• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອະທິການບໍດີມະຫາວິທະຍາໄລ Havard


ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ​ນາງ Drew Gilpin Faust

      ຕອນ​ບ່າຍ​ວັນ​ທີ 24/03, ຢູ່​ສຳນັກງານ​ລັດຖະບານ, ​ໃນ​ການ​ຕ້ອນຮັບ​ທ່ານ​ນາງ Drew Gilpin Faust ອະທິການ​ບໍດີ​ມະຫາວິທະຍາ​ໄລ Havard (ອາ​ເມ​ລິ​ກາ) ທີ່​ພວມ​ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ກຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມືດ​້ານການ​ສຶກສາ​ກັບ ອາ​ເມ​ລິ​ກາ ​ເວົ້າລວມ ​ແລະ ມະຫາວ​ິທະ​ຍາ​ໄລ Havard ​ເວົ້າ​ສະ​ເພາະ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ມະຫາວິທະຍາ​ໄລ Havard ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່ສ້າງ​ກ່ຽວ​ກັບ​ການ​ຊີ້​ນຳ​ນຳພາ, ການບໍລິຫານ​ມະຫາວິທະຍາ​ໄລ, ໜູນ​ຊ່ວຍ​ຈັດ​ຕັ້ງ​ບັນດາ​ຊຸດ​ບຳລຸງໃຫ້ການ​ນຳ​ຂັ້ນ​ສູງ​ຢູ່​ມະ​ຫາ​ວິທະຍາ​ໄລ. ທ່ານ​ນາ​ຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ການ​ສຶກສາ.
        ສ່ວນ​ທ່ານ​ນາງ Drew Gilpin Faust ອະທິການ​ບໍດີ​ມະຫາວິທະຍາ​ໄລ Havard ​ໃຫ້​ຮູ້​ວ່າ: ​ມະຫາວິທະຍາ​ໄລ Havard ພວມ​​ເປີດ​ກ້ວາງການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນດາ​ມະຫາວິທະຍາ​ໄລ​ຂອງ ຫວຽດນາມ. Havard ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດທີ່​ສຸດ​ເຖິງ​ການ​ຮ່ວມ​ມື​ນີ້ ​ແລະ ມານະ​ພະຍາຍາມ​ສະໜັບສະໜູນ​ການ​ຄົ້ນຄວ້າ ​​ແລະ ການສິດສອນ​ຢູ່ ຫວຽດນາ​ມ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top