• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຂົ້າຮ່ວມພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວິທະຍາສາດປະຫວັດສາດຫວຽດນາມ


ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ກ່າວ​ຄຳ​ເຫັນ​ນະ​ພິ​ທີ
ພາບ:vov
 
​          ຕອນ​ເຊົ້າ​ວັນ​ທີ 29/11 ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ປ​ະ​ຫວັດ​ສາດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ (1966-2016) ແລະ ຮັບ​ຫລຽ​ນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ມາ​ຄົມ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການສະ​ຫລຸບ​ພຶດ​ຕິ​ກຳ​ປະ​ຫວັດ​ສາດ, ເຮັດ​ແຈ້ງ​ທິດ​ສະ​ດີ​ກ່ຽວ​ກັບ​ເສ​ັ້ນ​ທາງ​ປະ​ຕິ​ວັດ​ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ຜ່ານນັ້ນ ຖອດ​ຖ​ອນ​ບົດ​ຮຽນ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ສະ​ຫນອງ​ຫລັກ​ມູນ​ດ້ານ​ວິ​ທະ​ຍາ​ສາດ​ໃຫ້​ແກ່​ການ​ກໍ່​ສ້າງ, ສ້າງ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ​ໃຫ້​ສົມ​ບູນ​ແບບ. ພ້ອມ​ທັງ​ຕັ້ງ​ຫນ້າ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ໃນ​ການ​ຄົ້ນ​ຄ້​ວາ, ເກັບ​ຮັກ​ສາ ແລະ ແນະ​ນຳ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ເພື່ອ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ເຮັດ​ໃຫ້​ສາງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດ​ນາມ ອຸ​ດົມ​ສົມ​ບູນກວ່າ. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ຫນັກ​ວ່າ: ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ​ຫວຽດ​ນາມ ຄວນ​ປະ​ຕິ​ບັດ​ພາ​ລະບົດ​ບາດໃຫ້​ຄຳ​ປຶກ​ສາ​ເປັນ​ຢ່າງ​ດີ, ໄຈ້​ແຍກ​ຕີ​ລ​າ​ຄາ​ສັງ​ຄົມ​ສຳ​ລັບ​ການ​ອະ​ນຸ​ລັກ​ຮັກ​ສາ, ບູ​ລະ​ນະບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ - ວັດ​ທະ​ນະ​ທຳ, ທັດ​ສະ​ນີ​ຍະ​ພາບ, ວັດ​ຖຸ​ບູ​ຮານ, ສິ່ງ​ທີ່​ລ້ຳ​ຄ່າ​ຂອງ​ຊາດ.
      “ສະ​ມາ​ຄົມ​ຄວນ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ໂຄ​ສະ​ນາ​ຄວາມ​ຮູ້​ດ້ານ​ປະ​ຫວັດ​ສາດ ແລະ ສຶກ​ສາ​ມູນ​ເຊື້ອ​ຂອງ​ຊາດ​ເພື່ອ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່ ມີ​ຄວາມ​ຮັບ​ຮູ້​ວ່າ ຄວາມ​ຮູ້​ດ້ານ​ປະ​ຫວັດ​ສາດບໍ່​ແມ່ນ​ພຽ​ງ​ແຕ່​ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ປະ​ຫວັດ​ສາດ​ ແລະ ຜູ້​ຢາກ​ກາຍ​ເປັນ​ບັນ​ດາ​ນັກ​ປະ​ຫວັດ​ສາດ​ເທົ່າ​ນັ້ນ ຫາກ​​ຍັງ​ມີ​ຄວາມຈຳ​ເປັນ​ໃຫ້​ທຸກ​ຄົນ, ທຸກ​ເພດ​ໄວ ລ​ວມ​ທັງ​ບັນ​ດາ​ນັກ​ຄຸ້​ມ​ຄອງ. ການ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ວິ​ຊາ​ປ​ະ​ຫວັດ​ສາດ, ປະ​ກອບ​ສ່ວນ​ສຶກ​ສາ​ມູນ​ເຊື້ອ, ສ້າງ​ບຸກ​ຄະ​ລິກ​ກະ​ພາບ ແລະ ຄຸນ​ນະ​ທາດໃຫ້​ຄົນ​ລຸ້​ນ​ຫນຸ່​ມ. 
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top