ຄຳ (131 ກິ​ໂລກຣາມ​ຢູ່​ປະ​ເພດ​ທົກ​ໝາກ​ນ້ຳໜັກ, 150 ກິ​ໂລກຣາມ ຢູ່ປະ​ເພດ​ຍູ້​ນ້ຳໜັກ, 281 ກິ​ໂລກຣາມຢູ່​ປະ​ເ​ພດ​ໄລ່ຄະ​ແນນ​ລວມ) ທີ່​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ທົ່ວ​ປະ​ເທດ, ​ໃນ​ນັ້ນ ປະ​ເພດ​ທົກ​ໝາກ​ນ້ຳໜັກ ​ທຳລາຍ​ສະຖິຕິ​ແຫ່​ງຊາດ ຂອງ​ນັກກ​້າມ ຮວ່າງ​ແອ​ງຕວັນ (130 ກິ​ໂລກຣາມ, ສ້າງ​ຕັ້ງ​ຢູ່​ງານ​ມະຫາ​ກຳ​ກິລາ ​ໂອ​ແລມປີກ ປັກ​ກິ່ງ 2008).

ປີ 2014 ​ເປັນ​ປີທີ່ ຕວັນ ຍາດ​ໄດ້​ຫຼາຍ​ຜົນງານ​ດີ​ເດັ່ນ​ໃນບັນດາ​ການ​ແຂ່ງຂັນຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດຄື: ຫຼຽນ​ຄຳ​ໃນ​ປະ​ເພດ​ນ້ຳໜັກ 56 ກິ​ໂລກຣາມ ຢູ່​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ສາກົນ ສຳລັບ​ໄວ​ໜຸ່ມ​ປີ 2014, ທຳລາຍ​ສອງ​ສະ​ຖິຕິ​ຂອງ​ນັກ​ກ​ິລາ ຫຼົງ ຈີ​ງ​ແຈວນ (Long Quingquan) ທີ່​ສ້າງ​ຕັ້ງ​ຢູ່​ງານ​ມະຫາ​ກຳ​ກ​ິລາ ​ໂອ​ແລມປິກ ປັກ​ກິ່ງ 2008. ຫຼຽນ​ຄຳ​ໃນ​ປະ​ເພດ​ຍົກ​ນ້ຳໜັກ​ໄລ່​ຄະ​ແນນ​ລວມ ​ໃນ ASIAD 17 ທີ່​​ໄຂ​ຂຶ້ນ​ໃນ​​ເດືອນ​ພະ​ຈິກ 2014 ຢູ່ນະຄອນ Almaty ​ແຫ່ງ​ປະ​ເທດ ກາຣັກສະຖານ. ບັນດາ​ຜົນງານ​ດັ່ງກ່າວ​ຊ່ວຍ​ເຮັດ​ໃຫ້ ​ແທກ​ກິມຕວັນ ຍາດ​ໄດ້​ອັນ​ດັບ 2 ຂອງ​ໂລກ ​ຢູ່​ປະ​ເພດ​ນ້ຳໜັກ 56 ກິ​ໂລກຣາມ, ອັນ​ດັບ​ໜຶ່ງ​ແມ່ນ​ນັກ​ກິລາ Om Jun Chol, ຄົນ​ ​ເກົາຫຼີ.


ແທກ​ກິມຕວັນ ພວມ​ຝຶກ​ແອບ​ເພື່ອ​ກະກຽມ​ໃຫ້​ແກ່ ​ໂອ​ແລມປິກ 2016 ຢູ່ ບຣາຊີນ. ພາບ: ​ເລ​ມິນ

ແທກ​ກິມຕວັນ ພະຍາຍາມ​ຝຶກ​ແອບ ​ເພື່ອ​ຄວາມ​ມຸ່ງ​ຫວັງຍາດ​ໄດ້​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ພາບ: ​ເລ​ມິນ

ແທກ​ກິມຕວັນ ສະ​ແດງ​ໃຫ້​ເຫັນການເປັນ​ອາຊີບ, ຄວາມ​ອົດທົນ ​ແລະ ຄວາມ​ຕັດສິນ​ໃຈ ພ້ອມ​ກັບ​ຄວາມ​ຕັ້ງໝັ້ນ​ຂອງ​ຕົນ​ໃນ​ການ​ຝຶກ​ແອບ. ພາບ: ​ເລ​ມິນ

ຄູ​ຝຶກ ຮວິ່ງ​ຫຶວຈີ ​ເປັນ​ຜູ້​ປະກົດ​ເຫັນ ​ແລະ ນຳພາ ​ແທກ​ກິມຕວັນ ​ຕັ້ງ​ແຕ່​ໄລຍະ​ທຳ​ອິດ ທີ່​ລາວ​ຮູ້ຈັກ​ກັບ​ປະ​ເພດ​ກິລາ​ຍົກ​ນ້ຳໜັກ. ພາບ: ​ເລ​ມິນ
ກັບ​ມາ​ປະ​ເທດນຳ​ບັນດາ​ຜົນງານທີ່​ຍາດ​ໄດ້, ​ແທກ​ກິມຕວັນ ກໍ່​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ແອບ ​ເພື່ອ​ກະກຽມ​ໃຫ້​ບັນດາ​ການ​ແຂ່ງຂັນ​ໃນ​ປີ 2015. ​ໃນ​ນັ້ນ, ຕວັນ ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ຮອບ​ຄັດ​ເລືອກ ​ໂອ​ແລມປິກ ​ໂດຍ​ຈຸດປະສົງ​ຈະ​ຍາດ​ໄດ້ຜົນ​ງານ​ທີ່​ດີ ​ເພື່ອ​ຊອກ​ຫາ​ໂອກາດ​ໃຫ້​ວິຊາ​ຍົກ​ນ້ຳໜັກ ຫວຽດນາມ ຍາດ​ໄດ້​ປີ້​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ ​ໂອ​ແລມປິກ 2016 ທີ່ນະຄອນ Rio de Janeiro ​ແຫ່ງ​ປະ​ເທດ ບຣາຊິນ. ​​ໃນ​ການ​ຝຶກ​ແອບ​ແຕ່​ລະ​ມື້, ລາວ​ມີ​ການ​ຕັກ​ເຕືອນ​ໃຫ້ຕົນ​ເອງວ່າ ​ບໍ່​ໄດ້ອວດ​ອ້າງ, ຕ້ອງ​ຕັ້ງ​ໃຈ​ໃນ​ການ​ຝຶກ​ແອບ. ນອກຈາກ​ການ​ຝຶກ​ແອບວິຊາ​ການ, ຕວັນກໍ່​ບໍ່​ລືມ​ການຮຽນ​ວັດທະນະທຳ​ຕື່ມ​ອີກ. ຕະຫຼອດ​ເວລາ 2 ປີຜ່ານມາ, ນອກຈາກ​ເວລາ​ຕ້ອງ​ໄປ​​ເຂົ້າ​ຮ່ວມ​ການ​ແ​ຂ່ງຂັນ, ​ແຕ່ລະ​ຄຳ່ ລາວ​ກໍ່​ໄປ​ຮຽນ​ເພີ່ມ​ຢູ່​ຫ້ອງ​ບຳລຸງ​ວັດທະນະທຳ ​ເພື່ອ​ສືບ​ຕໍ່​ເສັ້ນທາງ​ການຮຽນ​ຂອງ​ຕົນ.
ບົດ: ​ເຊີນ​ເງ້ຍ - ພາບ: ​ເລ​ມິນ ​ແລະ ​ເອກະສານ 

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top