• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານ Konstantin Vasilievich Vnukov ແລະ “ສາຍຜູກພັນ” ກັບ ຫວຽດນາມ

ສຳລັບທ່ານ Konstantin Vasilievich Vnukov ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ ລັດເຊຍ, ຫວຽດນາມ ເປັນ ປະເທດທີ່ດີເລີດ ຊຶ່ງທ່ານມີ ຄວາມຮັກແພງ ດ້ວຍຫົວໃຈທັງໝົດ ຂອງຕົນ. ມາຫວຽດນາມ ເທື່ອທຳອິດ ໃນປີ 2006, ຊຶ່ງເປັນນັກການທູດ ລັດເຊຍ ໃນເວລານັ້ນ ມີໜ້າທີ່ຕິດ ຕາມທ່ານ Vladimir Putin ປະທານາທິບໍດີ ສະຫະພັນລັດເຊຍ ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາເປັກ (APEC) ຢູ່ຫວຽດນາມ, ຈາກນັ້ນ ໄດ້ມີຄວາມສະໜິດຕິດພັນກັບດິນແດນ ຮູບຕົວ S ນີ້ ເໝືອນດັ່ງມີວາດສະໜາ. 
ມີໂອກາດໂອ້ລົມກັບທ່ານເອກອັກຄະລັດຖະທູດລັດເຊຍ ກົງກັບໂອ ກາດລະນຶກ ວັນມູນເຊື້ອ ຂອງ ຂະແໜງການ ການທູດ ລັດເຊຍ ປີ 2017, ທ່ານ ໄດ້ສ້າງຄວາມປະທັບໃຈສຳລັບພວກຂ້າພະເຈົ້າ ດ້ວຍນິໄສທີ່ໃກ້ຊິດສະໜິດສະໜົມ, ເປີດອົກເປີດໃຈ ທັງມີຄວາມຫຼັກແຫຼມ ແລະ ຮອບຮູ້ໃນການພົວພັນແລກປ່ຽນ.

ປີ 2006, ໃນຂະນະເປັນຜູ້ນຳກົມ 1 (ຮັບຜິດຊອບພາກພື້ນ ອາຊີ ຕາເວັນອອກ) ຂອງ ກະຊວງການຕ່າງປະເທດລັດເຊຍ, ທ່ານໄດ້ ຮັບກຽດ ໃຫ້ຕິດຕາມທ່ານ Vladimir Putin ປະທານາທິບໍດີ ລັດ ເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາເປັກ 2006 ຢູ່ ຮ່າໂນ້ຍ. ນັ້ນແມ່ນການມາຫວຽດນາມ ຄັ້ງທຳອິດ ຂອງ ທ່ານ. ກວ່າ 10 ປີຫຼັງ ຈາກນັ້ນ, ທ່່ານ Vnukov ອີກຄັ້ງໜຶ່ງ ໄດ້ຕິດຕາມທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາເປັກ ຖືກຈັດຂຶ້ນຢູ່ ຫວຽດນາມ ເຊັ່ນດຽວກັນ.

ທ່ານ Vnukov  ເອກອັກຄະລັດຖະທູດ ລັດເຊຍ ສຸດທີ່ຄອງຄອຍ ມຸ່ງຫວັງເຫດການ ອາເປັກ 2017 ທີ່ຈະຖືກຈັດຂຶ້ນ ຢູ່ ຫວຽດນາມ. ທ່ານກ່າວວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ທຸກໆ ເຫດການເຄື່ອນໄຫວ ຕາມແຜນການ ຂອງປີ ອາເປັກ ຈະໄດ້ດຳເນີນໄປ ຢ່າງປະສົບ ຜົນ ສຳເລັດ, ສາມາດພິຈາລະນາຫຼາຍບັນຫາ ກ່ຽວກັບການເຊື່ອມໂຍງ ເສດຖະກິດ ໃນພາກພື້ນອາຊີ-ປາຊີຟິກ ແລະ ຍົກສູງອິດທິພົນ ຊື່ ສຽງ ຂອງ ປະເທດຫວຽດນາມ ໄປທົ່ວໂລກ”.


ທ່ານ Konstantin Vasilievich Vnukov ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ. ພາບ: ຫວຽດເກື່ອງ


ທ່ານ ເຈິ່ນດ້າຍກວາງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດລັດເຊຍ
ທີ່ທຳນຽບ ປະທານປະເທດ. ພາບ: ສະຖານທູດລັດເຊຍ ປະຈຳຫວຽດນາມ



ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດ
ລັດເຊຍ. ພາບ: ສະຖານທູດລັດເຊຍ ປະຈຳຫວຽດນາມ



ທ່ານ Konstantin Vnukov ເອກອັກຄະລັດຖະທູດລັດເຊຍ ເຂົ້າ ຮ່ວມເຫດການ ວ່າດ້ວຍການທູດ ພ້ອມກັບ ທ່ານຟ້າມບິ່ງມິນ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ເບື້ອງຊ້າຍ). ພາບ: ສະຖານທູດລັດເຊຍ ປະຈຳຫວຽດນາມ



ທ່ານ Konstantin Vnukov ເອກອັກຄະລັດຖະທູດລັດເຊຍ ເປັນ ເຈົ້າພາບໃນການຕ້ອນຮັບທ່ານ ຫງວຽນທ້ຽນເຍີນ ປະທານ
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ (ຜູ້ທີສອງຈາກ ຊ້າຍ). ພາບ: ສະຖານທູດລັດເຊຍປະຈຳຫວຽດນາມ



ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະ ຄອນ ຮ່າໂນ້ຍ ຕ້ອນຮັບທ່ານ Konstantin Vnukov ເອກອັກ ຄະລັດຖະທູດ
ລັດເຊຍ. ພາບ: ສະຖານທູດ ລັດເຊຍ ປະຈຳ ຫວຽດນາມ



ທ່ານ Konstantin Vnukov ເອກອັກຄະລັດຖະທູດລັດເຊຍ ເຂົ້າຮ່ວມເຫດການ ການຕ່າງປະເທດໜຶ່ງ ພ້ອມກັບທ່ານ
ຫງວຽນແທງເຊີນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ. ພາບ: ຫວຽດເກື່ອງ



ເພື່ອນມິດຄົນຫວຽດນາມ ຜູ້ເຄີຍສຶກສາຮ່ຳຮຽນຢູ່ ສະຫະພາບ ໂຊວຽດ ແລະ ສະຫະພັນລັດເຊຍ ເຂົ້າອວຍພອນ ທ່ານ Konstantin Vnukov
ເອກອັກຄະລັດຖະທູດລັດເຊຍ ເນື່ອງໃນໂອກາດວັນການ ທູດລັດເຊຍ (10/2/2017).  ພາບ: ຫວຽດເກື່ອງ



ທ່ານ Konstantin Vnukov ເອກອັກຄະລັດຖະທູດລັດເຊຍ ເຂົ້າ ຮ່ວມຢ່າງຕັ້ງໜ້າ ໃນການເຄື່ອນໄຫວການທູດປະຊາຊົນ ແນໃສ່
ເພີ່ມທະວີຄວາມ ເຂົ້າໃຈລະຫວ່າງ ປະຊາຊົນ ສອງປະເທດຫວຽດ ນາມ ແລະ ສະຫະພັນລັດເຊຍ. ພາບ: ຫວຽດເກື່ອງ

 
ພາຍຫຼັງສິ້ນສຸດ ການດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຢ່າງສຳເລັດຜົນຢູ່ ສ.ເກົາຫຼີ, ທ່ານ Konstantin Vasilievich Vnukov ເອກອັກຄະລັດຖະທູດ ຜູ້ມີປະສົບການທາງການທູດ ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພັນ ລັດເຊຍ ປະຈຳ ສສ ຫວຽດນາມ ແຕ່ເດືອນ ທັນວາ 2014. ຈາກມີປະສົບການ ໃນດ້ານການທູດ ແລະ ເຮັດວຽກ ເປັນມືອາຊີບ, ທ່ານ ໄດ້ມີການປະກອບສ່ວນ ຫຼາຍຢ່າງ ໃນການນຳເອົາການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ນັບມື້ນັບເຂົ້າສູ່ ລວງເລິກ ແລະ ຕົວຈິງຍິ່ງຂຶ້ນ.

ເມື່ອປີ 2016, ທັງຢູ່ຫວຽດນາມ ແລະ ລັດເຊຍ ຕ່າງກໍຈັດການ ເລືອກຕັ້ງ ຄັ້ງສຳຄັນ. ບັນດາການພົບປະຄັ້ງທຳອິດ ຂອງ ຜູ້ນຳຄົນໃໝ່ ຂອງ ຫວຽດນາມ ແລະ ລັດເຊຍ ກັບຄູ່ຮ່ວມມືຕ່າງປະເທດ ໄດ້ຫາງສຽງສົນໃຈເປັນພິເສດ. ໃນສະຖານະການດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ລັດເຊຍ ໄດ້ມີຄວາມ ພານະພະຍາຍາມ ເຊື່ອມຕໍ່ ການພົບປະສົນທະນາ ຄັ້ງຕ່າງໆ ລະຫວ່າງ ຜູ້ນຳ ຂັ້ນສູງ ຂອງ ລັດເຊຍ ແລະ ຫວຽດນາມເຊັ່ນ: ການພົບປະຄັ້ງທຳອິດ ລະຫວ່າງ ທ່ານ ເຈິ່ນດ້າຍກວາງ, ປະທານປະເທດ ສສ ຫວຽດນາມ ແລະ ທ່ານ Vladimir Putin ປະທານາທິບໍດີ ສ ລັດເຊຍ ຢູ່ນອກ ກອງປະຊຸມສຸດຍອດ ອາເປັກ (APEC) ທີ່ນະຄອນຫຼວງ ລີມາ (ປະ ເທດເປຣູ), ການຢ້ຽມຢາມລັດເຊຍ ຢ່າງເປັນທາງການ ຄັ້ງທຳອິດ ຂອງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ໂຕເລີມ ລັດຖະມົນຕີກະຊວງຕຳຫຼວດ.

ໃນສະຫັດສະວັດໃໝ່, ປະເທດລັດເຊຍ ໄປຕິບັດຕາມແນວທາງການຕ່າງປະເທດ ຫຼາຍຝ່າຍ, ໃນນັ້ນຖືສຳຄັນພິເສດນະໂຍບາຍ ຫັນໄປທາງ ທິດຕາເວັນອອກ. ທ່ານ Vnukov ສະແດງ ຄວາມເຫັນ ວ່າ ປີ 2017 ນີ້ ຈະເປັນປີ ບັນລຸຜົນສຳເລັດ ຫຼາຍຢ່າງໃນການ ພົວພັນ ຫວຽດນາມ-ລັດເຊຍ ກັບຫຼາຍເຫດການ ການຕ່າງປະເທດ ສຳຄັນ. ທ່ານ ຢືນຢັນວ່າ: “ຫວຽດນາມ ຍາມໃດກໍມີບົດບາດ ສຳຄັນ ຕໍ່ ລັດເຊຍ”.

ແບ່ງປັນກັບພວກຂ້າພະເຈົ້າກ່ຽວກັບຄຸນລັກສະນະວຽກງານ ຂະແໜງການ ການທູດລັດເຊຍ, ທ່ານ Vnukov ໄດ້ຍົກສຳນວນ ລັດເຊຍ ໜຶ່ງຂຶ້ນມາ ຊຶ່ງມີຄວາມໝາຍທີ່ວ່າ ນັກການທູດ ບໍ່ແມ່ນ ຄົນທີ່ນັ່ງຫຼິ້ນແບບບໍ່ມີປະໂຫຍດ.



ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ຕິດຕາມຂໍ້ມູນຂ່າວສານ ກ່ຽວກັບ ຫວຽດນາມ
ຢູ່ເທິງໜັງສືພິມ ເປັນປະຈຳ. ພາບ: ເຈິ່ນຮ໋ຽວ



ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍ ມອບລາງວັນໃຫ້ແກ່ບັນດາພວກນ້ອງເຍົາວະຊົນ ຫວຽດນາມ ທີ່ບັນລຸລາງວັນພິເສດຂອງການແຂ່ງຂັນແຕ້ມພາບເຍົາວະຊົນ ຫວຽດ-ລັດເຊຍ ຄັ້ງທີ 2 (2017). ພາບ: ຫວຽດເກື່ອງ

ດ້ວຍເຫດນັ້ນ, ເຖິງວ່າຈະຫຍຸ້ງກັບວຽກງານການພົບປະຢ່າງ ເປັນ ທາງການ ກັບພະນັກງານ, ຂະແໜງການຂອງ ຫວຽດນາມ ກໍຕາມ, ແຕ່ ທ່ານ ເອກອັກຄະລັດຖະທູດ ຍາມໃດກໍສະຫງວນ ເວລາ ເຂົ້າ ຮ່ວມ ການເຄື່ອນໄຫວ ແລກປ່ຽນ ລະຫວ່າງ ປະຊາຊົນ ດ້ວຍກັນ ເຊັ່ນ: ເປັນກຳມະການ ງານແຂ່ງຂັນ ແຕ້ມຮູບເຍົາວະຊົນ ຫວຽດນາມ-ລັດເຊຍ, ພົບປະບັນດາ ຄົນຮັກແພງປະເທດ ລັດເຊຍ ທີ່ໄດ້ ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ສະຫະພາບ ໂຊວຽດ ກ່ອນໜ້ານີ້ ແລະ ສະຫະພັນລັດເຊຍ ໃນປັດຈຸບັນ. 

 

ທ່ານ Konstantin Vasilievich Vnukov ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນລັດເຊຍ ປະຈຳ ສສ ຫວຽດນາມ ເກີດເມື່ອວັນທີ 9 ພຶດສະພາ 1951. ທ່ານ ຮຽນຈົບ ລະ ດັບດີເລີດຢູ່ ມະຫາວິທະຍາໄລ ການພົວພັນສາກົນແຫ່ງຊາດ ມົສກູ ໃນ ປີ 1973, ເກັ່ງພາສາອັງກິດ ແລະ ພາສາຈີນ. ທ່ານ Vnukov ເຮັດວຽກ ໃນຂະແໜງການທູດ ແຕ່ປີ 1973, ເຄີຍປະຕິບັດງານ ໃນ ຫຼາຍ ຖານະຕຳແໜ່ງທີ່ແຕກ ຕ່າງກັນ ຢູ່ບັນດາອົງການຈັດຕັ້ງ ສູນ ກາງ ຂອງ ກະຊວງການຕ່າງປະເທດ ລັດເຊຍ ແລະ ຢູ່ຕ່າງ ປະ ເທດ. ແຕ່ປີ 2009-2014, ທ່ານ ເປັນ ເອກອັກຄະລັດຖະທູດ ວິສາ ມັນ ຜູ້ ມີ ອຳນາດເຕັມ ແຫ່ງສະຫະພັນລັດເຊຍ ປະຈຳ ສ ເກົາຫຼີ. ວັນທີ 26 ທັນວາ 2014 ໄດ້ແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິ ສາມັນ ຜູ້ມີອຳນາດ ເຕັມແຫ່ງສະຫະພັນ ລັດເຊຍ ປະຈຳ ສສ ຫວຽດນາມ.
(ແຫຼ່ງ: ສະຖານທູດລັດເຊຍ)

ບົດ: ເຈິ່ນຮ໋ຽວ - ບົດ: ຫວຽດເກື່ອງ, ເຈິ່ນຮ໋ຽວ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top