• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອີຢູ ປະຈຳ ຫວຽດນາມ


ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ​
ໃຫ້ການ​ຕ້ອນຮັບ​ທ່ານ Bruno Anglet

      ຕອນ​ບ່າຍ​ວັນ​ທີ 30/11 ຢູ່​ສຳນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ​ໃຫ້ການ​ຕ້ອນຮັບ​ທ່ານ Bruno Anglet ​ເອກ​ອັກຄະ​ລັດຖະທູດ ຫົວໜ້າ​ຄະນະ​ປະຕິບັດ​ງານ​ສະ​ຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ (ອີ​ຢູ). ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ຢືນຢັນ​ວ່າ: ພັກ, ລັດ ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ​ແລະ ​ເນັ້ນ​ໜັກວ່າ ການ​ຫັນ​ເປັນ​ໂລກາ​ພິບັດ ​ແລະ ​ເສລີ​ການ​ຄ້າ​ແມ່ນ​ວິວັດທະນາ​ການທີ່​ຈຳ​ເປັນ, ບໍ່​ມີ​ປະ​ເທດ​ໃດ ສາມາດ​ຄົງ​ຕົວ​ຢູ່ໂດດ​ດ່ຽວ​ໄດ້ ຫາກ​ຂຶ້ນ​ກັບ​ກັນ​​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສະຫະພາບ ​ເອີ​ລົບ​ ​ແລະ ຫວຽດນາມ ມີ​ມາດຕະຖານ​ສູງ, ກ່ຽວຂ້ອງ​ເຖິງ​ຫລາຍບັນຫາ​ ດັ່ງ​ນັ້ນ ຫວຽດນາມ ​ໄດ້ ​ແລະ ພວມ​ກະກຽມ​ຢ່າງ​ຕັ້ງໜ້າ​ໃຫ້ການ​ປະຕິບັ​ດ ​ແລະ ຮັບຮອງ​ເອົາ​ສັນຍາ​ນີ້. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ປາດ​ຖະໜາ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູ​ດ Bruno Anglet ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ຊ່ວຍ ຫວຽດນາມ ຊຸກຍູ້​ການ​ລົງ​ນາມ, ​ໃຫ້​ສັດຕະຍາບັນ ​ແລະ ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ​ ​ເອີ​ລົບ (EVFTA) ​​ເພື່ອ​ແນ​ໃສ່ນຳ​ຜົນ​ປະ​​ໂຫຍ​ດ​ມາໃຫ້ 2 ຝ່າຍ.
        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ອີ​ຢູ ປະຈ​ຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ນຳ​ໜ້າ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ກ່ຽວ​ກັບ​ວົງ​ເງິນ​​ສົ່ງ​ອອກ​ເຂົ້າ ອີ​ຢູ. ສ່ວນ ອີ​ຢູ ກໍ່​ແມ່ນ​ພາກ​ພື້ນ​ເສດຖະກິດ​ທີ່ມີ​ມູນ​ຄ່າ​ລົງທຶນ​ຢືນ​ອັນ​ດັບ​ທີ 3 ຢູ່ ຫວຽດນາມ. ທ່ານ Bruno Anglet ​ໃຫ້​ຮູ້​ວ່າ ອີ​ຢູ ຈະ​ຮັບຮອງ​ເອົາ​ຂໍ້ສະ​ເໜີ​ຂອງ ຫວຽດນາມ ກ່ຽວ​ກັບ​ຂັ້ນ​ຕອນ​ສະໜອງ​ບັນດາ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກທີ່​ເໝາະ​ສົມ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top