• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມ G7 ເປີດກ້ວາງ

ການໄປຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ເປີດກວ້າງທີ່ແຂວງ Mia, ຍີ່ປຸ່ນ (ແຕ່ວັນທີ 26-28 ພຶດສະພາ 2016) ຂອງທ່ານ ຫງວຽນຊວນຟຸກ, ນາ ຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ແນໃສ່ເພື່ອ ຊຸກຍູ້ ການພົວພັນສອງປະເທດ ຫວຽດນາມ-ຍີ່ປຸ່ນ ພັດທະນາ ຮອບດ້ານ, ປະກົດຜົນເປັນຈິງ, ມີປະສິດ ທິຜົນກວ່າເກົ່າໃນຕໍ່ຫນ້າ; ພ້ອມກັບບັນດາປະເທດ G7 ພິຈາລະນາບັນດາມາດຕະການແກ້ໄຂເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງຂອງພາກພື້ນອາຊີ-ປາຊີ ຟີກເວົ້າສະເພາະ ແລະ ທົ່ວໂລກເວົ້າລວມ. 
ຫວຽດນາມຮຽກຮ້ອງສັນຕິພາບ ແລະ ສະຖຽນລະ ພາບຢູ່ທະເລຕາເວັນອອກ


ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຄັ້ງນີ້ມີຜູ້ນຳບັນດາປະເທດ G7 ແລະ ຜູ້ນຳຂອງບັນດາປະເທດທີ່ໄດ້ຮັບຄຳເຊີນລວມມີ: ຫວຽດນາມ, ອິນໂອເນເຊຍ, ລາວ, ບັງກຼາເທດ, Papua New Guinea, ສີລັງກາ, Chad, ພ້ອມກັບບັນດາອົງການສາກົນທີ່ ໃຫຍ່ທີ່ສຸດໃນໂລກຄື: ສະຫະປະຊາຊາດ(UN), ທະນາ ຄານໂລກ(WB), ກອງທຶນເງິນຕາສາກົນ (IMF), ອົງ ການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ທະນາຄານພັດທະນາອາຊີ (ADB).
ນີ້ແມ່ນຄັ້ງທຳອິດຫວຽດນາມໄດ້ຮັບຄຳເຊີນເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເປີດກ້ວາງ, ເປັນຂີດໝາຍແຫ່ງການ ຮັບຮອງກ່ຽວກັບບົດບາດ ແລະ ການປະກອບສ່ວນ ຂອງຫວຽດນາມໃນບັນດາບັນຫາຂອງພາກພື້ນ ແລະ ສາກົນ.

ກ່າວຄຳປາໄສທີ່ກອງປະຊຸມສຸດຍອດກຸ່ມ G7 ເປີດ ກວ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ ທັດສະນະຂອງຫວຽດນາມກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ ຂອງ ພາກພື້ນອາຊີ-ປາຊີຟິກເວົ້າສະເພາະ ແລະ ທົ່ວໂລກ ເວົ້າລວມ.

ທ່ານນາຍົກລັດຖະມົນຕີໄດ້ໃຫ້ວ່າ ບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດໃນກຸ່ມ G7 ຕ້ອງ ມີສຽງ ແລະ ພຶດຕິກຳອັນຈິງຈັງ ເພື່ອປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການປັບປຸງ ສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບ ແລະ ການແກ້ໄຂບັນ ຫາຕ່າງໆລວມຂອງທົ່ວໂລກ ກໍຄືຢູ່ພາກພື້ນ; ພິເສດ, ແມ່ນບັນດາຈຸດໝາຍພັດທະນາແບບຍືນຍົງ, ກໍ່ສ້າງ ໂຄງປະກອບພື້ນຖານໂຄງລ່າງ, ຕ້ານ ແລະ ສະກັດ ກັ້ນໄພທຳມະຊາດ, ຮັບມືກັບການປ່ຽນແປງ ຂອງດິນ ຟ້າອາກາດ, ຕ້ານການກໍ່ການຮ້າຍ, ຄວາມສະຫງົບທາງດ້ານສະບຽງອາຫານ, ແຫຼ່ງນ້ຳ, ການເດີນທະເລ, ການເດີນອາກາດ ແລະ ອື່ນໆ…

ທ່ານນາຍົກລັດຖະມົນຕີສະແດງຄວາມເຊື່ອໝັ້ນອັນ ແຮງກ້າໃນພາລະບົດບາດອັນສຳຄັນຂອງບັນດາ ປະ ເທດຂຶ້ນກັບກຸ່ມ G7 ໃນການຊຸກຍູ້ຟື້ນຟູເສດຖະກິດ ທົ່ວໂລກ, ຮ່ວມສຳພັນດ້ານການຄ້າ, ການລົງທຶນ ກໍຄືການແກ້ໄຂຢ່າງມີປະສິດທິຜົນບັນດາສິ່ງທ້າທາຍ ພັດທະນາທົ່ວໂລກ ເພື່ອສະພາບແວດລ້ອມຂອງ ສັນ ຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊີ-ປາຊີຟິກ ແລະ ໃນໂລກ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາປະເທດທີ່ໄດ້ມີທັດສະນະອັນຕັ້ງໜ້າ, ສະໜັບ ສະໜູນຫວຽດນາມ ແລະ ອາຊຽນ (ASEAN) ໃນການ ແກ້ໄຂການທະເລາະພິພາດ ຢູ່ທະເລ ຕາເວັນອອກ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍ ກົດໝາຍທະເລປີ 1982, ຮັບປະກັນ ຄວາມໝັ້ນຄົງ, ຄວາມສະຫງົບປອດໄປ, ເສລີພາບໃນດ້ານ ການເດີນ ທະເລ, ການເດີນອາກາດຢູ່ທະເລຕາເວັນ ອອກ, ປະກອບສ່ວນ ຮັກສາສັນຕິພາບ, ສະຖຽນລະ ພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍໄດ້ ມີການພົບປະສອງຝ່າຍ ກັບຜູ້ນຳຂອງບັນດາປະເທດ ແລະ ອົງການຈັດຕັ້ງຕ່າງໆເຊັ່ນ: ທ່ານປະທານາທິ ບໍດີຝຣັ່ງ, ທ່ານນາຍົກລັດຖະມົນຕີການາດາ, ທ່ານນາ ຍົກລັດຖະມົນຕີອັງກິດ, ທ່ານນາຍົກລັດຖະມົນຕີ ເຢຍ ລະມັນ, ທ່ານປະທາທາທິບໍດີອາເມລິກາ, ທ່ານນາຍົກ ລັດຖະມົນຕີອີຕາລີ, ທ່ານເລຂາທິການໃຫຍ່ສະຫະ ປະຊາຊາດ, ທ່ານປະທານຄະນະກຳມະການເອີຣົບ ແລະ ທ່ານປະທານສະພາເອີຣົບ, ທ່ານຜູ້ອຳນວຍການ ໃຫຍ່ກອງທຶນເງິນຕາສາກົນ (IMF) ແລະ  ທ່ານປະ ທານທະນາຄານໂລກ...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ບັນດາທ່ານຜູ້ນຳຖ່າຍຮູບຮ່ວມກັນທີ່ກອງປະຊຸມ G7 ເປີດກວ້າງ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມ ກອງປະຊຸມ G7 ເປີດກວ້າງ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານປະທານາທິບໍດີອາເມລິກາ Barack Obama
ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນນາງ  Angela Merkel. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ພົບປະ ກັບທ່ານປະທານາທິບໍດີຝຣັ່ງ Francois Holland. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານ ນາຍົກລັດຖະມົນຕີການາດາ Justin Trudeau. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານນາຍົກລັດຖະມົນຕີອີຕາລີ Matteo Renzi. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານປະທານຄະນະກຳມະການເອີຣົບJean-Claude Juncker
ແລະ ທ່ານປະທານສະພາເອີຣົບ Donald Tusk. ພາບ: ຖົ໋ງເຍິດ/VNA

 
ຊຸກຍູ້ການພົວພັນຫວຽດນາມ-ຍີ່ປຸ່ນ ພັດທະນາ ຮອບດ້ານ

ຫຼັງຈາກສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປເຖິງນະຄອນຫຼວງໂຕກຽວ ຢ້ຽມຢາມປະເທດ ຍີ່ປຸ່ນ ຕາມຄຳເຊີນ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.

ທ່ານນາຍົກລັດຖະມົນຕີທັງສອງໄດ້ມີການແລກປ່ຽນ ຄຳຄິດຄຳເຫັນຢ່າງກວ້າງຂວາງ ເລິກເຊິ່ງ ແລະ ມີ ຄວາມເປັນເອກະພາບກັນໃນລະດັບສູງກ່ຽວກັບທິດ ທາງອັນໃຫຍ່ຫລວງ ແລະ ບັນດາມາດຕະການທີ່ລະ ອຽດເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອັນກວ້າງຂວາງ ເລິກເຊິ່ງລະຫວ່າງຫວຽດນາມ-ຍີ່ປຸ່ນ ພັດທະນາ ຮອບດ້ານ, ປະກົດຜົນເປັນຈິງ ແລະ ມີປະ ສິດທິຜົນກວ່າເກົ່າໃນຕໍ່ໜ້າ; ເພີ່ມທະວີການພົບປະ ນອກກອງປະຊຸມສາກົນ, ຍົກສູງປະສິດທິຜົນ ບັນດາ ກົນໄກການສົນທະນາລະຫວ່າງສອງປະເທດ; ເປັນເອ ກະພາບກັນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ ແລະ ຮ່ວມມືຢ່າງແໜ້ນແຟ້ນໃນການເຄື່ອນໄຫວຮັກສາສັນ ຕິພາບສະຫະປະຊາຊາດ ແລະ ໃນຂົງເຂດການ ປົວແປງຜົນເສຍຫາຍຈາກສົງຄາມ.

ສອງຝ່າຍພ້ອມກັນເປັນເອກະພາບ ກ່ຽວກັບລະດັບ ຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມ ໝັ້ນຄົງ, ຄວາມສະຫງົບປອດໄພດ້ານການເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ; ຝ່າຍ  ທີ່ກ່ຽວຂ້ອງບໍ່ໃຫ້ມີການກະທຳເຮັດໃຫ້ປ່ຽນແປງສະພາບເດີມ, ກໍ່ຄວາມສັບສົນ, ຂະຫຍາຍກວ້າງ ການທະເລາະ ພິພາດ  ແລະ ຫັນເປັນການທະຫານໃນທະເລຕາເວັນ ອອກ; ແກ້ໄຂການທະເລາະພິພາດໂດຍສັນຕິວິທີ, ເຄົາລົບວິວັດທະນາການການຕ່າງປະເທດ ແລະ ນິຕິ ກຳ; ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍ ທະເລປີ 1982, ຖະແຫຼງການກ່ຽວກັບການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ(DOC), ຊຸກຍູ້ ການກໍ່ສ້າງ ປະມວນກົດລະບຽບການປະພຶດຕໍ່ຢູ່ທະເລ ຕາເວັນອອກ(COC)ໂດຍໄວ.

ຫຼັງຈາກການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນສັກຂີພິຍານໃຫ້ບັນດາກະຊວງ, ຂະແໜງການ ແລະ ອົງການຕ່າງໆຂອງສອງປະເທດ ແລກປ່ຽນເອກະສານ ທີ່ໄດ້ລົງນາມຮ່ວມກັນ 5 ສະບັບ, ໃນນັ້ນມີ 4 ສະບັບແມ່ນກ່ຽວກັບທຶນ ODA ດ້ວຍຈຳ ນວນເງິນທັງໝົດ 166 ຕື້ເຢນ (ທຽບເທົ່າກັບ 1,5 ຕື້ USD).

ເນື່ອງໃນໂອກາດຢ້ຽມຢາມປະເທດຍີ່ປຸ່ນ, ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກຍັງໄດ້ເຂົ້າຮ່ວມການສົນທະນານະໂຍບາຍເສດຖະກິດລະດັບສູງຫວຽດ ນາມ-ຍີ່ປຸ່ນດ້ວຍການເຂົ້າຮ່ວມປະມານ 1.500 ວິສາຫະກິດຂອງຍີ່ປຸ່ນ; ຕ້ອນຮັບການນຳຂັ້ນສູງຈຳນວນໜຶ່ງຂອງບັນດາກຸ່ມບໍລິສັດລາຍໃຫຍ່ຂອງຍີ່ປຸ່ນ; ຢ້ຽມຢາມວິຫານ Ise ທີ່ແຂວງ Mia; ຢ້ຽມຢາມນິຄົມກະເສດ Yokoyama ຊຶ່ງເປັນຕົວແບບຜະລິດກະສິກຳທີ່ພົ້ນເດັ່ນຂອງແຂວງ Aichi…


ທ່ານນາຍົກລັດຖະມົນຕີ Shinzo Abe ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພາບ: ຖົ໋ງເຍິດ/VNA


ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດທີ່ສຳນັກງານນາຍົກລັດຖະມົນຕີ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ ເຈລະຈາກັບທ່ານ ທ່ານນາຍົກລັດຖະມົນຕີ Shinzo Abe. ພາບ: ຖົ໋ງເຍິດ/VNA


ທ່ານລັດຖະມົນຕີທັງສອງເປັນສັກຂີພິຍານ ໃນການ ລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງສອງປະເທດ. ພາບ: ຖົ໋ງເຍິດ/VNA
ໂດຍ: VNA/VNP
 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top