• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານນາງ ສຈ ເລທິກີ໋ວ ແລະ ການສູ້ຮົບກັບຄວາມຮຸນແຮງໃນຄອບຄົວ

ການໃຊ້ຄວາມຮຸນແຮງໃນຄອບຄົວແມ່ນບັນຫາໜຶ່ງມີລັກສະນະທົ່ວໂລກ, ມັນສ້າງຜົນເສຍຫາຍຢ້ອນ ຫຼັງໃຫ້ແກ່ມະນຸດຢ່າງຮ້າຍແຮງ, ໂດຍສະເພາະ ຢ່າງຍິ່ງແມ່ນສຳລັບແມ່ຍິງ. ຕໍ່ຄວາມເປັນຈິງນັ້ນ, ທ່ານນາງ ສຈ ເລທິກີ໋ວ, ຫົວໜ້າສະຖາບັນການຄົ້ນຄວ້າ ແລະ ພັດທະນາໂລກ ໄດ້ມີບັນດາການ ປະກອບສ່ວນ ຢ່າງສຸດອົກສຸດໃຈໃຫ້ແກ່ ວຽກງານສະກັດກັ້ນ ແລະ ຕ້ານການ ໃຊ້ຄວາມຮຸນແຮງໃນ ຄອບຄົວ, ຊ່ວຍເຮັດໃຫ້ຜົວເມຍຫຼາຍຄູ່ຢູ່ ຫວຽດນາມ ມີຄວາມຜາສຸກ.

 

ມາເຖິງປະຈຸບັນນີ້, ໂຄງການ “ເຮືອນຫຼົບໄພທີ່ໃນໝູ່ປະຊາຄົມ” ຂອງທ່ານນາງ ສຈ ເລທິກີ໋ວ ໄດ້ຖືວ່າ ເປັນຕົວແບບທີ່ບັນລຸຜົນ ແລະ ມີປະສິດທິພາບທີ່ສຸດໃນທົ່ວປະເທດ ໃນວຽກງານສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນ ຄອບຄົວ.

ເລື່ອງເລີ່ມແຕ່ຕົ້ນປີ 2002, ເມື່ອທ່ານນາງ ສຈ ເລທິກີ໋ວ ໃຫ້ປະຕິບັດການສຳຫຼວດກວດກາດ້ານສັງຄົມວິທະຍາ ຢູ່ສອງທ້ອງຖິ່ນ ທີ່ເປັນຈຸດຮ້ອນ ກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວ ແມ່ນເທດສະບານ ແທງເນ, ເມືອງ ກຽນເຊືອງ, ແຂວງ ຖ໋າຍບິ່ງ ແລະ ຕາແສງ ຫວູລາກ, ນະຄອນ ຖ໋າຍບິ່ງ. ຜົນການກວດກາອອກມາໄດ້ເຮັດໃຫ້ຫຼາຍຄົນຮູ້ສຶກຕົກໃຈ ຍ້ອນບັນດາຮູບການ ໃຊ້ຄວາມ ຮຸນແຮງໃນຄອບຄົວຄື: ເມຍຖືກຜົວຕີຈົນຂາເຄ, ຜົວໄລ່ຂ້າເມຍ, ຜົວຍັດຂີ້ງົວໃສ່ປາກເມຍ.

ຕໍ່ສະພາບທີ່ໜ້າເສຍໃຈນັ້ນ, ທ່ານນາງ ສຈ ເລທິກີ໋ວ ຕັດສິນໃຈລົງມືກໍ່ສ້າງບັນດາໂຄງການກັນ ແລະ ຕ້ານການໃຊ້ຄວາມຮຸນແຮງ ໃນຄອບຄົວຢູ່ບັນດາທ້ອງຖິ່ນດັ່ງກ່າວ.

ກ່ອນນັ້ນ, ແຕ່ປີ 1989, ເພິ່ນໄດ້ຮູ້ເຖິງເປັນຜູ້ທຳອິດ ຄົ້ນຄວ້າກ່ຽວກັບບັນຫານຳໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຄວາມ ບໍ່ສະເໝີພາບທາງເພດຢູ່ ຫວຽດນາມ. ເພາະ ສະນັ້ນ ເພິ່ນຈຶ່ງຮູ້ໄດ້ວ່າ ບັນດາປະເທດໃນໂລກ ມັກນຳໃຊ້ພິທີການກໍ່ສ້າງເຮືອນ ຫຼົບໄພ ເພື່ອຊ່ວຍເຫຼືອໃຫ້ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວ. ແຕ່ເງື່ອນໄຂເສດຖະກິດຢູ່ ຫວຽດນາມ ບໍ່ອາດຈະ ປະຕິບັດໄດ້ ຕາມວິທີດັ່ງກ່າວ. ຍ້ອນແນວນັ້ນ ເພິ່ນຈຶ່ງຕັດສິນໃຈປະຕິບັດໂຄງການຕາມວິທີການຂອງຕົນ.

ທີ່ຕາແສງ ຫວູລາກ, ເພິ່ນຮຽກຮ້ອງສ້າງຕັ້ງຄະນະຄຸ້ມຄອງໂຄງການລວມມີບັນດາພາກສ່ວນຂອງທ້ອງຖິ່ນຄື: ຕຳຫຼວດ, ສະມາຄົມນັກຮົບເກົ່າ, ສະຫະພັນແມ່ຍິງ… ຍ້ອນຕາມເພິ່ນຄິດວ່າ ໂຄງການອາດຈະສຳເລັດຖ້າໄດ້ຮັບການຮ່ວມມື ຈາກອຳນາດການປົກຄອງ.

ທ່ານນາງ ສຈ ເລທິກີ໋ວ - ຫົວໜ້າສະຖາບັນຄົ້ນຄວ້າ ແລະ ພັດທະນາໂລກ,
ຜູ້ທຳອິດຄົ້ນຄວ້າກ່ຽວກັບຄວາມຮຸນແຮງໃນຄອບຄົວຢູ່ ຫວຽດນາມ.

ທ່ານນາງ ສຈ ເລທິກີ໋ວ ແນະນຳບັນດານັກສຶກສາມະຫາວິທະຍາໄລ ທັງລອງ ວິທີການຄົ້ນຄວ້າກ່ຽວກັບບັນຫາຄອບຄົວ ຫວຽດນາມ ໃນປະຈຸບັນ.

ນອກຈາກວຽກງານຄົ້ນຄວ້າ, ເພິ່ນຍັງເປັນອາຈານຮັບຜິດຊອບວິຊາຄອບຄົວວິທະຍາຂອງມະຫາວິທະຍາໄລ ທັງລອງ.

ທ່ານນາງ ສຈ ເລທິກີ໋ວ ໄດ້ສະຫງວນເວລາຢ່າງສຸດອົກສຸດໃຈໃຫ້ແກ່ວຽກງານ
ຄົ້ນຄວ້າບັນດາວິທີກັນ ແລະ ຕ້ານຄວາມຄຸນແຮງໃນຄອບຄົວຢູ່ ຫວຽດນາມ
.

 ທ່ານນາງ ສຈ ເລທິກີ໋ວ ໃນເວລາຜ່ອນຄາຍອາລົມຢູ່ເຮືອນສ່ວນຕົວ.

 
«
          
ປີ 2005, ທ່ານນາງ ສຈ ເລທິກີ໋ວ ມີຊື່ໃນລາຍຊື່ແມ່ຍິງໂລກ 1000 ຄົນໄດ້ຮັບເລືອກ ລາງວັນ Nobel ສັນຕິພາບ. ເພິ່ນຍັງເປັນ ສະມາຊິກ ຂອງ ອົງການສາກົນ ຈຳນວນໜຶ່ງຄື: ເສັ້ນທາງພັດທະນາ ຂອງ ອາຊີ (ARENNA), ອົງການ ພັດທະນາກົດໝາຍ ຂອງແມ່ຍິງ ອາຊີ (APWLD) ແລະ ຮັບຜິດ ຊອບສ່ວນ ຫວຽດນາມ ຂອງ “ກຸ່ມແມ່ຍິງອາຊີ”.
»
ແຕ່ວ່າ ການອະທິບາຍໃຫ້ອຳນາດປົກຄອງທ້ອງຖິ່ນໃຫ້ການຮ່ວມມືກໍ່ບໍ່ແມ່ນເລື່ອງງ່າຍ, ຍ້ອນໃນແນວຄິດຂອງບາງຄົນ, ເລື່ອງຜົວຕີເມຍ ຖືເປັນເລື່ອງສ່ວນຕົວຂອງແຕ່ລະຄອບຄົວ, ຄົນນອກບໍ່ຄວນແຊກແຊງເຂົ້າ. ເພາະສະນັ້ນ ເພິ່ນໄດ້ມີການອະທິບາຍຢ່າງສຸດຈິດສຸດໃຈ, ຍິ່ງກວ່ານັ້ນ ເພິ່ນຕ້ອງເອົາຫຼັກຖານທີ່ເກັບໄດ້ ຈາກການສຳຫຼວດກາດກາດ້ານສັງຄົມວິທະຍາ ມາເພື່ອພິສູດ, ອຳນາດປົກຄອງທ້ອງຖິ່ນ ຈຶ່ງຕັດສິນໃຈເຂົ້າຮ່ວມໃນໂຄງການຂອງເພິ່ນ.

ຫຼັງຈາກສຳເລັດການສ້າງຕັ້ງຄະນະຄຸ້ມຄອງໂຄງການ, ເພິ່ມເລີ່ມລົງມືເຂົ້າໃນການ ໂຄສະພາ ເຜີຍແຜ່, ປັກຄຳຂວັນຢູ່ທົ່ວທຸກບ່ອນໃນຕາແສງ ຫວູລາກ. ແຕ່ຜູ້ທີ່ບໍ່ຮູ້ຫຍັງກ່ຽວກັບຄວາມຮຸນ ແຮງໃນ ຄອບຄົວໃນເມື່ອກ່ອນ, ປະຈຸບັນ ບັນດານ້ອງນ້ອຍ ແລະ ຊາວບ້ານຢູ່ທີ່ນີ້ ກາຍເປັນຜູ້ ສົ່ງຂ່າວຢ່າງຕັ້ງໜ້າ. ເພິ່ນຍັງໃຫ້ສ້າງຕັ້ງຄະນະແຊກແຊງດ່ວນ ລວມມີຕຳຫຼວດ ແລະ ໄວໜຸ່ມ ຜູ້ທີ່ແຂງແຮງ ເພື່ອສາມາດ ແກ້ໄຂບັນດາກໍລະນີນຳໃຊ້ຄວາມຮຸນແຮງໃນ ຄອບຄົວຢ່າງ ທັນການ ຫຼັງຈາກທີ່ໄດ້ຮັບຂ່າວ.

ບັນຫາບໍ່ພຽງແຕ່ເທົ່ານັ້ນ, ຍ້ອນມີຜູ້ຖືກເຄາະຮ້າຍບາງຄົນຫຼັງຈາກທີ່ໜີພົ້ນໄດ້ແລ້ວ ແຕ່ບໍ່ຮູ້ຈະຫຼົບໄພຢູ່ໃສ. ຈຸດພິເສດສະເພາະ ຢູ່ບັນດາເຂດຊົນນະບົດຂອງ ຫວຽດນາມ ແມ່ນ ຜູ້ເປັນເມຍຫຼັງຈາກຖືກຜົວຕີ ມັກໜີໄປຫາເຮືອນພໍ່ແມ່ເກີດ, ແຕ່ຖືກພໍ່ແມ່ສົ່ງ ກັບຄືນ ຍ້ອນຢ້ານຂາຍໜ້າຂາຍຕາກັບຄອບຄົວຜົວ; ຖ້າໜີໄປຫາເຮືອນພີ່ນ້ອງກໍ່ໄດ້ຮັບຄວາມກົດດັນ… ເພາະສະນັ້ນ ຜູ້ຖືກເຄາະຮ້າຍ ຢາກທີ່ຈະຫາໄດ້ ບ່ອນທີ່ຫຼົບໄພສະຫງົບ. ໂດຍຄວາມບັງເອີນ, ຊາວບ້ານຢູ່ທີ່ນີ້ ຊ່ວຍເພິ່ນຄິດອອກວິທີໜຶ່ງ, ນັ້ນຄືນຳໃຊ້ເຮືອນຂອງປະທານສະມາຄົມນັກຮົບເກົ່າ ຫຼື ເຮືອນ ຂອງປະທານສະຫະພັນແມ່ຍິງ ເພື່ອເປັນບ່ອນຫຼົບໄພ ໃຫ້ແກ່ຜູ້ ຖືກເຄາະຮ້າຍ, ຍ້ອນຜົວເຂົາເຈົ້າຈະບໍ່ກ້າເຮັດຫຍັງເມື່ອມາທີ່ນີ້.

ທ່ານນາງ ສຈ ເລທິກີ໋ວ ໄດ້ເປີດອົກເປີດໃຈນຳພວກຂ້າພະເຈົ້າວ່າ: “ພາຍຫຼັງບັນດາການເຄື່ອນໄຫວຢ່າງດຸເດືອດນັ້ນ, ປະຈຸບັນຢູ່ ຫວູລາກ, ແທງເນ ບໍ່ເກີດກໍລະນີນຳໃຊ້ຄວາມຮຸນແຮງໃນຄອວຄົວອີກແລ້ວ, ເຫຼືອພຽງແຕ່ເລື່ອງຜົວເມຍຜິດຖຽງກັນເທົ່ານັ້ນ”.

ທ່ານນາງ ສຈ ເລທິກີ໋ວ ໃຫ້ຮູ້ວ່າ ປະຈຸບັນທີ່ເທດສະບານ ແທງເນ ສ້າງຕັ້ງໄດ້ບ່ອນຫຼົບໄພ 43 ແຫ່ງ, ສ່ວນຕາແສງ ຫວູລາກ ແມ່ນ 35 ແຫ່ງ. ສອງທ້ອງຖິ່ນດັ່ງກ່າວ ມີກໍລະນີນຳໃຊ້ຄວາມຮຸນແຮງໃນຄອບຄົວລົດລົງກວ່າ 90% ທຽບກັບເມື່ອກ່ອນ. ຫຼັງຈາກຜົນສຳເລັດດັ່ງກ່າວ, ທ່ານນາງ ສຈ ເລທິກີ໋ວ ໃຫ້ຜັນຂະຫຍາຍຕື່ມອີກຢູ່ແຂວງຈຳນວນໜຶ່ງຄື: ຝູເຖາະ, ນາມດິງ, ຮ່າໂນ້ຍ… ເມື່ອກົດໝາຍກັນ, ຕ້ານການນຳໃຊ້ຄວາມຮຸນແຮງໃນຄອບຄົວໄດ້ປະກາດໃຊ້ເມື່ອປີ 2007, ບັນດາທີ່ຕັ້ງໃນ ໂຄງການຂອງເພິ່ນ ໄດ້ຖືເປັນແບບຢ່າງ ເພື່ອຂະຫຍາຍອອກໃນປະຊາຄົມຢ່າງກວ້າງຂວາງ.

ພາຍຫຼັງເຄື່ອນໄຫວໃນການກັນ ແລະ ຕ້ານຄວາມຮຸນແຮງໃນຄອບຄົວມາເປັນເວລາກວ່າ 20ປີ, ສິ່ງທີ່ໄດ້ເຮັດໃຫ້ ທ່ານນາງ ສຈ ເລທິກີ໋ວ ຮູ້ສຶກມີຄວາມສຸກທີ່ສຸດ, ນັ້ນແມ່ນແຕ່ລະເທື່ອໄດ້ກັບມາຢາມບັນດາທ້ອງຖິ່ນ, ໄດ້ເຫັນເອື້ອຍນ້ອງແມ່ຍິງ ແລະ ຜູ້ເປັນຜົວທຸກຄົນສະແດງຄວາມເບີກ ບານມ່ວນຊື່ເມື່ອໄດ້ພົບກັບເພິ່ນ, ຍ້ອນມີເພິ່ນ, ຄອບຄົວຂອງເຂົາເຈົ້າຈຶ່ງຮັກສາ ໄດ້ຄວາມ ອົບອຸ່ນ, ເສດຖະກິດພັດທະນາຂຶ້ນ, ບ້້ານເມືອງເຕັມໄປດ້ວຍຄວາມສະຫງົບ, ມ່ວນຊື່ນ.
                                                                                                                                 ບົດ: ຖາວວີ - ພາບ: ຈິ້ງວັນໂບ້

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top