• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຕຳນານ ພູລາງບຽງ

ທີ່ກອງປະຊຸມຄັ້ງທີ 27 ຂອງສະພາປະສົມສາກົນວ່າດ້ວຍ ໂຄງ ການມະນຸດ, ຊັ້ນອາກາດ ແລະ ຊີວະນາໆພັນຂອງ  UNESCO (ICC MAB) ຢູ່ທີ່ປາຣີ ໃນເດືອນ 6/2015 ໄດ້ ຮັບຮອງເອົາ ເຂດອະນຸລັກຮັກສາຊັ້ນອາກາດ ແລະ ຊີວະນາໆພັນລາງບຽງ (ແຂວງເລີມດົ່ງ) ເປັນເຂດອະນຸລັກຊັ້ນອາກາດ ແລະ ຊີວະນາໆພັນໂລກ. ທີ່ນີ້ຍັງຮັກສາໄວ້ໄດ້ ຄຸນຄ່າລວມ ລະດັບໂລກ ກ່ຽວກັບຄວາມຫລາກຫລາຍດ້ານຊີວະນາໆພັນ, ທິວທັດທຳມະຊາດ  ປະສົມປະສານ ກັບພື້ນຖານວັດທະນະທຳ ອັນເປັນເອກະລັກ ປະກອບສ່ວນຊ່ວຍສ້າງສາ ແລະ ພັດທະນານະຄອນດ່າລາດ ໃຫ້ກາຍເປັນນະຄອນທ່ອງທ່ຽວ ແລະ ເປັນສູນຄົ້ນຄວ້າສາກົນກ່ຽວກັບປ່າເຂດຮ້ອນ.
 ການເປັນເຈົ້າຂອງຍອດພູ ລາງບຽງ
ເມື່ອໄປເຖິງດ່າລາດ, ພວກຂ້າພະເຈົ້າໄດ້ຮັບຟັງຕຳນານພູ ລາງ ບຽງ ຈາກພີ່ນ້ອງຊົນເຜົ່າເກີຮໍ ຢູ່ແຂວງເລີມດົ່ງເລົ່າຄືນ. ແຕ່ປາງ ກ່ອນ, ມີຜູ້ຊາຍຄົນຫນຶ່ງຊື່ວ່າ ລາງ ເປັນເຈົ້າກົກເຈົ້າເຫຼົ່າເຜົ່າ  ລ໋າດ, ໄດ້ມີຄວາມຮັກກັບນາງສາວ ຊື່ວ່າ ບຽງ ເປັນລູກສາວ ຂອງເຈົ້າເຫຼົ່າເຜົ່າ ຈີວ. ຍ້ອນວ່າເປັນເຜົ່າແຕກຕ່າງກັນ,  ນາງ ບຽງຈຶ່ງບ່ໍສາມາດແຕ່ງງານ ກັບທ້າວລາງ ໄດ້, ທັງສອງ ຄົນຈຶ່ງ ເລືອກເອົາຄວາມຕາຍ ເພື່ອຮັກສາຄວາມຮັກທີ່ມີຕໍ່ກັນ ແລະ ກ່ໍເປັນການຕໍ່ຕ້ານກັບກົດປະເພນີທີ່ເຂັ້ມງວດດັ່ງກ່າວ.

ພາຍຫຼັງທ້າວ ລາງ ແລະ ນາງ ບຽງໄດ້ເສຍຊີວິດ, ພ່ໍຂອງ ນາງ ບຽງ ມີຄວາມກິນແໜງຈຶ່ງໄດ້ເຕົ້າໂຮມບັນດາເຜົ່າລ໋າ້ດ, ຈີວ, ສະແຣ… ໃນເຂດໃຫ້ເປັນກຸ່ມຄົນດຽວກັນ ເອີ້ນວ່າເຜົ່າເກີຮໍ. ຍອດພູສູງຢູ່ທີ່ບ້ານ ລາງືເທືອງ, ບ່ອນທ້າວລາງ ແລະ ນາງບຽງ ເສຍຊີວິດໄດ້ຮັບການຕັ້ງຊື່ວ່າ: ລາງບຽງເປັນຊື່ປະກອບຂອງຄູ່ບ່າວສາວ, ເພື່ອເປັນການລະນຶກເຖິງທັງສອງ ກ່ໍຄືຄວາມຮັກ ຂອງເຂົາເຈົ້າ.


“ທະເລ”ເມກໃນຍາມແລງ ທີ່ມອງຈາກຍອດພູ ລາງບຽງ ໃນລະດັບຄວາມສູງ 2169 ແມັດ. ພາບ: ເອກະສານ VNP


ຈາກຍອດພູມີລະດັບຄວາມສູງ 1950 ແມັດ ສາມາດມອງເຫັນ ນະຄອນດ່າລາດ, ເຮືອນແກ້ວປູກຜັກ
ແລະ ດອກໄມ້ ດ້ວຍກຳມະວິທີໃໝ່ ທີ່ຖືກປົກຄຸມໄປດ້ວຍເມກໝອກ. ພາບ: ເຕີດເຊີນ.

 
ເລື່ອງລາວຂອງຕຳນານດັ່ງກ່າວ ຫຼາຍຄົນໄດ້ປຽບເໝືອນນິຍາຍ ຮັກລະຫວ່າງ “Romeo ແລະ Juliet ທີ່ຫວຽດນາມ” ມັນໄດ້ກະຕຸກຈິດໃຈພວກຂ້າພະເຈົ້າຢາກມາກາບໄຫວ້ຍອດພູ ລາງບຽງ,  ທີ່ນອນຢູ່ໃນເຂດອານຸລັກຊັ້ນອາກາດຊີວະນາໆພັນໂລກ ລາງ ບຽງແຫ່ງນີ້.

ຢູ່ຕີນພູ ລາງບຽງມີຮ່ອມພູກ້ວາງໃຫຍ່ພໍສົມຄວນ, ເອີ້ນວ່າຮ່ອມພູຮ້ອຍປີ, ເປັນບ່ອນທີ່ໄດ້ຮັບການອອກແບບ ເໝືອນດັ່ງເຂດ ທ່ອງທ່ຽວຊີວະພາບ. ທີ່ແຫ່ງນີ້, ແຂກທ່ອງທ່ຽວ ສາມາດຕັ້ງຄ້າຍ ຢູ່ແຮມຄືນ, ຊຸມນຸມກັນໃຕ້ກອງໄຟ ດື່ມເຫຼົ້າໄຫ ແລະ ຊື່ນຊົມກັບລີລາໄຕຫງວຽນ ແລະ ດົນຕີພື້ນເມືອງຂອງພີ່ນ້ອງຊົນເຜົ່າແລັກ.
ພວກຂ້າພະເຈົ້າຕັດສີນໃຈຊື້ ທົວ ແລະ ຊອກຫາ ທາບທາມຂ້ໍ ມູນທາງເຄືອຂ່າຍອິນເທີແນດ ກ່ຽວກັບການບໍລິການຜູ້ນຳທ່ຽວ ຢູ່ທີ່ນີ້. ຕາມທີ່ຮູ້, ມີບໍລິສັດທ່ອງທ່ຽວຫລາຍກວ່າ 50 ແຫ່ງຮັບ ບໍລິການທ່ອງທ່ຽວແບບພະຈົນໄພ ດ້ວຍລາຄາແຕ່ 199.000- 500.000 ດົ່ງ/ຄົນ. ພວກຂ້າພະເຈົ້າຕົກລົງຊື້ທົວ 500.000 ດົ່ງ ຊຶ່ງປະກອບມີຄ່າພາຫະນະຂົນສົ່ງ, ຄ່າກິນເຂົ້າສວຍ, ຄ່າປີ້ ແລະ ການແນະນຳ.

ຈາກນະຄອນ ດ່າລາດ, ລົດໃຫຍ່ໄດ້ພາພວກຂ້າພະເຈົ້າ ແລ່ນ ໄປໄດ້ 12 ກິໂລແມັດ ແລ້ວຢຸດຢູ່ທີ່ຕີນພູລາງບຽງເຊິ່ງເປັນບ່ອນ ເລີ່ມຕົ້ນເພື່ອເດີນທາງຂຶ້ນສູ່ຍອດພູສາມໜ່ວຍ ຂອງເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງດ້ວຍໄລຍະທາງທາງຍ່າງ ແລະ ຂຶ້ນພູແມ່ນ 14 ກິໂລແມັດ.

ລາງບຽງ ມີຍອດພູສອງໜ່ວຍເພື່ອທົດສອບໃຈຄົນ, ດ້ວຍຄວາມ ສູງ 1950 ແມັດ, ພວກຂ້າພະເຈົ້າໄດ້ເລັດລອດໄປຕາມທາງຮ່ອມປ່າແປກເພື່ອຊື່ນຊົມໜອງດານເກຍທີ່ມີສາຍນ້ຳໃສໆ.

ເພື່ອປີນຂຶ້ນເຖິງຍອດພູສູງ 2169 ແມັດ, ເມື່ອໄກ້ຈະຮອດພູສູງ 1950 ແມັດ, ພວກຂ້າພະເຈົ້າລ້ຽວຂວາແລ້ວດັ້ນດົ້ນໄປຕາມທາງອ້ອມເສັ້ນອື່ນ ຈາກນັ້ນຈະໃຊ້ເວລາຍ່າງອີກປະມານ 2 ຊົ່ວໂມງໃນປ່າດົງດິບທີ່ມີຄວາມໜາວຈົນກະດ້າງ ຕາມມາແຕ່ລະ ບາດຍ່າງ.

ຍິ່ງຂຶ້ນສູງເທົ່າໃດ, ທາງໄປກ່ໍຍິ່ງລຳບາກ ແລະ ແຄບເຂົ້າເທົ່າ ນັ້ນ, ອຸປະສັກເລີ່ມປະກົດຂຶ້ນຈາກກະຕໍໄມ້ດຸໂຜກ, ເຄືອໄມ້ ໄຂ່ວຂີນກັນ, ໂງ່ນຫີນໃຫຍ່ ແລະ ທາງຄ້ອຍຊັນລະອິດລະອ້ຽວ.


ນັກທ່ອງທ່ຽວດັ້ນດົ້ນຜ່ານປ່າດົງດິບເພື່ອຂຶ້ນຍອດພູໃນລະດັບ ຄວາມສູງ 2169 ແມັດ. ພາບ: ເອກະສານ VNP


ຂ້າມຜ່ານປ່າດົງດ້ວຍລົດ. ພາບ: ເອກະສານ VNP


ນັກທ່ອງທ່ຽວຕ່າງປະເທດທົບທວນຄືນຮູບພາບທີ່ຖ່າຍມາໄດ້ເທິງຍອດພູສູງ 2169 ແມັດດ້ວຍຄວາມດີໃຈ. ພາບ: ເອກະສານ VNP


ນັກທ່ອງທ່ຽວພັກຜ່ອນກິນເຂົ້າທ່ຽງຕາມເສັ້ນທາງຂຶ້ນຍອດພູ ລາງບຽງ. ພາບ: ເອກະສານ VNP


ຕັ້ງຄ້າຍເພ່ືອໄດ້ພັກແຮມຄືນເທິງຍອດພູ ລາງບຽງ ລໍຖ້າໄດ້ຊົມ ເບິ່ງທິວທັດນະຄອນດ່າລາດ
ແລະ ປ່າສະຫງວນແຫ່ງຊາດ Bidoup-ນຸ້ຍບ່າ ໃນຍາມຮຸ່ງອາລຸນ. ພາບ: ເອກະສານ VNP



ຄວາມສຸກໃຈຂອງຜູ້ທີ່ໄດ້ຂຶ້ນເທິງຍອດພູລາງບຽງ.  ພາບ: ເອກະສານ VNP
 

ພວກຂ້າພະເຈົ້າຂຶ້ນຮອດຍອດພູສູງ 2169 ຍາມແລງ, ຢູ່ຕ່ໍໜ້າ ແມ່ນທະເລເມກໝອກປົກຄຸມໄປທົ່ວ. ຈາກຈອມພູລາງບຽງສາມາດມອງເຫັນທິວທັດນະຄອນດ່າລາດທັງໝົດ ປະກົດຕົວຂຶ້ນ ເໝືອນດັ່ງພາບແຕ້ມນ້ຳມຶກສະໄໝບູຮານ, ພ້ອມກັບໜອງດານ ເກຍ ແລະ ຫ້ວຍນ້ຳວ່າງເບິ່ງຄ້າຍຄືກັນກັບຜ້າແພໄໝດອກຄາຍ ມະຫຶມາເດັ່ນຂຶ້ນໃນ ທ່າມກາງພາບສີຂຽວສະອຸ່ມຂອງພູຜາ ປ່າດົງ.

ລາງບຽງ-ສູນຄົ້ນຄວ້າສາກົນກ່ຽວກັບປ່າເຂດຮ້ອນ
ເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງ ປະກອບດ້ວຍ ເຂດປ່າດົງດິບອັນກວ້າງໃຫຍ່ ທີ່ເປັນແກນຫຼັກແມ່ນປ່າສະ ຫງວນແຫ່ງຊາດ ບີດຸບ (BIDOUP)-ນຸ້ຍບ່າ (ພູນາງ) ເຊິ່ງເປັນ ສະຖານທີ່ໆໄດ້ຮັບການຕີລາຄາວ່າເປັນໜຶ່ງໃນຈຳນວນສູນ 4 ແຫ່ງຊີວະນາໆພັນຂອງຫວຽດນາມ. ບັນດານັກວິທະຍາສາດ ໄດ້ຮັບຮອງວ່າ, ແຫ່ງນີ້ມີພືດສາຊາດຈຳນວນ 153 ຊະນິດພັນລະບຸໄວ້ໃນປຶ້ມແດງ ຫວຽດນາມ (2007) ແລະ ມີຈຳນວນ 154 ຊະນິດພັນມີຊື່ໃນບັນຊີແດງຂອງ  IUCN (2010). ອົງການປົກປ້ອງສັດປ່າໂລກ (WWF) ກ່ໍໄດ້ກຳນົດແຫ່ງນີ້ ເປັນ ຂົງເຂດບູລິມະສິດໃຫ້ແກ່ການອະນຸລັກຮັກສາອັນດັບ 1 (ເຂດ SA3) ໃນໂຄງການອະນຸລັກຮັກສາສັດຢູ່ຕາມສາຍພູຫຼວງທາງ ທິດໃຕ້ ຫວຽດນາມ

ຕາມການຄົ້ນຄວ້າ, ສຳຫຼວດ, ສະຖິຕິເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງໂລກ ມີແນວພັນສັດທີ່ຫາຍາກເຖິງ 62
   ຊະນິດພັນ, ມີ 29 ຊະນິດພັນໄດ້ລະບຸຊື່ໃນປຶ້ມແດງຂອງຫວຽດ ນາມ ແລະ ສະມາຄົມ
ອະນຸລັກຮັກສາທຳມະຊາດໂລກ (IUCN). ພາບ: ເອກະສານ VNP



ລາງບຽງ ເປັນບ່ອນທີ່ມີອາຖັນສຳລັບວົງການຄົ້ນຄວ້າ ເພາະ ທຸກວັນນີ້ ຍັງຮັກສາໄວ້ໄດ້ພືກຊາດປະເພດ
ທີ່ມີຢູ່ຮ່ວມກັບຍຸກໄດ ໂນເສົາ ນັ້ນຄື ຕົ້ນແປກປະເພດກິ່ງມີສອງໃບ.
ພາບ: ຮ່າຫືວເນດ



ເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງ ຂອງໂລກນີ້ ກ່ໍເປັນບ່ອນທີ່ມີລະບົບພືກສາຊາດອຸດົມສົມບຸນທີ່ສຸດປະກອບດ້ວຍ
153 ຊະນິດພັນທີ່ມີຊື່ໃນປຶ້ມແດງຫວຽດນາມ (2007) ແລະ 154 ຊະນິດພັນ
ມີຊື່ໃນບັນຊີແດງຂອງ IUCN 2010).  ພາບ: ເອກະສານ VNP



ເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງຖືກອົງການ  Birdlife International (ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ສາກົນ
ກຳລັງເຄື່ອນໄຫວໃນຂົງເຂດການຮັກສາຊີວະນາໆພັນ ຂອງນົກ ແລະ ສິ່ງແວດລ້ອມຊີວິດຂອງນົກ)ກຳນົດວ່າເປັນໜ່ຶງ
ໃນຈຳນວນ 5 ເຂດທີ່ມີນົກປະເພດຫາຍາກ ມີສະເພາະຢູ່ເຂດ ອີນດູຈີນ, ເປັນໜຶ່ງໃນ ຈຳນວນ 221 ຈຸດ
ທີ່ມີນົກຫາຍາກຂອງໂລກ.  ສ່ວນຫວຽດນາມມີນົກຫາຍາກ 13 ຊະນິດພັນ, ສະເພາະ ເຂດດັ່ງກ່າວນີ້
ມີເຖິງ 7 ຊະນິດພັນ ໃນນັ້ນ, ມີນົກ ມີລາງບຽງ . ພາບ: ຮ່າຫືວເນດ



ທະນີຊະນິດພັນທີ່ຫາຍາກມີຢູ່ແຕ່ໃນເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງ. ພາບ: ຮ່າຫືວເນດ
 
ລາງບຽງຍັງເປັນບ່ອນທີ່ລະບົບຊີວະພາບທຳມະຊາດໄດ້ສ້າງ ຄ່າຄອງຊີບຢ່າງຍືນຍົງໃຫ້ແກ່ວົງຄະນາຍາດທ້ອງຖິ່ນ ພາຍໃຕ້ ໂຄງການຮັບ ແລະ ຈ່າຍຄ່າບໍລິການສິ່ງແວດລ້ອມປ່າຂອງລັດ ຖະບານ ຫວຽດນາມ. ມີຄອບຄົວຈຳນວນ 8.000 ຄອບຄົວ ໄດ້ ຮັບຜົນປະໂຫຍດຈາກການບໍລິການລະບົບຊີວະພາບໃນ ເຂດອານຸລັກຊັ້ນອາກາດຊີວະນາໆພັນ ທີ່ມີສ່ວນຮ່ວມຂອງເຂົາເຈົ້າ ໃນວຽກງານປົກປ້ອງ ແລະ ຮັກສາຄຸນຄ່າຕ່າງໆ ຂອງລະບົບຊີວະພາບ.

ເຂດອານຸລັກຊັ້ນອາກາດຊີວະນາໆພັນ ລາງບຽງ ໂລກໄດ້ຖືກ ອົງການ UNESCO ຮັບຮອງເປັນປະຖົມປັດໄຈເພື່ອໃຫ້ແຂວງ ເລີມດົ່ງ ສາມາດພັດທະນາແບບຍືນຍົງ ໂດຍຜ່ານການຂຸດຄົ້ນ ຄຸນຄ່າທ່າແຮງບົ່ມຊ້ອນຕ່າງໆຈາກການບໍລິການລະບົບຊີວະ ພາບ ເຊິ່ງເລັ່ງໃສ່ການຂະຫຍາຍການທ່ອງທ່ຽວ ແລະ ການບໍລິ ການ, ປະກອບສ່ວນສ້າງ ແລະ ພັດທະນານະຄອນ ດ່າລາດ ໃຫ້ກາຍເປັນສູນທ່ອງທ່ຽວ, ບຳລຸງສ້າງ, ຄົ້ນຄວ້າ ວິທະຍາສາດ ກ່ຽວກັບປ່າເຂດຮ້ອນ.

ລາງບຽງ ແມ່ນເຂດອະນຸລັກຮັກສາຊັ້ນອາກາດຊີວະນາໆພັນ  ແຫ່ງທີ 9 ຂອງຫວຽດນາມທີ່ໄດ້ຮັບການຮອງຮັບຈາກ UNESSCO  ພ້ອມກັບເຂດອານຸລັກຊັ້ນອາກາດຊີວະນາໆພັນ  ປ່ານ້ຳເຄັມ ເກີ່ນເຢີ່;  ດົ່ງນາຍ, ກາດບ່າ, ທົ່ງພຽງ ແມ່ນ້ຳແດງ, ເຂດແຄມທະເລ ແລະ ໝູ່ເກາະກຽນຢາງ, ເຂດທາງທິດຕາ ເວັນຕົກແຂວງເງະອານ, ແຫຼມກ່າເມົາ ແລະ ກູ່ລາວຈ່າມ.

ບົດ: ກວາງມິງ, ຮ່າຫືວເນດ - ພາບ: ຮ່າຫືວເນດ, ເຕີດເຊີນ ແລະ ເອກະສານຂອງຂ່າວພາບຫວຽດນາມ.

bichlien

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top