• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ພັນລະຍາສິ້ນສຸດການຢ້ຽມຢາມຫວຽດນາມ

(ພາບ​ປະກອບ)
       ວັນ​ທີ 17/1, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe​ ແລະ ພັນ​ລະ​ຍາ​ສິ້ນ​ສຸດ​ການ​ຢ້ຽມຢາມ​ ຫວຽດນາມ ​ເປັນ​ທາງ​ການ​ຢ່າງ​ຈົບງາມ​ແຕ່​ວັນ​ທີ 16-17/1, ຕາມ​ຄຳ​ເຊີນ​ຂອງ​ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe​ ​ໄດ້​ມີ​ການ​ເຈລະຈາ​ກັບ​ ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ເຂົ້າ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຕາມ​ພິທີການ​ທູດ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ. ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ເປັນ​ປະທານ​ການ​ພົບ​ປະ​ສົນທະນາ​ກັບ​ວິ​ສາ​ຫະກິດ ຫວຽດນາມ - ຍີ່ປຸ່ນ; ພົບ​ປະ​ກັບ​ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ ສະມາຊິກ​ລັດຖະສະພາ ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຟ້າ​ມມິ​ງຈິ໋ງ; ພົບ​ປະ​ກັບ​ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແລະ ພະນັກງານ, ນັກ​ສຶກສາ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ຈຳນວນ​ໜຶ່ງ.
        ທີ່​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ຜ່ານ​ການ​ຮັກສາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ, ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ເຈລະຈາ​ຢ່າງ​ມີ​ປະສິດທິ​ຜົນ. ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສອງ​ຝ່າຍ​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ເລື່ອງ​ຊຸກຍູ້​ຜັນ​ຂະຫຍາຍ​ການ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ ຜ່ານ​ການ​ຊຸກຍູ້​ການ​ລົງທຶນ, ການ​ຄ້າ, ODA, ​ແລະ ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສາມາດ​ຊ່ວຍ​ໜູນ​ກັນ​ໄດ້. ສອງ​ຝ່າຍ​ເຫັນ​ດີ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ​ເຖິງ​ປີ 2020, ວິ​ໄສ​ທັດ 2030 ກໍ່​ຄື​ຂໍ້​ລິ​ເລີ່​ມລວມ ຍີ່ປຸ່ນ - ຫວຽດນາມ ​ໄລຍະ​ທີ 6 ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ… ຍີ່ປຸ່ນ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ​ພັດທະນາ​ເສດຖະກິດ - ສັງຄົມ, ຜ່ານ​ແຫຼ່ງທຶນ ODA , ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜອງ ODA ຕື່ມ​ອີກ​ໃນ​ປີ​ການ​ເງິນ 2016 ​ໃຫ້​ແກ່ ຫວຽດນາມ ທີ່​ມີ​ມູນ​ຄ່າ​ປະມານ 123 ຕື້​ເຢັນ (ກວ່າ 1 ຕື້ USD).
        ສອງ​ຝ່າຍ​ຢືນຢັນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ​ຕໍ່​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ຄວາມສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ, ບັນດາ​ຝ່າຍ​ກ່ຽວຂ້ອງ​ບໍ່​ມີ​ການ​ກະທຳ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ​ຫັນ​ເປັນ​ການ​ທະຫານ ພາ​ໄປ​ເຖິງການ​ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການແກ້​ໄຂຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ, ​ເຄົາລົບ​ບັນດາ​ວິວັດທະນາ​ການ​ດ້ານ​ການ​ທູດ ​ແລະ ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເຄົາລົບ​ກົດໝາຍ​ສາກົນ, ​ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກໍ່ສ້າງ​ກົດ​ແຫ່ງ​ການປະ​ພືດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top