• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າໜັງຢືນຢັນບົດບາດນະຄອນ APEC 2017

(ພາບປະກອບ)
       ສັບປະດາ​ຂັ້ນ​ສູງ​ເວທີ​ປາ​ໄສ​ເສດຖະກິດ ອາຊີ - ​ປາຊີ​ຟິກ (APEC) 2017 ຈະ​ດຳ​ເນີນ​​ໃນ​ເດືອນ 11/2017 ຢູ່​ດ່າ​ໜັງ, ​ໃນ​ນັ້ນ ​ເຫດການ​ສຳຄັນ​ທີ່​ສຸດ​ແມ່ນ​ກອງ​ປະຊຸມ​ຂັ້ນ​ສູງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ 21 ພື້ນຖານ​ເສດຖະກິດ​ ​ແລະ ຜູ້​ແທນ​ທາງ​ການ, ນັກ​ຂ່າວ​ຕ່າງປະ​ເທດ, ບັນດາ​ນັກທຸລະກິດ​ແຖວ​ໜ້າ​ໂລກ​ນັບ​ພັນ​ຄົນ. ​ໃນ​ຂອບ​ເຂດ​ສັບປະດາ​ຂັ້ນ​ສູງ APEC 2017 ຢູ່ ດ່າ​ໜັງ ກໍ່​ຈະ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ, ການ​ເຈລະຈາ​ຂອງ​ການ​ນຳ​ຂັ້ນ​ສູງ​ກັບ​ບັນ​ດາ​ການ​ນຳ ABAC (ສະພາ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ​ຂອງ APEC) ​ແລະ ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ - ​ເສດຖະກິດ. ທ່ານ​ປະທາ​ນຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ດ່າ​ໜັງ ຮີ​ງດຶກ​ເທີ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ທ້າຍ​ປີ 2014 ດ່າ​ໜັງ ​ເລີ່​ມ​ດຳ​ເນ​ີນ​ວຽກ​ງານ​ກະກຽມ​​ໃຫ້​ບົດ​ບາດ​ເປັນ​ນະຄອນ APEC 2017. ນະຄອນ​ພວມ​ຕັ້ງໜ້າ​ປັບປຸງ​ພື້ນຖານ​ໂຄງ​ລ່າງ, ປຸງຕົບ​ແຕ່ງຕົວເມືອງ, ຜັນຂະຫຍາຍວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ບັນດາ​ແຜນການບຳລຸງ​ສ້າງ​ແຫຼ່ງກຳລັງ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ສາທາລະນະ​ສຸກ, ທີ່​ມີການ​ຮັບ​ຕ້ອນ, ພະລາທິການ. ນະຄອນ​ຫວັງ​ວ່າ ດ່າ​ໜັງ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ກ່ຽວ​ກັບ​ສະຖານ​ທີ່​​ເປັນ​ເຈົ້າພາບຈັດ​ຕັ້ງ​ທີ່​ສົມບູນ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ເປັນຂີດ​ໝາຍ​ສະ​ເພາະ​ອີກ​ດ້ວຍ ປະກອບສ່ວນ​ເຂົ້າ​ບັນດາຂີດ​ໝາຍ​ປະຫວັ​ດສາດ​ຂອງ APEC ດ້ວຍ​ບັນດາ​ຄຳ​ຖະ​ແຫຼ​ງ ​ແລະ ຄຳໝັ້ນ​ສັນຍາ​ທີ່ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ຈາກ 21 ພື້ນຖານ​ເສດຖະກິດ​ສະມາຊິກ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top