• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີກຳປູເຈຍ HunSen


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຫງວຽນ​ຊວນ​ຟຸກ
​ເຈ​ລະ​ຈາ ກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Hunsen
ພາບ:TTXVN
 
      ຕອນ​ເຊົ້າ​ວັນ​ທີ 25/4 ຢູ່ ຫໍ​ສັນ​ຕິ​ພາບ ນະ​ຄອນ​ຫລວງ ພະ​ນົມ​ເປັນ, ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຫງວຽນ​ຊວນ​ຟຸກ ແລະ​ ພັນ​ລະ​ຍາໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Hunsen ແລະ ພັນ​ລະ​ຍາ. ທີ່​ກາ​ນ​ເຈ​ລະ​ຈາ​ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ເຫັນ​ດີ ສືບ​ຕໍ່​ສົ່ງ​ເສີ​ມ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ບ​ໍ​ລິ​ການ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ ເປັນ​ຕົ້ນບັນ​ດ​າ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ປະ​ຈຸ​ບັນ ພວມ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ບົນ​ຈິດ​ໃຈ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ.
      ສອງ​ຝ່າຍ​ເຫັນ​ດີ​ຊີ້​ນຳ ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຂີດ​​ເສັ້ນ​ຊາຍ​ແດນ, ປັກ​ຫລັກ​ໝາຍ​ຊາຍ​ແດນ​ທາງ​ບົກສອງ​ປະ​ເທດ ຊຸກ​ຍູ້​ການ​ເຈ​ລະ​ຈາ, ຊອ​ກ​ມາດ​ຕະ​ກາ​ນ​ສຳ​ລັບ​ບັນ​ດາ​ຕອນ​ຊາຍ​ແດນ​ທີ່​ຍັງ​ເຫລືອ ແລະ ຮ່ວມ​ມື​ຢ່າງ​ແຫ້ນນ​ແຟ້ນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ ເພື່ອ​ແນ​ໃສ່​ສ້າງ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ​ໃຫ້​ກາຍ​ເຫັນ​ຊາຍ​ແດນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.
ສອງ​ຝ່າຍຢັ້ງ​ຢືນ​ສືບ​ຕໍ່​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະ​ດວກ ແລະ ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ​ສອງ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ.
      ຫວຽດ​ນາມ ແລະ ກຳ​ປູ​ເຈຍ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫ​ນ້ນ​ແຟ້ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສະ​ກັດ​ກັ້ນ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ຄ້າ​ເຖື່ອນ, ການ​ຄ້າ​ມະ​ນຸດ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ

Top