• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດມາຣົກ, ເອກອັກຄະລັດຖະທູດ Timor Leste


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບທ່ານ Azzeddine Farhane, ​
ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ມາ​ຣົກ ​ປະ​ຈຳ ຫວຽດ​ນາມ. ພາບ:TTXVN 
 
      ຕອນ​ບ່າຍ​ວັນ​ທີ 20/2, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບທ່ານ Azzeddine Farhane, ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ມາ​ຣົກ ​ປະ​ຈຳ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ: ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ​ທຸກ​ຂັ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ຫນາ​ວ່າ ໃນ​ອາ​ຍຸ​ການນີ້​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ວົງ​ເງິນ​ການ​ຄ້າ ແລະ​ການ​ລົງ​ທຶນ​ລະ​ຫວ່າ​ສອງ​ປະ​ເທດ​ຈະ​ມີ​ບາດ​ກ້າວ​ເຕີບ​ໂຕ​ກະ​ໂດດ​ຂັ້ນ. ປະ​ຈຸ​ບັນ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນ 156 ລ້ານ USD ຍັງ​ບໍ່​ທັນ​ສົ​ມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ເຫັນ​ດີ​ກັບ​ຄຳ​ເຫັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວ່າ ຫວຽດ​ນາມ ແມ່ນ​ປະ​ຕູ​ເພື່ອ​ໃຫ້ ມາ​ຣົກ ເຂົ້າ​ຕະ​ຫລາດ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ມາ​ຣົກ ແມ່ນ​ປະ​ຕູ​ເພື່ອ​ໃຫ້​ຫວຽດ​ນາມ ເຂົ້າ​ຕະ​ຫລາດ ອາ​ຟ​ຼິ​ກາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ: ມາ​ຣົກ​ສ້າງ​ເງື່ອນ​ໄຂ, ສະ​ຫນອງ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ ຫວຽດ​ນາມ ໄປ​ຮ່ຳ​ຮຽນ​ຢູ່ ມາ​ຣົກ.
      ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Timor Leste, ທ່ານ​ນາງ Pascoela Barreto dos Santos. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ັ້ນ​ຫນັກ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດພວມ​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ ແລະ ຫວັງ​ວ່າ Timor Leste ສຳ​ເລັດ​ລະ​ບຽບ​ການ​ເພື່ອ​ໃຫ້​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຜົນ​ສັກ​ສິດ​ໂດຍ​ໄວ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ Timor Leste ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ​ Timor Leste.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top