• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຳເນີນເດືອນຊາວໜຸ່ມປີ 2017

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວທີ່​ພິ​ທີ
       ຕອນ​ເຊົ້າ​ວັນ​ທີ 26/2, ຢູ່​ແຂວງ​ດົງ​ທາບ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ຫວຽດ​ນາ​ມ​ໄດ້​ຈັດ​ພິ​ທີ​ດຳ​ເນີນ​ເດືອນ​ຊາວ​ໜຸ່ມ 2017 ດ້ວຍ​ຫົວ​ຂໍ້ “  ໄວ​ໜຸ່ມ​ຮ່ວ​ມ​ແຮງ​ຮ່ວມ​ໃຈ​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ອະ​ລິ​ຍະ​ທຳ​ເຂດ​ຕົວ​ເມືອງ” ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ໄດ້​ຊີ້​ແຈ້ງວ່າ : 
      “ໃນ​ເດືອນ​ຊາວ​ໜຸ່ມ ກໍ​ຄື​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ເຂົ້າ​ຮ່ວມການ​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ອະ​ລິ​ຍະ​ທຳ​ເຂດ​ຕົວ​ເມືອງຄວນ​ມີ​ການ​ເລືອກ​ເຟັ້ນ​ເນື້ອ​ໃນ​ຢ່າງ​ມີ​ຈຸດ​ສຸມ, ສອດ​ຄ່ອງ​ກັບ​ເງື່ອນ​ໄຂ, ຄວາມ​ສາ​ມາດ​ຂອງອົງ​ການ​ຊາວ​ໜຸ່ມ​ໃນ​ແຕ່​ລະ​ຂັ້ນ, ແຕ່​ລະ​ທ້ອງ​ຖິ່ນ, ຫົວ​ໜ່ວຍ. ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ສຸມ​ດັ່ງ​ກ່າ​ວ​ເປັນ​ຢ່າງ​ດີ, ພ້ອມ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງພາຍ​ໃນຂອງ​ອົງ​ການ​ຊາວ​ໜຸ່ມ​ສະ​ມາ​ຊິກ​ຊາວ​ໜຸ່ມ, ໄວ​ໜຸ່ມ, ຄະ​ນະ​ຊາວ​ໜຸ່ມ​ຂັ້ນ​ຕ່າງໆ​ຄວນ​ເປັນ​ເຈົ້າ​ການ​ຂົນ​ຂວາຍ​ແຫຼ່ງ​ກຳ​ລັງ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ ແລະ ບັນ​ດາ​ກຳ​ລັງ​ສັງ​ຄົມ”
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top