• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມ ແລະ ເຮັດວຽກກັບກຳລັງປະກອບອາວຸດແຂວງແທງຮ໋ວາ


ທ່ານປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມ ແລະ ເຮັດວຽກກັບກຳລັງປະກອບອາວຸດແຂວງແທງຮ໋ວາ
(ພາບ: ແຄ່ງ​ຈີ່ງ)
 
​​          ເນື່ອງ​ໃນ​ໂອ​ກາດ​​ມາ​ຢ້ຽມ​ຢາມ​ແຂວງ ແທງ​ຮ໋​ວາ, ຕອນ​ບ່າຍ​ວັນ​ທີ 19/2, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ, ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢ​າມ ແລະ ເຮັດ​ວຽກ​ກັບ​ຕ​ຳຫຼວດ, ຕຳຫຼວດ​​ດັບ​ເພີງ, ກ​ອງ​ບັນ​ຊາ​ການ​ທະ​ຫານ, ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ແທງ​ຮ໋​ວາ. ກ່​່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ​ໄດ້​ຊົມ​ເຊີຍ​ບັນ​ດາ​ຜົນ​ງານດີ​ເດັ່ນ​ທີ່​ກຳ​ລັງ​​ປະ​ກອບ​ອາ​ວຸດ​ແຂວງ ແທງ​ຮ໋​ວາ ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຊີ້​ແຈ້ງວ່າ, ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາບ​ການ​ໂລ​ກ, ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັ​ບ​ສົນ, ມີຫຼາຍ​ປັດ​ໄຈ​ຊ້ອນ​ແຝງ​ກໍ່​ຄວາມ​ຂາດ​ສະ​ຖຽນລະ​ພາບ, ຍາກ​ທີ່​​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ວ່າ:
        “ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ພື້​ນ​ຖານ​ປ້ອງ​ກັນ​​ຊາດທົ່ວ​ປວງ​ຊົນ, ທ່າ​ຮົບ​ປ້ອງ​ກັນ​​ຊາດທົ່ວ​ປວງ​ຊົນ​ສົມ​ທົບ​​ກັນຢ່າງ​ແໜ້ນ​ແຟ້ນ​ກັບ​ພື້ນ​ຖານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ, ທ່າ​ຮົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ, ສ້າງ​ເຂດ​ປ້ອງ​ກັນ​ແຂວງ, ເມືອງ, ກໍ່​ສ້າ​ງ​ຮາກ​ຖານ​​ຂັ້ນຕາ​ແສງຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ. ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານສຶກ​ສາບ​ຳ​ລ​ຸງ​ສ້າງ, ຄວາມ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫ​ວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ກັບ​ການ​ປັບ​ປຸງ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເພີ່ມ​ທະ​ວີ​ກຳ​ລັງ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ກ່ອ​ນ​ອື່ນ​ໝົດ​ແມ່ນ​ກຳ​ລັງ​​ບົ່​ມ​ຊ້ອນດ​້ານ​ການ​ເມືອງ, ກໍ່​ສ້າງ ແລະ ປັບ​ປຸງ “ທ່າ​ຮົບ​ນ້ຳ​ໃຈ​ປະ​ຊາ​ຊົນ” ໃຫ້​ໝັ້ນ​ຄົງ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງ​ຄົມ​ແຕ່​ຂັ້ນ​ຮາກ​ຖານ.”
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top