• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

      ​ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່​ປີ​ລະກາ 2017, ຕອນ​ບ່າຍ​ວັນ​ທີ 18/2, ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ​ໄດ້​ມາ​ຖະຫວາຍ​ດອກ​ໄມ້, ທູບ​ທຽນ ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດພິ​ເສດ ກິມລຽນ (​ເງ້ອານ), ​​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​​ເຊິ່ງຕໍ່​ບຸນ​ຄຸນ​ອັນ​ໃຫຍ່​ຫຼວງ ​ແລະ ພາລະກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະທານ ​ໂຮ່ຈີມິນ - ວິລະ​ຊົນ​ປົດ​ປ່ອຍ​ຊາດ, ນັກ​ວັດທະນະທຳ​ດີ​ເລີດ. ​ໃນ​ໂອກາດ​ນີ້, ທ່ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ ກໍ່​ມາ​ຢ້ຽມຢາມ​ເຮືອນ​ຂອງ​ທ່ານ ຫງວຽນ​ຊິງ​ຊັກ, ​ແຫ່ງ​ທີ່​ປະທານ ​ໂຮ່ຈີ​ມິນ​ດຳລົງ​ຊີວິດ​ເມື່ອ​ເວລາ​ຍັງ​ນ້ອຍ​ຢູ່​ບ້ານ ​ແຊນ. ກໍ່​ຄື​ຢ້ຽມຢາມ​ຫໍພິພິດທະພັນ ບ້ານ​ແຊນ. ທ່ານ​ນາຍົກລັດຖະມົນຕີ​ ຫວັງ​ວ່າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ ຈະ​ມີ​ປື້​ມຫຼາຍຫົວ​ກວ່າອີກ​ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​ໃນ​ທຸກ​ເກນ​ອາຍຸ, ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້, ວັດທະນະທຳ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ເຂດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ອ່ານ​ປື້​ມຂອງ​ຊາວບ້ານ ​ແຊນ, ກິມລຽນ - ​ເຊິ່ງ​ແມ່ນ​ເຂດ​ທີ່​ມີ​ມູນ​ເຊື້ອ​ຮັກ​ຊາດ, ມູນ​ເຊື້ອ​ປະຕິວັດ ​ແລະ ມັກ​ຮຽນ - ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະທານ ​ໂຮ່ຈີ​ມິນ​ ທີ່​ແສນ​ເຄົາລົບ​ຮັກ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top