• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະເຈລະຈາກັບປະທານາທິບໍດີ ເວເນຊູເອລາ


(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ພົບປະເຈລະຈາກັບປະທານາທິບໍດີເວເນຊູເອລາ)
      ຕອນ​ບ່າຍ​ວັ​ນ​ທີ 30/11, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫງວຽນ​ທິ​ກິມ​ເງິນ ພ້ອມ​ກັບ​ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ ລາ​ຮາ​ວານ, ປະ​ເທດ​ກຸຍ​ບາ, ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ພິ​ທີ​​ໄວ້ອາ​ໄລ​​ຜູ້ນຳ​ປະ​ຕິ​ວັດ​ກຸຍ​ບາ Fidel Castro.
        ກ່ອນ​ໜ້ານັ້ນ, ຢູ່​ນະ​ຄອນ​ຫຼວງ ລາ​ຮາ​ວານ, ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫງວຽນ​ທິ​ກິມ​ເງິນ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເວ​ເນ​ຊູ​ເອ​ລາ Nicolas Maduro. ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ການ​ນຳ 2 ທ່ານ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕັ້ງ​ໜ້າ​ຜັນ​ຈະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ, ຄຳ​ໝັ້ນ​ສັນ​ຍາ​ລະ​ຫວ່າງ​ການ​ນຳຂັ້ນ​ສູງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວ​ມ​ມື​ດ້ານ​ກະ​ສິ​ກຳ ແລະ ພະ​ລັງ​ງານ - ​ນ້ຳ​ມັນ​ອາຍ​ແກັດ, ຄົ້ນ​ຄວ້າ​ບັນ​ດາ​ມາດ​ຕະ​ການ ຫຼື ກົນ​ໄກ​ພິ​ເສດ​ເພື່ອ​ແນ​ໃສ່​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ. 2 ຝ່າຍກໍ່​ຢືນ​ຢັນ​ຈະ​ສ​ືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​ຊຶ່ງ 2 ປະ​ເທດ​ພ​້ອນ​ກັນ​ເຂົ້າ​ຮ່ວມ.
        ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫງວຽນ​ທິ​ກິມ​ເງິນໄດ້​ໃຫ້​ການ​ຕ້ອນ​ຮັບນັກ​ວິ​ລະ​ຊົນນັກ​ຮົບ​ຮັກ​ຊາດ​ຂອງ​ກຸຍ​ບາ Antonio Guerrero.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top