• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຕັດສິນໃຈຮັກສາ ແລະ ເພີ່ມພູນຄູນສ້າງຄວາມໄມຕີຈິດ ມິດຕະພາບພິເສດລະຫວ່າງຫວຽດນາມ-ລາວ

ການໄປຢ້ຽມຢາມຫວຽດນາມ ແລະ ກໍເປັນການໄປຢ້ຽມຢາມ ທາງລັດຖະກິດຄັ້ງທຳອິດຂອງທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ (ສປປ.ລາວ) ໄດ້ສະແດງອອກໃຫ້ເຫັນເຖິງການຖືສຳຄັນເປັນພິເສດຂອງພັກ, ລັດລາວ ແລະ ໃນນາມສ່ວນຕົວທ່ານບຸນຍັງ ວໍລະຈິດກ່ຽວກັບການຖືສຳຄັນ ການປົກປັກຮັກສາ, ເພີ່ມພູນຄຸນສ້າງ, ປັບປຸງ ໄມຕີຈິດ ມິດຕະພາບອັນຍິ່ງໃຫຍ່, ການພົວພັນສາມັກຄີແບບພິເສດ, ຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ, ປອດໄສຂາວສະອາດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ. 
ໃນຂອບເຂດຂອງການຢ້ຽມຢາມຄັ້ງນີ້, ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ໄດ້ມີການ ພົບປະເຈລະຈາກັບທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່; ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ເຈິ່ນດ້າຍກວາງ ປະທານປະເທດ, ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກສຶກສາຢູ່ສະຖາບັນການເມືອງ ແຫ່ງຊາດໂຮ່ຈິມິນ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະ ຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວພ້ອມດ້ວຍຄະນະປະສານງານສະມາຄົມອະດີດຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມຢູ່ລາວ; ພົບປະກັບທ່ານ ດິງລາທັງ ເລຂາຄະນະພັກນະຄອນໂຮ່ຈີມິນ. 

ພິທີຕ້ອນຮັບທ່ານບຸນຍັງ ວໍລະຈິດເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ
ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານປະທານປະເທດ. ພາບ: ຈີ້ຢຸງ/VNA



ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ພົບປະເຈລະຈາ ກັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,
ປະທານປະເທດແຫ່ງ ສປປ.ລາວ. ພາບ: ຈີ້ຢຸງ/VNA



ທ່ານເຈິ່ນດ້າຍກວາງ ປະທານປະເທດ ພົບປະແລກປ່ຽນ ຄຳຄິດຄຳເຫັນກັບທ່ານ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ. ພາບ: ຍານຊ໋າງ/VNA



ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພົບປະແລກປ່ຽນ ຄຳຄິດເຫັນກັບທ່ານ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່, ປະທານປະເທດແຫ່ງສປປລາວ. ພາບ: ຖົ໋ງເຍິດ/VNA


ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ພົບປະແລກປ່ຽນຄຳຄິດເຫັນກັບ ທ່ານບຸນຍັງ ວໍລະຈິດ
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ. ພາບ: ຈ້ອງດຶກ/VNA

 
ໃນບັນດາການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນຕ່າງໆເຫລົ່ານີ້, ທັງສອງຝ່າຍໄດ້ມີການສົນທະນາ ຢ່າງກວ້າງຂວາງ ເລິກເຊິ່ງ ກ່ຽວກັບແຜນນະໂຍບາຍ, ວິທີການຕ່າງໆແນໃສ່ ສືບຕໍ່ ນຳເອົາການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມ ສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວໄປສູ່ການຂະຫຍາຍຕົວຢ່າງກວ້າງຂວາງ ເລິກເຊິ່ງ ແລະ ມີປະສິດທິຜົນ; ສືບຕໍ່ເປີດກວ້າງ ແລະ ຍົກສູງ ປະສິດທິຜົນການຮ່ວມມື ດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ສຶກສາກໍ່ສ້າງ, ໃນນັ້ນຖືສຳຄັນ ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຄຸນນະພາບສູງ; ເພີ່ມທະວີເຊື່ອມຕໍ່ເສດຖະກິດ, ພື້ນຖານໂຄງລ່າງ ການຄົມມະນາຄົມ ແລະ ພະລັງງານ; ສືບຕໍ່ອຳນວຍ ຄວາມສະດວກ ໃຫ້ແກ່ພົນລະເມືອງຂອງກັນ ແລະ ກັນດໍາລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນ ຢູ່ແຕ່ລະປະເທດ ໂດຍສອດຄ່ອງກັບຂໍ້ກໍານົດ ກົດໝາຍຂອງແຕ່ລະຝ່າຍ.

ສອງຝ່າຍໄດ້ເປັນເອກະສັນກັນສືບຕໍ່ເພີ່ມທະວີ ການຮ່ວມມື ດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມຢູ່ແຕ່ລະປະເທດເປັນຢ່າງດີ. ຫວຽດນາມສະໜັບສະໜູນຢ່າງຕັ້ງໜ້າ ແລະ ຮອບດ້ານຕໍ່ບົດບາດເປັນປະທານອາຊຽນຂອງລາວ. ສອງຝ່າຍສືບຕໍ່ເພີ່ມທະວີປະສານສົມທົບຢ່າງແໜ້ນແຟ້ນເຊີ່ງກັນ ແລະ ກັນ, ປະສານສົມທົບກັບບັນດາປະເທດ, ບັນດາອົງການຈັດຕັ້ງ ໃນການຄຸ້ມຄອງ, ນຳໃຊ້ ແຫຼ່ງແມ່ນ້ຳຂອງຢ່າງຍືນຍົງ ແລະ ມີປະສິດທິຜົນ.

ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ພ້ອມກັບທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່
ພັກຄອມມູນິດຫວຽດນາມ ຢ້ຽມຢາມສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ. ພາບ: ຢ໊ວານເຕິນ/VNA



ທ່ານ ດິງລາທັງ ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,
ປະທານປະເທດແຫ່ງ ສປປ.ລາວ ທີ່ມາຢ້ຽມຢາມ ນະຄອນ ໂຮ່ຈີມິນ. ພາບ: ຮວ່າງຫາຍ/VNA

 
ສອງຝ່າຍໄດ້ເປັນເອກະສັນກັນຊຸກຍູ້ແກ້ໄຂບັນດາຂໍ້ພິພາດ ຢູ່ທະເລຕາວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍ ສາກົນ; ພ້ອມກັບຝ່າຍຕ່າງໆປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຂໍ້ຖະແຫຼງການວ່າດ້ວຍການປະພຶດຕໍ່ ຂອງ ຝ່າຍຕ່າງໆຢູ່ທະເລຕາເວັນອອກ(DOC) ແລະ ສ້າງໃຫ້ສຳເລັດ ໂດຍໄວປະມວນກົດລະບຽບການປະພຶດຕໍ່ ຢູ່ທະເລ ຕາເວັນອອກ (COC) ແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top