• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຕະຫຼາດຫີນແກ້ວ

ຕະຫຼາດຂາຍຫີນແກ້ວ ໄດ້ເປີດທຸກໆ ວັນອາທິດທີ່ເຮືອນເລກທີ 456, ຖະໜົນ ຮວ່າງຮວາຖາມ. ຕະຫຼາດດັ່ງກ່າວໄດ້ຈັດຂຶ້ນໂດຍສະມາຄົມຫີນແກ້ວ ຮ່າໂນ້ຍ ເພື່ອແນະນຳຜະລິດຕະພັນຫີນແກ້ວຂອງ ຫວຽດນາມ ເຖິງຜູ້ບໍລິໂພກ.
ມາຍັງຕະຫຼາດ, ລູກຄ້າສາມາດເລືອກເອົາຜະລິດຕະພັນ ຫີນແກ້ວຂອງ ຫວຽດນາມ ຫຼາຍປະເພດຄື: Shapphire, Ruby… ດ້ວຍລາຄາແຕ່ຫຼາຍແສນດົ່ງເຖິງຫຼາຍລ້ານດົ່ງ. ຜູ້ຂາຍເຄື່ອງຢູ່ຕະຫຼາດຫີນແກ້ວເປັນສະມາຊິກຂອງສະມາຄົມຫີນແກ້ວ ຫວຽດນາມ ມາຈາກບັນດາແຂວງ, ນະຄອນທີ່ມີຊື່ສຽງໃນດ້ານຫີນແກ້ວຄື: ແຂວງ ລູກອຽນ (ອຽນບາຍ), ແທງຮວາ, ເງ້ອານ ແລະ ອື່ນໆ.
 
ເອື້ອຍ ຫວູທິຍຸງ ມາຈາກແຂວງ ລູກອຽນ (ອຽນບາຍ) ໃຫ້ຮູ້ວ່ານັບຕັ້ງແຕ່ຕະຫຼາດໄດ້ສ້າງຕັ້ງຂຶ້ນມາ ລາວບໍ່ເຄີຍພັກຈັກມື້. ລາວຂີ່ລົດເມແຕ່ແຂວງ ຕວຽນກວາງ ໄປ ຮ່າໂນ້ຍ ແຕ່ຕອນຄຳ່ວັນເສົາ ເພື່ອມາເຂົ້າຮ່ວມຕະຫຼາດໃນຕອນເຊົ້າວັນອາທິດ. 


ຕະຫຼາດຂາຍຫີນແກ້ວຢູ່ຖະໜົນ ຮວ່າງຮວາຖາມ ໄດ້ຈັດຂຶ້ນ
ທຸກໆ ວັນອາທິດ, ໂດຍສະມາຄົມຫີນແກ້ວ ຮ່າໂນ້ຍ ຈັດຂຶ້ນ
ເພື່ອແນະນຳຜະລິດຕະພັນຫີນແກ້ວ ຫວຽດນາມ ເຖິງຜູ້ບໍລິໂພກ.



ຫີນແກ້ວທຳມະຊາດຫຼາຍປະເພດຂອງ ອຽນບາຍ, ແທງຮວາ, ເງ້ອານ ໄດ້ວາງຂາຍຢູ່ຕະຫຼາດແຫ່ງນີ້.


ລູກຄ້າກວດກາຄູນນະພາບຂອງຫີນ Shapphire ດ້ວຍ ນຳ້ ແລະ ໄຟສາຍ.


ແຫວນໜ່ວຍໜຶ່ງໄດ້ປະດິດສ້າງດ້ວຍຫີນ Shapphire. 


ຫີນ Ruby ແດງໄດ້ວາງຂາຍຢູ່ຕະຫຼາດ.


ຫີນແກ້ວຫຼາຍປະເພດມີລາຄາແຕ່ຫຼາຍແສນດົ່ງເຖິງຫຼາຍລ້ານດົ່ງໄດ້ວາງຂາຍຢູ່ທີ່ນີ້.


ຫຼັງຈາກທີ່ເລືອກເອົາຫີນແກ້ວກ້ອນທີ່ຖືກໃຈທີ່ສຸດ, ລູກຄ້າ ສາມາດເອົາມາຮ້ານປະດິດສ້າງຫີນ
ຂອງນາຍຊ່າງ ຫງວຽນບາວແທກ ເພື່ອຜະລິດອອກເປັນຜະລິດຕະພັນ ທີ່ຕົນເອກຢາກໄດ້. 



ນາຍຊ່າງ ຫງວຽນບາວແທກ ພວມກວດກາຄຸນນະພາບຫີນແກ້ວໃຫ້ແກ່ລູກຄ້າ.


ຫີນແກ້ວຈະໄດ້ປະດິດສ້າງດ້ວຍຈັກ.


ຫີນ Shapphire ສີຂຽວ-ອິດເປັນປະເພດຫີນແກ້ວທີ່ຫາຍາກ
ໄດ້ນາຍຊ່າງ ຫງວຽນບາວແທກ ປະດິດສ້າງເປັນຜະລິດຕະພັນ ໜຶ່ງມີຮູບຊົງຄ້າຍຄືເພັດ.



ນາຍຊ່າງ ຫງວຽນບາວແທກ ໄດ້ປະດິດສ້າງໃຫ້ລູກຄ້າຫີນແກ້ວ ຫຼາຍກ້ອນທີ່ມີຮູບຊົງແຕກຕ່າງກັນ. 


ສາຍຄໍມີຮູບ ເຈົ້າແມ່ກວານອິນ ໄດ້ປະດິດສ້າງດ້ວຍຫີນ Shapphire ໂດຍນາຍຊ່າງ ຫງວຽນບາວແທກ. 

ພິເສດ, ມາທີ່ນີ້ ລູກຄ້າບໍ່ຕ້ອງເປັນຫ່ວງກ່ຽວກັບຄຸນນະພາບ ຍ້ອນຢູ່ທີ່ນີ້ ມີຮ້ານກວດກາຄຸນນະພາບຫີນຂອງສະມາຄົມຫີນແກ້ວ ຮ່າໂນ້ຍ.
 
ທ່ານ ເລແອງຕວັນ, ຮອງປະທານສະມາຄົມຫີນແກ້ວ ຮ່າໂນ້ຍ ໃຫ້ຮູ້ວ່າ ມາທີ່ນີ້ ລູກຄ້າບໍ່ຕ້ອງເປັນຫ່ວງດ້ານຄຸນນະພາບ. ຖ້າຜູ້ໃດຂາຍຂອງປອມ ຈະຖືກປັບໃໝ່ ແລະ ຫ້າມບໍ່ໃຫ້ມາຂາຍເຄື່ອງຢູ່ທີ່ນີ້ ອີກ.
 
ມາຍັງຕະຫຼາດຂາຍຫີນແກ້ວແຫ່ງນີ້, ລູກຄ້າຈະໄດ້ເຫັນກັບຕາວິທີການປະດິດສ້າງຫີນແກ້ວຂອງນາຍຊ່າງ ຫວຽນບາວແທກ. ຖ້າລູກຄ້າມີຄວາມຕ້ອງການ, ຫຼັງຈາກຊື້ຫີນແກ້ວແລ້ວ ກໍ່ສາມາດປະດິດສ້າງຢູ່ກັບທີ່.
ບົດ ແລະ ພາບ: ເຕິດເຊີນ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top