• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີລາວ

ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ໃຫ້ຕ້ອນຮັບ​ທ່ານ​ນາງ ສຸວັນ​ເພັງ ບຸບຜາ​ນຸວົງ
           ຕອນ​ບ່າຍ​ວັນ​ທີ 08/12 ຢູ່​ສຳນັກ​ງານລັດຖະບານ, ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໃຫ້ຕ້ອນຮັບ​ທ່ານ​ນາງ ສຸວັນ​ເພັງ ບຸບຜາ​ນຸວົງ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ລາວ ​ແລະ ຄະນະ​ພະນັກງານ​ ສຳນັກງານນາຍົກລັດຖະມົນຕີ ລາວ ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ພົວພັນສະໜິດ​ຕິດ​ພັນ, ​ແໜ້ນ​ແຟ້ນລະຫວ່າງຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ 2 ປະ​ເທດ ພິ​ເສດ​ແມ່ນ 2 ຝ່າຍ​ໄດ້​ເປັນ​ເຈົ້າ​ການຈັດ​ຕັ້ງ​ບັນດາ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຖອດ​ຖອນ​ບົດຮຽນ, ປະກອບສ່ວນ​ໃຫ້​ວຽກ​ງານ​ເສນາ​ທິການ, ສັງ​ລວມຮັບ​ໃຊ້​ລັດຖະບານ ​ແລະ ນາຍົກລັດຖະມົນຕີ​ແຕ່ລະ​ປະ​ເທດ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກວ່າ ​ໃນ​ສະພາບ​ການ​ໂລກ​ພວມ​ພັດທະນາ​ທີ່​ເຕັມ​​ໄປ​ດ້ວຍການ​ຫັນປ່ຽນ ​ແລະ ສັບສົນ​ຄື​ປະຈຸ​ບັນ, ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ນັບ​ມື້​ນັບ​ມີ​ຄວາມ​ສຳຄັນກ່ວາ​ເວລາ​ໃດ​ໝົດ ສຳລັບ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ຫ້ອງ​ວ່າການສຳນັກງານນາຍົກລັດຖະມົນຕີ 2 ປະ​ເທດ ຄວນ​ປະກອບສ່ວນ​ຫລາຍ​ກ່ວາ​ອີກ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ພິ​ເສດ​ແມ່ນ​ໃຫ້​ບັນດາ​ລຸ້ນຫລັງ.
        ສວ່ນທ່ານ​ນາງ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ສຸວັນ​ເພັງ ບຸບຜາ​ນຸວົງ ​ໃຫ້​ຮູ້​ວ່າ ລາວ ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ຕໍ່​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດນາມ; ຢືນຢັນວ່າ ລາວ ​ເອກອ້າງ​ທະ​ນົງ​ໃຈ​ຍ້ອນມີ​ເພື່ອນ​ຜູ້​ສະໜິດສະໜົມ, ມີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ຄື ຫວຽດນາມ ຮ່ວມ​​ເດີນທາງ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top