• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງຢ້ຽມຢາມສະຫະລັດ ອາເມລິກາ ຢ່າງເປັນທາງການ

      ຄ່ຳຄືນວັນທີ 28 ພຶດສະພາ (ຕາມເວລາທ້ອງຖິ່ນ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ໄປຢ້ຽມຢາມສະຫະລັດ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 29 – 31 ພຶດສະພາ 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
      ຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Donald Trump. ນີ້ແມ່ນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ໃນຖານະເປັນນາຍົກລັດຖະມົນຕີ ແລະ ກໍ່ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຂັ້ນສູງ ຫວຽດນາມ ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ນັບແຕ່ເມື່ອທັງ 2 ປະເທດມີຄະນະການນຳໃໝ່. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວິງ ໃຫ້ຮູ້ວ່າ:
        “ໃນເນື້ອໃນຈົດໝາຍເຊື້ອເຊີນຂອງທ່ານປະທານາທິບໍດີ Donald Trump ສົ່ງເຖິງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມາຢ້ຽມຢາມໃນຄັ້ງນີ້ ໄດ້ເນັ້ນໜັກຢ່າງຈະແຈ້ງວ່າ ແມ່ນຢາກຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດກ່ວາອີກ, ພ້ອມທັງ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອາເມລິກາ ໃນການຮ່ວມມືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການສະໜັບສະໜູນຈາກສະພາແຫ່ງຊາດ ແລະ 2 ພັກຂອງ ອາເມລິກາ ແລະ ການຢ້ຽມຢາມຄັ້ງນີ້ກໍ່ເຊັ່ນດຽວກັນ. ໃນບັນດາການພົບປະຂອງຂ້າພະເຈົ້າກັບສະພາແຫ່ງຊາດ ອາເມລິກາ, ເຂົາເຈົ້າລ້ວນແຕ່ສະແດງຄວາມປາດຖະໜາວ່າ ການຢ້ຽມຢາມຈະສ້າງທ່າພັດທະນາໃຫ້ການພົວພັນ 2 ປະເທດກ່ວາອີກ.
        ການຢ້ຽມຢາມອາເມລິກາຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງ ອາເມລິກາ ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງ ຫວຽດນາມ - ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຝ່າຍ, ຫັນເປັນຫລາຍຮູບຫລາຍແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ ແລະ ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top