• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານໝໍ ຂວດທິຫາຍແອວງ - ຜູ້ໃຫ້ການຊ່ວຍເຫຼືອຢ່າງສຸດໃຈ ກັບກຸ່ມຄົນດ້ອຍໂອກາດໃນສັງຄົມ

ມີຫຼາຍວິທີໃຫ້ແຕ່ລະຄົນໄດ້ຄັດເລືອກ ເພື່ອອຸທິດຕົນ ໃຫ້ແກ່ສັງຄົມ. ສຳລັບທ່ານໝໍ ຂວດທິຫາຍແອວງ, ເພິ່ນໄດ້ທຸ້ມເທ ທັງໝົດນ້ຳໃຈຂອງ ຕົນ ໃຫ້ຜູ້ດ້ອຍໂອກາດ ໃນສັງຄົມ. ກວ່າ 10 ປີທີ່ ຜ່ານມາ, ສູນຊ່ວຍເຫຼືອ ຄວາມລີເລີ່ມ ພັດທະນາວົງ ຄະນາຍາດ SCDI ໂດຍເພິ່ນ ເປັນຜູ້ອຳນວຍການ ໄດ້ຜັນຂະຫຍາຍ ໂຄງການ ດ້ານການແພດ ຫຼາຍໂຄງການ ປະຈຳຢູ່ ແຂວງ ແລະ ນະຄອນ ຕ່າງໆ 40 ແຫ່ງ ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ ຖືກກະທົບງ່າຍ ຢູ່ ຫວຽດນາມ.
“ຖ້າມີຜູ້ໜຶ່ງນອນມິດຊະມ້ອຍຢູ່ໃຕ້ຕົ້ນໄມ້, ຈົ່ງລອງນຶກວາດ ພາບເບິ່ງວ່າ ຈະມີການປະພຶດຕົວທີ່ແຕກຕ່າງກັນ. ຄົນຈຳນວນໜຶ່ງ ຈະຜ່ານໄປແບບໜ້າຕາເສີຍ, ມີບາງຄົນແມ່ນສະແດງ ຄວາມເປັນຫ່ວງ ແຕ່ບ່ໍເຮັດຫຍັງໝົດ, ບາງຄົນ ແຈ້ງຕຳຫຼວດ ເພາະ ຢ້ານວ່າ ນັ້ນແມ່ນຄົນຕິດຢາເສບຕິດ…ສ່ວນ ເອື້ອຍ ແອວງ, ຈະເຂົ້າໄປໃກ້ໆ ເພື່ອຮູ້ວ່າ ເຂົາແມ່ນໃຜ, ມາຈາກໃສ, ຕ້ອງການຫຍັງ. ເຂົາອາດຕ້ອງ ການນ້ຳນົມຈອກໜຶ່ງ ຫຼື ຢາທີ່ເປັນການປະຖົມພະຍາບານ ຫຼື ຕ້ອງການຊ່ວຍເຫຼືອ ຈາກທ່ານໝໍ”. ນີ້ຄື ການເລ່ົາຄືນຈາກເພື່ອນ ຮ່ວມງານ ຂອງ ເອື້ອຍ ແອວງ ຜູ້ ທີ່ເຄີຍພ້ອມກັບເອື້ອຍສ້າງ “ເຮືອນເອື້ອອາທອນ” ສຳລັບຜູ້ ທີ່ຖືກກະທົບງ່າຍໃນສັງຄົມມາເປັນເວລາ ຫຼາຍປີແລ້ວ.

ຍ້ອນມີເວລາເຮັດວຽກພຽງອາທິດດຽວ ພາຍໃນເດືອນ ຢູ່ ຫວຽດນາມ, ສະນັ້ນ ຕ້ອງນັດກັບທ່ານໝໍ ຂວດທິຫາຍແອວງ  ຫຼາຍຄັ້ງ ພວກຂ້າພະເຈົ້າ ຈຶ່ງໄດ້ພົບກັບທ່ານໝໍ ທີ່ສຳນັກງານ ຂອງ SCDI. ພວກຂ້າພະເຈົ້າ ເລີ່ມຕົ້ນການສົນທະນາ ກັບ ເອື້ອຍ ຈາກການຕົກລົງທີ່ມີລັກສະນະເປັນບາດລ້ຽວ ເມື່ອໄປ ຕາມພາລະກິດການພັດທະນາສຸຂະພາບ ວົງຄະນາຍາດ ເຊິ່ງ ແມ່ນ ຂົງເຂດ ທີ່ຍັງໃໝ່ອ່ຽມ ຢູ່ຫວຽດນາມ ຄາວນັ້ນ: “ທ່ານໝໍ ປິ່ນປົວອາການໃຫ້ຄົນເຈັບແຕ່ລະຄົນ. ການທີ່ມີສາທາລະນະສຸກ ມວນຊົນທີ່ດີ, ນະໂຍບາຍ ທີ່ດີສາມາດ ກູ້ເອົາ ຊີວິດ ກໍ ຄືປັບປຸງ ຊີວິດຂອງຫຼາຍຄົນ. ຍ້ອນສາເຫດນີ້, ຂ້າພະເຈົ້າ ຈຶ່ງອອກຈາກໂຮງໝໍ ເພື່ອເປັນພະນັກງານຂອງ ລາຍການສຸຂະພາບໃຫ້ແກ່ອົງການນອກລັດ (NGO) ຂອງ ສ.ອາ ເມລິກາ ເຊິ່ງເປົ້າໝາຍຂອງອົງການນີ້ ແມ່ນປະຊາຊົນ ບັນດາເຜົ່າສ່ວນນ້ອຍຢູ່ຕາມເຂດຊາຍແດນຕິດກັບ ລາວ”.

ທ່ານໝໍ ຂວດທິຫາຍແອວງ ທີ່ສູນຊ່ວຍເຫຼືອ ຄວາມລີເລີ່ມ ພັດ ທະນາວົງຄະນາຍາດ SCDI. ພາບ: ເອກະສານ SCDI


ທ່ານໝໍ ຂວດທິຫາຍແອວງ (ເສື້ອສີແດງ) ໃນກອງປະຊຸມ ລະ ດັບຊາດຄັ້ງທີ 3 ວ່າດ້ວຍ ບັນຫາທາງເພດ, ສຸຂະພາບ ແລະ ສັງຄົມ/ຜູ້ປະສົບເຄາະຮ້າຍ ຫຼື ນັກໂທດ:
ສິ່ງກີດຂວາງ ທາງ ດ້ານລະບຽບ ແລະ ວັດທະນະທຳ ໃນການແກ້ໄຂ ຄວາມຮຸນ ແຮງ ທາງເພດ
ຢູ່ ຫວຽດນາມ ຈັດຂຶ້ນທີ່ ຮ່າໂນ້ຍ ປີ 2016. ພາບ: ຫວຽດເກື່ອງ/VNP



ທ່ານໝໍ ຂວດທິຫາຍແອວງ ປະກອບຄວາມເຫັນ ໃນວາລະ ກອງ ປະຊຸມຄົບຄະນະ VCSPA 2016 ກ່ຽວກັບ ສະພາບ ໂລກ HIV/AIDS ຢູ່ຫວຽດນາມ
ໃນປັດຈຸບັນ ແລະ ບັນຫາ ຕ່າງໆ ທີ່ກ່ຽວພັນ, ເກີດຂຶ້ນ (ສາທາລະນະສຸກ, ສັງຄົມ, ສິດ ແລະ ກົດໝາຍ). ພາບ: ເອກະສານ SCDI



ທ່ານໝໍ ຂວດທິຫາຍແອວງ (ຜູ້ທຳອິດຈາກເບື້ອງຂວາ) ເຂົ້າຮ່ວມ ເວທີ ປາໄສສາກົນ ກ່ຽວກັບການປ້ອງກັນ,
ຕ້ານໂລກເອດ ແລະ ພະຍາດໄຂ້ຍຸງ. ພາບ: Yuki Kato



ທ່ານໝໍ ຂວດທິຫາຍແອວງ ແລກປ່ຽນຄວາມຄິດລີເລີ່ມທີ່ເວທີ ປາໄສສາກົນກ່ຽວກັບການປ້ອງກັນ, ຕ້ານໂລກເອດ ແລະ ພະ ຍາດໄຂ້ຍຸງ. ພາບ: ເອກະສານ SCDI


ທ່ານໝໍ ຂວດທິຫາຍແອວງ ໃນກອງປະຊຸມປັບປຸງລາຍການ ຂອງ ວົງການແພດ ທີ່ກ່ຽວພັນເຖິງ ບັນຫາ ຢາເສບຕິດ ຂອງ ໂລກ
ຈັດໂດຍສະພາການແພດໂລກ ແລະ ສະຫະປະຊາຊາດ ທີ່ Geneva 2016. ພາບ: Eric Bridiers/ Geneva



ທ່ານໝໍ ຂວດທິຫາຍແອວງ ແລກປ່ຽນກັບຜູ້ຮ່ວມງານທີ່ສຳນັກ ງານຂອງ SCDI.  ພາບ: ຫວຽດເກື່ອງ/VNP


ທ່ານໝໍ ຂວດທິຫາຍແອວງ (ຜູ້ທຳອິດເບື້ອງຂວາ) ແລກປ່ຽນ ບົດຮຽນ ກັບ ຊາວໜຸ່ມ ທີ່ເຂົ້າຮ່ວມກອງປະຊຸມແຫ່ງຊາດ ຄັ້ງທີ່ ສາມ
ກ່ຽວກັບບັນຫາທາງເພດ, ສຸຂະພາບແລະ ສັງຄົມ. ພາບ: ຫວຽດເກື່ອງ/VNP

ປີ 2001, ເອື້ອຍ ແອວງ ພ້ອມກັບໜ່ວຍງານໄດ້ຊະນະການ ປະມູນຕີລາຄາລາຍການປ້ອງກັນ ແລະ ຕ້ານໂລກເອດແຫ່ງຊາດ. ໂຄງການນີ້ໄດ້ເຮັດໃຫ້ເອື້ອຍ ແອວງ ເປັນຄັ້ງທຳອິດ ເຂົ້າໃກ້ກັບຜູ້ຕິດ HIV ແລະ ຜູ້ຄົນທີ່ຖືກສັງຄົມລັງກຽດຄື: ຍິງ ໂສເພນີ ຫຼື ຜູ້ຕິດຢາເສບຕິດ. “ການຕີລາຄານັ້ນ, ທີ່ແທ້ໄດ້ ສ້າງໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງໃນຊີວິດຂອງຂ້າພະເຈົ້າ. ເພາະວ່າ, ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າ ເຂົ້າໃຈຢ່າງເລິກເຊິ່ງ ວ່າ ການທີ່ຖືກສັງຄົມລັງກຽດ ແມ່ນຄືແນວໃດແທ້. ກ່ອນນີ້, ຂ້າພະເຈົ້າບ່ໍຮູ້ຈະເຮັດຫຍັງດີກວ່າການເປັນພົນລະເມືອງທີ່ ເປັນແບບຢ່າງເທົ່ານັ້ນ”. ເອື້ອຍແອວງ ຫວນຄືນຫຼັງ.

ນັບແຕ່ນັ້ນ, ເອື້ອຍ ຂວດທິຫາຍແອວງ ໄດ້ພ້ອມກັບຜູ້ຄົນທີ່ຢູ່ ໃນສະພາບດຽວກັນສ້າງຕາໜ່າງວົງຄະນາຍາດຊ່ວຍເຫຼືອຜູ້ ຕິດ HIV ໃຫ້ຜ່ານຜ່າຄວາມຢ້ານກົວ ແລະ ລັງກຽດຈາກສັງ ຄົມ, ຍິ່ງເພີ່ມທະວີ ໃນການເຂົ້າເຖິງ ກັບ ການປິ່ນປົວດ້ວຍຢາ ARV (ຢາປະເພດໜຶ່ງໄດ້ປຸງແຕ່ງເພື່ອຈຳກັດການຂະຫຍາຍ ຂອງ ເຊື້ອ HIV ໃນຮ່າງກາຍຄົນເຈັບ) ເພື່ອກ້າວໄປເຖິງການ ຜ່ານພົ້ນຄວາມຕາຍຍ້ອນ HIV. ບ່ໍພຽງແຕ່ຊ່ວຍໃຫ້ຜູ້ຕິດ HIV ໄດ້ເຂົ້າເຖິງການເບິ່ງແຍງສຸຂະພາບ ແລະ ຮັບຮູ້ກ່ຽວກັບ HIV/AIDS ທີ່ມີ ຢູ່ໃນກຸ່ມຄົນມີ ຄວາມສ່ຽງສູງ ຂອງ ຫວຽດນາມເທົ່ານັ້ນ, ເອື້ອຍ ແອວງ ຍັງເປັນຜູ້ໃຫ້ ຄຳປຶກສາແກ່ ລັດຖະບານເປັນປະຈຳ ເພື່ອປະເຊີນໜ້າກັບໄພພິບັດໃນການ ນຳໃຊ້ຢາເສບຕິດ ຢູ່ ຫວຽດນາມ. ເພື່ອຈາລຶກຄຸນງາມ ຄວາມດີ ຂອງ ເອື້ອຍແອວງ, ໃນເວທີປາໄສເສດຖະກິດໂລກ ໄດ້ຮັບ ຮອງ ເອື້ອຍ ແອວງ ແມ່ນ “ຜູ້ນຳໜຸ່ມໂລກ ປະຈຳປີ 2009”.

ປີ 2010, ເອື້ອຍ ແອວງ ສ້າງຕັ້ງ ສູນຊ່ວຍເຫຼືອ ຄວາມລີເລີ່ມ ພັດທະນາວົງຄະນາຍາດ SCDI ເຊິ່ງແມ່ນອົງການຈັດຕັ້ງ ນອກລັດ ທີ່ບ່ໍຫວັງຜົນກຳໄລ, ຕົ້ນຕໍແມ່ນມອບສິດ ແລະ ສ້າງ ໃຫ້ມີສະພາບແວດລ້ອມທີ່ສະດວກ ໃຫ້ແກ່ຜູ້ດ້ອຍໂອກາດ ໄດ້ ມີໂອກາດ ຄືກັບຄົນອື່ນໆ ໃນສັງຄົມໃນການດຳລົງຊີວິດແລະ ອຸທິດຕົນໃຫ້ແກ່ສັງຄົມ. “ຜູ້ທີ່ພວກຂ້າພະເຈົ້າ ໃຫ້ການບໍລິ ການ ແມ່ນ ຜູ້ທີ່ໃຊ້ຊີວິດຢູ່ນອກລະບົບ, ຜູ້ທີ່ຖືກກະທົບງ່າຍ ແລະ ກວ້າງກວ່າອີກ ແມ່ນຍິງໂສເພນີ, ຜູ້ຕິດຢາເສບຕິດ, ຜູ້ທີ່ ຮັກຮ່ວມເພດ, ຜູ້ປ່ຽນເພດ, ຄອບຄົວ ແລະ ລູກເຕົ້າ ຂອງເຂົາ ເຈົ້າ…” ເອື້ອຍ ແອວງ ໄດ້ເລົ່າສູ່ຟັງ.

“My body, my rights” ແມ່ນໜຶ່ງໃນຈຳນວນຊຸດຮຽນ ຫວ່າງ ແລ້ວນີ້ສຳລັບກຸ່ມຄົນອອກແຮງງານທາງເພດ (ນີ້ແມ່ນຊື່ທີ່ SCDI ໃຊ້ແທນໃຫ້ກຸ່ມ: ຍິງໂສເພນີ)ໂດຍ SCDI  ສົມທົບ ກັບໝວດ “ບິ່ງມິງເດມ” ຈັດຕັ້ງຂຶ້ນ. ຊຸດຮຽນລວມມີ 12 ຫົວ ເລື່ອງ ປະກອບດ້ວຍການເຝິກຫັດ ເພື່ອຍົກສູງ ຄວາມເຄົາລົບ ຮັກຕົນເອງ, ຄວາມຮູ້ອັນເປັນພື້ນຖານກ່ຽວກັບ HIV/AIDS, ຮັກສາຄວາມປອດໄພ ແລະ ຫຼຸດຜ່ອນຜົນກະທົບ ໃຫ້ຕົນ ເອງ…

ນອກຈາກຜູ້ຄົນອອກແຮງງານທາງເພດແລ້ວ, SCDI ຍັງໃຫ້ການປົກປ້ອງ ກ່ຽວກັບກິດຈະການ, ຊ່ວຍເຫຼືອດ້ານການເງິນ ແລະ ເຕັກນິກ ໃຫ້ແກ່ຜູ້ເສບຢາເສບຕິດ, ຮັກຮ່ວມເພດ, ຜູ້ ປ່ຽນເພດ … ນັບທັງລູກໆ ຂອງກຸ່ມຄົນດັ່ງກ່າວ, ນັກໂທດ, ເດັກກຳພ້າ. ໃນແຕ່ລະແຫ່ງ, ສະມາຊິກລ້ວນແຕ່ແມ່ນການ ຈັດຕັ້ງທີ່ອີງໃສ່ວົງຄະນາຍາດ ຢູ່ທ້ອງຖິ່ນ ອັນໄດ້ສ້າງໃຫ້ມີ ການ ເຊື່ອມຕ່ໍຂອງ SCDI ກັບອົງການຈັດຕັ້ງວົງຄະນາຍາດ ຢູ່ 40 ແຂວງ ແລະ ນະຄອນໃນທົ່ວປະເທດ.

ທ່ານ ໝໍ ຂວດທິຫາຍແອວງ ພ້ອມກັບໝູ່ຄະນະ ແລະ ທີມງານ ຊ່ຽວຊານ ຝຣັ່ງ ໃນການໄປສຶກສາພື້ນທີ່ໆ ຈະປະຕິບັດໂຄງການ
ປົກປັກຮັກສາ ອະນາຄົດ ທີ່ຮ່າໂນ້ຍ. ພາບ: ເອກະສານ SCDI



ທ່ານໝໍ ຂວດທິຫາຍແອວງ (ຜູ້ທຳອິດເບື້ອງຊ້າຍ) ຈັດງານ ແຕ່ງດອງ ໃຫ້ສະມາຊິກສອງຄົນ ຂອງ VCSPA.  ພາບ: ເອກະສານ SCDI


ທ່ານໝໍ ຂວດທິຫາຍແອວງ ຖ່າຍຮູບກັບພວກນ້ອງນ້ອຍ ແລະ ຜູ້ຮ່ວມງານ ເພື່ອເປັນທີ່ລະນຶກ ໃນການລົງຕົວຈິງ ຢູ່ທ້ອງຖິ່ນ. ພາບ: ເອກະສານ SCDI


ທ່ານໝໍ ຂວດທິຫາຍແອວງ ຖ່າຍຮູບເປັນທີ່ລະນຶກໃນເວທີປາ ໄສສັງຄົມປະຊາລາດປ້ອງກັນ ແລະຕ້ານ ໂລກເອດຈັດຂຶ້ນ
ເປັນ ປະຈຳ ຂອງ VCSPA  ປີ 2016 ທີ່ແຂວງ ນິງບ່ິງ ໃນ ເດືອນ ພະຈິກ 2016. ພາບ: ເອກະສານ SCDI

ເມື່ອປີ 2007, ເອື້ອຍ ແອວງ ເປັນທີ່ຮູ້ຈັກກັນດີວ່າ ເປັນຜູ້ສ້າງຕັ້ງເວທີປາໄສສັງຄົມປະຊາລາດ ຮ່ວມມືຕ້ານ AIDS (VCSPA), ດ້ວຍການເຂົ້າຮ່ວມຂອງອົງການຈັດຕັ້ງ ເກືອບ 400 ແຫ່ງໃນທົ່ວປະເທດລວມມີ: ກຸ່ມຄົນ ກຸ້ມຕົນເອງ ຂອງ ຜູ້ເສບ ຢາເສບຕິດ, ຄ້າປະເວນີ, ຜູ້ມີ HIV, ຜູ້ຮັກຮ່ວມເພດ, ຜູ້ ປ່ຽນເພດ,… ຈັດປີລະຄັ້ງ ໂດຍ ເອື້ອຍ ແອວງ ເປັນຜູ້ສ້າງຕັ້ງໄດ້ກາຍເປັນ “ຫຼັງຄາເຮືອນ” ເຊິ່ງຢູ່ທີ່ ນັ້ນທຸກຄົນຕ່າງໄດ້ ຮັບ ການຮັບຕ້ອນ, ໄດ້ມີໂອກາດເປັນຕົວຂອງຕົນເອງ ກັບຜູ້ທີ່ ມີສະພາບດຽວກັນ ແຕ່ບ່ໍຖືກວິພາກວິຈານ. “ພວກຂ້າພະເຈົ້າ ໄດ້ຢູ່ນຳກັນຢ່າງມີຄວາມສຸກ ດ້ວຍສຽງຫົວເລາະ, ສຽງປາກ ເວົ້າ, ສຽງຮ້ອງໄຫ້ ແລະ ເຮັດວຽກທຸກຢ່າງພ້ອມກັນ. ທຸກຄົນ ເວົ້າ ເຖິງ ການພົບປະໃນ ແຕ່ລະປີເໝືອນດັ່ງການກັບເມືອບ້ານ, ບ່ອນທີ່ເຂົາເຈົ້າຮູ້ສຶກ ຄືວ່າໄດ້ຢູ່ໃນຄອບຄົວ”. ເອື້ອຍ ແອວງ ເລົ່າສູ່ຟັງເຖິງຄວາມຮູ້ສຶກ ກ່ຽວກັບຫຼັງຄາເຮືອນ VCSPA .

ດ້ວຍການປະຕິບັດງານຢ່າງງຽບໆ, ເອື້ອຍ ແອວງ ໄດ້ພ້ອມ ກັບ  SCDI ໄດ້ຊ່ວຍເຮັດໃຫ້ຊີວິດຂອງ ຜູ້ດ້ອຍໂອກາດ ຈຳນວນຫຼາຍພັນຄົນໃນສັງ ຄົມຫວຽດນາມ ໄດ້ມີການປ່ຽນແປງ. ເອື້ອຍ ແອວງ ໄດ້ສ້າງໃຫ້ມີສະພາບແວດລ້ອມໜຶ່ງຂຶ້ນ ເຊິ່ງ ຢູ່ທີ່ນັ້ນ, ຜູ້ທີ່ດ້ອຍໂອກາດ ໄດ້ມີຄວາມເຊື່ອໝັ້ນຕົນເອງ ໃນ ການສະແດງຕົວ ແລະ ປະກອບສ່ວນ ໃຫ້ແກ່ສັງຄົມຕາມແບບໃຜລາວ. ດັ່ງນັ້ນ ມັນເປັນການເຕີມພະລັງກໍຄືຄວາມ ຕັ້ງໃຈ ໃຫ້ແກ່ ເອື້ອຍ ແອວງ ສືບຕ່ໍວຽກງານ ຢ່າງບ່ໍຮູ້ອິດຮູ້ເມື່ອຍ. ເທິງຊົງຜົມທີ່ ທີ່ຖືກຍ້ອມຂອງເອື້ອຍ, ພວກຂ້າພະເຈົ້າຍັງ ເຫັນ ໄດ້ ເຖິງຮອຍ ແຫ່ງວັນເວລາຂອງ ອາຍຸ. ຫຼັງການພົບປະກັບ ພວກຂ້າພະເຈົ້າ, ເອື້ອຍ ແອວງ ໄດ້ສືບຕ່ໍ ເດີນທາງໄປ ເຂດຊາຍແດນ ຫວຽດນາມ-ກຳປູເຈຍ ເພື່ອຜັນ ຂະຫຍາຍລາຍການຕ້ານໄຂ້ຍຸງ ໃຫ້ແກ່ ເດັກນ້ອຍຢູ່ແຖບດິນ ອັນຫຍຸ້ງຍາກນີ້.
ບົດ: ຖາວວີ - ພາບ: ຫງວຽນຫວຽດເກື່ອງ ແລະ ເອກະສານ SCDI

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top