• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານຮອງສາດສະດາຈານ. ດຣ, ທ່ານໝໍປະຊາຊົນ ຮວ່າງແມ້ງອານ

ຍ້ອນສວມເສື້ອສອງສີ, ສະນັ້ນໃນຕົວຂອງ ພັນຕີ, ຮອງ ສາດສະດາຈານ.ດຣ, ທ່ານໝໍປະຊາຊົນ ຮວ່າງແມ້ງອານ, ຜູ້ອຳນວຍການໂຮງໝໍເສນາຮັກ 103 ຍາມໃດກ່ໍມີນໍ້າໃຈອົງ ອາດກ້າຫານຂອງຜູ້ເປັນທະຫານທີ່ສວມເສື້ອສີຂຽວ  ແລະ  ໝາກຫົວໃຈທີ່ເຕັມໄປດ້ວຍເມດຕາປານີຂອງໝໍຢາສວມ ເສື້ອສີຂາວ. ເມື່ອເຕື້ອງເຖິງໝໍຢາທີ່ໜ້າເຄົາລົບຜູ້ນີ້ແມ່ນຕ້ອງ ກ່າວເຖິງເລື່ອງລາວອັນສະໜິດຕິດພັນກັບການຜ່າຕັດທີ່ເປັນ ຂີດໝາຍປະຫວັດສາດຂອງຂະແໜງປະກອບອາໄວຍະວະທາງໃນ ຫວຽດນາມ.

ຂະແໜງການປະກອບອາໄວຍະວະທາງໃນຫວຽດນາມ ໄດ້ຖືກ ຮັບຮອງຢ່າງເປັນທາງການ ນັບແຕ່ຄັ້ງການປະກອບ ໝາກໄຂ່ຫຼັງ ຄັ້ງທຳອິດປະສົບຜົນສຳເລັດ ຊຶ່ງຫ່າງຈາກນີ້ທົດສະວັດກວ່າມາແລ້ວ. ແຕ່ເຖິງຢ່າງນັ້ນກໍ່ຕາມ, ມາໃນວັນທີ 1/3/2014, ຂະແໜງການ ປະກອບອາໄວຍະວະທາງໃນ ຫວຽດນາມຊ້ໍາພັດເກີດມີ ເຫດການໃໝ່ໜຶ່ງຂຶ້ນອີກທີ່ມີລັກສະນະປະຫວັດສາດ, ນັ້ນກໍ່ຄືການປະກອບທັງຄູ່ໝາກໄຂ່ຫຼັງ ແລະມ້າມ ພ້ອມໆກັນປະສົບຜົນສໍາເລັດທີ່ດີ ອັນໄດ້ເປັນຂີດໝາຍໃໝ່ໃຫ້ແກ່ຂະແໜງການນີ້ຂອງຫວຽດນາມ. ການປະກອບອະໄວຍະວະນີ້ແມ່ນເຕັກນິກປະເພດໜຶ່ງທີ່ສັບສົນທີ່ສຸດ ແລະ ປັດຈຸບັນຢູ່ໃນໂລກມີພຽງບາງປະເທດເທົ່ານັ້ນທີ່ສາມາດເຮັດໄດ້.

ຍ້ອນແນວນັ້ນ, ພວກຂ້າພະເຈົ້າຈຶ່ງໄດ້ໄປຊອກຫາ “ຜູ້ບັນຊາການ” ຂອງການຜ່າຕັດ ອັນເປັນປະຫວັດສາດນີ້ເພື່ອໄດ້ຟັງ, ໄດ້ເຂົ້າໃຈແຈ້ງຕື່ມເຖິງຄວາມຫຍຸ້ງຍາກ ແລະ ຄວາມຕັ້ງໝັ້ນ ຂອງຜູ້ທີ່ໄດ້ສ້າງ ໃຫ້ມີບາດກ້າວໃໝ່ ສຳລັບຂະແໜງການປະກອບອາໄວຍະວະ ທາງໃນຫວຽດນາມ.

ພັນຕີຮວ່າງແມ້ງອານ-“ ຜູ້ບັນຊາການ” ຂອງການຜ່າຕັດໃຫ້ ຊາບວ່າ, ຜູ້ຮັບການປະກອບທັງສອງອາໄວຍະວະທາງ ໃນຄັ້ງນີ້ ແມ່ນຮ້ອຍຕີ ຟ້າມຖ໋າຍຮວຽນກຳລັງປະຕິບັດງານ ຢູ່ກອງບັນຊາການທະຫານແຂວງເຊີນລາ. ອ້າຍຮວຽນ ເປັນພະຍາດເບົາຫວານ ກໍາເລີບໜັກ,  ຈົນເຮັດໃຫ້ໝາກໄຂ່ຫຼັງອ່ອນເພຍລະດັບ 2, ບ່ໍສາມາດຄວບຄຸມໄດ້ເສັ້ນໂລຫິດ, ມັກສະຫຼົບເສຍສະຕິ ແລະ ຕ້ອງເຂົ້ານອນຢູ່ໂຮງໝໍເປັນປະຈໍາ. ຍ້ອນເຫດນັ້ນ, ທ່ານພ້ອມກັບ ໝູ່ຄະນະຊ່ຽວຊານທີ່ເກັ່ງຂອງ ໂຮງໝໍເສນາຮັກ 103 ສ້າງແຜນປະຕິບັດຊຶ່ງມີສາມທາງເລືອກສໍາລັບການຜ່າຕັດປະກອບອາໄວຍະວະທີ່ສໍາຄັນຄັ້ງນີ້ ຄື: ເຊື້ອເຊີນຊ່ຽວຊານ ຊາວຍີ່ປຸ່ນ ແລະ ແບນຊິກ ມາຫວຽດນາມດໍາເນີນການຜ່າຕັດເມື່ອມີອາໄວຍະວະທົດແທນພ້ອມແລ້ວ; ຮ່ວມສຳພັນກັບສູນຜ່າຕັດປະກອບອາໄວຍະ ວະພາຍໃນລະດັບແຖວໜ້າໃນທົ່ວປະເທດເພື່ອພ້ອມກັນປະຕິບັດ; ແລະ ທາງເລືອກສຸດທ້າຍແມ່ນຖັນແຖວພະນັກງານນາຍແພດ, ທ່ານໝໍ ຂອງໂຮງໝໍເສນາຮັກ 103 ເປັນຜູ້ປະຕິບັດໂດຍກົງ.

 

ຮສຈ, ດຣ. ຮວ່າງແມ້ງອານ, ຜູ້ອຳນວຍການ ໂຮງໝໍເສນາຮັກ 103, ຊ່ຽວຊານແຖວໜ້າໃນຂົງເຂດການປະກອບອາໄວຍະວະທາງໃນ
ຂອງຫວຽດນາມ. ພາບ: ຈິ້ງວັນໂບ້



ພົນຕີ ຮວ່າງແມ້ງອານ ເປັນປະທານກອງປະຊຸມສ່ອງແສງດ້ານ ວິຊາສະເພາະຢູ່ໂຮງໝໍເສນາຮັກ103. ພາບ: ເອກະສານ 


ພົນຕີຮວ່າງແມ້ງອານ ເຂົ້າຮ່ວມການບໍລິຈາກເລືອດ ໃນມື້ບຸນ ສະໝັກໃຈບໍລິຈາກເລືອດ. ພາບ: ເອກະສານ


ຮສຈ.ດຣ. ຮວ່າງແມ້ງອານໃນບັ້ນໄປເຄື່ອນໄຫວກວດ ແລະ ປິ່ນປົວ ສຸຂະພາບໃຫ້ແກ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍຢູ່ເຂດພູສູງ
ຕາແສງ ເມື່ອງວ່າ, ເມືອງສົບກົບ, ແຂວງເຊີນລາ. ພາບ: ເອກະສານ

 
ເຖິງຢ່າງໃດກໍ່ຕາມ, ໃນໄລຍະນັ້ນ ຢູ່ຫວຽດນາມຍັງ ບ່ໍທັນ ເປັນເຈົ້າການໄດ້ກ່ຽວກັບແຫຼ່ງອາໄວຍະວະ. ເພາະສະນັ້ນ, ເມື່ອໂຊກດີທີ່ມີການອຸທິດ ອາໄວຍະວະຈາກຜູ້ທີ່ເສຍຊີວິດກະ ທັນຫັນຍ້ອນອຸປະຕິເຫດ ພວມໄດ້ປິ່ນປົວສຸກເສີນຢູ່ໂຮງໝໍນັ້ນ, ທາງເລືອກທີ 1 ແມ່ນບ່ໍອາດປະຕິບັດໄດ້ ຍ້ອນຕ້ອງເສຍເວລາລໍຖ້າເຫິງນານ, ອາໄວຍະວະຈະບ່ໍສາມາດໃຊ້ໄດ້. ແຕ່ຕາມແຜນການແລ້ວຖ້າບ່ໍມີຊ່ຽວຊານຕ່າງປະເທດການຜ່າຕັດ ແລະ ປະກອບ ຈະຫຍຸ້ງຍາກ ແລະ ສ່ຽງໄພທີ່ສຸດ. ເພາະການປະກອບໝາກໄຂ່ຫຼັງ-ມ້າມແມ່ນໜຶ່ງໃນຈຳນວນການຜ່າຕັດ ປະກອບທີ່ຍາກທີ່ສຸດ ຂອງການປະກອບອາໄວຍະວະ. ຕ່ໍໜ້າສະພາບການສຸດທີ່ຍາກເຂັນ ແນວນັ້ນ, ຮອງສາດສະດາຈານ ຮ່ວາງແມ້ງອານ ໄດ້ອອກຂ້ໍຕົກລົງ ທີ່ກ້າຫານທີ່ສຸດ ນັ້ນກໍ່ຄື: ປະຕິບັດຕາມ ທາງເລືອກທີ 3, ໝາຍຄວາມວ່າ, ຖັນແຖວ ພະນັກງານນາຍແພດ ແລະ ທ່ານໝໍ ຂອງໂຮງໝໍເສນາຮັກ 103 ຈະດໍາເນີນການຜ່າຕັດ ແລະ ປະກອບອາໄວຍະວະນີ້ດ້ວຍຕົນເອງ.

ມີສອງກໍລະນີທີ່ໄດ້ຄາດໄວ້ໃນເມື່ອຕົກລົງຜ່າຕັດຄື: ຖ້າປະສົບຜົນສຳເລັດ, ຄົນເຈັບມີໂອກາດລອດຊີວິດ; ແຕ່ຖ້າບ່ໍສຳເລັດຜົນ, ຄົນເຈັບຈະຕ້ອງເຂົ້າໂຮງໝໍ ເພື່ອເຕີມເລືອດເປັນປະຈຳ ແລະ ການຕາຍຈະມາຫາເມື່ອໃດກ່ໍບ່ໍຮູ້.  “ຍ້ອນກຳນົດໄດ້ກ່ອນ ຄືແນວນັ້ນ, ພວກຂ້າພະເຈົ້າດໍາເນີນການຜ່າຕັດ ດ້ວຍຄວາມ ຕັດສິນໃຈບ່ໍແມ່ນ 100% ຫາກແມ່ນ 120%. ເພາະ ວ່າ, ຖ້າຫຼົ້ມເຫຼວ, ພວກຂ້າພະເຈົ້າ ຈະບ່ໍອາດດຳເນີນວຽກງານນີ້ເປັນຄັ້ງທີສອງໄດ້”, ຮອງສາດສະດາຈານ ຮວ່າງແມ້ງອານ ໄດ້ເລົ່າສູ່ຟັງແນວນັ້ນ.

ອາດຈະເວົ້າໄດ້ວ່າ ດ້ວຍນໍ້າໃຈຮັບຜິດຊອບສູງສຸດ  ພ້ອມກັບ ຄວາມມຸ່ງຫວັງ ຢາກ ໃຫ້ຄົນເຈັບສາມາດກັບຄືນມີຊີວິດ ເປັນປົກກະຕິດັ່ງກັບທຸກຄົນໃນສັງຄົມ. ສະນັ້ນ, ຮສຈ. ຮວ່າງ ແມ້ງ ອານ ພ້ອມກັບທີມງານຜ່າຕັດລວມ 150 ຄົນຊຶ່ງແມ່ນນາຍແພດ, ທ່ານໝໍຂອງໂຮງໝໍເສນາຮັກ 103 ໄດ້ດໍາເນີນການ ແລະ ປະສົບຜົນສໍາເລັດການຜ່າຕັດຄັ້ງປະຫວັດສາດ ພາຍຫຼັງ 13 ຊົ່ວໂມງ(ແຕ່ 3 ໂມງເຊົ້າຮອດ 16 ໂມງແລງມື້ ດຽວກັນ). ເມື່ອສິ້ນສຸດການຜ່າຕັດ, ທຸກຄົນໃນທີມງານເໝືອນກັບວ່າຢາກເປັ່ງສຽງຮ້ອງດີໃຈຢ່າງສຸດຂີດຫາອັນປຽບບໍ່ໄດ້.

ແຕ່ວ່າ, ຄວາມກົດດັນບໍ່ໄດ້ຢຸດເຊົາຢູ່ເທົ່ານັ້ນ, ສາມວັນຕໍ່ມາຫລັງການຜ່າຕັດ , ສຸຂະພາບຂອງອ້າຍ ຮວຽນ ເລີ່ມມີປະກົດການ ຜັນປ່ຽນທີ່ບ່ໍດີ: ອັກເສບໄຕ, ນ້ຳມ້າມເພີ່ມຂຶ້ນ, ກ້າມກຳບັງລົມ, ພົກລອດ ປອດມີນ້ຳເຊື້ອພະຍາດ…

ຕ່ໍໜ້າສະພາບການດ່ັງກ່າວ, ທາງໂຮງໝໍຕ້ອງຈັດທີມງານໃຫຍ່ ໜຶ່ງຂຶ້ນເພື່ອເຝົ້າຍາມຄົນເຈັບເປັນປະຈຳ. ວຽກງານກວດ ແລະ ບົ່ງມະຕິເກືອບວ່າເຮັດເປັນປະຈໍາທຸກວັນ. ຮສຈ. ຮ່ວາງແມ້ງອານ ຫວນຄືນວ່າ: “ຕະຫຼອດ 3 ເດືອນຫຼັງການຜ່າຕັດ, ບັນດາທ່ານໝໍ ຕ້ອງເຮັດວຽກຢ່າງເຄັ່ງຮ້ອນ, ຍາມໃດກ່ໍປະຈໍາການ 24/24 ຊົ່ວໂມງ ຂ້າງຕຽງຄົນເຈັບ. ຖ້າຫາກພາດພັ້ງພຽງໜ້ອຍດຽວກໍ່ຕາມ ພາໃຫ້ ຄົນເຈັບເສຍຊີວິດ ກ່ໍຖືວ່າທຸກສິ່ງທຸກຢ່າງ ເຫື່ອແຮງ ສະຕິປັນຍາສຸມໃສ່ການຜ່າຕັດ ແລະ ປະກອບອາໄວຍະວະນີ້ແມ່ນເສຍໄປລ້າໆ.


ຮສຈ.ດຣ. ຮວ່າງແມ້ງອານ ໃນການຜ່າຕັດ ປະກອບ ອາໄວຍະວະທາງໃນທີ່ ໂຮງໝໍເສນາຮັກ 103.   ພາບ: ຈິ້ງວັນໂບ້


ຮສຈ.ດຣ. ຮວ່າງແມ້ງອານ ກຳລັງປະຕິບັດການຜ່າຕັດ ປະກອບ ອາໄວຍະວະທາງໃນໂດຍກົງທີ່ໂຮງໝໍເສນາຮັກ 103. ພາບ: ຈິ້ງວັນໂບ້


ການຜ່າຕັດປະກອບໝາກຫົວໃຈຄັ້ງແລກຢູ່ຫວຽດນາມຖືກດໍາເນີນການຢູ່ໂຮງໝໍເສນາຮັກ 103. ພາບ: ເອກະສານ 


ຮສຈ.ດຣ. ຮວ່າງແມ້ງອານ ຢ້ຽມຢາມຖາມຂ່າວຄົນເຈັບທີ່ຫາກ່ໍ ຜ່ານການຜ່າຕັດປະກອບອາໄວຍະວະທາງໃນ. ພາບ: ຈິ້ງວັນໂບ້


ເຖິງແມ່ນວ່າຕິດເຄືອງໃຈກັບວຽກງານວິຊາສະເພາະ ແລະ ຄຸ້ມຄອງກໍຕາມ ແຕ່ທ່ານຍັງຄົງສະຫງວນເວລາຕິດຕາມ
ສະພາບຂອງຄົນເຈັບ ທີ່ກຳລັງປິ່ນປົວຢູ່ໂຮງໝໍຢ່າງໃກ້ຊິດ. ພາບ: ເອກະສານ

 
ໃນເວລາຮັບຟັງ ຮສຈ. ຮວ່າງແມ້ງອານ ເລ່ົາຄືນເລື່ອງລາວບັ້ນດໍາເນີນການຜ່າຕັດ, ພວກຂ້າພະເຈົ້າຮູ້ສຶກເໝືອນກັບວ່າ ນັ້ນແມ່ນບັ້ນການສູ້ຮົບໃຫຍ່ອັນໜຶ່ງເຊິ່ງ “ຜູ້ບັນຊາການບັ້ນຮົບ”ແມ່ນ ຮສຈ.  ຮ່ວາງແມ້ງອານ, ສ່ວນບັນດາທ່ານໝໍ, ນາຍແພດຄົນອື່ນໆ ແມ່ນນັກຮົບທີ່ກຳລັງຕ່ໍສູ້ໃນແນວຮົບແພດສາດ ເພື່ອຍາດເອົາຊີວິດອີນຊີມາໃຫ້ແກ່ຄົນເຈັບ. ເພາະສະນັ້ນ,  ທຸກວຽກງານກ່ຽວຂ້ອງກັບການຜ່າຕັດ ລ້ວນແຕ່ມີລັກສະນະ ເຂັ້ມງວດກວດຂັນຖືກຕ້ອງຕາມກິລິຍາ ແລະ ວິໄນຂອງທະຫານ.

ພາຍຫຼັງທີ່ໄດ້ມີຄວາມພະຍາຍາມບຸກບືນຢ່າງບ່ໍຮູ້ອິດຮູ້ເມື່ອຍ, ບັ້ນການຜ່າຕັດປະກອບຄູ່ອາໄວຍະວະທາງໃນໃນຄັ້ງນີ້ ກ່ໍປະສົບຜົນສໍາເລັດເປັນຢ່າງດີເຊິ່ງໄດ້ ນຳມາຄວາມເອກອ້າງທະນົງໃຈບ່ໍ ພຽງແຕ່ມາໃຫ້ຖັນແຖວພະນັກງານນາຍແພດ ແລະ ທ່ານໝໍໂຮງ ໝໍເສນາຮັກ 103 ເທົ່ານັ້ນ ຫາກຍັງນໍາມາໃຫ້ທັງໝົດທົ່ວຂະແໜງ ການສາທາລະນະສຸກ ຫວຽດນາມອີກດ້ວຍ. ນັ້ນແມ່ນຄວາມ ເອກອ້າງທະນົງໃຈທີ່ເຕັມໄປດ້ວຍຄຸນຄ່າມະນຸດອະລິຍະທໍາ ເຊິ່ງໃນນັ້ນຜູ້ທີ່ໄດ້ລິເລີ່ມໃຫ້ແກ່ບັນດາຄຸນຄ່າດັ່ງກ່າວບ່ໍແມ່ນໃຜອື່ນໄກ ຫາກແມ່ນກະໂຕ ທ່ານໝໍປະຊາຊົນຮວ່າງແມ້ງອານນັ້ນເອງ.

ກ່ອນນັ້ນຄື ປີ 2010 , ເພິ່ນກ່ໍໄດ້ດໍາເນີນການປະກອບໝາກ ຫົວໃຈຄັ້ງແລກຢູ່ຫວຽດນາມຢ່າງສຳເລັດຜົນມາແລ້ວ. ການຜ່າຕັດນີ້ກ່ໍເປັນຫຼັກໝາຍສຳຄັນອັນໜຶ່ງແຫ່ງການຂະຫຍາຍຕົວຢ່າງບ່ໍຢຸດຢັ້ງ ຂອງຂະແໜງການປະກອບອາໄວຍະວະທາງໃນຫວຽດນາມ.

ໂດຍສວມເສື້ອສອງສີໃນສອງຖານະຕຳແໜ່ງຕ່າງກັນ, ເຖິງຈະແມ່ນທະຫານ ຫຼື ທ່ານໝໍ ແຕ່ ຮສຈ, ດຣ. ໝໍຢາປະຊາຊົນ ຮວ່າງແມ້ງອານ ລ້ວນແຕ່ສ້າງຄວາມປະທັບໃຈໃນໝູ່ຄະນະເພື່ອນ ຮ່ວມງານ ແລະ ຄົນເຈັບ. ຄວາມປະທັບໃຈນັ້ນແມ່ນຄວາມເກັ່ງກ້າສາມາດ, ຄວາມສຸມຈິດສຸມໃຈ ແລະ ຄຸນທາດຂອງຜູ້ເປັນທະຫານ ທີ່ເຂັ້ມຂຸ້ນໄປດ້ວຍຄວາມກ້າແກ່ນ ແລະ ຕັດສິນໃຈໃນສາຍເລືອດຂອງເພິ່ນ.
ບົດ: ຖາວວີ - ພາບ: ຈິ້ງວັນໂບ້ ແລະ ເອກະສານ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top