• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດຫວຽດນາມ - ໄທ

      ​ຕອນເຊົ້າວັນທີ 18/8, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສຮ່ວມມືດ້ານເສດຖະກິດ ຫວຽດນາມ - ໄທ


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດຫວຽດນາມ - ໄທ
      ດ້ວຍການເຂົ້າຮ່ວມຂອງທ່ານ ປຣະຈີນ ຈັນຕອງ, ຮອງນາຍົກລັດຖະມົນຕີ ໄທ. ເຂົ້າຮ່ວມເວທີປາໄສມີນັກທຸລະກິດກວ່າ 500 ຄົນ, ໃນນັ້ນສ່ວນຫຼາຍແມ່ນນັກທຸລະກິດ ໄທ. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ບັນດານັກລົງທຶນໄທກ່ຽວກັບໝາກຜົນທາງດ້ານເສດຖະກິດສັງຄົມຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່ ດ້ວຍສະພາບແວດລ້ອມແຫ່ງການລົງທຶນໄດ້ຮັບການປັບປຸງຢ່າງຕໍ່ເນື່ອງຕາມທິດສ້າງເງື່ອນໄຂສະດວກໃຫ້ນັກລົງທຶນ. ຕີລາຄາສູງ ໄທ ໄດ້ມີໂຄງການລົງທຶນເຂົ້າ ຫວຽດນາມ 470 ໂຄງການ, ດ້ວຍຍອດຈຳນວນທຶນ 8 ຕື້USD, ທ່ານໃຫ້ຮູ້ວ່າມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ໄທ ໄດ້ລົງທຶນສຳເລັດຜົນຢູ່ ຫວຽດນາມ.
          “ໃນເບື້ອງຕົ້ນກ່ຽວກັບດ້ານເສດຖະກິດພວກເຮົາມີຄວາມກ້າວໜ້າຫຼາຍຢ່າງ, ແຕ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຕ້ອງສືບຕໍ່ຍູ້ແຮງກວ່າອີກ. ພາຍຫຼັງການຢ້ຽມຢາມ ໄທ ຢ່າງເປັນທາງການຄັ້ງນີ້, ແງ່ຫວັງໃໝ່ກ່ຽວກັບການຮ່ວມມືລົງທຶນຮອບດ້ານລະຫວ່າງສອງປະເທດຈະໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງຢ່າງແນ່ນອນ“.
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າລັດຖະບານ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ບົນຈິດໃຈ ທັງສອງຝ່າຍລ້ວນແຕ່ຮັບໄຊຊະນະ.
      ທີ່ເວທີປາໄສ, ໂດຍມີການເປັນສັກຂີພິຍານຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ໄທ ປຣະຈີນ ຈັນຕອງ ວິສາຫະກິດສອງປະເທດ ໄດ້ແລກປ່ຽນບັນດາເອກະສານ, ຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ.
      ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດໃຫຍ່ຂອງ ໄທຄືກຸ່ມບໍລິສັດ AMATA, ກຸ່ມບໍລິສັດ SGC, ກຸ່ມບໍລິສັດ Big C & BJC ແລະ hai Beverage PLC, ທະນາຄານ Kasikorn ແລະ ກຸ່ມບໍລິສັດ Central Group. ທີ່ການຕ້ອນຮັບບັນດາການນຳກຸ່ມບໍລິສັດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດເຂົ້າດຳເນີນທຸລະກິດຢູ່ຫວຽດນາມ
      ແລະ ກໍ່ໃນວັນທີ 18/8 ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານ ປະເລັມ ຕີນນະສູລາລົນ ປະທານສະພາລັບລະຫັດລາຊະວົງ ໄທ ແລະ ທ່ານ ພອນເພັດ ວິຈິດຈົນລະໃຈ .ປະທານສະພານິຕິບັນຍັດແຫ່ງຊາດ ໄທ. ທີ່ການຕ້ອນຮັບທ່ານ ປະເລັມ ຕີນນະສູລາລົນ ປະທານສະພາລັບລະຫັດລາຊະວົງ ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຄວາມເອົາໃຈໃສ່ຂອງລາຊະວົງ ໄທ ໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດນຳກັນ. ເມື່ອພົບປະກັບ ທ່ານ ພອນເພັດ ວິຈິດຈົນລະໃຈ ປະທານສະພານິຕິບັນຍັດແຫ່ງຊາດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີອົງການນິຕິບັນຍັດຂອງສອງປະເທດ ຄວນສືບຕໍ່ການແລກປ່ຽນຄະນະຜູ້ແທນ ເພື່ອແນໃສ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານນາຍົກລັດຖະມົນຕີ ຍັງສະເໜີອົງການນິຕິບັນຍັດສອງປະເທດ ຮ່ວມມືກໍ່ສ້າງປະຊາຄົມອາຊຽນຜ່ານຫຼາຍຊ່ອງທີ່ແຕກຕ່າງກັນ.
            ຕອນບ່າຍວັນທີ 18/8, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການພົບປະກັບບັນດາກຸ່ມບໍລິສັດໃຫຍ່, ແລະ ນັກລົງທຶນໃຫຍ່ຂອງສອງປະເທດ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດາກຸ່ມບໍລິສັດ, ວິສາຫະກິດຂອງ ໄທ ເຂົ້າຮ່ວມແຮງກວ່າອີກ, ໝູນໃຊ້ໂອກາດທີ່ ຫວຽດນາມ ພວມຊຸກຍູ້ການເຄື່ອນໄຫວຊື້ຂາຍ (M&A) ຕິດພັນກັບການຫັນເປັນຫຸ້ນສ່ວນ, ຖອນທຶນສຳລັບລັດວິສາຫະກິດໃນຫຼາຍຂົງເຂດ.
            ຕອນບ່າຍວັນທີ 18/8, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳໄທ. ກ່ອນທີ່ຈະອອກຈາກນະຄອນຫຼວງ ບາກກອກ ໄປຢ້ຽມຢາມແຂວງ ນະຄອນພະນົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂສັບປະດາສິນຄ້າ ຫວຽດນາມ ຢູ່ສູນການຄ້າ Central Plaza Ladprao. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕັດແຖບຜ້າໄຂ ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ Central Group.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top