• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກກິລາຍົກນຳ້ໜັກເລວັນກົງ ແລະ ດວງຫຼຽນຄຳປະຫວັດສາດທີ່ Paralympic Rio 2016

ໃນຕອນເຊົ້າວັນທີ 9 ກັນຍາ 2016 (ຕາມເວລາຫວຽດນາມ), ນັກກິລາ ຍົກນຳ້ໜັກ ເລວັນກົງ ໄດ້ຮັບຫຼຽນຄຳ Paralympic Rio 2016 ໃນລາຍການຍົກນຳໜັກລຸ້ນ 49 ກິໂລກຼາມເພດຊາຍ ດ້ວຍການ ຍົກນຳ້ໜັກໃນລະດັບ 183 ກິໂລກຼາມ, ຫ່າງຈາກຄູ່ແຂ່ງຂັນຜູ້ຍາດໄດ້ ຫຼຽນເງິນຄົນ ຈໍແດນ Omar Qarada (ຜົນການຍົກນຳ້ໜັກແມ່ນ 177 ກິໂລກຼາມ) ແລະ ນັກກິລາຍາດໄດ້ຫຼຽນທອງຄົນ ຮຸງກາຣີ Nandor Tunkel (ຜົນການຍົກນຳ້ໜັກແມ່ນ 155 ກິໂລກຼາມ). ດ້ວຍຫຼຽນຄຳ ອັນແສນປະເສີດນີ້, ນັກກິລາເລວັນກົງໄດ້ກາຍເປັນບຸກຄົນເໜືອພະນິ ຍາຍໃໝ່ຂອງກິລາຫວຽດນາມ. ກ່ອນຈະຍາດໄດ້ຫລຽນອັນປະເສີດ ແລະ ສະຫງ່າລາສີທີ່ Paralympic ນີ້, ຊີວິດຂອງ ເລວັນກົງແມ່ນຂະບວນເສັ້ນທາງໄຝ່ຫາໂຊກຊາຕາອັນແສນຍາວນານ. 
ກຳເນີດເກີດຂຶ້ນຢູ່ແຂວງຮ່າຕີ້ງ, ນັກກິລາຍົກນຳ້ໜັກ ເລວັນກົງ ເປັນ ພະຍາດ ກ້າມລີບ ແລະ ເປັນເປ້ຍລ່ອຍຂາທັງສອງຄ້າງ ມາແຕ່ກຳເນີດ ດັ່ງນັ້ນທຸກໆການເຄື່ອນໄຫວໃນຊີວິດສ່ວນຕົວລ້ວນແຕ່ອາໄສແຂນ ແລະ ມືເພື່ອຊ່ວຍໜູນກົງລົດເຂັນ. ຄັ້ງໜຶ່ງກົງໄດ້ຊົມລາຍການກິລາ ໃນໂລລະພາບ, ໄດ້ເຫັນບັນດານັກກິລາແຂງແຮງ, ເນື້ອກ້າມເຄັ່ງ ຕຶງເມື່ອຍົກນຳ້ໜັກແຂ່ງຂັນ ມັນໄດ້ເປັນແຮງບັນດານໃຈພາໃຫ້ລາວ ມັກຮັກກິລາປະເພດນີ້. ຕາມຄວາມຊົງຈຳຂອງກົງ, ກົງຄິດພຽງງ່າຍໆວ່າ ຕົນເອງພິການຂາສະນັ້ນຕ້ອງເຝິກແອບໃຫ້ແຂນ ແລະ ມືໃຫ້ແຂງ ແຮງຂຶ້ນເທົ່ານັ້ນ.

ປີ 2005, ເລວັນກົງໄປນະຄອນໂຮ່ຈີມິນເພື່ອຮຽນອາຊີບ ສ້ອມແປງ ເຄືີ່ອງເອເລັກຕໂຣນິກໃຊ້ໃນຄອບຄົວທີ່ໂຮງຮຽນເຕັກນິກ ເຕັກໂນໂລຊີຊັ້ນສູງ II  ແລະ ເຂົ້າຮ່ວມເຄື່ອນໄຫວໃນສະໂມສອນ ເຮື້ອງງຽບສະຫງວນໃຫ້ແກ່ຄົນພິການ. ຫຼັງຈາກນັ້ນ, ລາວສືບຕໍ່ເຂົ້າຮ່ວມສະໂມສອນຍົກນຳ້ໜັກເມືອງເຕິນບິ່ງ. ຢູ່ທີ່ນີ້, ກົງໄດ້ມີຄູສອນ ຫງວຽນຮົ່ງຟຸກ, ເປັນຜູ້ຝຶກຊ້ອມ ແລະ ເສີມຂະຫຍາຍຄວາມສາມາດຍົກນຳ້ໜັກຂອງລາວ.

ນັກຍົກນຳ້ໜັກເລວັນກົງ ແລະ ຄູຝຶກຂອງຕົນຄືທ່ານ ຫງວຽນຮົ່ງຟຸກ. ພາບ: ຫງວຽນລວນ


ກ່ອນເດີນທາງໄປເຂົ້າຮ່ວມການແຂ່ງຂັນທີ່ງານມະຫາກຳກິລາຄົນພິ ການໂລກ 2016 (Paralympic Rio 2016), ນັກຍົກນ້ຳໜັກ ເລວັນ ກົງ ໄດ້ຕັ້ງອົກຕັ້ງໃຈ
ກັບການຝຶກຊ້ອມ ພາຍໃຕ້ການແນະ ນຳຢ່າງໃກ້ສິດຂອງຄູຝຶກ ຫງວຽນຮົ່ງຟຸກ. ພາບ: ຫງວຽນລວນ



ເລວັນກົງໄດ້ຖືກຄັດເລືອກເປັນນັກກິລາຄົນພິການດີເດັ່ນທີສຸດທົ່ວ ປະເທດປີ 2015. ພາບ: ຫງວຽນລວນ


3 ສະຖິຕິໂລກລຸ້ນ 49 ກິໂລກຼາມທີ່ນັກກິລາຄົນພິການເລວັນກົງ ກຳລັງຄອງແຊ້ມນັ້ນຄື: ASEAN Para Games (176 ກິໂລກຼາມ), Asian Para Games
(181,5ກິໂລກຼາມ) ແລະ ລາງວັນ ຊິງຊະນະ ເລີດການຍົກນຳ້ໜັກຄົນພິການອາຊີ 2015 (182 ກິໂລກຼາມ). ພາບ: ເອກະສານ



ນັກຍົກນ້ຳຫນັກ ເລວັນກົງໃນມື້ເປີດງານມະຫາກຳກິລາຄົນ ພິການ ອາຊີຕາເວັນອອກສ່ຽງໃຕ້  2015 (ASEAN Para Games 8)
ທີ່ສິງກະໂປເມື່ອເດືອນທັນວາ 2015. ພາບ: ເອກະສານ



ນັກຍົກນ້ຳຫນັກ ເລວັນກົງກະກຽມເຂົ້າການແຂ່ງຂັນທີ່ ASEAN Para Games 8 (ເດືອນທັນວາ 2015). ພາບ: ເອກະສານ


ນັກຍົກນ້ຳຫນັກ ຄົນພິການເລວັນກົງກັບຫຼຽນຄຳທີ່ ASEAN Para Games 8 (ເດືອນທັນວາ 2015). ພາບ: ເອກະສານ


ນັກຍົກນ້ຳຫນັກ ເລວັນກົງພ້ອມກັບເພື່ອນຮ່ວມທີມ ແລະ ຄູຝຶກ ຫງວຽນຮົ່ງຟຸກໃນຄັ້ງໜຶ່ງທີ່ໄປຝຶກຊ້ອມທີ່ຍີ່ປຸ່ນ. ພາບ: ເອກະສານ


ທ່ານ ເລວັນກົງ ແລະ ຄອບຄົວຂອງຕົນ. ພາບ: ເອກະສານ

3 ສະຖິຕິດໂລກຕ່າງໆທີ່ເລວັນກົງກຳລັງຄອບຄອງແຊ້ມໃນລາຍການ ຍົກນຳ້ໜັກລຸ້ນ 49 ກິໂລກຼາມຄື: ASEAN Para Games ຄັ້ງທີ VII ປີ 2014 ດ້ວຍຜົນການຍົກ ນຳ້ ໜັກ 176 ກິໂລກຼາມ, Asian Para Games II ປີ 2014 ດ້ວຍຜົນການຍົກ ນຳ້ໜັກ 181,5 ກິໂລກຼາມ ແລະ ການແຂ່ງຂັນຊິງຊະນະເລີດຍົກນຳ້ໜັກຄົນພິການ ອາຊີ 2015 ດ້ວຍຜົນການຍົກນຳ້ໜັກ 182 ກິໂລກຼາມ. ດ້ວຍບັນດາ ຜົນງານ ທີ່ໜ້າປະທັບໃຈດັ່ງກ່າວ, ເລວັນກົງໄດ້ຖືກຄັດເລືອກເປັນນັກກິລາ ຄົນພິການດີເດັ່ນທີສຸດໃນທົ່ວປະເທດປີ 2015 ແລະ ຄູຝຶກຂອງ ລາວ ຄືທ່ານ ຫງວຽນຮົ່ງຟຸກກໍໄດ້ຮັບນາມມະຍົດເປັນຄູຝຶກ ຄົນພິການ ດີເດັ່ນທີສຸດໃນທົ່ວປະເທດ. 
ເລີ່ມແຕ່ປີ 2007, ກົງເລີ່ມເຂົ້າຮ່ວມການແຂ່ງຂັນໃນລາຍການຍົກນ້ຳຫນັກໃນງານແຂ່ງຂັນຊີງລາງວັນໃນຂົງເຂດພາກພື້ນ ແລະ ສາກົນ. ຈຸດໝາຍໃນການແຂ່ງຂັນລະດັບສູງທີ່ກົງຍັງຈົດຈຳທີສຸດ ນັ້ນແມ່ນ ຫຼຽນຄຳ ລຸ້ນ 49 ກິໂລກຼາມ ເພດຊາຍດ້ວຍຜົນງານຍົກນຳ້ໜັກແມ່ນ 152,5 ກິໂລກຼາມ ທີ່ອາຊຽນ Para Games 2007 ຊຶ່ງເປັນການ ແຂ່ງຂັນ ລະດັບພາກພື້ນຄັ້ງທຳອິດຂອງລາວ. ນັບແຕ່ນັ້ນເປັນຕົ້ນມາ, ກົງກາຍເປັນ “ເຈົ້າຂອງ” ຂອງທີມກິລາຍົກນຳ້ໜັກຄົນພິການຫວຽດນາມ, ຍາດໄດ້ຜົນງານຫລາຍຢ່າງໆຕໍ່ເນື່ອງ. ການທຳລາຍສະຖິຕິໂລກ 3 ຄັ້ງໃນໄລຍະໜຶ່ງປີຜ່ານມາເປັນຜົນງານສ້າງຄວາມ ປະທັບໃຈທີສຸດທີ່ກົງບັນລຸໝາກຜົນໃນເສັ້ນທາງຟິຊິດຄວາມຫຼົງໄຫຼ ແລະ ຜ່ານພົ້ນປອມດ້ອຍດ້ານຮ່າງກາຍຂອງຕົນເອງ.

ໂຊກຍັງບໍ່ທັນເຂົ້າຂ້າງກົງ, ລາວຖືກອຸບັດຕິເຫດເກີດຂຶ້ນໂດຍບັງເອີນ ປີ 2011 ພາໃຫ້ກົງຈຳເປັນຕ້ອງໂຈະການແຂ່ງຂັນເປັນໄລຍະຍາວ. ຕະຫຼອດໄລຍະ 2 ປີດັ່ງກ່າວ, ກົງບໍ່ສາມາດຍົກນຳ້ໜັກ ແລະ ງານ Paralympic London 2012 ໄດ້ກາຍເປັນຄວາມຝັນບໍ່ສາມາດເປັນຈິງສຳລັບລາວ.

ຫຼັງສອງປີທີ່ກິ້ງເກືອກລີເລືອກັບຄວາມຫຍຸ້ງຍາກ, ທັງຫາລ້ຽງຊີບ, ທັງປິ່ນປົວບາດແຜ, ເລວັນກົງສາມາດຝຶກຊ້ອມຄືນໃໝ່. ແລະ ຢູ່ໃນລາຍການຍົກນຳ້ໜັກລຸ້ນ 49 ກິໂລກຼາມໃນງານຊິງຊະນະເລີດ ທະວີບອາຊີ 2013, ນັກກິລາເລວັນກົງ ຄວ້າໄດ້ຫຼຽນຄຳ. ນັບແຕ່ນັ້ນເປັນຕົ້ນມາ, ພາລະກິດຂອງກົງໄດ້ກ້າວກະໂດດຂຶ້ນຢ່າງວ່ອງໄວ.

ກັບຈາກງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ 2015 (ASEAN Para Games 8) ທີ່ສິງກະໂປໃນເດືອນທັນວາ 2015 ດ້ວຍຜົນງານຍາດໄດ້ຫຼຽນຄຳ, ເລວັນກົງໄດ້ສືບຕໍ່ການຝຶກຊ້ອມທີ່ສູນຝຶກອົບຮົມກິລາແຫ່ງຊາດ II (ຢູ່ເມືອງຖູດຶກ, ນະຄອນໂຮ່ຈີມິນ) ດ້ວຍບັນຍາກາດທີ່ເຕັມລົ້ນ. ນັກກິລາພິການທີ່ ມີບ້ານເກີດເມືອງນອນ ຢູ່ແຂວງຮ່າຕີ້ງ (ພາກກາງຫວຽດ ນາມ) ໃຫ້ຮູ້ດ້ວຍຄວາມໝັ້ນໃຈວ່າ: “ໄດ້ຍົກນຳ້ໜັກ ແລະ ທຳລາຍສະຖິຕິ ໂລກ ແມ່ນຄວາມໄຝ່ຝັນຂອງ ຂ້າພະເຈົ້າ, ມາບັດນີ້, ສິ່ງດັ່ງກ່າວໄດ້ ກາຍເປັນຄວາມຈິງແລ້ວ. ການເຂົ້າຮ່ວມ Paralympic Games 2016 ທັງເປັນລາງວັນ, ທັງເປັນສິ່ງທ້າທາຍທີ່ຂ້າພະເຈົ້າຕ້ອງໄປ ເຖິງຈຸດໝາຍ”. ນີ້ເປັນຄັ້ງທຳອິດທີ່ເລວັນກົງເຂົ້າຮ່ວມ ສະໜາມ ແຂ່ງຂັນກີລາໂລກຄື Paralympic Games 2016, ດ້ວຍເຫດນັ້ນ, ເລວັນກົງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງ ແລະ ຄວາມກະຕືລືລົ້ນຂອງຕົນ.

ສິ່ງທີ່ເກີດຂຶ້ນພາຍຫຼັງນັ້ນໄດ້ກາຍເປັນເຫດການປະຫວັດສາດ.  ນຳ້ໜັກ 181 ກິໂລກຼາມ ໃນການຍົກຄັ້ງທີສາມ ແລະ ນ້ຳຫນັກ 183 ກິໂລກຼາມ ເປັນຍົກຄັ້ງສຸດທ້າຍ ຂອງເລວັນກົງ ໄດ້ຫ່າງໄກນ້ຳໜັກ ຂອງ Omar Qarada ( 177 ກີໂລກາຼມ) ຢ່າງຂາດຂັ້ນ ແລະ ເລວັນກົງ ກໍທຳລາຍ ສະຖິຕິ ຂອງຕົນເອງ, ສ້າງສະຖິຕິໃໝ່ທີ່ Paralympic. ພ້ອມກັບ ຮວ່າງຊວນວີງ, ເລວັນກົງໄດ້ກາຍເປັນ ບຸກຄົນເໜືອພະນິຍາຍຂອງກິລາຫວຽດນາມ.

ທ່ານ ເລວັນກົງມີຄວາມໝັ້ນໃຈ ແລະ ຕັດສິນໃຈສູງ ກ່ອນອອກ ເດີນທາງໄປເຂົ້າຮ່ວມການແຂ່ງຂັນ Paralympic Games 2016
ທີ່  Rio de Janeiro, ບຣາຊິນ.  ພາບ: ຫງວຽນລວນ



ທ່ານ ເລວັນກົງກັບບົດຝຶກຊ້ອມເພີ່ມພະລັງແຮງ ເພື່ອ ກະກຽມໄປເຂົ້າ ຮ່ວມງານແຂ່ງຂັນ Paralympic Games 2016
ທີ່ Rio de Janeiro, ບຣາຊິນ.  ພາບ: ຫງວຽນລວນ



ທ່ານ ເລວັນກົງ, ເມື່ອເດືອນມັງກອນ 2016. ພາບ: ຫງວຽນລວນ


ທ່ານ ເລວັນກົງເຂົ້າຮ່ວມການແຂ່ງຂັນໃນລາຍການຍົກ ນ້ຳໜັກລຸ້ນ 49 ກິໂລກຼາມເພດຊາຍ Paralympic 2016.  ພາບ: Xinhua/VNA


ຄວາມສຸດແສນຊື່ນໃຈຂອງນັກກິລາຄົນພິການເລວັນກົງ ຫຼັງຈາກ ສິ້ນສຸດການຍົກນ້ຳໜັກລຸ້ນ 49 ກິໂລກຼາມເພດຊາຍທີ່ Paralympic 2016.  ພາບ: Xinhua/VNA


... ວິນາທີທຳລາຍສະຖິຕິໃນການຍົກນ້ຳໜັກລຸ້ນ 49 ກິໂລກຼາມ ເພດຊາຍທີ່ Paralympic 2016.  ພາບ: Xinhua/VNA


ນັກກິລາຄົນພິການເລວັນກົງ ໄດ້ຮັບຫຼຽນຄຳ  ແລະ ທຳລາຍ ສະຖິຕິ ໃນງານມະຫາກຳກິລາຄົນພິການ Paralympic Rio 2016 ໃນລາຍ ການຍົກນຳ້ໜັກລຸ້ນ 49 ກິໂລກຼາມເພດຊາຍ. ນັກກິລາ ເລວັນກົງ (ກາງ) ຄວ້າໄດ້ຫຼຽນຄຳໃນລາຍການຍົກນ້ຳໜັກລຸ້ນ 49 ກິໂລກຼາມ ເພດຊາຍ ດ້ວຍຜົນການຍົກນ້ຳໜັກໃນລະດັບ 181 ກິໂລກຼາມ, ພ້ອມ ກັນນັ້ນລາວຍັງມີສອງຄັ້ງທີ່ທຳລາຍສະຖິຕິ Paralympic ໃນລາຍ ການດັ່ງກ່າວ. ຫຼຽນເງິນຕົກເປັນຂອງ Omar Qarada (ຊ້າຍ), ຄົນ ຈໍແດນ ດ້ວຍຜົນການຍົກນຳ້ໜັກ 177 ກິໂລກຼາມ ແລະ ຫຼຽນທອງ ມອບ ໃຫ້ Nandor Tunkel (ຂວາ), ຄົນຮຸງກາຣີ ດ້ວຍຜົນການ ຍົກນຳ້ໜັກ 155 ກິໂລກຼາມ. ພາບ: Xinhua/VNA

ເມື່ອເວົ້າເຖິງລູກສິດທີ່ຮັກຂອງຕົນ,  ຄູຝຶກ ຫງວຽນຮົ່ງຟຸກ ໄດ້ແບ່ງປັນ ດ້ວຍຄວາມເອກອ້າງວ່າ: “ກົງດຸໝັ່ນທີ່ສຸດ ແລະ ເປັນມືອາຊີບໃນການ ຝຶກຊ້ອມກໍຄືໃນການແຂ່ງຂັນ. ລາວເປັນຄວາມຫວັງເບີຫນຶ່ງຂອງທີມກິລາຍົກນຳ້ໜັກ ຄົນພິການຫວຽດນາມ ໃນປັດຈຸບັນ”. ຄະນະຍົກນຳ້ໜັກລວມມີເລວັນກົງ ພ້ອມດ້ວຍ ຫງວຽນບິ່ງອານ, ດັ້ງທິລີນເຟື້ອງ ແລະ ເຈົາຮວ່າງ ຕວ໋ຽດລວານ.

ພາຍຫຼັງຊົ່ວໂມງເຝິກແອບ ແລະ ແຂ່ງຂັນທີ່ອິດເມື່ອຍ, ນັກກິລາ ເລວັນກົງກັບເມືອປຸ້ມລຸມກັນກັບເມຍ ແລະ ລູກທີ່ຮັກຂອງຕົນຢູ່ ແຂວງລອງອານ, ບ່ອນທີ່ກົງພວມເປັນເຈົ້າຂອງຮ້ານ ເອເລັກຕໂຣນິກ ຊຶ່ງເປັນຜົນງານສະໄຫມໄປຮຽນອາຊີບສ້ອມແປງເຄື່ອງເອເລກຕໂຣ ນິກ ຢູ່ນະຄອນໂຮ່ຈີມິນ. 


 

ນັກຍົກນ້ຳໜັກເລວັນກົງຄວ້າໄດ້ຫຼຽນຄຳຫຼຽນທຳອິດໃຫ້ແກ່ທີມກິລາ ຄົນພິການຫວຽດນາມເມື່ອຜ່ານຜົນການຍົກນ້ຳໜັກໃນລະດັບ 181 ກິໂລກຼາມ, ບໍ່ພຽງແຕ່ເທົ່ານັ້ນເລວັນກົງຍັງມີ 2 ຄັ້ງທຳລາຍສະຖິຕິ Paralympic ລຸ້ນ 49 ກິໂລກຼາມ. ນີ້ແມ່ນຫຼຽນຄຳຫຼຽນທຳອິດ ຂອງກິລາຫວຽດນາມທີ່ບັນລຸໄດ້ທີ່ Paralympics ນັບແຕ່ມື້ ຫວຽດ ນາມເລີ່ມເຂົ້າຮ່ວມປີ  2000. 


ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ, Xinhua ແລະ ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top