• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີນດ້າຍກວາງ: ການຮ່ວມມືສອງຝ່າຍ ຫວຽດນາມ-ອິດສະຣາແອນ ຈະກ້າວເຂົ້າສູ່ໄລຍະພັດທະນາໃຫມ່


ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ທ່ານ ປະ​ທາ​ນາ​ທິ​ບໍ​ດີ
 ອິດ​ສະ​ຣາ​ແອນ Reuven Ruvi Rivlin

ພາບ:TTXVN
 
      ​​ຕອນ​ຄ່ຳ​ວັນ​ທີ 20/3 ຢູ່​ ຮ​່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ພັນ​ທະ​ຍາ ເປັນ​ເຈົ້າ​ພາບ​ງານ​ລ້ຽງ​ຂ່ຳ​ນັບ​ຮັບ​ຕ້ອນ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin  ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜ​ູ້​ແທນ ພວມ​ຢ້​ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ. ກ່າວ​ຄ​ຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ ຢືນ​ຢັນ: ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ກັບ ອິດ​ສະ​ຣ​າ​ແອນ ເປັນ​ສຳ​ຄັນ, ອິດ​ສະ​ຣ​າ​ແອນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຫວຽດ​ນາມ ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ຫນັກ​ວ່າ: ຈິດ​ໃຈ​ຂອງ​ “ປະ​ເທດ Starup”, ເຈດ​ຈະ​ນົງ​ຂອງ​ປະ​ເທດ​​ທີ່ໄດ​້ ແລະ ພວມບືນ​ຕົວ​ຂຶ້ນ​ພັດ​ທະ​ນາ ກາຍ​ເປັນ​ແຫລ່ງ​ດຶງ​ດູດ​ຢ່າງ​ແຮງ, ຊຸກ​ຍູ້​ຈິດ​ໃຈ​ປະ​ດິດ​ຄິດ​ສ້າງ, ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ, ​ຄວາມກ້າ​ຄິດ​ກ້າ​ເຮັດ​ຂອງລຸ້ນ​ຫນຸ່ມ​ຫວຽດ​ນາມໃນ​ກິດ​ຈະ​ການ​ຫັນ​​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນ​າ​ໃຫມ່, ມີ​ປະ​ສິດ​ທິ​ຜົນ​, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi ໃຫ້​ຮູ້​ວ່າ: ອິດ​ສະ​ຣາ​ແອນ ພ້ອມ​ແລ້ວ​ແບ່ງ​ປັນ, ແລກ​ປ່ຽນ​ຄວາມ​ຮູ້ ແລະ​ບົ​ດ​ຮຽນ​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ ອິດ​ສະ​ຣາ​ແອນ ມີ​ທ່າ​ແຮງ, ຕອ​ບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ ຫວຽດ​ນາມ ມີ​ຄວ​າມ​ສົນ​ໃຈ, ຜ່ານນັ້ນ​ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ອະ​ນາ​ຄົດ.
 (ແຫຼ່ງຄັດຈາກ VOV)
                                                                                            

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top