• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບການນຳບັນດາອົງການການເງິນແລະວິສາຫະກິດສາກົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານ Jim Yong Kim,
 ປະ​ທານ​ທະ​ນາ​ຄານ​ໂລກ (WB)
           ໃນ​ຂອບ​ເຂດ​​ເຂົ້າ​ຮ່ວມບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ຢູ່ Davos, ປະ​ເທດ ສະ​ວິດ, ຕອນ​ເຊົ້າ​ວັນ​ທີ 19/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້ຕ້ອນ​ຮັບ​ທ່ານ Jim Yong Kim, ປະ​ທານ​ທະ​ນາ​ຄານ​ໂລກ (WB), ທ່ານ Roberto Azevedo, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ (WTO), ທ່ານ Jack Ma, ປະ​ທານ​ກຸ່ມ​ບໍ​ລິ​ສັດ Alibaba.
        ທີ່​ການ​ຕ້ອນ​ຮັບ​ທ່ານ Jim Yong Kim, ປະ​ທານ​ທະ​ນາ​ຄານ​ໂລກ (WB), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີລາ​ຄ​າ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ WB ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ຫວຽດ​ນາມ ແລະ ຂອບ​ອົກ​ຂອບ​ໃຈ WB ​ທີ່​ໄດ້ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ.
        ສ່ວນ​ທ່ານ Jim Yong Kim, ປະ​ທານ​ທະ​ນາ​ຄານ​ໂລກ (WB) ໄດ້​ຢັ້ງ​ຢືນວ່າ WB  ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ​ໃຫ້ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
        ທີ່​ການ​ຕ້ອນ​ຮັບທ່ານ Roberto Azevedo, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ (WTO), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ບົດ​ບາດ​ຂອງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ດ້ວຍ​ແກ່ນ​ສານ​ແມ່ນ WTO, ປະ​ກາດ ຫວຽດ​ນາມ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ອະ​ນຸ​ສັນ​ຍາ​ປັບ​ປຸງ​ສັນ​ຍາ​ກ່ຽວ​ກັບ​ບັນ​ດາ​ແງ່​ມູມ​​ທີ່ກ່ຽວ​ຂອງ​ເຖິງ​ການ​ຄ້າ​ຂອງ​​ຊັບ​ສິນທາງ​ປັນ​ຍາ.
        ທີ່​ການ​ຕ້ອ​ນ​ຮັບ​ທ່ານ Jack Ma, ປະ​ທານ​ກຸ່ມ​ບໍ​ລິ​ສັດ Alibaba (ປະ​ເທດ​ຈີນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ຈີນ ໃນ​ຊຸມ​ປີມໍ່​ມາ​ນີ້​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ທ່ານ​ໄດ້​ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ 2 ປະ​ເທດ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ທັງ 2 ​ປະ​ກາດ​ພ້ອມ​ກັນ​ມີ​ຜົນ​ປະ​ໂຫຍດ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top