• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ເປີດສະຫຼອງຖະໜົນຍ່າງສາມທີສອງ

      ຕອນຄ່ຳວັນທີ 20 ສິງຫາ, ຖະໜົນຍ່າງ ບຸ່ຍວ້ຽນ, ເມືອງ 1, ນະຄອນ ໂຮ່ຈີມິນ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນຳເຂົ້າເຄື່ອນໄຫວເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. 

ຖະໜົນທາງຍ່າງ ບຸ່ຍວ້ຽນ 
      ນີ້ແມ່ນຖະໜົນຍ່າງສາຍທີສອງໂດຍນະຄອນ ໂຮ່ຈີມິນ ລົງທຶນກໍ່ສ້າງນັບແຕ່ພາຍຫຼັງຖະໜົນທາງຍ່າງ ຫງວຽນເຫ້ວ ໄດ້ຮັບການເປີດສະຫຼອງໃນປີ 2015.
        ຖະໜົນທາງຍ່າງ ບຸ່ຍວ້ຽນ ເຄື່ອນໄຫວແຕ່ເວລາ 19 ໂມງ ຮອດເວລາ 2 ໂມງຕອນເຊົ້າຂອງວັນເສົາ ແລະ ວັນອາທິດແຕ່ລະສັບປະດາ. ຢູ່ເສັ້ນທາງດັ່ງກ່າວໄດ້ຈັດຕັ້ງເວທີສະແດງສິລະປະ 2 ແຫ່ງເພື່ອແນໃສ່ສ້າງບັນຍາກາດໃຫ້ແຂກທ່ອງທ່ຽວໄດ້ເຈື່ອຈານເຂົ້າກັບບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ທີ່ດູດດື່ມຄື: ງານບຸນ, ການສວນສະໜາມ, ຮັບຟັງດົນຕີຢູ່ຕາມຖະໜົນ, ດົນຕີພື້ນເມືອງ…ໂດຍບັນດານັກສິລະປິນ, ນັກສະແດງຂອງນະຄອນ ແລະ ຕ່າງປະເທດສະແດງ. ແຂກທ່ອງທ່ຽວໄດ້ນຳໃຊ້ wifi ໂດຍບໍ່ເສຍຄ່າ ແລະ ໄດ້ຮັບການໜູນຊ່ວຍຂໍ້ມູນຂ່າວສານດ້ານການທ່ອງທ່ຽວ. 
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top