• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບບັນດານັກທຸລະກິດຈີນ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບບັນດານັກທຸລະກິດຈີນ
             ຕອນ​ເຊົ້າ​ວັນ​ທີ 15/1, ຢູ່​ນະຄອນ ຄ໋າງ​ເຈົາ, ​ແຂວງ ​ເຈື້ອຈຽງ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ນັກທຸລະກິດ​ຈີນ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖື​ວ່າ, ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ຢູ່ ຫວຽດນາມ ​ໃນ​ປະຈຸ​ບັນ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ, ດ້ວຍ​ຈຳນວນ​ພົນລະ​ເມືອງ 92 ລ້ານ​ຄົນ, ພວມ​ໄດ້​ຮັບ​ການ​ພັດທະນາ​, ສະຖຽນ​ລະ​ພາບ ດ້ວຍ​ລະດັບ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ແຕ່ 6-7%/ປີ, ມີ​ລະດັບ​ການ​ເປີດ​ປະຕູ​ສູງ ​ແລະ ພວມ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງຂວາງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ, ​ແມ່ນ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາ​ມສາມາດ​ບົ່ມ​ຊ້ອນ ​ແລະ ສ້າງ​ຄວາມ​ດຶງ​ດູດ​ແຖວ​ໜ້າ​ກ່ຽວ​ກັບ​ການ​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ.
      “ຫວຽດນາມ​ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ຈີນ; ສົ່ງ​ເສີມ, ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເພີ່ມທະວີ​ການ​ຮ່ວມ​ມື, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ ​ແລະ ປັບປຸງ​ການ​ພົວພັນ ຫວຽດນາມ - ຈີນ ກວ່າ​ເກົ່າ. ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ ຈີນ ທີ່​​ລົງທຶນ​ເຂົ້າ ຫວຽດນາມ, ດ້ວຍ​ບັນດາ​ໂຄງການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີກ້າວໜ້າ, ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ…., ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຍຸດ​ທະ​ສາດ​ພັດທະນາ​ຂອງ ຫວຽດນາມ; ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຊຸກຍູ້​ການ​ພັດທະນາ​ດ້ານ​ການ​ຄ້າ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ດ້ານ​ການທ່ອງ​ທ່ຽວ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ“.
      ກ່ອນ​ໜ້າ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ​ຊຽງ​ໄຮ້. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຮຽກຮ້ອງ​ວ່າ​ໃນ​ສະພາບ​ການ​ໃໝ່, ໝູ່​ພະນັກງານ, ພາລະ​ກອນ​ກົງ​ສູນ​ໃຫຍ່​ຈົ່ງ​ສືບ​ຕໍ່​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ປະຕິບັດ​ບົດບາ​ດ​ເປັນ​ເສນາ​ທິການ ​ແລະ ຂົວ​ເຊື່ອມ​ຈອດ​ໃຫ້​ດີ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ​​ສອງ​ລັດ​ໃຫ້​ນັບ​ມື້​ນັບ​ພັດທະນາ ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ.
​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 15/1, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ກຸ່ມ​ບໍລິສັດ ຟ໋ານຊູ​ຫລາຍ ​ເຊິ່ງ​ແມ່ນ​ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງ ​ເຈື້ອຈຽງ ​ແລະ ຈີນ​ໃນ​ຂົງ​ເຂດ​ຜະລິດ​ແພ​ໄໝ.
      ຕອນ​ບ່າຍ​ວັນ​ທີ 15/1, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ຄ໋າງ​ເຈົາ ກັບ​ຄືນ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຈີນ​ເປັນ​ທາງ​ການ​ຢ່າງ​ຈົບງາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top