• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບນາຍົກລັດຖະມົນຕີ ຮຸງກາຣີ

      ຕອນບ່າຍວັນທີ 25 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 
 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ Orban Viktor (ພາບ: TTXVN)

      ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຮຸງກາຣີ ກໍ່ຄືທີ່ຕັ້ງ, ບົດບາດໃນປະຈຸບັນຂອງ ຮຸງກາຣີ ຢູ່ເອີຣົບ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍໝາກຜົນແຫ່ງການເຈລະຈາ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ, ເຫັນດີເປັນເອກະສັນ ສະໜັບສະໜູນການເພີ່ມທະວີສາຍພົວພັນລະຫວ່າງ 2 ລັດຖະບານ, 2 ພັກກຳອຳນາດໃຫ້ດີກ່ວາອີກ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດໃຫ້ເໝາະສົມກັບທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຂອງ 2 ຝ່າຍ.

        ສ່ວນທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor ຢືນຢັນວ່າ: ຮຸງກາຣີ ຖືເປັນສຳຄັນການພົວພັນທີເປັນມູນເຊື້ອກັບ ຫວຽດນາມ, ກຳນົດ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ມີຄວາມສາມາດບົ່ມຊ້ອນຍາວນານທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານ Orban Viktor ຕີລາຄາສູງການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ພັກກຳອຳນາດຂອງ 2 ປະເທດ, ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນກັບພັກກອມມູນິດ ຫວຽດນາມ ຫລາຍກ່ວາອີກ ກໍ່ຄືຍົກສູງການພົວພັນ 2 ປະເທດໃນໄລຍະຈະມາເຖິງກ່ວາອີກ.

ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມຈະຕິດຕາມກວດກາການປະຕິບັດຂໍ້ຕົກລົງລະຫວ່າງ 2 ລັດຖະບານ ແລະ ສ້າງລະບົບກົດໝາຍໃຫ້ສົມບູນແບບເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອໃນພາກພື້ນເອີລົບຕາເວັນອອກກາງ, ໃນນັ້ນມີຮຸງກາຣີ.

    ສ່ວນທ່ານນາຍົກລັດຖະມົນຕີ ຮຸງກາຣີ Orban Viktor ເນັ້ນໜັກວ່າ ຮຸງກາຮີ ແລະ ຫວຽດນາມມີສາຍພົວພັນມິດຕະພາບມາແຕ່ດົນນານ. ໃນໄລຍະທີ່ຈະມາເຖິງ, ຮຸງກາຣີ ຈະເພີ່ມທະວີການລົງທຶນຢູ່ຫວຽດນາມດ້ວຍຫຼາຍໂຄງການທີ່ມີມູນຄ່ານັບຮ້ອຍລ້ານ USD . ຮຸງກາຣີພ້ອມແລ້ວທີ່ແບ່ງປັນບົດຮຽນໃນບັນດາຂົງເຂດທີ່ຮຸງກາຣີມີທ່າແຮງ. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top