• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຍີ່ປຸ່ນShinzoAbeຈັດການປະຊຸມຂ່າວເນື່ອງໃນໂອກາດຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
       ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-17/1/2017, ຕອນ​ຄ່ຳ​ວັນ​ທີ 16/1 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ເປັນ​​ປະ​ທານ​ການ​ປະ​ຊຸມ​ຂ່າວ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ສື່ມວນ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ເນັ້ນ​ຫນັກ​ວ່າ: ຍີ່​ປຸ່ນ ແລະ ຫວຽດ​ນາມ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໄດ້​ສະ​ຫນິດ​ຕິດ​ພັນ​ກັນ​ດ້ວຍເຂດ​ທະ​ເລ​ເສ​ລີ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຢືນ​ຢັນ: ຟີ​ລີບ​ປີນ, ອິນ​ໂດ​ເນ​ເຊຍ ແລະ ອົດ​ສະ​ຕາ​ລ​ີ, ຊື່ງ​ແມ່ນບັນ​ດາ​ປະ​ເທດ​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສຳ​ຄັນ ພ້ອມ​ກັນ​ແບ່ງ​ປັນ​ເຂດ​ທະ​ເລ​ທີ່ກວ້າງ​ໃຫຍ່ນັ້ນ​ແມ່ນ​ເຂດ​ທະ​ເລ ປາ​ຊີ​ຟີກ ແລະ ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ຄຸນ​ຄ່າ​ພື້ນ​ຖານ​ກັບ​ຍີ່​ປຸ່ນ. ຫລັກ​ການ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ. ເພື່ອ​ປະ​ຕິ​ບັດ​ຫລັກ​ການນັ້ນ, ​ການ​ເຄົາ​ລົບ​ກົດ​ໝາຍຕ້ອງ​ຊາບ​ຊຶມຢ່າງ​ຄົບ​ຖ້ວນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໃຫ້​ຮູ້​ວ່າ: ໂດຍ​ອີງ​ໃສ່​ການ​ເຮັດ​ວຽກ​ກັບ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຈາກ ຝ່າຍ ຫວຽດ​ນາມ, ຍີ່​ປຸ່ນ ໄດ້​ຕົກ​ລົງ​ສະ​ຫນອງ​ບັນ​ດາ​ກຳ​ປັ່ນ​ລາດ​ຕ​ະເວັນ​ໃຫມ່​ໃຫ້​ແກ່​ຫວຽດ​ນາມ, ຍີ່​ປຸ່ນ ຍັງ​ຄົງ​ສືບ​ຕໍ່​ຫນູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ກຳ​ລັງ​ຕຳ​ຫລວດ​ທະ​ເລ​ຫວຽດ​ນາມ​ຂຶ້ນ​ຕື່​ມ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top