• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກາເມົາ


ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ 
ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກາເມົາ

      ​ໂດຍ​ສືບ​ຕໍ່​ການ​​ໄປ​ປະຕິບັດ​ງານ​ຢູ່​ບາງ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້ ຫວຽດນາມ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ ສັງຄົມວຽກ​ງານກໍ່​ສ້າງ​ພັກ​ໃນ​ບໍລິ​ເວນ​ໃນ​ລະຫວ່າງ​ວັນ​ທີ 20 – 21/2ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາ​ເມົາຕອນ​ເຊົ້າ​ວັນ​ທີ 21/02 ​​ເມື່ອເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ​ແຂວງ ກາ​ເມົາ ຄວນ​ສືບ​ຕໍ່​ຄົ້ນຄວ້າກວດກາ​ຄືນປັບປຸງ​ແຜນຜັງ​ພັດທະນາ​ໃຫ້​ເໝາະ​ສົມ​ເພື່ອ​ແນ​​ໃສ່​ຂຸດ​ຄົ້ນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່​ມຊ້ອນທ່າ​ແຮງ​ຂອງ​ແຂວງ​ ​ກ່ວາ​ອີກທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈ້ງວ່າກ່ອນ​ອື່ນ​ໝົດ ​ແຂວງ​ຄວນ​ສຸມ​ໃສ່​ພັດທະນາ​ເສດຖະກິດ​ທະ​ເລຫາ​ປາ​ໄກ​ຝັ່ງ​ຕິດ​ພັນ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບອະທິປະ​ໄຕ​ແຫ່ງ​ຊາດ​ເອົ​າ​ໃຈ​ໃສ່​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບປູກ ​ແລະ ປົກ​ປັກ​ຮັກສາ​ປ່າ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທ່ານ​ເລຂາ​ທິການ​ໃຫຍ່​ຖື​ວ່າຄວນ​ປຸກລະດົມ​ກຳລັງ​ແຮງ​​ໃນ​ທົ່ວ​ສັງຄົ​ມປະຊາຊົນ ​ແລະ ວິ​ສາ​ຫະກິດທັງ​ລະບົບ​ການ​ເມືອງ…​ພ້ອມ​ທັງ​ມີ​ກົນ​ໄກນະ​ໂຍບາຍສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ດຶງ​ດູດ​ແຫຼ່ງທຶນສ້າງ​ຖັນ​ແຖວ​ພະນັກງານ​ໃຫ້​ໄດ້, ​ເອົາ​ໃຈ​ໃສ່​ບຳລຸງສ້າງ​ແຫຼ່ງຊັບພະ​ຍາກ​ອນມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການອງ​ໜ້າ​ທີ່​​ໃໝ່ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ແຂວງ ກາ​ເມົາ ​ເອົາ​ໃຈ​ໃສ່​ປະຕິ​ບັດ​ວຽກ​ງານ​ກໍ່ສ້າງ​ພັກສ້າງ​ລະບົບ​ການ​ເມືອງ​ໃຫ້​ດີແລະ ຖື​ນີ້​ແມ່ນ​ໜ້າ​ທີ່ປົກກະຕິລຽນຕິດ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top