• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວ:ປັບປຸງແຜນຮ່າງອົງການຜູ້ຕາງຫນ້າກຳມະສິດຂອງລັດຢູ່ວິສາຫະກິດໂດຍໄວ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດີງ​ເຫ້ວ​ຊີ້​ນຳ​ກອງ​ປະ​ຊຸມ
       ວັນ​ທີ 7/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ໄດ້​ຊີ້​ນຳ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ເພື່ອ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ເພາະ​ກິດ​ທີ່​ຕາງ​ຫນ້າ​ໃຫ້​ກຳ​ມະ​ສິດ​ທຶນ​ຂອງ​ລັດ​ຢູ່ ວິ​ສາ​ຫະ​ກິດ. ກ່າວ​ຄຳ​ເຫັນ​ສະ​ຫລຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ຊີ້​ແຈ້ງວ່າ: ເລື່ອງ​ສ້າງ​ຕັ້ງ​ອົງ​ການ​ຜູ້​ຕາງ​ຫນ້າ​ກຳ​ມະ​ສິດ​ທຶນ​ຂອ​ງ​ລັດ​ຢູ່ ວິ​ສາ​ຫະ​ກິດ ແມ່ນ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ, ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ​ປະ​ຕ​ິບັດ​ບົດ​ບາດ​ຫນ້າ​ທີ່​ຄຸ້ມ​ຄອງ​ລັດ​ສຳ​ລັບ​ດ້ານ​ທຶ​ນ​ຮອນ, ຊັບ​ສິນ​ຊື່ງ​ລັດ​ໄດ້​ລົງ​ທຶນ​ເຂົ້າ​ໃນ​ວິ​ສາ​ຫະ​ກິດ​ໃຫ້​ດີກວ່​າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ: ບັນ​ດາ​ກະ​ຊວງ ຕ້ອງ​ເຮັດ​ແຈ້ງ​ກົນ​ໄກ​ການ​ເຄື່ອນ​ໄຫວ, ຈັດ​ຕັ້ງ​ກົງ​ຈັກ ແລະ ການ​ເງິນ​ຂອງ​ອົງ​ການນີ້​ໃນ​ແຜນ​ຮ່າງ​ຢ່າງ​ທັນ​ທີ. ໄປ​ຄຽງ​ຄູ່​ກັນ​ນັ້ນ ແມ່ນ​ສຳ​ຫລວດກວດ​ກາ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ, ເປັນ​ເສ​ນາ​ທິ​ການ​ໃຫ້​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ປັບ​ປຸງ, ລົບ​ລ້າງ​ບັນ​ດາ​ເອ​ກະ​ສານ​ທີ່​ໄດ້​ກຳ​ນົດ​ກ່ຽວ​ກັບ​ຜູ້​ຕາງ​ຫນ້າ​ກຳ​ມະ​ສິດ​ຂອງ​ລັດ​​ທີ່ບໍ່​ເໝາະ​ສົມ​ອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top