• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຕຸກກະຕາເຈ້ຍ

ບັນດາໂຕຕຸກກະຕາເຈ້ຍທີ່ມີຄວາມງາມແປກໆ, ໜ້າຮັກ ມີທຸກ ຮູບຊົງ ແລະ ສະແດງສີໜ້າຈາກຫຼາຍຕົວລະຄອນທີ່ແຕກຕ່າງ ກັນ, ມັນແມ່ນຜະລິດຕະພັນເຮັດດ້ວຍມື (handmade) ລ້ວນໆທີ່ໂດດເດ່ັນທີ່ເປັນເອກະລັກວັດທະນະທຳຂອງຊາວ ຫວຽດນາມ ມອບໃຫ້ແກ່ນັກທ່ອງທ່ຽວສາກົນ. ຜະລິດຕະພັນດັ່ງ ກ່າວສະແດງໃຫ້ເຫັນເຖິງຄວາມຫຼົງໄຫຼ ແລະ ຄວາມສາມາດ ປະດິດສ້າງຂອງຍິງສາວຫນຸ່ມຄົນຫນຶ່ງ ທີ່ກໍ່ເປັນຕາໜ້າຮັກບໍ່ ດ້ອຍໄປກວ່າຕຸກກະຕາເຈ້ຍທີ່ຫນ້າຮັກເຊັ່ນກັນ.
ນາງຕວ໋ຽດເຮື່ອງເປັນຍິງຫນຸ່ມຄົນທີ່ຜະລິດຕຸກກະຕາເຈ້ຍ ທີ່ພວກຂ້າພະເຈົ້ກ່າວເຖິງ. ດ້ວຍຄວາມຫຼົງໄຫຼ ເມົາມົວກັບການ ຂຽນບົດລະຄອນຂອງຕົນ. ນາງໄດ້ຫັນຫຼັງໃສ່ວຽກງານທີ່ຂະ ຫຍັນຂັນແຂງນັ້ນຄືການເປັນນັກຂ່າວ ເພື່ອເຂົ້າຮ່ວມຊຸດຝຶກ ອົບຮົມກ່ຽວກັບການຂຽນບົດລະຄອນ. ບົດລະຄອນ ຮູບເງົາ ທຳອິດຂອງນາງມີຊື່ວ່າ “ຕຸກກະຕາເຈ້ຍ” ດ້ວຍຕົວລະຄອນເອກ ແມ່ນໂຕຕຸກກະຕາທີ່ ເຮັດດ້ວຍເຈ້ຍ ແລະ ຕວ໋ຽດເຮື່ອງ ກໍ່ຍັງ ບໍ່ສາມາດຊອກຫາໄດ້ຄົນທີ່ເຮັດຕຸກກະຕາເຈ້ຍເພື່ອຮັບໃຊ້ໃຫ້ ການສ້າງຮູບເງົາໃນຕໍ່ຫນ້ານີ້. ດ້ວຍເຫດດັ່ງກ່າວນີ້ຈິ່ງເຮັດໃຫ້ ນາງເກີດແນວຄວາມຄິດທີ່ນາງ ຕວຽດເຮື່ອງໄດ້ແບ່ງປັນຄວາມເຫັນກັບພວກຂ້າພະເຈົ້າວ່າ: “ຢູ່ຫຼາຍປະເທດ ໃນໂລກລ້ວນແຕ່ມີຮູບຕຸກກະຕາສະເພາະໃດຫນຶ່ງເຊັ່ນຕຸກກະຕາ Matryoshka ຂອງລັດເຊຍ, ຕຸກກະຕາ Barbie ຂອງ ອາເມລິກາ … ດ້ວຍເຫດໃດຫວຽດນາມຈິ່ງຈະບໍ່ມີຕຸກກະຕາໃດຫນຶ່ງເປັນເອກະລັກຂອງຕົນເອງ? ດ້ວຍເຫດນັ້ນ, ຂ້າພະເຈົ້າ ຈຶ່ງຄິດວ່າຖ້າຕົນເອງສາມາດຜະລິດຕຸກກະຕາເຈັ້ຍທີ່ເປັນເອ ກະລັກໃຫ້ຫວຽດນາມໂດຍສົມທົບກັບແນວຄວາມຄິດສ້າງຮູບເງົາ ຂອງຕົນແມ່ນຈະເປັນສິ່ງຍອດຍິ່ງທີ່ສຸດ”. 

ເຈ້ຍຫຍໍ້ຍູ່ຍີ່ເປັນວັດຖຸດິບຕົ້ນຕໍເພື່ອເຮັດຕຸກກະຕາເຈ້ຍ. 

ເສັ້ນໄໝຫຍິບສີ, ກະດູມຢາງ, ກາວຕິດ, ໂບຜ້າແພ… ເປັນວັດ ຖຸດິບສຳຮອງເພື່ອແຕ່ງປະດັບໃສ່ຕຸກກະຕາເຈ້ຍ. 


ຕວ໋ຽດເຮື່ອງແຕ້ມວາດພາບຕົວແບບກ່ອນໆຈະຜະລິດເປັນຕຸກ ກະຕາເຈ້ຍ. 


ຕັດເຈ້ຍເພື່ອເຮັດເປັນເຄື່ອງນຸ່ງໃຫ້ຕຸກກະຕາ. 


ຕວ໋ຽດເຮື່ອງຕ້ອງຮັບຜິດຊອບຫຼາຍຕຳແໜ່ງງານ ເລີ່ມແຕ່ຂອດ ອອກແບບຕົວຢ່າງ, ສ້າງຮູບຮ່າງຕົວລະຄອນ, ເລືອກເຄື່ອງແຕ່ງຕົວ
ຈົນເຖິງຮອດອອກແບບຊົງຜົມ ແລະ ແຕ້ມຮູບຊົງໃບໜ້າ ຕົວລະຄອນ ເພື່ອເຮັດເປັນຕຸກກະຕາເຈ້ຍໜຶ່ງໆ. 



ການເຮັດຕຸກກະຕາເຈ້ຍຕ້ອງການມີຄວາມລະອຽດລະອໍ. 


ເຄື່ອງນຸ່ງຂອງຕຸກກະຕາເຈ້ຍຕວ໋ຽດເຮື່ອງໄດ້ເອົາໃຈໃສ່ເຮັດຢ່າງ ລະອຽດແນບນຽນທີ່ສຸດ.


ຕວ໋ຽດເຮື່ອງໄດ້ຝາກຝັງເລື່ອງລາວຕ່າງໆໄວ້ໃນຕົວລະຄອນ ຕຸກກະຕາເຈ້ຍແຕ່ລະໂຕຂອງຕົນ. 


ຕວ໋ຽດເຮື່ອງກັບບັນດາຜົນການປະດິດແຕ່ງຂອງຕົນ. 
 
ເບື້ອງຕົ້ນ, ຕວ໋ຽດເຮື່ອງໄດ້ເສຍເວລາຫຼວງຫຼາຍກັບການຊອກ ຫາຊື້ວັດຖຸດິບອື່ນໆເພື່ອເຮັດທົດລອງ ແລະ ເມົາງົມກັບຂັ້ນຕອນ ຕ່າງໆ ເພື່ອເຮັດຕຸກກະຕາ... ແລ້ວສຸດທ້າຍຕຸກກະຕາເຈ້ຍທີ່ມີຫລາກຫລາຍຮູບຊົງ ແລະ ສີສັນໄດ້ຮັບການຜະລິດອອກມາ ຕາມເປັນຊຸດໆ, ເຮື່ອງ ໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກຜູ້ຄົນ ທັງຫຼາຍ. ນາງກໍຮູ້ສຶກຕົກຕະລຶງເມື່ອມີຫຼາຍຄົນ ໄດ້ມາຊອກຫານາງເພື່ອສັ່ງຊື້ຕຸກກະຕາເຈ້ຍເປັນຂອງຂວັນ. ບໍ່ພຽງແຕ່ຮັບການ ສັ່ງຊື້ຕຸກກະຕາເຈ້ຍເທ່ົານັ້ນ, ມີລຸ້ນໜຸ່ມຫຼາຍຄົນທີ່ມັກຮັກ ເຄື່ອງຜະລິດດ້ວຍມື ຍັງຢາກຮຽນຮູ້ເຕັກນິກການຜະລິດຕຸກກະຕາດ້ວຍເຈ້ຍ. ແຕ່ນາງເຮື່ອງໄດ້ປະຕິເສດ ແລະ ໃຫ້ຮູ້ວ່ານາງຄາສຸມໃສ່ ການຈັດສາກບົດລະຄອນເລື່ອງໃໝ່.

ຕວ໋ຽດເຮື່ອງໃຫ້ຮູ້ວ່າ, ກ່ອນຈະຜະລິດສຳເລັດຕຸກກະຕາເຈ້ຍໂຕ ໜຶ່ງ, ນາງຕ້ອງຮັບຜິດຊອບຫຼາຍຕຳແໜ່ງງານ ເລີ່ມຈາກການ ອອກແບບຕົວຢ່າງ, ສ້າງເປັນຮູບຕົວລະຄອນ, ເລືອກເຄື່ອງ ແຕ່ງຕົວຕະຫຼອດຮອດການອອກແບບຊົງຜົມ, ແຕ້ມໜ້າຕາ ຕົວລະຄອນ. ສະເລັ່ຍແລ້ວ, ຕ້ອງການ ເວລາ 4-5 ຊົ່ວໂມງຈຶ່ງສຳເລັດຕຸກກະຕາໂຕໜຶ່ງ. ຂັ້ນຕອນທຳອິດແມ່ນເຮັດໂຄງຮ່າງ ຕຸກກະຕາ ຫລັງຈາກນັ້ນ ພັນເຈ້ຍສ້າງເປັນແຂນ, ຂາ, ຫົວ… ແລ້ວຈິ່ງຮອດຂັ້ນຕອນຕັດຕິດເຈ້ຍໃສ່ເປັນສິ້ນ, ກະໂປ່ງ ຫຼື ໂສ້ງ, ເສື້ອ, ຜົມ ແລະ ແຕ້ມໃບໜ້າ.

ເນື່ອງຈາກມີພອນສະຫວັນດ້ານສິລະປະລະບາຍສີ ພ້ອມກັບ ມີປະສົບການໃນການຕັດຫຍິບ ແລະ ປັກແສ່ວມາກ່ອນ, ສະນັ້ນ ເມື່ອເຮັດ ຕຸກກະຕາເຈ້ຍ ຕວ໋ຽດເຮື່ອງເໝືອນວ່າໄດ້ມີຄວາມສາມາດພຽງພໍບວກກັບຄວາມຄິດປະດິດສ້າງ ແລະ ຄວາມກະຕື ລືລົ້ນ ຢ່າງສຸດຂີດ. ດ້ວຍເຫດນັ້ນ, ບັນດານາງຕຸກກະຕາເຈ້ຍທີ່ຜະລິດອອກໂດຍ ຕວ໋ຽດເຮື່ອງຈຶ່ງລ້ວນແຕ່ເຕັມໄປດ້ວຍລີລາບໍ່ ຊ້ຳແບບໃຜ ແລະ ມີຈິດວິນຍານນະຂັນ. ນາງຍັງປະດິດສ້າງຫລາກຫລາຍຊົງຜົມ ແລະ ເຄື່ອງນຸ່ງໃນຊຸດຕ່າງໆຫຼາຍ ແບບ ໃຫ້ແກ່ຕຸກກະຕາ. ຕາມນາງເຮື່ອງແລ້ວ, ຂອດແຕ້ມດວງຕາເປັນຂອດຕັດສິນ “ວາດຊົງ” ຂອງຕຸກກະຕາ, ຖ້າແຕ້ມ ບໍ່ຄ່ອງແຄ້ວແມ່ນຈະເຮັດໃຫ້ເສຍຫມົດຕົວຕຸກກະຕາ. ຖ້າຕົວແບບຕຸກກະ ຕາເປັນເພດຊາຍ, ໂດຍສະເພາະເປັນຊາຍຕ່າງປະເທດ, ເຮື່ອງຍັງແຕ້ມລະອຽດລະອໍໜວດໃສ່ເພີ່ມ, ຕາເປັນສີຂຽວໃຫ້ຄ້າຍຄືທີ່ສຸດ.

ດ້ວຍເຫດນັ້ນ, ບໍ່ວ່າຜູ້ໃດເມື່ອໄດ້ຊົມຜະລິດຕະພັນ ຕຸກກະຕາ ທີ່ເຮັດດ້ວຍເຈ້ຍຂອງຕວ໋ຽດເຮື່ອງ ຕ່າງກໍຕ້ອງ ຍ້ອງຍໍສັນລະ ເສີນ. ເບື້ອງຫຼັງຂອງຕຸກກະຕາແຕ່ລະໂຕນັ້ນ ແມ່ນ ມີເລື່ອງລາວ ຕ່າງໆກ່ຽວກັບຄວາມຮັກ, ຄວາມເປັນເພື່ອນມິດ, ອາລົມຈິດ ແລະ  ຄວາມຊົງຈຳລະຫວ່າງຜູ້ຄົນດ້ວຍກັນທີ່ ຕວ໋ຽດເຮື່ອງຝາກຝັງເຂົ້າໃນນັ້ນ. ແລະ ສິ່ງທີ່ສຳຄັນກວ່ານັ້ນແມ່ນຕວ໋ຽດເຮື່ອງ ໄດ້ປະດິດ ຄິດສ້າງຜະລິດຕະພັນ handmade ທີມີເອກະລັກ  ວັດທະນະທຳສະເພາະຂອງຊາວຫວຽດນາມ ດ້ວຍສີໜ້າ, ການສະແດງອາລົມຈິດທີ່ຕິດພັນກັບແມ່ຍິງຫວຽດນາມ. ຈາກນັ້ນຈະຊ່ວຍໃຫ້ນັກທ່ອງທ່ຽວສາກົນເຂົ້າໃຈ ກ່ຽວກັບວັດທະນະທຳຫວຽດນາມ ຫລາຍຂຶ້ນ. ນີ້ຄືເຄື່ອງທີ່ລະນຶກທີ່ໜ້າຈັບໃຈໃຫ້ ນັກທ່ອງທ່ຽວ ຕ່າງປະເທດເລືອກຊື້ເມື່ອມີໂອກາດມາທ່ຽວປະເທດ ຫວຽດ ນາມທີ່ສວຍງາມ ແລະ ຮັກແຂກແພງຄົນ.

ຕົວແບບຕຸກກະຕາເຈ້ຍຈຳນວນໜຶ່ງຂອງນາງຕວ໋ຽດເຮື່ອງ: 












ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

bdLao

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top