• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານໂລກຈະສືບຕໍ່ການຮ່ວມມື, ໜູນຊ່ວຍ ຫວຽດນາມ ພັດທະນາ


ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ​ນາງ Bristalina I.Georgieva

      ທີ່​ການ​ຕ້ອນຮັບ​ທ່ານ​ນາງ Bristalina I.Georgieva ຜູ້ອຳນວຍການ​ໃຫຍ່​ຝ່າຍ​ບໍລິຫານ​ທະນາຄານ​ໂລກ (WB) ​ໃນ​ຕອນ​ເຊົ້າ​ວັນ​ທີ 23/03, ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບົດບາດ​ຂອງ WB ສ​ຳລັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ການ​ລົບລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ພັດທະນາ 5 ປີຈະ​ມາ​ເຖິງ, ​ໄປ​ຄຽງ​ຄູ່​ກັບ​​ເລື່ອງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິ​ດສັງຄົມ, ຫວຽດນາມ ຈະ​ສຸມ​ໃສ່​ກໍ່ສ້າງ​ພື້ນຖານ​ລະບອບ​ລະບຽບ​ການ​ຢ່າງ​ໝັ້ນຄົງ, ​ເປັນ​ພື້ນຖານ​ເພື່ອ​ປະຕິບັດ​ບັນດາ​ ກຳນົດທິດ, ຍຸດ​ທະ​ສາດ​ທີ່​ໄດ້​ວາງ​ອອກ. ​ເປົ້າໝາຍ​​ແຖວ​ໜ້າ​ຂອງ ຫວຽດນາມ ​ແມ່ນ​ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ; ປະຕິບັດ​ບັນດາ​ບາດ​ກ້າວ​ບຸກ​ທະລຸ​ຍຸດ​ທະ​ສາດ; ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ທີ່​ຕິດ​ພັນ​ກັບ​ການ​ປ່ຽນ​​ໃໝ່​ຮູບ​ແບບ​ການເຕີບ​ໂຕ; ຮັບປະກັນ​ຊີວິດ​ສັງຄົມ; ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ສູ້​ຊົນ​ບັນລຸ​ລະດັບ​ເຕີບ​ໂຕ​ສະ​ເລ່ຍ​ແຕ່ 6,5 – 7% ​ໄລ​ຍະ 2016 – 2020. ທ່ານ​ນາຍົກ​ລັດຖະມົນຕີ​ປາດ​ຖະໜາ​ວ່າ: ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ເສດຖະກິດ ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ການໜູນ​ຊ່ວຍຈາກ​ປະຊາ​ຄົມ​ອຸປະຖຳ​ເວົ້າ​ລວມ ​ແລະ WB ​ເວົ້າ​ສະ​ເພາະ ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ.
        ສ່ວນ​ທ່ານນາງ Bristalina I.Georgieva ຜູ້ອຳນວຍການ​ໃຫຍ່​ຝ່າຍ​ບໍລິຫານ​ທະນາຄານ​ໂລກ (WB) ​ໃຫ້​ຮູ້​ວ່າ: WB ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ລັດຖະບານ ຫວຽດນາມ ​ເພື່ອ​ກຳນົດກຳລັງ​ໜູນ​ການ​ເຕີບ​ໂຕ​ໃໝ່​ໃຫ້​ແກ​່ພື້ນຖານ​ເສດຖະກິດ ກໍ່​ຄື​ໜູນ​ຊ່ວຍ ຫວຽດນາມ ຮັບມື​ຕໍ່​ເຫດການ​ຜັນ​​ແປ​ດ້ານ​ເສດຖະກິດກໍ່​ຄື​ຄວາມ​ສ່ຽງຈາກ​ໄພ​ທຳ​ມະ​ຊາດ. ທ່ານ​ນາງ Bristalina I.Georgieva ຖື​ວ່າ ຫວຽດນາມ ຍັງ​ມີຄສາມ​ສາມາດ​ບົ່ມ​ຊ້ອນ​​ພັດທະນາ​ເສດຖະກິດ​, ດັ່ງ​ນັ້ນ WB ຈະ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ ຫວຽດນາມ ບົນ​ເສັ້ນທາງ​ພັດທະ​ນາ​ຂອງ​ຕົນ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top