• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານ ເອກອັກຄະລັດຖະທູດ ນາງຫງວຽນທິໂຮ່ຍ ແລະ ຂີດໝາຍດ້ານການທູດຂອງຫວຽດນາມ

ເປັນເວລາ 37 ປີເຮັດວຽກງານການຕ່າງປະເທດ ດ້ວຍການດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດສອງສະໄໝຢູ່ປະເທດ ໂອຕຣິສ ແລະ ການາດາ, ທ່ານນາງ ຫງວຽນທິໂຮ່ຍ-ອະດີດຫົວ ໜ້າກົມ, ເລຂາທິການໃຫຍ່ ຄະນະກຳມະການແຫ່ງຊາດ ຢູແນັສໂກ(UNESCO) ໄດ້ຈາລຶກໄວ້ ຂີດໝາຍຫຼາຍຢ່າງ, ປະ ກອບສ່ວນສ້າງໃຫ້ມີຜົນສຳເລັດຕ່າງໆ ໃນການພົວພັນຕ່າງ ປະ ເທດລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ. 
ທ່ານນາງ ຫງວຽນທິໂຮ່ຍ ໄດ້ເປັນທ່ີຮູ້ຈັກກັນດີຊຶ່ງເປັນ ຜູ້ຍິງຄົນ ໜຶ່ງໄດ້ຈັດຕັ້ງໃຫ້ມີບັນດາການຢ້ຽມຢາມລະດັບຂັ້ງສູງ ຢ່າງເປັນທາງການທີ່ມີລັກສະນະປະຫວັດສາດ ຂອງປະມຸກລັດສອງ ປະ ເທດ ຫວຽດນາມ-ໂອຕຣິສ ແລະ ຫວຽດນາມ-ການາດາ; ໂຄສະ ນາຂົນຂວາຍ ຂໍການສະໜັບສະໜູນຂອງສາກົນ ໃນຂະບວນ ວິວັດແຫ່ງການຫວຽດນາມເຂົ້າຮ່ວມ WTO ຢ່າງມີຜົນສໍາເລັດ; ໄດ້ຮັບການຄັດເລືອກຈາກຄະນະກຳມະການ ຢູແນັສໂກໂລກ ວ່າເປັນໜຶ່ງໃນຈຳນວນ  60 ຜູ້ຍິງສາກົນ ທີ່ພົ້ນເດັ່ນ ໄດ້ປະກອບ ສ່ວນ ໃຫ້ແກ່ 60 ປີຂອງຢູແນັສໂກ ຜ່ານມາ.

ພວກຂ້າພະເຈົ້າພົບປະກັບທ່ານນາງໂຮ່ຍ ທີ່ເຮືອນສ່ວນຕົວ ຂອງເພິ່ນ ຊຶ່ງໄດ້ຮັບການອອກແບບຕາມ ສະຖາປັດຕະຍະກຳ ອາຊີ ແລະ ເອີຣົບ, ມີລັກສະນະຂອງພາກຕາເວັນຕົກ ທັງມີລັກສະ ນະກົງຈຸ້ຍຂອງພາກອາຊີຕາເວັນອອກນຳອີກ.

ພວກຂ້າພະເຈົ້າເລີ່ມຕົ້ນການໂອ້ລົມສົນທະນາ ກ່ຽວກັບນາມແຝງ ທີ່ແປກໆວ່າ “ໂຮ່ຍກ້າຫານ” ທີ່ສະໜິດຕິດພັນກັບ ເຫດການ ສຳ ຄັນ ມີລັກສະນະເປັນບາດລ້ຽວ ໃນການພົວພັນ ການຕ່າງ ປະເທດ ລະຫວ່າງຫວຽດນາມ ແລະ ການາດາ ແລະ ຊື່ແຝງດັ່ງ ກ່າວ ໂດຍແມ່ນ ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຕັ້ງໃຫ້ ໃນລະຫວ່າງການໄປຢ້ຽມຢາມຂັ້ນສູງ ຢ່າງເປັນທາງການ ຄັ້ງທຳອິດທີ່ການາດາເມື່ອປີ 2005. ນີ້ແມ່ນການຢ້ຽມຢາມ ທີ່ມີລັກ ສະນະ ຄັ້ງປະຫວັດສາດຂອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ທຳອິດ ເຖິງການາດາ ແລະ ກໍ່ແມ່ນທ່ານນາງໂຮ່ຍນີ້ເອງເປັນຜູ້ ທີ່ມີຜົນ ງານໃນການ ຈັດຕັ້ງໃຫ້ມີການໄປຢ້ຽມຢາມ ດັ່ງກ່າວ.

ທ່ານນາງ ຫງວຽນທິໂຮ່ຍ(ເດືອນ ເມສາ ປີ 2015). ພາບ: ຈິ້ງວັນໂບ້


ທ່ານນາງຫງວຽນທິໂຮ່ຍ ທີ່ກອງປະຊຸມ ESCAP ປີ 1982 ຊຶ່ງໄດ້ຮັບການຈັດຕັ້ງຢູ່ປະເທດ ໄທ. ພາບ: ເອກະສານ


ທ່ານນາງຫງວຽນທິໂຮ່ຍ ທີ່ກອງປະຊຸມ ESCAP ປີ 1991. ພາບ: ເອກະສານ
 
ເພື່ອໃຫ້ການຢ້ຽມຢາມດັ່ງກ່າວປະກົດຜົນເປັນຈິງ, ທ່ານນາງ ໂຮ່ຍໄດ້ເລົ່າສູ່ພວກຂ້າພະເຈົ້າເລື່ອງລາວທີ່ຖືກກະທົບ ຖືເປັນ ບາດ ລ້ຽວ ຕໍ່ພື້ນຖານເສດຖະກິດຫວຽດນາມ. ນັ້ນແມ່ນວຽກງານ ຂົນຂວາຍຂໍການສະໜັບສະໜູນຈາກສາກົນ ລະອຽດກໍ່ຄື ການາ ດາ ໃນຂະບວນວິວັດຂອງການ ເຂົ້າຮ່ວມ WTO ຂອງ ຫວຽດນາມ. ຫວຽດນາມໄດ້ສິ້ນສຸການເຈລະຈາກັບການາດາ ກ່ອນ ອາເມລິກາ  ແລະ ທ່ານນາງໂຮ່ຍເປັນຜູ້ທີ່ໄດ້ປະກອບສ່ວນໃຫ່ຍຫລວງເຂົ້າໃນ ຜົນສຳເລັດດັ່ງກ່າວ. ດ້ວຍການສົນທະນາ ອ້າງເຫດ ແລະ ຜົນອັນ ແຫຼມຄົມຂອງຕົນ ທ່ານນາງໂຮ່ຍ ໄດ້ຊ່ວຍໃຫ້ຫວຽດນາມ ຍາດໄດ້ບົດເຫັນດີທຳອິດ ຈາກກຸ່ມ ປະເທດ G7, ທັງຊ່ວຍໃຫ້ລາວສ້າງໄດ້ຄວາມປະທັບໃຈ ເປັນພິເສດຈາກບັນດານັກການເມືອງ ຜູ້ສຳຄັນຂອງການາດາ.

ເນື່ອງຈາກຄວາມສະດຸ້ງໄວຂອງຕົນ, ທ່ານນາງໂຮ່ຍໄດ້ຮູ້ ຈິດຕະ ສາດຂອງຊາວການາດາ ເປັນຢ່າງດີ ນັ້ນກໍ່ຄືຄົນ ການາດາບໍ່ມັກ ຄົນອື່ນ “ຫັນໃຫ້ເປັນອັນດຽວກັນ” ການາດາ ກັບອາເມລິກາ. ດ້ວຍເຫດນັ້ນ, ລາວໄດ້ບັນລະຍາຍ ຕໍ່ທ່ານ ຫົວໜ້າຄະນະຜູ້ແທນ ເຈລະຈາຂອງການາດາວ່າ: “ທີໜຶ່ງ, ການາດາບໍ່ແມ່ນ ອາເມລິກາ ຍ້ອນຫຍັງ ພວກທ່ານຕ້ອງລໍຖ້າ ອາເມລິກາ. ທີສອງ, ໃນປະຫວັດສາດ, ການາດາ ເປັນປະເທດໜຶ່ງ ທີ່ຊາວຫວຽດນາມ ເຄີຍຮູ້ຈັກດີຍ້ອນພວກທ່ານໄດ້ເຂົ້າຮ່ວມ ສັນຍາຢຸດຕິສົງຄາມ ທີ່ສຳຄັນສອງສະບັບ ເພື່ອສິ້ນສຸດສົງຄາມ ສອງບັ້ນໃຫຍ່ທີ່ສຸດ ຂອງຫວຽດນາມ ນັ້ນຄື: ຕໍ່ຕ້ານຝຣັ່ງ ແລະ ອາເມລິກາ. ດ້ວຍເຫດນັ້ນ, ການາດາ ຈົ່ງປະຕິບັດວຽກງານ ດັ່ງກ່າວ ກ່ອນອາເມລິກາ, ຖືວ່າ ນັ້ນແມ່ນຂອງຂວັນສຳລັບ ປະຊາຊົນ ຫວຽດນາມ”.

ຕໍ່ຈາກນັ້ນ ທ່ານນາງໂຮ່ຍ ກໍມີຄວາມເຂົ້າໃຈດີວ່າ ຢູ່ການາດາ ສິດທິມະນຸດຖືກຈັດຢູ່ແຖວໜ້າ. ດັ່ງນັ້ນ, ລາວ ຈຶ່ງສືບຕໍ່ ຊີ້ແຈ້ງອ້າງເຫດ ແລະ ຜົນຂອງຕົນວ່າ: “ຖ້າຫາກວ່າ ການາດາ ມອບຂອງ ຂວັນດັ່ງກ່າວໃຫ້ແກ່ປະຊາຊົນຫວຽດນາມ, ຂອງຂວັນດັ່ງກ່າວນັ້ນ ກ່ອນອື່ນໝົດແມ່ນສະຫງວນໃຫ້ແກ່ຜູ້ຍິງ ແລະ ເດັກນ້ອຍ. ອັນ ເນື່ອງຈາກວ່າ, ເບື້ອງຫຼັງນັ້ນແມ່ນວຽກເຮັດງານທຳ, ຢູ່ໃນບັນດາໂຮງຈັກໂຮງງານຕ່າງໆນັ້ນ ຜູ້ຍິງຈະກວມອັດຕາສ່ວນຫລາຍ    ແລະ ເບື້ອງຫຼັງຂອງບັນດາຜູ້ຍິງເຫລົ່ານັ້ນ ກໍ່ແມ່ນພວກ ເດັກນ້ອຍ…”.

ບັນດາຂໍ້ອ້າງເຫດ ແລະ ຜົນອັນແຫຼມຄົມນີ້ຂອງທ່ານນາງ ໂຮ່ຍ ບວກກັບການຊ່ວຍເຫຼືອຂອງນັກທຸລະກິດຫວຽດກ່ຽວພິເສດຜູ້ໜຶ່ງ ອາໄສຢູ່ການາດາ ເຮັດໃຫ້ການເຈລະຈາລະຫວ່າງຫວຽດນາມ ກັບ ການາດາໄດ້ສໍາເລັດກ່ອນອາເມລິກາ. ນີ້ແມ່ນການສະໜັບ ສະ ໜູນທຳອິດ ຂອງກຸ່ມ G7 ທີ່ມີຕໍ່ຫວຽດນາມ, ເປີດທາງໃຫ້ ຫວຽດ ນາມ ເຂົ້າຮ່ວມ WTO ຢ່າງມີຜົນສຳເລັດ.

ຈາກຄວາມປະທັບໃຈເປັນພິເສດ ໃນການເຈລະຈາ ໄດ້ຮັບຜົນສຳ ເລັດຄັ້ງນີ້ ໄດ້ຊ່ວຍໃຫ້ທ່ານນາງໂຮ່ຍປັບປຸງພາບພົດ ແລະ ຄວາມ ໄວ້ເນື້ອເຊື່ອໃຈເພີ່ມຕື່ມ ກັບບັນດານັກການເມືອງ ຊາວການາດາ. ໂດຍອາໄສສິ່ງດັ່ງກ່າວ ທ່ານນາງໂຮ່ຍໄດ້ຈັດຕັ້ງ ການຢ້ຽມຢາມ ການນາດາ ຊຶ່ງເປັນຄັ້ງປະຫວັດສາດ  ຂອງທ່ານ ນາຍົກລັດຖະ ມົນຕີ ຟານວັນຂ້າຍ ຢ່າງສໍາເລັດຜົນອັນຈົບງາມ.

ການຢ້ຽມຢາມຄັ້ງນັ້ນ, ມາເຖິງປັດຈຸບັນເມື່ອຫວນຄືນແລ້ວ, ຄົນທັງ ຫຼາຍຍອມຮັບວ່າເກັ່ງ. ເພາະວ່າ ໃນສະໄໝນັ້ນຄື ປີ 2005, ການມອງເຫັນທຸງແດງດາວຄໍາຂອງ ຫວຽດນາມປີວສະບັດ ຢູ່ໃນອານາເຂດຂອງບັນດາປະເທດທຶນນິຍົມທີ່ພັດທະນາແລ້ວເປັນສິ່ງທີ່ແປກທີ່ສຸດ, ຊ້້ຳບໍໜໍາມີທຸງຊາດຫວຽດນາມຕັ້ງ 2000 ຜືນ ປັກສະຫຼັບກັນກັບທຸງຊາດຂອງ ການາດາ ລຽບຕາມລວງ ຍາວຂອງສອງຝາກທາງຮັບຕ້ອນ ທ່ານ ນາຍົກລັດຖະມົນຕີ ຟານວັນຂ້າຍ ທີ່ມາຢ້ຽມຢາມ.

ການຢ້ຽມຢາມຜ່ານໄປໄດ້ 10 ປີແລ້ວ ແຕ່ຂີດໝາຍຂອງມັນ ຍັງ ຄົງຈາລຶກໄວ້ໃນຄວາມຊົງຈຳຂອງລາວຢູ່ບໍ່ຈາງຫາຍ. ທ່ານນາງໂຮ່ຍຮູ້ສຶກຕື້ນຕັນໃຈຈົນນ້ຳຕາໄຫຼອອກມາ ເມື່ອເຫັນທຸງຊາດ ຫວຽດນາມແດງເຮື່ອ ຢູ່ຕາມຖະໜົນສາຍຕ່າງໆຢູ່ການາດາ. ທ່ານນາຍົກລັດຖະມົນຕີ ຟານວັນຂ້າຍໃນເວລາພົບນາງໂຮ່ຍ ຄາວນັ້ນ ທ່ານໄດ້ເວົ້າວ່າ “ທ່ານເອກອັກຄະລັດຖະທູດ ໂຮ່ຍ  ກ້າຫານຫຼາຍ!” ຕໍ່ນັ້ນມາ ນາງໄດ້ຊື່ວ່າ “ໂຮ່ຍກ້າຫານ” .

ພວກຂ້າພະເຈົ້າສືບຕໍ່ໂອ້ລົມກ່ຽວກັບ ອາຍຸປະຈຳການ ຂອງເພິ່ນ ຢູ່ປະເທດ ໂອຕຣິສ ແລະ ຮູບຖ່າຍຂອງທ່ານນາງ ກັບທ່ານ ປະ ທານາທິບໍດີ ໂອຕຣິສ. ສຳລັບເພິ່ນແລ້ວ, ນີ້ແມ່ນທີ່ລະນຶກ ຍາກທີ່ ຈະລືມໄດ້ ໃນສະໄໝເປັນເອກອັກຄະລັດຖະທູດຢູ່ ໂອຕຣິສ (1992-1995). ເນື່ອງໃນໂອກາດລະນຶກວັນເກີດ ຂອງທ່ານປະ ທານາທິບໍດີ ໂອຕຣິດ ຄົບຮອບ 60 ປີ. ທ່ານນາງ ໂຮ່ຍໄດ້ຝາກ ພາບຮູບຂອງທ່ານປະທານາທິບໍດີ ໂອຕຣິດ ມາຫວຽດນາມ ເພື່ອໃຫ້ພີ່ນ້ອງຢູ່ບ້ານເກີດຊ່ວຍຕໍ່າຮູບດັ່ງກ່າວລົງຜືນພົມ. ຮູບພາບດັ່ງກ່າວພາຍຫລັງສົ່ງໄປເຖິງຫ້ອງການ ຂອງທ່ານປະທານາທີບໍດີກໍ່ພໍດີ ກົງກັບມື້ວັນເກີດຂອງເພິ່ນ. ຫຼັງຈາກນັ້ນ ພຽງເຄິ່ງຊົ່ວໂມງ, ທ່ານນາງໂຮ່ຍໄດ້ຮັບນາມບັດ ສະແດງ ຄວາມຂອບອົກຂອບໃຈ ຂອງທ່ານປະທານາທິບໍດີພ້ອມກັບ ຂໍ້ຄວາມທີ່ວ່າ: “…. ເຮັດ ແນວ ໃດຈຶ່ງມີຄວາມປານີດໄດ້ແນວນັ້ນ!”.

ທ່ານນາງ ຫງວຽນທິໂຮ່ຍເດີນ ກວດແຖວກອງກຽດຕິຍົດ ຕໍ່ໜ້າທຳນຽບປະທານາທິບໍດີ ໂອຕຣິສ. ພາບ: ເອກະສານ


ທ່ານນາງ ຫງວຽນທິໂຮ່ຍ ຍື່ນສານຕາຕັ້ງ ທີ່ທຳນຽບປະທານາທິບໍດີ ໂອຕຣິສ. ພາບ: ເອກະສານ


ທ່ານນາງ ຫງວຽນທິໂຮ່ຍ ມາສະແດງຄວາມຄຳນັບອໍາລາ ຕໍ່ທ່ານປະທານາທິບໍດີ ໂອຕຣິສ Thomas Klestil ເນື່ອງໃນໂອກາດສິ້ນສຸດ
ສະໄໝປະຈຳການທີ່ໂອຕຣິດຂອງຕົນ ໃນເມື່ອປີ 1995. ພາບ: ເອກະສານ



ທ່ານນາງ ຫງວຽນທິໂຮ່ຍ ພົບປະກັບທ່ານ ເຈົ້າຄອງນະຄອນ Salzbourge ໃນເມື່ອປີ 1992. ພາບ: ເອກະສານ
 
ທ້າຍປີນັ້ນ, ໃນໂອກາດພົບປະເອກອັກຄະລັດຖະທູດທັງໝົດທຸກປະເທດປະຈຳຢູ່ ໂອຕຣິສ, ທ່ານປະທານາທິບໍດີ ໂອຕຣິສ ໄດ້ໄປຈັບມືແຕ່ລະຄົນ ເພື່ອສະແດງຄວາມຍິນດີຕ້ອນຮັບ ພໍມາຮອດ   ທ່ານນາງໂຮ່ຍ ແລະ ພາຍຫຼັງໄດ້ຮັບຟັງການແນະນຳຕົວວ່າເປັນ ເອກອັກຄະລັດຖະທູດຫວຽດນາມ, ທ່ານປະທານາທິບໍດີ ໂອຕຣິສ ໄດ້ສະແດງຄວາມດີອົກດີໃຈ ແລະ ທັກທາຍເປັນພິເສດພ້ອມທັງເວົ້າກັບທ່ານນາງໂຮ່ຍວ່າ: “ຂ້າພະເຈົ້າຈື່ທ່ານແລ້ວ, ຂໍຂອບ ອົກຂອບໃຈທ່ານຫຼາຍໆ!”. ສິ່ງດັ່ງກ່າວໄດ້ສ້າງຄວາມ ແປກປະ ຫຼາດໃຈໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດ ຂອງປະເທດ ຕ່າງໆທີ່ຢືນຢູ່ຄຽງຂ້າງ ພ້ອມທັງຖາມວ່າ: “ ທ່ານຫາກໍ່ມາ, ເປັນຫຍັງຄືມາສະໜິດສະໜົມ ກັບທ່ານປະທານາທິບໍດີເຖິງປານນັ້ນ? ແນ່ນອນ, ພວກເຂົາເຈົ້າບໍ່ຮູ້ດອກວ່າ, ຍ້ອນກະໂຕຄວາມ ຄ່ອງ ແຄ່ວ ແລະ ການຍົກຍ້ອງ ກ່ຽວກັບວັດທະນະທຳຂອງຊາດຕົນໄດ້ຊ່ວຍໃຫ້ລາວ ສຳເລັດຢ່າງຈົບງາມ ໜ້າທີ່ຂອງຕົນ, ເປັນຂົວຕໍ່ຊ່ວຍໃຫ້ຫວຽດນາມ ແລະ ໂອຕຣີສ ເຊັນສັນຍາ ທີ່ສຳຄັນນໍາກັນໄດ້ຫຼາຍສະບັບ.

ສະໄໝປະຈຳການຂອງທ່ານນາງໂຮ່ຍໄດ້ສິ້ນສຸດລົງ,  ພາລະກໍາຂອງທ່ານ ທີ່ມີຕໍ່ປະເທດຊາດໄດ້ສໍາເລັດ, ແຕ່ວ່າ ບັນດາ“ກ້ອນ ດິນຈີ່” ດ້ານການທູດ ທີ່ທ່ານນາງ ໂຮ່ຍ ໄດ້ສ້າງໄວ້ໃຫ້ແກ່ຄົນ ລຸ້ນຫລັງຈະເປັນ ພື້ນຖານຕະຫລອດການ ເພື່ອໃຫ້ຫວຽດນາມ ບັນລຸໄດ້ຜົນສຳເລັດໃຫຍ່ຫລວງກວ່າເກົ່າບົນເສັ້ນທາງການຕ່າງປະເທດ.
ບົດ: ຖາວວີ - ພາບ: ຈິ້ງວັນໂບ້

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top