• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ Francis Gurry

      
      ຕອນ​ບ່າຍ​ວັນ​ທີ 21/3, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Francis Gurry, ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ (WIPO )ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ: ໃນ​ບັນ​ດາ​ຍຸດ​ທ​ະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ນັບ​ແຕ່​ເມື່ອ​ກ້າວ​ເຂົ້າ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ສ້າງ​ສາ​ປະ​ເທດ​ຊາດ, ຫວຽດ​ນາມ ໄດ້​ກຳ​ນົດ​ຄວນ​ປົກ​ປ້ອງ​ກຳ​ມະ​ສິດ​ອຸດ​ສາ​ຫະ​ກຳ, ຮັບ​ປະ​ກັນ​ການ​ແກ້ງ​ແຍ້ງ​ປອດ​ໃສ​ໃນ​ກົນ​ໄກ​ການ​ຕະ​ຫລາດ ແລະ ສົ່ງ​ເສີມ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ຄົນ​ງານ. ທ່ານ​ປະ​ທານ​ປະ​ເທດ​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ວາງ​ຄາດ​ໝາຍ​ຮອດ​ປີ 2020 ບັນ​ລຸ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສະ​ເລ່ຍ ແຕ່ 6,5% -7%, ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ສະ​ນັ້ນ ຊັບ​ສິນ​ທາງ​ປັນ​ຍາ​ຈະ​ສວ​ມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ທ່ານ ຜູ້​ອຳ​ນວຍ​ການ WIPO, Francis Gurry ຢືນ​ຢັນ: ການ​ຮ​່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ອົງ​ການ WIPO ແມ່ນ​ຕັ້ງ​ຫນ້າ, ປາດ​ຖະ​ຫນາ​ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top