• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານ ຊວນແຮວກ ທັງຊີວິດອຸທິດໃຫ້ແກ່ສິລະປະດົນຕີຂັບ“ເສີມ”

ທ່ານ ແມ່ນຜູ້ທີ່ໄດ້ອຸທິດຊີວິດຈິດໃຈ ໃຫ້ກັບປະເພດຂັບ “ເສີມ” (ປະເພດຂັບລຳພື້ນເມືອງ, ເຄີຍໄດ້ຮັບການສະແດງຈາກຄົນຕາ ບອດ) ແລະ ເຄື່ອງດົນຕີພື້ນເມືອງ. ທ່ານ ຊວນແຮວກ ເປັນທີ່ຮູ້ຈັກໃນນາມນັກສິລະປິນປະຊາຊົນຊ່ຽວຊານອາວຸໂສ ປະເພດດົນຕີພື້ນເມືອງ ຫວຽດນາມ. 
ພວກຂ້າພະເຈົ້າພົບກັບນັກສິລະປິນປະຊາຊົນ ຊວນແຮວກ ໃນຂະນະທີ່ທ່ານພວມຫຍຸ້ງກັບການກະກຽມການສະແດງສິລະປະ ພື້ນເມືອງ ຫວຽດນາມ ໃຫ້ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມ ຢາມຮ່າໂນ້ຍ. ໄດ້ຊົມທ່ານຂັບທຳນອງ“ເສີມເຈີ້”  ໄປພ້ອມໆກັບຫລິ້ນ ດ່ານເບົ່າ (ພິນສາຍດຽວ) ໂດຍທ່ານເປັນຜູ້ເຮັດເອງສະແດງເຖິງຄວາມທຸ້ມເທ ແລະ ຄວາມຫຼົງໄຫຼຢ່າງສຸດອົກສຸດໃຈຂອງນັກສິລະປິນທີ່ອຸທິດໃຫ້ແກ່ປະເພດ ສິລະປະພື້ນເມືອງດັ່ງກ່າວ.

ໃນສະພາບແວດລ້ອມສ່ວນຕົວທີ່ມີສິລະປະສະຖາປັດຕະຍະກຳພື້ນເມືອງເຂດຊົນນະບົດພາກເໜືອ, ທ່ານໄດ້ເລົ່າສູ່ພວກຂ້າພະເຈົ້າຟັງກ່ຽວກັບເສັ້ນທາງອາຊີບ ແລະ ຄວາມຫຼົງໄຫຼກັບການຜະ ລິດເຄື່ອງດົນພື້ນເມືອງ.

ນັກສິລະປິນຊວນແຮວກເລີ່ມໃຫ້ຄວາມສົນໃຈ ຂັບເສີມ ແຕ່ຄາວຍັງເປັນເດັກ. ເມື່ອທ່ານໄປຕະຫຼາດນຳແມ່ ຫຼື ຂີ່ລົດລາງໄຟຟ້າ, ແຕ່ລະເທື່ອໄດ້ຊົມການສະແດງຂັບເສີມ, ຍິ່ງຟັງ ຍິ່ງຊຶມເລິກເຂົ້າໃນຈິດໃຈ ຂອງທ່ານ. ໃນເບື້ອງຕົ້ນ, ທ່ານເລີ່ມຮຽນຂັບເສີມດ້ວຍຕົນເອງ ແລະ ຄົ້ນຄວ້າເພີ່ມຕ່ືມຈາກຄົນຂັບເສີມຈຳນວນໜຶ່ງໃນເວລານັ້ນ ແລະ ເປັນຈຸດເລີ່ມຕົ້ນສ້າງຄວາມຫຼົງໄຫຼໃຫ້ແກ່ທ່ານ. ປີ 1966, ຜ່ານການ ສອບເສັງ, ທ່ານ ໄດ້ຮັບບັນຈຸເຂົ້າໂຮງຮຽນສິລະປະດົນຕີ ຫວຽດນາມ ແລະ ຮຽນກ່ຽວກັບວິຊາ ພິນ ງວຽດ.


ນັກສິລະປິນປະຊາຊົນຊວນແຮວກ ສະແດງເຄື່ອງດົນຕີພື້ນ ເມືອງຢູ່ເຮືອນສ່ວນຕົວຂອງທ່ານ ຢູ່ ຮ່າໂນ້ຍ. 


ນັກສິລະປິນປະຊາຊົນຊວນແຮວກ ຫລິ້ນດົນຕີພື້ນເມືອງ ໃຫ້ບັນດານັກຮ້ອງຍິງ ໃນລາຍການສະແດງຂັບກາຈູ່ ທີ່ຄຸ້ມຖະໜົນເກົ່າ ແຫ່ງໜ່ຶງຢູ່ຮ່າໂນ້ຍ. 


ນັກສິລະປິນປະຊາຊົນຊວນແຮວກ ເຂົ້າຮ່ວມການສະແດງ ໃຫ້ນັກທ່ອງທ່ຽວໄດ້ຊົມໃນລາຍການສິລະປະພື້ນເມືອງ
ຊຶ່ງຈັດຂຶ້ນໃນທຸກໆຄືນ ວັນເສົາທີ່ສາລາກິມເງິນ, ຮ່າໂນ້ຍ.



ນັກສິລະປິນປະຊາຊົນຊວນແຮວກ, ຜູ້ທີ່ໄດ້ອຸທິດທັງຊີວິດ ຕິດພັນກັບສິລະປະ ການຂັບເສີມ.


ທ່ານ ຊວນແຮວກ ເປັນຜູ້ມີຊື່ສຽງ ກັບການຫຼິ້ນດົນຕີ ພື້ນເມືອງຫຼາຍຊະນິດ. 

ເມື່ອປີ 1970, ທ່ານຮຽນຈົບ ແລະ ເຮັດວຽກເປັນນັກດົນຕີ ຢູ່ໂຮງລະຄອນຟ້ອນລຳດົນຕີຫວຽດນາມ. ທ່ານ ເລົ່າສູ່ຟັງວ່າ ໃນເວລານັ້ນ ໂຮງຮຽນສິລະປະຫວຽດນາມໄດ້ສ້າງນັກດົນຕີ ທີ່ມີຊື່ສຽງ ໂດ່ງດັງຫຼາຍຄົນເຊັ່ນ: ເຕິນຮວ່ຽນ, ທູຮ່ຽນ, ກ່ຽວຮຶງ, ຫວູເຢົ້າ, ແມ້ງຮ່າ, ກວກຮຶງ, ເຈິ່ນຮ໋ຽວ...

ດຳລົງຊີວິດ ໃນສະພາບຕິດພັນກັບການເປັນນັກດົນຕີມືອາຊີບ, ທ່ານຊວນແຮວກ ໄດ້ເຝິກຝົນ ແລະພັດທະນາຕົນເອງເລື້ອຍມາ. ຄວາມມີພອນສະຫວັນ ແລະ ຄວາມມັກຮັກດົນຕີພື້ນເມືອງ, ທ່ານໄດ້ເອົາໃຈໃສ່ຄົ້ນຄວ້າດ້ວຍຕົນເອງ ແລະ ກັບເພື່ອນຮ່ວມ ງານເພື່ອຊອກຫາວິທີທັງຮ້ອງທັງຫລິ້ນດົນຕີໃນເວລາດຽວກັນ.

ໃນຊຸມປີສົງຄາມ, ທ່ານ ແຮວກ ແລະ ຄະນະນັກສະແດງຂອງໂຮງລະຄອນຟ້ອນລຳດົນຕີຫວຽດນາມ ໄດ້ເດີນທາງໄປສະແດງຮັບໃຊ້ ບັນດາກົມກອງທະຫານຢູ່ທຸກຫົນທຸກແຫ່ງໃນທົ່ວປະເທດເຊັ່ນ: ກວາງນິງ, ແທງຮ໋ວາ ແລະ ນິງບິ່ງ. ຫຼັງຈາກການສະແດງແຕ່ລະຄັ້ງ, ທ່ານ ຍິ່ງຮູ້ສຶກມີຄວາມ ສະໜິດຕິດພັນກັບສິລະປະຂັບເສີມ ນີ້ຍິ່ງຂຶ້ນ.

ນັກສິລະປິນປະຊາຊົນຊວນແຮວກ ໃຫ້ຮູ້ວ່າ, ສິລະປະຂັບເສີມ ລວມມີ 8 ທຳນອງຕົ້ນຕໍ. ແຕ່ວ່າຍັງສາມາດໃຊ້ຄຳກອນ ຫຼື ແຈ່ວ(ປະເພດລະຄອນລຳຢູ່ທາງພາກເໜືອຫວຽດນາມ) ແລະ ກ່າຍເລືອງ (ປະເພດລະຄອນລຳມີກົກເຄົ້າຈາກພາກໃຕ້ ຫວຽດນາມ) ເພື່ອສ້າງຄວາມແປກໃໝ່ໃຫ້ແກ່ຜູ້ຟັງ. ຕົວຢ່າງ ທ່ານໄດ້ຂຽນເນື້ອເພງຕາມຄຳກອນຂອງນັກກະວີ ຫງວຽນຢີ, ຫງວຽນບິ໋ງ ເພື່ອຮ້ອງເພງໃຫ້ນັກທ່ອງທ່ຽວຕ່າງປະເທດຟັງ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງເປັນຢ່າງດີ. ຕາມທ່ານແຮວກ ແລ້ວ, ເນື້ອເພງບົດຂັບເສີມມີລັກສະນະທົ່ວໄປ, ເລື່ອງການນຸ່ງຖື ແລະ ເວທີສະແດງກໍບໍ່ຕ້ອງ ເອົາໃຈໃສ່ຫຼາຍຄື ປະເພດສິລະປະພື້ນເມືອງອື່ນໆ. ຜູ້ຂັບຕ້ອງມີຄວາມຫຼົງໄຫຼເຝິກຊ້ອມຫຼໍ່ຫຼອມເທື່ອລະເລັກລະໜ້ອຍຕາມວັນເວລາ, ເພື່ອເຮັດແນວໃດໃຫ້ຊຶມຊັບເຂົ້າເຖິງຄວາມຮັບຮັບຮູ້ຂອງແຕ່ລະຄົນ.

ທ່ານຊວນແຮວກ ບໍ່ພຽງແຕ່ເປັນທີ່ຮູ້ຈັກໃນນາມ ນັກສິລະປິນ ອາວຸໂສທີ່ມີຊື່ສຽງກ່ຽວກັບສິລະປະການຂັບເສີມເທົ່ານັ້ນ, ແຕ່ຍັງສາມາດຜະລິດ ເຄື່ອງດົນຕີພື້ນເມືອງໄດ້ຫຼາຍຊະນິດ ດ້ວຍຕົນເອງເຊັ່ນ: ພິນສາຍດຽວ, ພິນສອງສາຍ ແລະ ຂຸ່ຍ ຊຶ່ງໄດ້ວາງສະ ແດງໃນຫ້ອງຮັບແຂກຢູ່ເຮືອນ ຂອງ ເພິ່ນຢ່າງຫຼາກຫຼາຍ. ທ່ານຊວນແຮວກ ໃຫ້ຮູ້ວ່າ, ເບື້ອງຕົ້ນທ່ານ ເຮັດເຄື່ອງດົນຕີຍ້ອນຄວາມມັກ ແລະ ທ່ານໄດ້ໃຊ້ວັດຖຸດິບທີ່ມີຢູ່ທົ່ວໄປໃນທຳມະຊາດເຊັ່ນ: ໄມ້ໄຜ່, ໄມ້ເຮ້ຍ, ເສັ້ນໄໝ ແລະ ອື່ນໆ ຊຶ່ງຊ່ວຍເຮັດໃຫ້ນ້ຳສຽງ ເລິກເຊິ່ງ, ອ່ອນຫວານ, ອົບອຸ່ນກວ່າເມື່ອທຽບກັບເຄື່ອງດົນຕີທີ່ເຮັດດ້ວຍວັດຖຸຊະນິດອື່ນ. ບໍ່ພຽງແຕ່ສຸມໃສ່ດ້ານສຽງຂອງເຄື່ອງດົນຕີເທົ່ານັ້ນ, ທ່ານແຮວກ ຍັງເອົາໃຈໃສ່ດ້ານຮູບຊົງ ແລະ ຄວາມງາມ ທີ່ມີລັກສະນະພິເສດສະເພາະຂອງຄົນຫວຽດນາມອີກດ້ວຍ. ຕົວຢ່າງ ທ່ານໄດ້ແຕ້ມຮູບໂຕແມງປໍ ທີ່ເປັນຕາຮັກຢູ່ເທິງ ເຄື່ອງດົນຕີ ຊຶ່ງຍາກທີ່ຈະເຫັນໄດ້ຢູ່ບ່ອນອື່ນໆໃນໂລກ.


ນອກຈາກຫລິ້ນດົນຕີພື້ນເມືອງ ແລະ ຂັບເສີມ, ນັກສິລະປິນ ປະຊາຊົນຊວນແຮວກ ຍັງປະດິດສ້າງເຄື່ອງດົນຕີພື້ນເມືອງ ຫຼາຍປະເພດທີ່ໂດດເດັ່ນ. 


ນັກສິລະປິນປະຊາຊົນຊວນແຮວກຕົບແຕ່ງໃຫ້ພິນສາຍດຽວ ທີ່ທ່ານຫາກໍເຮັດສຳເລັດ.


ບັນດາດົນຕີພື້ນເມືອງທີ່ທ່ານ ຜະລິດອອກມາລ້ວນແຕ່ໃຊ້ເສັ້ນ ໄໝ ເປັນວັດສະດຸໃນການເຮັດສາຍ.

ທ່ານມີປະສົບການເຮັດວຽກກັບດົນຕີມາເປັນເວລາກວ່າ 30 ປີ, ການເຮັດພິນນສາຍດຽວ ແມ່່ນຜ່ານຫຼາຍຂັ້ນຕອນ ແລະ ໃຊ້ເວລາຫລາຍທີ່ສຸດ. ສ່ວນການຫລິ້ນເຄື່ອງດົນຕີ ແຕ່ລະຢ່າງ ມີຄວາມເປັນເອກະລັກແຕກຕ່າງກັນ, ແຕ່ຫຼິ້ນຍາກທີ່ສຸດ ແມ່ນພິນງວຽດ

ເຖິງວ່າໄດ້ອອກພັກຜອ່ນບຳນານ ແຕ່ປີ 2012ແລ້ວກໍຕາມ ແຕ່ນັກສິລະປິນປະຊາຊົນ ຊວນແຮວກ ຍັງສືບຕໍ່ເຂົ້າຮ່ວມ ໃນການສິດສອນ, ຊ່ວຍເຫຼືອ, ແນະນຳ ໃຫ້ແກ່ບັນດາ ນັກສິລະປິນໜຸ່ມ ຂອງໂຮງລະຄອນຂັບລຳດົນຕີຫວຽດນາມໃນຂະບວນການເຝິກຂັບເສີມ ແລະ ດີດພິນ. ນອກນີ້, ທ່ານຍັງໄດ້ເປີດຫ້ອງຮຽນສອນຂັບເສີມ ແລະ ວິທີການສະແດງໃຫ້ແກ່ຜູ້ໄວກາງຄົນ ແລະ ບັນດາ ຊາວໜຸ່ມຢູ່ສູນພັດທະນາດົນຕີ ຫວຽດນາມ. ໃນຂະນະດຽວກັນທ່ານ ໄດ້ເຂົ້າຮ່ວມການສະແດງ ໃນທ້າຍອາທິດທີ່ສອງຂອງເດືອນ ຢູ່ສູນແລກປ່ຽນວັດທະນະທຳ ຄຸ້ມຖະໜົນເກົ່າຮ່າໂນ້ຍ ແນໃສ່ໂຄສະນາ ແລະ ແນະນຳ ສິລະປະພື້ນເມືອງຂອງຫວຽດນາມ ສູ່ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຢູ່ ຮ່າໂນ້ຍ.


ຍ້ອນການປະກອບສ່ວນຜົນງານຢ່າງໃຫຍ່ຫຼວງ ເຂົ້າໃນ ພື້ນ ຖານສິລະປະດົນຕີພື້ນເມືອງຂອງຊາດ, ນັກສິລະປິນ ຊວນແຮວກ ໄດ້ຮັບນາມມະຍົດເປັນນັກສິລະປິນປະຊາຊົນ ເມື່ອປີ 2007 ແລະ ໄດ້ກາຍເປັນໜຶ່ງ ໃນສາມສິລະປິນຫວຽດນາມ ທີ່ອົງການຈັດຕັ້ງ  World Masters ຮັບຮອງວ່າເປັນນັກສິລະປິນຂອງໂລກ.
ບົດ: ເງິນຮ່າ - ພາບ: ເຕິດເຊີນ
 

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top