• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ດ່າລາດ “ລາຊະອານາຈັກ” ຂອງຜັກ ແລະ ດອກໄມ້

ໃນຊຸມປີ 30 ຂອງສະຕະວັດກ່ອນ, ມີຊາວກະສິກອນ ຢູ່ຮ່າໂນ້ຍ ຫຼາຍຄົນຍົກຍ້າຍຄົວລົງໄປດ່າລາດ (ແຂວງເລີມດົ່ງ) ໄດ້ນຳເອົາ ອາຊີບປູກຜັກ, ປູກດອກໄມ້ໄປນຳ ແລະ ໄດ້ສ້າງເຂດດິນພູພຽງ ທີ່ເຕັມໄປດ້ວຍລົມ ແລະ ແສງແດດແຫ່ງນີ້. ປະຈຸບັນ, ດ້ວຍປະ ສົບການອັນເປັນມູນເຊື້ອ, ບວກກັບລະດັບຄວາມຮູ້ຄວາມສາ ມາດທາງດ້ານເຕັກນິກການຜະລິດກະສິກຳເຕັກໂນໂລຊີສູງ, ລູກຫຼານເຂົາເຈົ້າໄດ້ເປັນຜູ້ສືບທອດ ແລະ ພັດທະນາອາຊີບ ຂອງລຸ້ນປູ່, ລຸ້ນພໍ່ຂຶ້ນສູ່ລະດັບສູງໃໝ່, ເນລະມິດດ່າລາດເປັນ “ລາຊະອານາຈັກ” ຂອງຜັກ ແລະ ດອກໄມ້ຂອງທົ່ວປະເທດ ດ້ວຍການມີຫລາກຫລາຍຜະລິດຕະພັນ ທີ່ມີຊື່ສຽງໂດ່ງດັງໃນຕະຫຼາດສາກົນ. 
ບາດກ້າວບຸກທະລຸດ້ານເຕັກໂນໂລຊີ
ການຈັດຕັ້ງເປັນໝູ່ບ້ານປູກດອກໄມ້ມູນເຊື້ອຮ່າໂນ້ຍເມື່ອປີ 1938, ແລ້ວຫລັງຈາກນັ້ນແມ່ນການຕັ້ງໝູ່ບ້ານປູກດອກໄມ້: ຖ້າຍຟຽນ, ວ້ານແທ່ງ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນຕາມລຳດັບ ໃນ ເນື້ອທີ່ທັງໝົດປະມານ 240 ເຮັກຕາ ໄດ້ເປັນຂີດໝາຍການ ກຳເນີດເກີດຂຶ້ນໝູ່ບ້ານອາຊີບປູກດອກໄມ້ມູນເຊື້ອຢູ່ດ່າລາດ.  ແລະ ກໍ່ນັບແຕ່ນັ້ນມາ, ເຂດດິນທີ່ປົກຄູ້ມເມກໝອກທີ່ມີຊື່ສຽງ ວ່າເປັນບ່ອນເພື່ອການຫຼິ້ນກິນ, ພັກຜ່ອນ ຂອງຊົນຊັ້ນເຈົ້າຂຸນ ມຸນນາຍ ແລະ ເຈົ້າໜ້າທີ່ ຫົວເມືອງຂຶ້ນຝຣັ່ງ ຢູ່ແຄ້ວນອິນດູຈີນນີ້ ໄດ້ເລີ່ມຕົ້ນມີຊື່ລືນາມໃນອາຊີບປູກດອກໄມ້.

ມາຮອດໄລຍະປີ 1990, ອາຊີບປູກດອກໄມ້ຢູ່ດ່າລາດເລີ່ມຕົ້ນ ມີການຂະຫຍາຍຕົວຢ່າງແຂງແຮງ ເນື່ອງຈາກວ່າບັນດາເຈົ້າ ຂອງ ນິຄົມປູກດອກໄມ້ໄດ້ຮູ້ຈັກນຳໃຊ້ ວິທະຍາສາດເຕັນໂນໂລຊີເຂົ້າໃນການຜະລິດ. ພິເສດ, ເລື່ອງທີ່ບໍລິສັດ Agrivina (Dalat Hasfarm) ຈຳກັດ ເກີດຂຶ້ນເມື່ອປີ 1994 ໄດ້ສ້າງບາດ ລ້ຽວອັນໃຫຍ່ຫຼວງໃນອາຊີບປູກດອກໄມ້ຢູ່ດ່າລາດ ດ້ວຍຮູບ ແບບການຜະລິດກະສິກຳເຕັກໂນໂລຊີສູງ.


ສວນຜັກສະຫຼັດທີ່ມີຫລາກຫຼາຍແນວພັນນຳເຂົ້າຈາກຕ່າງປະ ເທດເພື່ອປູກດ້ວຍການນຳໃຊ້ນ້ຳ. 


ຜັກສະຫຼັດປູກດ້ວຍນ້ຳທີ່ນິຄົມກິມບັ່ງ, ບ້ານ 7, ນະຄອນ ດ່າລາດ. 


ປູກດອກໄມ້ຕາມວິທີນຳໃຊ້ເຕັກໂນໂລຊີສູງ ໄດ້ຮັບສະມັດຕະ ພາບທົບສອງເທົ່າ, ສາມເທົ່າ ເມື່ອທຽບກັບວິທີປູກທຳມະດາ, ໃຊ້ເວລາການປູກທີ່ສັ້ນກ່ວາ. 


ບັນດານິຄົມປູກຜັກ ແລະ ດອກໄມ້ຢູ່ດ່າລາດນຳໃຊ້ເຕັກນິກ ໃຊ້ແສງສະຫວ່າງຍາມກາງຄືນເພື່ອກະຕຸ້ນການຈະເລີນເຕີບໂຕ ຂອງຕົ້ນໄມ້. 


ລະບົບຫົດນ້ຳໂດຍອັດຕະໂນມັດໄດ້ຮັບການນຳໃຊ້ເຂົ້າ
ໃນບັນດານິຄົມປູກຜັກທີ່ດ່າລາດ.



ປະຈຸບັນ, ທົ່ວແຂວງເລີມດົ່ງມີຮາກຖານປູກລ້ຽງເຍື້ອພືດ 50 ແຫ່ງ, ຜະລິດໄດ້ປະມານ 30 ລ້ານເບ້ຍຈາກແນວພັນເດີມເພື່ອປູກລ້ຽງເຍື້ອ (invitro),
ຮັບໃຊ້ໃຫ້ແກ່ການຜະລິດຢູ່ທ້ອງຖິ່ນ ແລະ ເຂດຕ່າງໆມີເງື່ອນໄຂພູມອາກາດຄືກັນ. 



ຕົ້ນໄມ້ປູກທີ່ຜະລິດດ້ວຍວິທີການປູກລ້ຽງເຍື້ອໄດ້ຮັບສະມັດ ຕະພາບ ແລະ ມີຄຸນນະພາບສູງກວ່າຢ່າງຂາດຂັ້ນ. 


ບັນດານັກຊ່ຽວຊານທີ່ມາຈາກປະເທດຍີ່ປຸ່ນດຳເນີນການສຳ ຫຼວດ, ນຳໃຊ້ທົດລອງອຸປະກອນເຕັກນິກ
ເຂົ້າໃນການຜະລິດຜັກ ແລະ ດອກໄມ້ເຕັກໂນໂລຊີສູງທີ່ດ່າລາດ. 

 

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແຂວງ ເລີມດົ່ງ, ຖ້າໃນປີ 2010, ທ່ົວແຂວງມີດິນຜະລິດກະສິກຳ ນຳໃຊ້ເຕັກໂນໂລຊີສູງພຽງ 9.800 ເຮັກຕາ, ແມ່ນມາຮອດປີ 2015 ໄດ້ເພີ່ມຂຶ້ນເປັນ 43.048 ເຮັກຕາ. ປະລິມານການ ດອກໄມ້ຕັດກິ່ງໃນປີ 2001 ຢູ່ໃນລະດັບ 150 ລ້ານດອກ, ຮອດປີ 2009 ເພີ່ມຂຶ້ນເປັນ 900 ລ້ານດອກ, ປີ 2011 ເພີ່ມຂຶ້ນເປັນ 1,5 ຕື້ດອກ ແລະ ປີ 2013 ຂຶ້ນເຖິງ 2,1 ຕື້ດອກ. ມູນຄ່າການ ຜະລິດໄລ່ສະເລັ່ຍໃນ 1 ເຮັກຕາ ເພີ່ມຂຶ້ນຈາກ 76 ລ້ານດົ່ງປີ 2010 ຂຶ້ນເປັນ 130 ລ້ານດົ່ງໃນປີ 2014 ແລະ ປະມານ 135 ລ້ານດົ່ງໃນປີ 2015. ປີ 2015, ດ່າລາດສົ່ງອອກ ດອກໄມ້ໄດ້ 250 ລ້ານດອກ, ເກັບລາຍຮັບໄດ້ຫລາຍກວ່າ 26 ລ້ານ ໂດລາສະຫະລັດ. 

Dalat Hasfarm ເປັນບໍລິສັດເລີ່ມຕົ້ນປູກດອກໄມ້ໃນເນື້ອ 2 ເຮັກຕາເປັນນິຄົມປູກດອກກຸຫຼາບ ແລະ ດອກຄາເນຊັນ (dianthus) ດ້ວຍເຕັກໂນໂລຊີຄົບວົງຈອນທີ່ທັນສະໄໝ ກັບລະ ບົບເຮືອນແກ້ວ, ເຮືອນຕາໜ່າງ ແລະ  ຫົດນ້ຳດ້ວຍລະບົບອັດ ຕະໂນມັດທີ່ນຳເຂົ້າຈາກປະເທດອິສຣາແອນ ແລະ ໂຮນລັງ. ແລະ ກໍດ້ວຍເຕັກໂນໂລຢີທັນສະໄໝນີ້, ວິສາຫະກິດດັ່ງກ່າວໄດ້ ປູກສຳເລັດຫຼາຍປະເພດດອກເບັນຈະມາດແຕກຕ່າງກັນ ແລະ ເຮັດໃຫ້ອອກດອກກົງກັບໂອກາດມີງານບຸນ, ງານປີໃໝ່ ສະນັ້ນ ລາຄາຂາຍອອກສູ່ຕະຫຼາດສູງກ່ວາເມື່ອທຽບໃສ່ວິທີການປູກແບບດັ່ງເດີມ. ນອກຈາກນຳໃຊ້ເຕັກໂນໂລຊີ ທັນສະໄໝ, Dalat Hasfarm ຍັງເພີ່ມທະວີເປີດກວ້າງ ການຮ່ວມມື ກັບບັນດານິ ຄົມອ້ອມຂ້າງເພື່ອສ້າງຂາອອກທີ່ໝັ້ນຄົງໃຫ້ແກ່ຊາວກະສິກອນ, ທັງເປັນການເປີດກວ້າງ ແລະ ສ້າງ ເຄື່ອງໝາຍການຄ້າໃຫ້ແກ່ ດອກໄມ້ດ່າລາດ… ດ້ວຍວິທີການດັ່ງກ່າວນີ້ ໄດ້ກະຕຸກຊຸກຍູ້ບັນ ດາຜູ້ປູກດອກໄມ້ ຕາມແບບມູນເຊື້ອຢູ່ດ່າລາດ ຄ່ອຍໆກ້າວໄປ ເຖິງການນຳໃຊ້ວິທີປູກດອກໄມ້ແບບທັນສະໄໝ.

ທ່ານ ຫວໍວັນເກີ, ຊາວກະສິກອນປູກດອກໄມ້ຢູ່ໝູ່ບ້ານປູກດອກ ໄມ້ຖ້າຍຟຽນ, ຜູ້ມີປະສົບການໃນອາຊີບນີ້ມາກວ່າ 30 ປີ ໃຫ້ ຮູ້ວ່າ: “ຂ້າພະເຈົ້າພ້ອມກັບຄອບຄົວຍົກຍ້າຍຈາກເຫວ້ເຂົ້າມາ ຢູ່ດ່າລາດ ປະກອບອາຊີບປູກດອກໄມ້ຕາມແບບມູນເຊື້ອມາ ແຕ່ປີ 1981. ມາຮອດປີ 2000, ຂ້າພະເຈົ້າພ້ອມກັບຄອບຄົວ ອື່ນໆຈຳນວນໜຶ່ງໄດ້ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການປູກ ດອກໄມ້, ຍ້ອນແນວນັ້ນຈິ່ງເຮັດໃຫ້ຜົນຜະລິດເພີ່ມຂຶ້ນສອງເທົ່າ, ສາມເທົ່າຕົວ, ໄລຍະເວລາປູກຝັງກໍສັ້ນກວ່າ, ແຮງງານບົວລະ ບັດຮັກສາກໍ່ບໍ່ລຳບາກຫລາຍຄື່ດັ່ງເມື່ອກ່ອນ”.

ວິທີການຜະລິດກະສິກຳເຕັກໂນໂລຊີສູງໄດ້ຮັບປະສິດທິຜົນສູງ ແຕ່ເງິນລົງທຶນເບື້ອງຕົ້ນຈະຫຼາຍກວ່າເມື່ອທຽບກັບແບບເກົ່າ. ດ້ວຍເຫດນັ້ນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງເລີມດົ່ງ ແລະ ອຳນາດການປົກຄອງແຂວງດ່າລາດ ໄດ້ມີຫຼາຍວິທີເພື່ອຊ່ວຍໜູນຢ່າງຈິງຈັງຕໍ່ຜູ້ປູກດອກໄມ້. ໃນນັ້ນ, ໂຄງການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ ໄລຍະ 2011-2015 ບວກກັບນະໂຍບາຍຊ່ວຍໜູນ ການຜະລິດ ທົດລອງ, ສົ່ງມອບວິທະຍາສາດເຕັກໂນໂລຊີ, ຍົກເວັ້ນພາສີ, ຫຼຸດຜ່ອນພາສີ, ຊ່ວຍໜູນການກູ້ຢືມທຶນດ້ວຍດອກເບັ້ຍຕຳ່ ແລະ ອື່ນໆ ໄດ້ຊຸກຍູ້ໃຫ້ຊາວກະສິກອນເຂົ້າຮ່ວມ ການຜະລິດຕາມ ທິດທາງໃໝ່. ນອກຈາກນັ້ນ, ນະຄອນດ່າລາດຍັງຈັດສັນດິນຜະ ລິດກະສິກຳຕາມທິດລວມສູນ ແລະ ກໍ່ສ້າງເປັນເຂດຜະລິດຜັກ ແລະ ດອກໄມ້ນຳໃຊ້ເຕັກໂນໂລຊີສູງອອກໄປເຂດນອກເມືອງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຜະລິດແບບຍືນຍົງ ແລະ ຍາວນານ. 

ສີ່ງທີ່ໜ້າສົນໃຈແມ່ນ, ແຕ່ປີ 1978, ດ່າລາດໄດ້ສ້າງຕັ້ງສູນຄົ້ນ ຄວ້າມັນ ຝຣັ່ງ-ຜັກ ແລະ ດອກໄມ້ແລ້ວ, ເພື່ອຊ່ວຍໃຫ້ດ່າລາດ ມີພື້ນຖານລົງເລິກຄົ້ນຄວ້າ ແລະ ປະຕິບັດບັນດາມາດຕະ ການຜະລິດກະສິກຳເຕັກໂນໂລຊີສູງໄດ້ໄວເຊັ່ນ: ການປູກເຍື້ອ, ປະສົມກັບການດັດເຊື້ອແນວພັນໃໝ່, ພິຈາລະນາທົດລອງບັນ ດາແນວພັນພືດປູກຢູ່ທ້ອງຖິ່ນ ແລະ ຜັນຂະຫຍາຍການ ຮ່ວມມືຜະລິດຢູ່ພາຍໃນ ແລະ ຕ່າງປະເທດ. ໄປຄຽງຄູ່ກັບສູນດັ່ງກ່າວ, ດ່າລາດຍັງມີ ບໍລິສັດປ່າດອກໄມ້ນຳອີກ. ຊຶ່ງແມ່ນສອງໃນຈຳນວນ “ທະນາຄານແນວພັນພືດ” ຂອງທ້ອງ ຖິ່ນ, ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງມອບເຕັກ ໂນໂລຊີ, ສະໜອງຫຼາຍແນວພັນໃໝ່, ແນວພັນປອດສານພິດ ທີ່ມີປະສິດພາບສູງ ໃຫ້ແກ່ຊາວກະສິກອນ, ວິສາຫະກິດໃນເຂດ ແລະ ບັນດາແຂວງ ນະຄອນມີເງື່ອນໄຂພູມອາກາດຄ້າຍ ຄືກັນກັບດ່າລາດ-ເລີມດົ່ງ.

ໃນຊຸມປີມໍ່ໆມານີ້, ຢູ່ດ່າລາດໄດ້ປະກົດຕົວຕື່ມອີກຫຼາຍວິສາ ຫະກິດຂອງເອກະຊົນ ຫຼືມີເງິນລົງທຶນຈາກຕ່າງປະເທດເຊັ່ນ: ກິມບັ່ງ, Bio-Organic, An Phu Lacue… ບັນດາວິສາຫະ ກິດເຫລົ່ານີ້ມີທ່າໄດ້ປຽບດ້ານເຕັກໂນໂລຊີທັນສະໄໝ ແລະ ມີທຶນຫລາຍໄດ້ປະກອບສ່ວນຊ່ວຍສ້າງຕັ້ງເຂດນິຄົມປູກຜັກ, ປູກດອກໄມ້ທີ່ມີຂະໜາດໃຫ່ຍ ແລະ ທັນສະໄໝຢູ່ດ່າລາດ.


ຜັກ, ດອກໄມ້ດ່າລາດບືນຕົວອອກສູ່ຕະຫຼາດໂລກ
ຖ້າຫາກວ່າແຂວງເລີມດົ່ງເປັນໜຶ່ງໃນຫຼາຍທ້ອງຖິ່ນ ຜະລິດກະ ສິກຳ ນຳໃຊ້ເຕັກໂນໂລຊີສູງນຳໜ້າໃນທົ່ວປະເທດ, ແມ່ນນະ ຄອນດ່າລາດກໍຄື “ຫົວລົດໄຟ” ທີ່ມີການປະກອບສ່ວນ ຢ່າງ ໃຫຍ່ຫຼວງທີສຸດໃຫ້ແກ່ເຂດກະເສດສຸມດັ່ງກ່າວ. ການນຳໃຊ້ ເຕັກໂນໂລຊີສູງເຂົ້າການຜະລິດກະສິກຳ ໄດ້ນຳມາຜົນຜະລິດ ສູງສົມຄວນ . ມູນຄ່າການຜະລິດກະສິກຳເຕັກໂນໂລຊີສູງ ເພີ່ມຂຶ້ນທົບເທົ່າຕົວມູນຄ່າການຜະລິດສະເລ່ັຍຂອງທົ່ວແຂວງ, ໃນນັ້ນ, ຜັກຄຸນນະພາບສູງບັນລຸ 450-500 ລ້ານດົ່ງ/ເຮັກຕາ, ດອກໄມ້ຄຸນນະພາບສູງບັນລຸ  800-1.200 ລ້ານດົ່ງ/ເຮັກຕາ, ໄດ້ຊ່ວຍນຳເອົາດ່າລາດເວົ້າສະເພາະ ແລະ ແຂວງເລີມດົ່ງ ເວົ້າລວມກາຍເປັນສະຖານທີ່ສະໜອງຜະລິດຕະພັນຜັກ, ດອກໄມ້ຢືນຢູ່ແຖວໜ້າຂອງປະເທດ.

ຊຸມປີຜ່ານມາ, ເຄື່ອງໝາຍການຄ້າດ່າລາດໄດ້ສ້າງຄວາມຫຼາກຫຼາຍປະເພດ ຫລາກຫລາຍແນວພັນດອກໄມ້ທ້ອງຖີ່ນ ແລະ ດອກໄມ້ນຳເຂົ້າ. ດອກໄມ້ດ່າລາດໄດ້ຢືນຢັນບົດບາດ, ທີ່ຕັ້ງຂອງຕົນໃນຕະຫຼາດສາກົນ ເມື່ອມີການແຂ່ງຂັນຢ່າງສະເຫມີພາບ ກັບບັນດາຕະຫຼາດລາຍໃຫຍ່ໃນໂລກເທື່ອລະກ້າວ.

ເນື່ອງໃນໂອກາດບຸນເຕັດປີໃຫ່ມປີວອກ 2016 ຜ່ານມາ, ຕະຫຼາດພາກເໜືອຂາດແຄນຜັກຮ້າຍແຮງ ຍ້ອນພູມອາ ກາດບໍ່ປົກກະຕິ, ແມ່ນດ່າລາດສາມາດສະໜອງຜັກໄປພາກເໜືອຢ່າງເປັນປົກກະຕິປະມານ 150 ໂຕນ/ວັນ, ປະກອບສ່ວນສະຫນອງຕາມຄວາມຕ້ອງການຂອງປະຊາຊົນໃນໂອກາດປີ ໃໝ່ຢ່າງໝັ້ນທ່ຽງ. ຜະລິດຕະພັນຜັກຂອງດ່າລາດ-ເລີມດົ່ງມີຄວາມອຸດົມສົມບູນດ້ວຍຫຼາຍຊະນິດຜັກສົດທີ່ມີຊື່ສຽງຄື: ຜັກສະຫຼັດ, ຜັກກາດ, ຜັກກາດຊອງ, ຜັກກະລ່ຳປີດອກ, ມັນຝຣ່ັງ, ຫມາກກາຣົດ, ໝາກເຜັດຫວານ (bush red peppers) ແລະ ຜັກບົ່ວຫົວໃຫຍ່...


ເກັບກ່ຽວດອກໄມ້ປູກຕາມວິທີນຳໃຊ້ເຕັກໂນໂລຊີສູງຂອງບໍລິ ສັດ Dalat Hasfam.


ດອກໄມ້ທີ່ສວນ Dalat Hasfam.


ຕ່ອງໂສ້ການເລືອກເຟັ້ນດອກກຸຫຼາບເພື່ອສົ່ງອອກ. 


ການຫຸ້ມຫໍ່ດອກໄມ້ສົດຢູ່ Dalat Hasfam.


ການຫຸ້ມຫໍ່ຜັກປອດສານພິດຫຼັງຈາກໄດ້ຮັບການຂ້າເຊື້ອ ແລະ ເຮັດໃຫ້ສະເດັດນ້ຳ.


ສາງເກັບຮັກສາຜັກປອດສານພິດກ່ອນແຈກຈ່າຍອອກສູ່ຕະຫຼາດ. 


ຄວາມອຸດົມສົມບູນ ແລະ ຫຼາກຫຼາຍດ້ານຊະນິດດອກໄມ້ຕ່າງໆ ຂອງດ່າລາດ ເພື່ອຕອບສະໜອງຕາມຄວາມຕ້ອງການ ທີ່ແຕກຕ່າງກັນຂອງຜູ້ຊົມໃຊ້. 


ການຄ້າທາງເອເລກຕໂຣນິກກໍເປັນທິດທາງຊ່ວຍໂຄສະນາເຜີຍແຜ່ ແລະ ຂາຍສິນຄ້າຂອງ
ບັນດາວິສາຫະກິດລົງທຶນຜະລິດຜັກ ແລະ ດອກໄມ້ຢູ່ເລີມດົ່ງ. 

 
ປີ 2015, ມີເນື້ອທີ່ຫລາຍກວ່າ 100 ເຮັກຕາ ປູກດອກໄມ້ ຊະນິດຕ່າງໆເຊັ່ນ ດອກກຸຫຼາບ, ເບັນຈະມາດ, ດອກຄາເນຊັນ, ດອກລີລີ… ບໍລິສັດ Dalat Hasfam ໄດ້ສະໜອງ ອອກສູ່ ຕະຫຼາດຈຳນວນ 140 ລ້ານດອກ, 2 ລ້ານໂຖດອກໄມ້, ກວມອັດຕາສ່ວນ 50% ຂອງຕະຫຼາດພາຍໃນ, 50% ແມ່ນສົ່ງອອກ, ບືນຕົວຂຶ້ນເພື່ອໃຫ້ກາຍເປັນຫົວໜ່ວຍນຳໜ້າທ້ອງຖິ່ນກ່ຽວກັບສົ່ງອອກດອກໄມ້ສົດດ້ວຍການມີຕະຫຼາດປະຈຳ 12 ແຫ່ງຢູ່ໃນໂລກຄື: ຍີ່ປ່ນ, ໄຕ້ຫວັນ, ອົສຕາລີ, ມາເລເຊຍ ແລະ ສິງກະໂປ.
(ທ່ານໂຮ່ດຶກຈຸງ, ຜູ້ອຳນວຍການທຸລະກິດ Dalat Hasfam)
ປະຈຸບັນ, ຜັກດ່າລາດໄດ້ຖືກຈຳໜ່າຍຢູ່ເກືອບທຸກໆທ້ອງຖິ່ນໃນທົ່ວປະເທດ ແລະ ອີກສ່ວນຫລາຍແມ່ນໄດ້ສົ່ງອອກໄປຕະຫຼາດຍີ່ປຸ່ນ, ໄຕ້ຫວັນ, ໄທ, ສິງກະໂປ, ມາເລເຊຍ ແລະ ອື່ນໆ…

ຜັກດ່າລາດໄດ້ຜະລິດຕາມວິທີຜັກປອດສານພິດ ແລະ ໄດ້ຮັບ ການຢັ້ງຢືນມາດຕະຖານ GAP. ນອກຈາກນັ້ນ, ຫຼາຍຫົວໜ່ວຍ ການຜະລິດໄດ້ມີເຕັກໂນໂລຊີ ແລະ ຂັ້ນຕອນ ປົກປັກຮັກສາທີ່ ທັນສະໄໝນັບຕັ້ງແຕ່ເວລາປູກເຖິງຂອດການເກັບກູ້, ປຸງແຕ່ງຂັ້ນຕົ້ນ ແລະ ເຖິງມືຜູ້ຊົມໃຊ້, ເຮັດໃຫ້ຜະລິດຕະພັນ ມີຄວາມ ສົດແຊບຢູ່ສະເໝີ, ຕອບສະໜອງໄດ້ຄວາມຕ້ອງການຂອງຜູ້ບໍລິໂພກ.

ບັນດາຫົວໜ່ວຍຜະລິດສະເພາະແຕ່ຜັກຄື : ບໍລິສັດກິມບັ່ງ, ສະຫະກອນ ແອງດ່າວ, ສະຫະກອນເຕິນຕ້ຽນ… ນອກຈາກການສະໜອງຜັກໂດຍກົງ ໃຫ້ແກ່ບັນດາຮ້ານອາຫານ ຂະໜາດໃຫຍ່ ໃນທົ່ວປະເທດຕາມໃບສັ່ງຊື້ສິນຄ້າແລ້ວ ຍັງເປີດຕາໜ່າງຈຳຫນ່າຍຂາຍຍ່ອຍຢູ່ຕາມທ້ອງຖິ່ນຕ່າງໆ ເພື່ອສະໜອງຜະລິດຕະພັນເຖິງມືຜູ້ບໍລິໂພກ.

ຄຽງຄູ່ກັນນັ້ນ, ໂດຍໝູນໃຊ້ທ່າໄດ້ປຽບໃນການພັດທະນາການ ທ່ອງທ່ຽວຂອງທ້ອງຖິ່ນ, ນອກຈາກຜະລິດສະໜອງ ຜະລິດຕະ ພັນແລ້ວ, ຍັງມີຫຼາຍນິຄົມປູກຜັກ, ດອກໄມ້ດ່າລາດ ເປີດການທ່ອງທ່ຽວກະສິກຳຕື່ມອີກ ດ້ວຍການສ້າງຮູບແບບນິຄົມ ປູກດອກໄມ້, ຜູກພັກທີ່ສວຍງາມ ເພື່ອຕ້ອນຮັບແຂກຄົນ ທີ່ມາຢ້ຽມຊົມ, ຜ່ານຮູບແບບດັ່ງກ່າວ ທັງເກັບໄດ້ລາຍຮັບເພີ່ມ  ທັງເປັນການເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ແກ່ອາຊີບ ປູກຜັກ ແລະ ດອກໄມ້ຂອງຕົນອີກດ້ວຍ.

ປະຈຸບັນ, ໃນພື້ນທີ່ແຂວງເລີມດົ່ງມີປະມານ 11 ໂຄງການ ໂດຍແມ່ນວິສາຫະກິດຂອງຍີ່ປຸ່ນເປັນຜູ້ລົງທຶນຜະລິດຜັກ ແລະ ດອກໄມ້. ມີບາງວິສາຫະກິດຄື: ບໍລິສັດ Lacue International, ບໍລິສັດ Capital (ຍີ່ປຸ່ນ), ອົງການ Jica (ຍີ່ປຸ່ນ)… ໄດ້ມີການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາຂະແໜງກະສິກຳຂອງທ້ອງຖິ່ນຜ່ານການ ຊ່ວຍໜູນທາງດ້ານເຕັກນິກ ແລະ ຮ່ວມມືຜະລິດ.

ດ້ວຍວິໄສທັດໄລຍະຍາວ, ດ່າລາດໄດ້ກຳນົດເປັນເຂດຈຸດສຸມ ພັດທະນາກະສິກຳປອດສານພິດ, ນຳໃຊ້ ເຕັກໂນໂລຊີສູງ ຂອງທົ່ວປະເທດ, ນຳເອົາດ່າລາດກາຍເປັນ “ລາຊະອານາຈັກ” ຂອງຜັກ ແລະ ດອກໄມ້ຫວຽດນາມ ດ້ວຍຫລາກຫຼາຍຜະລິດ ຕະພັນທີ່ຢືນຢູ່ໃນລະດັບສາກົນ.

















ປະຈຸບັນ, ຜັກດ່າລາດໄດ້ຖືກຈຳໜ່າຍຢູ່ເກືອບທຸກໆທ້ອງຖິ່ນ ໃນທົ່ວປະເທດ ແລະ ອີກສ່ວນຫລາຍ
ແມ່ນໄດ້ສົ່ງອອກໄປຕະຫຼາດຍີ່ປຸ່ນ, ໄຕ້ຫວັນ, ໄທ, ສິງກະໂປ, ມາເລເຊຍ ແລະ ອື່ນໆ…

ບົດ: ເຊີນເງ້ຍ-ພາບ: ຫງວຽນລວນ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top