• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ນະຄອນໂຮ່ຈີມິນ-ວິໄສທັດ 2025

“ນະຄອນໂຮ່ຈີມິນ ຈຳເປັນຕ້ອງຢູ່ອັນດັບ 1 ແລະ ເປົ້າໝາຍນີ້ ອາດປະຕິບັດໄດ້ຢ່າງແນ່ນອນ. ດ້ວຍເຫດນັ້ນ, ອຳນາດການ ປົກຄອງ ແລະ ປະຊາຊົນ ໄດ້ຕັດສິນໃຈ ສ້າງ ຈິນຕະນາການ ປ່ຽນແປງໃໝ່ ບໍ່ພຽງແຕ່ດ້ວຍກົນໄກ “ຂໍ-ໃຫ້” ຫາກດ້ວຍຄຳ ຂວັນ “ກ້າລອງ, ກ້າເຮັດ, ກ້າປະເຊີນໜ້າ ກັບຄວາມສ່ຽງ” ເພື່ອ ສ້າງບາດກ້າວກະໂດດຂັ້ນ. ນັ້ນແມ່ນ ການຢືນຢັນ ທີ່ເຕັມໄປ ດ້ວຍການຕັດສິນໃຈ ຂອງ ທ່ານ ດິງລາທັງ, ກຳມະການກົມ ການເມືອງ, ເລຂາຄະນະພັກ ນະຄອນໂຮ່ຈີມິນ ເມື່ອແລກປ່ຽນ ກັບນັກຂ່າວ ຂ່າວພາບ ຫວຽດນາມ ກ່ຽວກັບ “ຈຸດໝາຍກໍ່ສ້າງ ຕົວເມືອງໃໝ່ ນະຄອນ ໂຮ່ຈີມິນ-ວິໄສທັດ 2025”. 
ພັດທະນາພື້ນຖານໂຄງລ່າງ ໄປຄຽງຄູ່ກັບ ຮັບປະກັນ ດ້ານສະຫວັດດີ ການສັງຄົມ


ທ່ານ ດິງລາທັງ, ກຳມະການກົມການເມືອງ, ເລຂາຄະນະພັກ ນະຄອນໂຮ່ຈີມິນ. ພາບ: ກິມເຟືອງ

ນັກຂ່າວ: ຕາມຂໍ້ຕົກລົງ “ອະນຸມັດຜ່ານແຜນຜັງລວມ ພັດທະ ນາເສດຖະກິດ-ສັງຄົມ ນະຄອນໂຮ່ຈີມິນ ເຖິງປີ 2020, ວິໄສ ທັດ 2025”, ຂອງນາຍົກລັດຖະມົນຕີ, ນະຄອນ ໂຮ່ຈີມິນ ຈະ ຂະຫຍາຍຕົວຕາມຮູບແບບລວມສູນ-ຫຼາຍຂົ້ວ. ຮຽນທ່ານ ເລ ຂາຄະນະພັກນະຄອນ ສິ່ງດັ່ງກ່າວ ຈະໄດ້ປະຕິບັດ ຄືແນວໃດ?

ທ່ານ ດິງລາທັງ:   ຕາມຂໍ້ຕົກລົງດັ່ງກ່າວ, ນະຄອນໂຮ່ຈີມິນ ຈະ ໄດ້ຂະຫຍາຍຕົວຕາມຮູບແບບລວມສູນ-ຫຼາຍຂົ້ວ. ເຂດໃຈ ກາງ ພາຍໃນກຳແພງເມືອງ ດ້ວຍລັດສະໝີ 15 ກິໂລແມັດ ແລະ 4 ຂົ້ວ ຂະຫຍາຍຕົວ. ລະອຽດຄື ນະຄອນ ຈະ ໄດ້ຂະຫຍາຍຕົວຕາມທິດ “ຫຼາຍຈຸດໃຈກາງ” ກັບຈຸດໃຈກາງ ສັງລວມ ທີ່ເຂດໃຈກາງກຳລັງຄົງຕົວຢູ່ ເຊັ່ນ ເມືອງ 1, ເມືອງ 3, ສ່ວນ ໜຶ່ງເມືອງ 4, ເມືອງ ບິ່ງແທ້ງ ແລະ ເຂດຕົວເມືອງໃໝ່ ຖູ້ທຽມ; ສີ່ຈຸດໃຈກາງຍັງເຫຼືອ ທີ່ເປັນ ຂັ້ນນະຄອນ ຈະໄດ້ຕັ້ງຢູ່ ສີ່ທິດ ພັດທະນາ. ຄຽງຂ້າງນັ້ນ, ນະຄອນຈະຂະຫຍາຍ ຕົວຕາມ ສອງທິດຕົ້ນຕໍເຊັ່ນ: ທິດຕາເວັນອອກ ແລະ ທິດໃຕ້ອອກສູ່ ທະເລ ແລະ ສອງທິດ ສຳຮອງເຊັ່ນ: ທິດຕາເວັນຕົກສ່ຽງເໜືອ ແລະ ທິດຕາເວັນຕົກ, ຕາເວັນຕົກສ່ຽງໃຕ້.

ເຖິງແມ່ນວ່າຄວາມຄິດຂະຫຍາຍຕົວ ນະຄອນ ໂຮ່ຈີມິນ ຕາມ ຫຼາຍທິດ ໄດ້ເກີດຂຶ້ນແຕ່ປີ 1998, ຍົກເວັ້ນທິດໃຕ້, ແຕ່ ບັນດາ ທິດທີ່ຍັງເຫຼືອ ຍັງບໍ່ທັນປະກອບ ເປັນຮູບເປັນຮ່າງຂຶ້ນມາ ແລະ ການຄົມມະນາຄົມຍັງພົບກັບສິ່ງກີດຂວາງເຊັ່ນ: ລົດໄພ, ລົດ ໄພໃຕ້ດິນ ແລະ ອື່ນໆ... ເພື່ອເຊື່ອມຕໍ່ກັບບັນດາໃຈກາງ ຕົວເມືອງ. ນີ້ແມ່ນ ໜ້າທີ່ສຳຄັນ ຊຶ່ງນະຄອນ ຕ້ອງແກ້ໄຂໃຫ້ໄດ້ ໃນຕໍ່ໜ້າ. ດ້ານອື່ນ, ການພັດທະນາຕົວເມືອງ ຕ້ອງສຸມໃສ່ ໃນ ບັນດາເຂດຕົວເມືອງທ່ີເປັນຈຸດໃຈກາງ ດ້ວຍລະດັບຄວາມ ໜາແໜ້ນສູງ ເພື່ອປະຢັດທີ່ດິນ ແລະ ບັນຫາສິ່ງ ແວດ ລ້ອມທຳ ມະຊາດລົງ.

ເປົ້າໝາຍໃນການເພີ່ມທະວີ ການຮ່ວມຕົວໃນພື້ນທີ່ ຊຶ່ງ ນະ ຄອນ ໃຫ້ຄວາມສຳຄັນ ໂດຍຜ່ານກຳນົດທິດທາງ ເປີດກວ້າງ ການຕິດຕໍ່ ລະຫວ່າງ ພື້ນທີ່, ເພີ່ມທະວີການຮ່ວມສຳພັນ ກັບບັນດາ ແຂວງ ອ້ອມຂ້າງ ດ້ວຍການເປີດທະລຸຜ່ານ ບັນດາ ພື້ນທີ່ ເປັນປະຕູ ຂອງ ນະຄອນ. ພ້ອມກັນນັ້ນ ແມ່ນການປະສານ ສົມທົບກັບບັນດາກະຊວງ, ຂະແໜງການ ຂອງສູນກາງ ກໍ່ສ້າງ ກົນໄກ ທີ່ມີ ລັກສະນະຈຳເພາະ ເພື່ອຂຸດຄົ້ນຄວາມສາມາດບົ່ມ ຊ້ອນ, ທ່າແຮງ ຂອງ ນະຄອນ, ຂອງເຂດເສດຖະກິດຈຸດສຸມ ທາງທິດໃຕ້ (ລວມມີ 8 ແຂວງ, ນະຄອນຄື: ນະຄອນໂຮ່ຈີມິນ, ໄຕນິງ, ບິ່ງເຟືອກ, ດົ່ງນາຍ, ບ່າເຣ້ຍ-ຫວູງເຕົ່າ, ລອງອານ, ຕ່ຽນຢາງ) ແລະ ຍູ້ແຮງການເຊື່ອມ ຕໍ່ລະຫວ່າງເຂດ. 

ໂບດ ດຶກບ່າ, ກິດຈະການສະຖາປັດຕະຍະກຳເກົ່າແກ່ພົ້ນເດັ່ນແຫ່ງໜຶ່ງ ຂອງນະຄອນໂຮ່ຈີມິນ,
ໄດ້ເລີ່ມລົມມືກໍ່ສ້າງໃນເມື່ອປີ 1877 ແລະ ສຳເລັດໃນປີ 1880. ພາບ: ກິມເຟືອງ

ນັກຂ່າວ: ຄາດຄະເນວ່າ ຮອດປີ 2025 ນະຄອນ ໂຮ່ຈີມິນ ຈະ ມີພົນລະເມືອງ ປະມານ 10 ລ້ານຄົນ ແລະ ກາຍເປັນ  ມະຫາ ນະຄອນ ຂະຫຍັນຂັນເຄື່ອນ ອັນດັບໂລກ. ດັ່ງນັ້ນ, ທາງນະ ຄອນ ຈະມີນະໂຍບາຍໃດແດ່ ເພື່ອຮັບປະກັນ ດ້ານສະຫວັດດີ ການສັງຄົມໃຫ້ແກ່ປະຊາຊົນ?

ທ່ານ ດິງລາທັງ:  ນະຄອນໂຮ່ຈີມິນ ກວມເອົາກວ່າ 10% ຈຳນວນ ພົນລະເມືອງ ແລະ 0,6% ເນື້ອທີ່ ຂອງ ປະເທດ, ແຕ່ນະ ຄອນໂຮ່ຈີມິນ ສ້າງລາຍຮັບແຫ່ງຊາດ ໄດ້ 23% GDP, 30% ແຫຼ່ງ ລາຍຮັບງົບປະມານ, ດຶງດູດ 20% ແຫຼ່ງທຶນ FDI ຂອງ ທົ່ວປະເທດ. ຈາກບັນດາຕົວເລກດັ່ງກ່າວ ໄດ້ສະແດງໃຫ້ເຫັນ ບົດບາດທີ່ຕັ້ງສຳຄັນ ຂອງ ນະຄອນໂຮ່ຈີມິນ ສຳລັບທົ່ວ ປະ ເທດ.

ເພື່ອບັນລຸຜົນສຳເລັດ ດັ່ງກ່າວມາຂ້າງເທິງ, ສ່ວນໜຶ່ງທີ່ສຳຄັນ ທີສຸດແມ່ນນະຄອນໄດ້ ແລະ ກຳລັງປະຕິບັດ ເປັນຢ່າງດີ ບັນ ດາ ນະໂຍບາຍສະຫວັດດີການສັງຄົມ. ອົງຄະນະພັກນະຄອນ ໄດ້, ກຳລັງ ແລະ ຈະສືບຕໍ່ ເສີມຂະຫຍາຍ ຜົນສຳເລັດ ແລະ ບັນດາບົດຮຽນທີ່ບັນລຸໄດ້, ແກ້ໄຂຈຸດອ່ອນ ແລະ ບໍ່ເຖິງຖອງ ເພື່ອສ້າງລະບົບສະຫວັດດີການ  ແລະ ຄວາມຜາສຸກ ຂອງສັງຄົມຢ່າງ ຄົບຊຸດ ແລະ ມີປະສິດທິຜົນສູງ.

ຍູ້ແຮງການຜັນຂະຫຍາຍ ບັນດາໂຄງການ ພັດທະນາ ເສດຖະ ກິດ-ສັງຄົມ ຕິດພັນກັບ ແກ້ໄຂ ວຽກເຮັດງານທຳ; ປຸກລະດົມ ກຳລັງແຮງ ບັນດາພາກສ່ວນເສດຖະກິດ, ຮູບແບບວິສາຫະ ກິດ ພັດທະນາຢ່າງແຂງແຮງ ການຜະລິດ ດຳເນີນທຸລະກິດ ເພື່ອສ້າງວຽກເຮັດງານທຳ, ຊ່ວຍໜູນ ປະຊາຊົນມີວຽກເຮັດ, ເພີ່ມລາຍຮັບ.

ຍົກສູງຄຸນນະພາບລະບົບປະກັນໄພ, ສືບຕໍ່ປະຕິບັດ ຢ່າງມີ ປະ ສິດທິຜົນ ໂຄງການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມ ທຸກ ຍາກທີ່ຍືນຍົງ. ປະຕິບັດການຂົນຂວາຍ ສັງຄົມຢ່າງກວ້າງ ຂວາງ ເລິກເຊິ່ງ, ຜັນຂະຫຍາຍໂຄງການ ຈຸດໝາຍແຫ່ງຊາດ ສ້າງຊົນນະບົດໃໝ່ ຊຶ່ງ ໃນນັ້ນ ການພັດທະນາເສດຖະກິດ ຕ້ອງຕິດ ພັນກັບການປົກປັກຮັກສາສິ່ງແວດລ້ອມ, ລົບລ້າງ ຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຈົນ, ແກ້ໄຂວຽກເຮັດງານທຳ ແລະ ຮັບປະກັນຄວາມສະຫງົບ ຂອງ ສັງຄົມ ແລະ ພັດທະນາ ຊົນນະບົດແບບຍືນຍົງ.

ທາງນະຄອນ ຈະສືບຕໍ່ປະຕິບັດນະໂຍບາຍ ເປັນຢ່າງດີ ສຳລັບ ຜູ້ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ນະໂຍບາຍຊ່ວຍ ເຫຼືອສັງຄົມ ໃຫ້ແກ່ບັນດາເປົ້າໝາຍປົກປ້ອງ-ຊ່ວຍເຫລືອສັງ ຄົມ ດ້ວຍວິທີ ຍູ້ແຮງການຫັນເປັນສັງຄົມ ວຽກງານນີ້ອີກດ້ວຍ.

ການດັດສ້າງ, ຍົກລະດັບລະບົບການຄົມມະນາຄົມ ໄດ້ປະກອບສ່ວນເຮັດໃຫ້ ປ່ຽນແປງໂສມໜ້າຕົວເມືອງຢູ່ນະຄອນໂຮ່ຈີມິນ. ພາບ: ທົງຫາຍ

ພັດທະນາຕົວເມືອງຕາມທິດໝັ້ນຄົງ, ຂຶ້ນແຜນຜັງລວມບັນດາຕົວເມືອງມີຂະໜາດໃຫຍ່

ນັກຂ່າວ: ບັນດາຕົວເມືອງໃໝ່ ໃນປັດຈຸບັນ ແລະ ອະນາຄົດ ຈະມີຜົນສະທ້ອນແນວໃດ ຕໍ່ການພັດທະນາ ເສດຖະກິດ-ສັງ ຄົມຂອງນະຄອນ? 

ທ່ານ ດິງລາທັງ:  ທ່ານ ດິງລາທັງ: ເລື່ອງບັນດາເຂດຕົວເມືອງໃໝ່ ກຳເນີດຂຶ້ນ ແມ່ນວິທີແກ້ໄຂ ຢ່າງພາວະວິໄສ ຂອງຂະບວນການຂະຫຍາຍ ຕົວ ຂອງນະຄອນ. ບັນດາຕົວເມືອງໃໝ່ ເປັນບ່ອນ ໄດ້ ຍົງສູງ ດ້ານຄຸນະພາບ, ທົດແທນບັນດາໜ້າທີ່ການ ຍັງ ຂາດ ຕົກບົກ ຜ່ອງ ຂອງຕົວເມືອງເກ່ົາ. ນີ້ເປັນບ່ອນສະໜອງ ທີ່ ຢູ່ອາໄສ, ວຽກເຮັດງານທຳ ແລະ ບັນດາການເຄື່ອນໄຫວ ດ້ານ ວັດທະນະທຳ ທາງດ້ານຈິດໃຈໃຫ້ແກ່ປະຊາຊົນ.

ແລ້ວແຕ່ທີ່ຕັ້ງ ທີ່ໄດ້ປຽບ, ຕົວເມືອງໃໝ່ແຕ່ລະແຫ່ງ ຈະມີ ຈຸດ ໝາຍພັດທະນາທີ່ແຕກຕ່າງກັນ. ບັນດາຕົວເມືອງໃໝ່ ຈະປະ ກົດເປັນຮູບເປັນຮ່າງ ຈຸດໃຈກາງຕາມທິດພັດທະນາຂອງ ນະ ຄອນ, ສ້າງເປັນລະບົບສູນກາງຕົວເມືອງ. ນີ້ແມ່ນ ຂະບວນ ວິ ວັດແຫ່ງການ ເຮັດໃຫ້ໜ້າພຽງລວມ ຂອງ ນະຄອນ ໂຮ່ຈີມິນ ໄດ້ປັບປຸງ ໃຫ້ສົມບູບແບບ ຕາມແຜນສັງ ລວມ.

ບັນດາຕົວເມືອງໃໝ່ແມ່ນວິທີແກ້ໄຂທີ່ມີລັກສະນະທີ່ເປັນກຸນແຈ ຊ່ວຍໃຫ້ນະຄອນໂຮ່ຈີມິນ ຫັນປ່ຽນໂຄງປະກອບ ເສດຖະ ກິດ. ຕົວຢ່າງ: ເຂດຕົວເມືອງໃໝ່ ຖູທຽມ ຈະເປັນສູນກາງການ ເງິນ, ການຄ້າ, ບໍລິການ; ເຂດຕົວເມືອງ ໄຕບັກ ຈະເປັນ ສູນ ການສຶກສາ, ສາທາລະນະສຸກ, ອຸດສາຫະກຳ ປອດສານພິດ ມີມູນຄ່າ ສ່ວນເກີນສູງ; ເມືອງ 9 ຈະເປັນສູນກາງອຸດສາຫະກຳ ເຕັກໂນໂລ ຊີສູງ; ເຂດຕົວເມືອງ ຮຽບເຟືອກ ຈະເປັນສູນບໍລິ ການ, ອຸດສາຫະກຳ ຕິດພັນກັບ ການຂົນສົ່ງ ທາງທະເລ ແລະ ອື່ນໆ ອີກຫຼາຍຢ່າງ...

ບັດດາຕົວເມືອງໃໝ່ ຈະເປັນສະຖານທີ່ ເຄື່ອນໄຫວເສດຖະກິດ ມີທ່າໄດ້ປຽບ ໃນການແກ່ງແຍ້ງ ຂອງ ນະຄອນ ໂຮ່ຈີມິນ ເມື່ອ ທຽບກັບ ບັນດາແຂວງ, ນະຄອນທີ່ໃກ້ຄຽງ, ຄ່ອຍຫຼຸດຜ່ອນ ບັນດາຂະແໜງການ ອຸດສາຫະກຳໃຊ້ແຮງງານຜະລິດ, ມົນລະ ພິດ, ດຶງດູດການລົງທຶນເຕັກໂນໂລຊີໃໝ່ ແລະ ພັດທະນາແບບຍືນຍົງ ໃນທີ່ຕັ້ງນຳໜ້າ.

ເຂດຕົວເມືອງ ຝູ່໋ໝີຮືງ ໄດ້ຮັບການກໍ່ສ້າງພົນພື້ນຖານແຜນສັງລວມເປີດກວ້າງ ນະຄອນໂຮ່ຈີມິນໄປຕາມທາງທິດໃຕ້, ກ້າວອອກໄປທະເລຕາເວັນອອກ,
ຕາມທ່າອຽງພັດທະນາຕົວເມືອງມຸ່ງສູ່ທະເລ ທີ່ຫຼາຍປະເທດ ກຳລັງປະຕິບັດ. ພາບ: ກິມເຟືອງ

ນັກຂ່າວ: ເປັນຈຸດໝາຍໃນການ ດຶງດູດ ບັນດານັກລົງທຶນ, ນະຄອນໂຮ່ຈີມິນ ຈະມີນະໂຍບາຍ ບຸລິມະສິດໃດແດ່?

ທ່ານ ດິງລາທັງ:  ທ່ານ ດິງລາທັງ: ນະຄອນ ໂຮ່ຈີມິນ ເປັນນະຄອນທີ່ໄດ້ ຕ້ອນ ຮັບການລົງທຶນຢ່າງຫຼວງຫຼາຍ ຈາກປະເທດຕ່າງໆ ໃນໂລກ, ໂດຍສະເພາຢ່າງຍິ່ງ ແມ່ນບັນດາປະເທດ ໃນກຸ່ມອາຊຽນ.

ດ້ວຍເຫດນັ້ນ, ໃນຊ່ວງເວລາຍາວນານ, ທາງນະຄອນ ໄດ້ ປະ ຕິ ບັດການປະຕິຮູບບໍລິຫານຢ່າງຂ້ຽວຂາດ ເພື່ອ ປະກອບສ່ວນ ໃນການດຶງດູດນັກລົງທຶນ. ໃນຕໍ່ໜ້າ ນະຄອນ ຈະປະຕິບັດການ ປະຕິຮູບ ອົງການບໍລິຫານ ຢ່າງຄົບຖ້ວນ ໃນຂົງເຂດຕ່າງໆ ດ້ວຍຈຸດປະສົງສ້າງອຳນາດການປົກຄອງເອເລັກໂຕຣນິກ ເປັນ ມືອາຊີບ, ປະຊາທິປະໄຕ, ທັນສະໄໝ, ຂະຫຍັນຂັນແຂງ, ປະ ສິດທິພາບ, ຮັບໃຊ້ປະຊາຊົນ ໂດຍບໍ່ມີເງື່ອນໄຂ. ສ້າງສະພາບ ແວດລ້ອມ ແຫ່ງການລົງທຶນ ດຳເນີນທຸລະກິດ ທີ່ສະດວກ, ໂປ່ງ ໃສ, ສະເໝີພາບ, ຍົກສູງຄວາມສາມາດ ໃນການແກ່ງແຍ້ງ ແຂ່ງຂັນ ຂອງ ນະຄອນ. ບັນດາໂຄງການ ຊ່ວຍໜູນປົດປ່ອຍ ຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດ, ໂຄງການກະຕຸກຊຸກຍູ້ ຄວາມຕ້ອງການ, ໂຄງການເຊື່ອມຕໍ່ ໄດ້ເສີມຂະຫຍາຍເປັນຢ່າງດີ ທ່າແຮງຂອງນະຄອນ ແລະ ມີການແຜ່ຂະຫຍາຍ ຢ່າງ ຕັ້ງໜ້າຕໍ່ ສັງຄົມອີກດ້ວຍ.

ນັກຂ່າວ: ຂໍຂອບໃຈ ຢ່າງສູງ ທ່ານ ເລຂາຄະນະພັກນະຄອນ!

ສ່ວນໜຶ່ງແຜນຜັງເຂດຕົວເມືອງໃໝ່ ຖູທຽມ, ເມືອງ 2, ນະຄອນ ໂຮ່ຈີມິນ. 
 
ບົດ: ຫງວຽນຫວູແທ່ງດາດ-ພາບ: ກິມເຟືອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top