• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຕຳ່ແຜ່ນ-ຕັດຫຍິບ ເຫວ້: ກຽມພ້ອມສຳລັບສະໜາມການຫຼິ້ນໃຫຍ່ໆ

ໃນສະພາບການທີ່ພື້ນຖານເສດຖະກິດຂອງ ຫວຽດນາມກຳລັງນັບມື້ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງແຂງແຮງແລະ ກວ້າງຂວາງ ໂດຍສະເພາະແມ່ນ ເມື່ອ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ດຳເນີນການເພື່ອການມີໜ້າຂອງຕົນໃນບັນດາສະໜາມການຄ້າໃຫຍ່ໆ ດ້ວຍບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍ ຝ່າຍຢູ່ໃນປະຈຸບັນ, ບໍລິສັດຫຸ້ນ ສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້ ກໍ່ໄດ້ ມີການຫ້າງຫາກະກຽມດ້ານຍຸດທະສາດຂອງຕົນ ເພື່ອກ້າວເຂົ້າສູ່ ສະໜາມການຫຼິ້ນໃຫຍ່ໆດັ່ງກ່າວນີ້.
ບໍລິສັດຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້ (HUEGATEX)ເປັນຫົວໜ່ວຍທຸລະກິດໜຶ່ງທີ່ຂຶ້ນກັບກຸ່ມບໍລິສັດຕຳ່ແຜ່ນ-ຕັດຫຍິບ ຫວຽດນາມ, ເປັນວິສາຫະກິດແຖວໜ້າຂອງ ເຫວ້ ແລະ ເຂດພາກກາງ.
 
ເມື່ອເວົ້າເຖິງຄວາມສາມາດໃນການແກ້ງແຍ້ງໃນເວທີຕະຫຼາດສາກົນ, ທ່ານ ຫງວຽນບາກວາງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ຕຳ່ແຜ່ນ-ຕັດຫຍິບ ເຫວ້ ໃຫ້ຮູ້ວ່າ, ຢູ່ພາກພື້ນອາຊຽນ, ຫວຽດນາມ ແລະ ຟິລິບປິນ ມີການແກ້ງແຍ້ງກັນຢ່າງແຂງແຮງທີ່ສຸດ ໃນດ້ານ ຕຳ່ແຜ່ນ-ຈັດຫຍິບ. ໃນຕໍ່ໜ້ານີ້ເມື່ອ ຫວຽດນາມ ເຂົ້າຮ່ວມ AEC (ປະຊາຄົມ ເສດຖະກິດ ອາຊຽນ) ແລະ ສິ້ນສຸດການເຈລະຈາ TPP (ສັນຍາຄູ່ຮ່ວມມືຂ້າມປາຊີຟິກ) ແລ້ວ, ຫວັງວ່າ ຂະແໜງການ ຕຳ່ແຜ່ນ-ຕັດຫຍິບ ຈະມີສີສັນໃໝ່ ໂດຍສະເພາະແມ່ນ ສຳລັບ TPP, ຍ້ອນຕຳ່ແຜ່ນ-ຕັດຫຍິບ ເຫວ້ ເປັນຫົວໜ່ວຍທຸລະກິດໜຶ່ງທີ່ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດ້ານຕົ້ນກຳເນີດຂອງວັດຖຸດິບຊຶ່ງເປັນໜຶ່ງໃນບັນດາຂໍ້ບັງຄັບທີ່ສຳຄັນຂອງສັນຍາ TPP.
 
ຕາມທີ່ຮູ້, ປະຈຸບັນບໍລິສັດຫຸ້ນສ່ວນ ຕຳ່ແຜ່ນ-ຕັດຫຍິບ ເຫວ້ ມີ 5 ໂຮງງານ ຄື: ໂຮງງານຜະລິດເສັ້ນຝ້າຍ 1 ແຫ່ງ, ໂຮງງານຕຳ່ແຜ່ນ ແລະ ຍ້ອມສີ 1 ແຫ່ງ ແລະ ໂຮງງານຕັດຫຍິບ 3 ແຫ່ງ ດ້ວຍລະບົບ ສາຍໃຍເຕັກໂນໂລຊີການຜະລິດຄົບຊຸດ, ທັນສະໄໝຂອງບັນດາ ປະເທດ ທີ່ກ້າວໜ້າໃນໂລກ. ເພາະສະນັ້ນ, ຕຳ່ແຜ່ນ-ຕັດຫຍິບ ເຫວ້ ມີລະບົບຂັ້ນຕອນ ການຜະລິດແບບ ຄົບວົງຈອນ ແຕ່ຂັ້ນຕອນການ ຜະລິດ ວັດຖຸດິບຈົນເຖິງຂັ້ນຕອນ ຜະລິດສຳເລັດຮູບ. 

ໂຮງງານເສັ້ນໃຍທີ່ທັນສະໄໝຂອງບໍລິສັດຫຸ້ນສ່ວນ
ຕຳ່ແຜ່ນ-ຕັດຫຍິບ ເຫວ້. ພາບ: ຮວ່າງຮ່າ/VNP


ຕຳ່ແຜ່ນ-ຕັດຫຍິບ ເຫວ້ ສາມາດຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການຕົ້ນກຳເນີດຂອງວັດຖະດິບ,
ໜຶ່ງໃນບັນດາກົດຂໍ້ບັງຄັບທີ່ ສຳຄັນຂອງສັນຍາ
TPP. ພາບ: ຮວ່າງຮ່າ/VNP


ບໍລິສັດໄດ້ລົງທຶນຊື້ເຄື່ອງຈັກຫຼາຍປະເພດ ເພື່ອຮັບໃຊ້ໃຫ້
ການຜະລິດແບບຄົບວົງຈອນ, ທັນສະໄໝ. ພາບ: ຮວ່າງຮ່າ/VNP


ໂຮງງານຕັດຫຍິບຂອງ ບໍລິສັດຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້. ພາບ: ຮວ່າງຮ່າ/VNP

ກຳມະກອນຂອງ ບໍລິສັດຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບເຫວ້
ມີລາຍຮັບປະມານ 5,6 ລ້ານດົ່ງຕໍ່ເດືອນ. ພາບ: ຮວ່າງຮ່າ/
VNP


ມູນຄ່າສົ່ງອອກຂອງຕຳ່ແຜ່ນ-ຕັດຫຍິບ ເຫວ້ ປະຈຸບັນບັນລຸໄດ້ປະມານ 60 ລ້ານ USD. ພາບ: ຮວ່າງຮ່າ/VNP

ຮ້ານວາງສະແດງ ແລະ ແນະນຳຜະລິດຕະພັນຈຂອງບໍລິສັດຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້.
ພາບ: ຮວ່າງຮ່າ/
VNP
 
(ທ່ານ ຫງວຽນບາກວາງ, ຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້)
 
ໃນຕໍ່ໜ້າອັນໄກ້ໆ​ນີ້, ເມື່ອ ຫວຽດນາມ ເຂົ້າຮ່ວມ AEC
(ປະຊາຄົມເສດຖະກິດ ອາຊຽນ) ແລະ ສິ້ນສຸດການເຈລະຈາ TPP (ສັນຍາຄູ່ຮ່ວມມືຂ້າມປາຊີຟິກ) ແລ້ວ, ຫວັງວ່າ ຂະແໜງຕຳ່ແຜ່ນ-ຕັດຫຍິບ ຈະມີສີສັນອັນໃໝ່. ໂດຍສະເພາະແມ່ນສຳລັບ TPP, ຍ້ອນຕຳ່ແຜ່ນ-ຕັດຫຍິບ ເຫວ້ ເປັນຫົວໜ່ວຍທຸລະກິດໜຶ່ງ ທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ດ້ານຕົ້ນກຳເນີດຂອງວັດຖະດິບ ຊຶ່ງເປັນໜຶ່ງໃນບັນດາຂໍ້ບັງຄັບທີ່ ສຳຄັນຂອງສັນຍາ TPP.
ໂຮງງານຜະລິດເສັ້ນຝ້າຍຂອງບໍລິສັດຕຳ່່ແຜ່ນ-ຕັດຫຍິບ ເຫວ້ ໄດ້ປະກອບອຸປະກອນສາຍໃຍການຜະລິດທັງໝົດ 3 ຊຸດທີ່ນຳເຂົ້າ ຈາກ ເຢຍລະມັນ, ສະວິດ, ຍີ່ປຸ່ນ ປະກອບດ້ວຍ 60.000 ກໍ້ຝ້າຍ ດ້ວຍກຳລັງການຜະລິດເສັ້ນຝ້າຍໄດ້ເຖິງ 12.000 ກວ່າໂຕນຕໍ່ປີ, ໃນນັ້ນ ສ່ວນຫຼາຍແມ່ນ ເສັ້ນຝ້າຍ PE, ເສັ້ນຝ້າຍ PECO ແລະ ຝ້າຍ Cotton.
 
ໃນຂະນະນັ້ນ, ໂຮງງານຕຳ່ແຜ່ນ ແລະ ຍ້ອມສີ ໄດ້ປະກອບຄົບຊຸດ ອຸປະກອນເຄື່ອງຈັກ ທີ່ນຳເຂົ້າຈາກ ເຢຍລະມັນ, ສະວິດ ແລະ ໃຕ້ຫວັນ ດ້ວຍ ປະລິມານການຜະລິດແຜ່ນແພ ໄດ້ 1.500 ໂຕນຕໍ່ປີ.
 
ປະຈຸບັນ, ຕຳ່ແຜ່ນ-ຕັດຫຍິບ ເຫວ້ ມີລະບົບການຕັດຫຍິບ ທັງໝົດ 50 ລະບົບ, ໄດ້ປະກອບເຄື່ອງຈັກຫຍິບທັນສະໄໝ ທີ່ນຳເຂົ້າຈາກ ຍີ່ປຸ່ນ ແລະ ໄຕ້ຫວັນ. ຜະລິດຕະພັນຕົ້ນຕໍ່ ແມ່ນເສື້ອ T- shirt, Polo- shirt, ເສື້ອ Jacket, ໂສ້ງ Short, ໂສ້ງເສື້ອເດັກນ້ອຍ ແລະ ຜະລິດຕະພັນຕັດຫຍິບອື່ນໆ. ປະລິມານການຜະລິດຂອງ ໂຮງງານ ບັນລຸໄດ້ເກືອບ 16 ລ້ານຜະລິດຕະພັນຕໍ່ປີ.
 
ປະຈຸບັນ, ບໍລິສັດຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້ ກຳລັງ ສ້າງວຽກ ເຮັດງານທຳທີ່ໝັ້ນຄົງໃຫ້ແກ່ 4.000 ກວ່າຄົນ, ດ້ວຍລາຍຮັບສະເລ່ຍຜູ້ໜຶ່ງແຕ່ 5,6 ລ້ານດົ່ງຕໍ່ເດືອນ. ປີ 2014, ບໍລິສັດຕຳ່ແຜ່ນ-ຕັດຫຍິບ ເຫວ້ ລວມຍອດລາຍຮັບ ບັນລຸ1.500 ຕື້ດົ່ງ, ມອບພັນທະ ເຂົ້າງົບປະມານແຫ່ງລັດ 30 ຕື້ດົ່ງ. ປະຈຸບັນ ບໍລິສັດ ໄດ້ມີໃບສັ່ງສິນ ຄ້າທີ່ສາມາດຮັບປະກັນ ດ້ານວຽກເຮັດງານທຳໃຫ້ແກ່ກຳມະກອນ ຈົນໝົດປີ 2015.
 
ເປັນວິສາຫະກິດ ລາຍໃຫຍ່ໜຶ່ງຂອງກຸ່ມບໍລິສັດຕຳ່ແຜ່ນ-ຕັດຫຍິບ ຫວຽດນາມ, ມູນຄ່າສົ່ງອອກຂອງບໍລິສັດຕຳ່ແຜ່ນ-ຕັດຫຍິບ ເຫວ້ ບັນລຸໄດ້ປະມານ 60 ລ້ານ USD  ຕໍ່ປີ. ໃນນັ້ນ ອັດຕາສ່ວນສິນຄ້າ ຕັດຫຍິບທີ່ສົ່ງອອກໄປຕະຫຼາດ ຍີ່ປຸ່ນ ແມ່ນ 70%, 30%​ ທີ່ຍັງເຫຼືອແມ່ນຜະລິດຕະພັນເສັ້ນຝ້າຍທີ່ສົ່ງອອກໄປຕະຫຼາດ ຕວກກີ, ປອກຕຸຍການ ແລະ ປະເທດ ອາຊີ ຈຳນວນໜ່ຶງ.
 
ຜະລິດຕະພັນຂອງບໍລິສັດຕຳ່ແຜ່ນ-ຕັດຫຍິບ ເຫວ້ ຫຼາຍປີມາແລ້ວ ທີ່ຖືກຄັດເລືອກໃຫ້ເປັນສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງ, ໄດ້ຮັບລາງວັນດາວຄຳແດນຫວຽດ ແລະ ລາງວັນອື່ນໆ ຢ່າງຫຼວງຫຼາຍ. ທາງບໍລິສັດກຳລັງ ນຳໃຊ້ລະບົບການຄຸ້ມຄອງ ຄຸນນະພາບຕາມມາດຕະຖານ ISO 9001: 2008.
 
ພິເສດ, ຕຳ່ແຜ່ນ-ຕັດຫຍິບ ເຫວ້ ໄດ້ຮັບໃບຢັ້ງຢືນກ່ຽວກັບ ຄວາມຮັບຜິດຊອບປະຕິບັດຖືກຕ້ອງຕາມມາດຕະຖານສັງຄົມໃນການຜະລິດ ຜະລິດຕະພັນເຄື່ອງນຸ່ງຫົ່ມ (SA-8000) ໂດຍບັນດາ ລູກຄ້າລາຍໃຫຍ່ຂອງ ອາເມລິກາ ຄື: Perry Ellis, Sears, Hansae, Li & Fung, JC Penny, Kohl’s, Valley View, Regatta ແລະ ອື່ນໆ.
 
ດ້ວຍກຳລັງປົ່ມຊ້ອນ ແລະ ທ່າແຮງດັ່ງກ່າວ, ຫວັງຢ່າງຍິ່ງວ່າ ຕຳ່ແຜ່ນ-ຕັດຫຍິບ ເຫວ້ ຈະເສີມຂະຫຍາຍໄດ້ທ່າແຮງຂອງ ຕົນບົນເສັ້ນທາງເຊື່ອມໂຍງ ເພື່ອກະກຽມ ແລະ ເຂົ້າຮ່ວມເກມ ການຫຼິ້ນ ໃນສະໜາມໃຫຍ່ໆ ຂອງໂລກ. ຜ່ານການເຄື່ອນໄຫວ ດັ່ງກ່າວ ຈະປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຂະແໜງຕຳ່ແຜ່ນ-ຕັດຫຍິບ ຫວຽດນາມ ເວົ້າລວມ ແລະ ໂດຍສະເພາະ ແມ່ນເສດຖະກິດຂອງແຂວງ. 

ບໍລິສັດຫຸ້ນສ່ວນຕຳ່ແຜ່ນ-ຕັດຫຍິບ ເຫວ້
(Hue Textile Garment Joint Stock Company - HUEGATEX)
ທີ່ຢູ່: ເຮືອນເລກທີ 122, ຖະໜົນ ເຢືອງຖ້ຽວເຕືອກ-ຕາແສງ ຖຸຍເຢືອງ- ເມືອງເທດສະບານ ເຮືອງຖຸຍ-ແຂວງ ເທື່ອທຽນເຫວ້
ໂທລະສັບ: (84).054.3864337 - (84).054.3864957
ແຟັກ: (84).054.3864338
ເວັບໄຊ: huegatex.com.vn
ບົດ: ກວ໋ກວຽດ - ພາບ: ຮວ່າງກວາງຮ່າ

bichlien

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top