• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງກວ໋າງນາມ

(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານ
ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ກວ໋າງ​ນາມ​ປີ 2017)
      ຕອນ​ເຊົ້າ​ວັນ​ທີ 26/3 ຢູ່ ນະ​ຄອນ ຕາມ​ກີ ແຂວງ ກວ໋າງ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ກວ໋າງ​ນາມ​ປີ 2017. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ການ​ນຳ​ບາງ​ກະ​ຊວງ, ຂະ​ແຫນງ​ການ ແລະ ວິ​ສາ​ຫະ​ກິດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ທີ່ກ​ອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຖື​ວ່າ ແຂວງ ກວ໋າງ​ນາມ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ, ມີ​ຄຸນ​ຄ່າ​ພິ​ເສດ​ສະ​ເພາະ ແລະ ມີ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ຊື່ງ​ນັກ​ລົງ​ທຶນ​ຄວນ​ສົນ​ໃຈ.
        “ກ່ອນນີ້​ສອງ​ສາມ​ສັດ​ຕະ​ວັດ, ກວ໋າງ​ນາມ ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ກຳ​ປັ່ນ​ຄ​້າ​ຂາຍ​ສິນ​ຄ້າ, ຄູ່​ຄ້າ​ໃຫຍ່ ແລະ ກ່ອນນີ້ 300 ປີ, ໂຮ້ຍ​ອານ, ກວ໋າງ​ນາມ ໄດ້​ສ້າງ​ຕັ້ງ​ຕົວ​ເມືອງ​ການ​ຄ້າ​​ທ່າ​ກຳ​ປັ່ນ​ທີ່​ພົ້ນ​ເດັ່ນ​ຢູ່ ອາ​ຊີ. ປະ​ຈຸ​ບັນ ພວກ​ເຮົາ​ຄວນ​ຟື້ນ​ຟູ​ແນວ​ຄິດ​ເພື່ອ​ກໍ່​ສ້າງ​ເຂດນີ້​ໃຫ້​ກາຍ​ເປັນ​ເຂດ​​ພັດ​ທະ​ນາ​ຢ່າງ​ແຮງ​ທີ່​ສຸດ.”
        ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ຜົນ​​ສຳ​ເລັດກ່ຽວ​ກັບ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ ກວ໋າງ​ນາມ​ປະ​ຈຸ​ບັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ຜົນ​ສຳ​ເລັດ​ນັ້ນ​ແມ່ນ​ຍ້ອນ ກວ໋າງ​ນາມ​ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ລະ​ບອບ​ລະ​ບຽບ​ການ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ເຫັນ​ໄດ້​ຊັດ, ດູດ​ດື່ມ​ນັກ​ລົງ​ທຶນ. ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຫລາຍກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ ແຂວງ ກວ໋າງ​ນາມ ຄວນ​ຍົກ​ສູງ​ຄຸນ​ນະ​ພາບ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ກັບ ດາ​ຫນັງ, ກວ໋າງ​ຫງາຍ ແລະ​ບັນ​ດາ​ແຂວງ. ພ້ອມ​ກັບ​ການ​ບຳ​ລ​ຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ແຂວງ ກວ໋າງ​ນາມ ຕ້ອງ​ສູ້​ຊົນ​ກາຍ​ເປັນ​ໃຈ​ກາງ​ການ​ທ່ອງ​ທ່ຽວ​ລະ​ດັບ​ສ​າ​ກົນ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top