• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ທ່າແຮງລື່ນກາຍຂອງຕຳ່ແຜ່ນຕັດຫຍິບ ຝອງຝູ

ຜະລິດຕະພັນຕຳ່ແຜ່ນຕັດຫຍິບຂອງສະຫະບໍລິສັດຫຸ້ນສ່ວນ ຝອງຝູ ບັນລຸຄຸນນະພາບສູງ, ຫຼາກຫຼາຍຮູບແບບ, ເໝາະສົມກັບຫຼາຍ ປະເພດລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດ. ປະຈຸບັນ, ຝອງຝູ ກຳລັງເປັນຜູ້ສະໜອງບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບໃຫ້ແກ່ບໍລິສັດແຟຊັ່ນສາກົນຫຼາຍແຫ່ງຄື: Express, Buckle, Mango ແລະ ອື່ນໆ.
ຂັ້ນທຳອິດ, ຝອງຝູ ພຽງແຕ່ເປັນບໍລິສັດນ້ອຍແຫ່ງໜຶ່ງດ້ວຍ 3 ໂຮງງານຜະລິດໃຍ-ຕຳ່ແຜ່ນ-ຍ້ອມສີ ຢູ່ເຂດເຕັກນິກ Sicovina - ຝອງຝູ, ຂຶ້ນກັບບໍລິສັດອຸດສາຫະກຳຝ້າຍ-ຜ້າແພ ຫວຽດນາມ. ວັນທີ 30 ເມສາ 1975, ໂຮງງານດັ່ງກ່າວໄດ້ກາຍເປັນໂຮງງານຕຳ່ແຜ່ນ ຕັດຫຍິບ ຝອງຝູ, ສ່ວນຫຼາຍຜະລິດໃຍ ແລະ ຜ້າແພປົກປ້ອງ ແຮງງານ.
 
ໃນໄລຍະ 1986-2002, ຝອງຝູ ສຸມໃສ່ເຂົ້າໃນການດັດແປງ ເຕັກໂນໂລຊີໃຫ້ດີຂຶ້ນ, ຍົກສູງກຳລັງການຜະລິດ, ກາຍເປັນ ຫົວໜ່ວຍນຳໜ້າຂອງຂະແໜງຕຳ່ແຜ່ນຕັດຫຍິບ ຫວຽດນາມ. ນອກຈາກໃຍ ແລະ ຜ້າແພ, ທາງບໍລິສັດຍັງມີການຜະລິດຜ້າຂົນ, ຜ້າ jeans, ຜ້າ kate ມີແຊກ, ພ້ອມກັນນັ້ນ ກໍ່ຮ່ວມມືກັບກຸ່ມບໍລິສັດ Coats ຂອງລາຊະອານາຈັກ ອັງກິດ ເພື່ອຜະລິດເສັ້ນໄໝຫຍິບ ອີກດ້ວຍ.
 
ຝອງຝູ ໄດ້ລົງທຶນກໍ່ສ້າງ 8 ໂຮງງານຜະລິດຕາມຕ່ອງໂສ້ດຶງໃຍແບບອັດຕະໂນມັດທີ່ທັນສະໄໝທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້, ພ້ອມກັບລະບົບຄຸ້ມຄອງອາຊີບ ທີ່ຂົງເຂດກວ້າງ 15 ເຮັດຕາ ຢູ່ບ້ານ ຕັງເຍີນຝູ ບີ, ເມືອງ 9, ນະຄອນ ໂຮ່ຈີມິນ ເພື່ອຍູ້ແຮງການຜະລິດ ແລະ ກ້າວສູ່ເຖິງການເຮັດໃຫ້ຜະລິດຕະພັນດີຍິ່ງຂຶ້ນ. 


ສະຫະບໍລິສັດຫຸ້ນສ່ວນ ຝອງຝູ ໄດ້ລົງທຶນກໍ່ສ້າງ 8 ໂຮງງານຜະລິດ ຕາມຕ່ອງໂສ້ດຶງໃຍແບບອັດຕະໂນມັດ
ທີ່ທັນສະໄໝທີ່ສຸດຢູ່ອາຊີ ຕາເວັນອອກສຽງໃຕ້. 


ລະບົບເຄື່ອງຈັກທີ່ທັນສະໄໝ, ໄດ້ລົງທຶນຢ່າງຄົບຊຸດຂອງ ສະຫະບໍລິສັດຫຸ້ນສ່ວນ ຝອງຝູ.

ຕ່ອງໂສ້ຜະລິດເສັ້ນໄໝຫຍິບທີ່ທັນສະໄໝຂອງ ສະຫະບໍລິສັດ ຫຸ້ນສ່ວນ ຝອງຝູ.

ພະນັກງານເຕັກນິກຂອງ ສະຫະບໍລິສັດຫຸ້ນສ່ວນ ຝອງຝູ ມີການກວດກາ, ບົວລະບັດແບບເລື້ອຍໆ
ເພື່ອຮັບປະກັນໃຫ້ທຸກໆ ຕ່ອງໂສ້
ຜະລິດເຄື່ອນໄຫວໄດ້ດີ. 


ກວດກາຄຸນນະພາບຝ້າຍກ່ອນທີ່ຈະປະຕິບັດການດຶງໃຍ.

ຕ່ອງໂສ້ຜະລິດເສັ້ນໄໝຫຍິບສີຂອງ ສະຫະບໍລິສັດຫຸ້ນສ່ວນ ຝອງຝູ.

ຕ່ອງໂສ້ຜະລິດຜ້າຂົນຂອງ ສະຫະບໍລິສັດຫຸ້ນສ່ວນ ຝອງຝູ.

ໂຮງງານຜະລິດຜ້າເຊັດໜ້າຂອງ ສະຫະບໍລິສັດຫຸ້ນສ່ວນ ຝອງຝູ.

ບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບຂອງ ສະຫະບໍລິສັດຫຸ້ນສ່ວນ ຝອງຝູ
ມີລັກສະນະກັ້ນແສງອຸລຕຣາວິໂອເລ, ດີຕໍ່ສຸຂະພາບຂອງຜູ້
ນຳໃຊ້. 


ຜະລິດຕະພັນຜ້າຝ້າຍຂອງ ຝອງຝູ ມີຫຼາກຫຼາຍຮູບແບບ ແລະ ມີຄຸນນະພາບສູງ. 

ປະຈຸບັນ, ຜະລິດຕະພັນຕຳ່ແຜ່ນຕັດຫຍິບຂອງບໍລິສັດ ຝອງຝູ ກຳລັງ
ມີໜ້າຢູ່ບັນດາຮ້ານຊັບພະສິນຄ້າໃຫຍ່ໃນທົ່ວປະເທດ.

ສະຫະບໍລິສັດຫຸ້ນສ່ວນ ຝອງຝູ
(PHONG PHU CORPORATION)
 
ທີ່ເລັກ: 48 ຕັງເຍີນຝູ, ຄຸ້ມທີ 3, ບ້ານ ຕັງເຍີນຝູ ບີ, ເມືອງ 9, ນະຄອນ ໂຮ່ຈີມິນ.
ໂທລະສັບ: (84-8) 6684 7979
ແຟັກ: (84-8) 3728 1893
ອີເມວ: info@phongphucorp.com
ບັນດາຜະລິດຕະພັນຂອງ ຝອງຝູ ມີຍີ່ຫໍ້ Mollis, Mollis Extra ແລະ Mollis Ecol ເປັນສິ່ງຊິນເຄີຍສຳລັບຜູ້ບໍລິໂພກ, ໄດ້ບໍລິສັດ ຜະລິດ 500 ໂຕ່ນຕໍ່ເດືອນ. ນີ້ເປັນບັນດາຜະລິດຕະພັນທີ່ມີ ຄຸນນະພາບສູງ, ມີລັກສະນະກັ້ນແສງອຸລຕຣາວິໂອເລ, ດີຕໍ່ສຸຂະພາບຂອງຜູ້ນຳໃຊ້.
 
ຫຼາຍຜະລິດຕະພັນຄື: ເສື້ອຄຸມ, ຜ້າຫົ່ມ, ຜ້າປູບ່ອນນອນ... ໄດ້ວາງຂາຍຢູ່ຫຼາຍຮ້ານຊັບພະສິນຄ້າທີ່ ຍີ່ປຸ່ນ, ອາເມລິກາ ແລະ ເອີຣົບ. ຜະລິດຕະພັນຜ້າແພ ຝອງຝູ ໄດ້ສົ່ງອອກໄປສູ່ຫຼາຍປະເທດໃນໂລກ,ແຕ່ລະປີ ກໍ່ສະໜອງຜ້າແພ 20 ລ້ານແມັດໃຫ້ຕະຫຼາດຢູ່ພາຍໃນ. ປະຈຸບັນ, ຝອງຝູ ກຳລັງເປັນຜູ້ສະໜອງບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບທີ່ມີຊື່ສຽງໃຫ້ແກ່ບໍລິສັດແຟຊັ່ນສາກົນຫຼາຍແຫ່ງຄື: Express, Buckle, Mango ແລະ ອື່ນໆ.
 
ນອກຈາກນັ້ນ, ທາງບໍລິສັດ ສຳເລັດການພັດທະນາຍີ່ຫໍ້ແຟຊັ່ນ: Style, Tyracop, IZ ເພື່ອຮັບໃຊ້ຢູ່ພາຍໃນ. ໃນນັ້ນ ຂະແໜງການຜະລິດຜ້າແພ denim ຂອງ ຝອງຝູ ນຳໜ້າຢູ່ ຫວຽດນາມ ເມື່ອໄດ້ຜະລິດດ້ວຍຕ່ອງໂສ້ເຕັກໂນໂລຊີທັນສະໄໝ, ແບບຄົບວົງຈອນ ແຕ່ຂັ້ນຕອນການຜະລິດໃຍ ເຖິງຂັ້ນຕອນຕຳ່, ຍ້ອມສີ ແລະ ຕັດຫຍິບ. ລວມລາຍຮັບໃນປີ 2014 ຂອງ ຝອງຝູ ບັນລຸໄດ້ກວ່າ 7.000 ຕື້ດົ່ງ ເປັນຜົນງານທີ່ເໝາະສົມຂອງພະນັກງານ, ກຳມະກອນເກືອບ 6.000 ຄົນຂອງບໍລິສັດ. ຝອງຝູ ໄດ້ວ່າງເປົ້າໝາຍເຖິງປີ 2020 ຈະກາຍເປັນກຸ່ມບໍລິສັດເສດຖະກິດທີ່ເຂັ້ນແຂງ ດ້ວຍລາຍຮັບ 1 ຕື້ USD ຕໍ່ປີ.
ບົດ: ເຊີນເຫງ້ຍ - ພາບ: ດັ້ງກິມເຟືອງ 

bichlien

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top